ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເພື່ອນບ້ານ ເຂດລຸ່ມແມ່ນ້ຳຂອງ ຮຽກຮ້ອງໃຫ້ລາວ ທົບທວນເບິ່ງ ຜົນກະທົບ ຂ້າມຊາຍແດນ ຈາກເຂື່ອນຫຼວງພະບາງ


ທຸງສີເຫຼືອງແມ່ນຈຸດທີ່ເລືອກ ສຳລັບສ້າງເຂື່ອນຫຼວງພະບາງ ໃກ້ກັບບ້ານຫ້ວຍຍໍ ໃນປະເທດລາວ ເມື່ອວັນທີ 14 ພະຈິກ 2019.(Zsombor Peter/VOA)
ທຸງສີເຫຼືອງແມ່ນຈຸດທີ່ເລືອກ ສຳລັບສ້າງເຂື່ອນຫຼວງພະບາງ ໃກ້ກັບບ້ານຫ້ວຍຍໍ ໃນປະເທດລາວ ເມື່ອວັນທີ 14 ພະຈິກ 2019.(Zsombor Peter/VOA)


ບັນດາປະເທດເພື່ອນບ້ານ ໃນເຂດລຸ່ມແມ່ນ້ຳຂອງ ຮຽກຮ້ອງໃຫ້ລາວພິຈາລະນາເບິ່ງຜົນກະທົບທາງດ້ານ ສະພາບແວດລ້ອມ ຂ້າມຊາຍແດນ ຈາກໂຄງການສ້າງເຂື່ອນຫຼວງພະບາງ ໃສ່ລຳແມ່ນ້ຳຂອງ.

ປະເທດກຳປູເຈຍ ໄທ ແລະຫວຽດນາມ ຕ່າງກໍໄດ້ສະແດງຄວາມເປັນຫ່ວງ ຫຼັງຈາກຄະນະກຳມາທິການແມ່ນໍ້າຂອງສາກົນ ຫຼື MRC ໄດ້ເສັດສິ້ນຂັ້ນຕອນການປຶກສາຫາລືເປັນເວລາ 6 ເດືອນ ກ່ຽວກັບໂຄງການສ້າງເຂື່ອນຫຼວງພະບາງ ໃນວັນອັງຄານທີ 30 ມິຖຸນາຜ່ານມານີ້.

ການກໍ່ສ້າງເຂື່ອນຫຼວງພະບາງ ທີ່ມີຄວາມແຮງ 1,460 ເມກາວັດ ມີກຳນົດຈະເລີ້ມຂຶ້ນໃນທ້າຍປີນີ້.

ປະເທດທັງສາມ ກ່າວຢູ່ໃນຂໍ້ສະເໜີ ຕໍ່ກອງປະຊຸມ ຂອງຄະນະກຳມະການຮ່ວມ MRC ວ່າ ລາວຄວນເອົາມາດຕະການເພື່ອຫລຸດຜ່ອນຜົນກະທົບທີ່ອາດເກີດຂຶ້ນຈາກໂຄງການດັ່ງກ່າວ.

ທ່ານ ດຣ. ອະນຸລັກ ກິດຕິຄຸນ ຫົວໜ້າຍຸດທະສາດ ແລະຄູ່່ຮ່ວມງານຂອງ MRC ກ່າວວ່າ ປະເທດທັງສາມແມ່ນມີຄວາມເປັນຫ່ວງແລະຕ້ອງການຢາກໃຫ້ທົບທວນເບິ່ງຄັກໆ ກ່ອນຈະເລີ້ມການພັດທະນາ. ດຣ. ອະນຸລັກ ກ່າວຕື່ມວ່າ:

ລິງໂດຍກົງ

ເຂື່ອນຫຼວງພະບາງ ຈະມີການກໍ່ສ້າງທີ່ບ້ານຫ້ວຍຍໍ ແລະຈະເປັນເຂື່ອນທີສາມ ທີ່ສ້າງໃສ່ລຳແມ່ນ້ຳຂອງ. ເຂື່ອນທຳອິດແມ່ນເຂື່ອນໄຊຍະບູລີ ທີ່ເປີດໃຊ້ໃນເດືອນຕຸລາປີກາຍ ແລະເຂື່ອນທີສອງ ແມ່ນເຂື່ອນດອນສະໂຮງ. ນອກນັ້ນ ລາວຍັງມີແຜນການທີ່ຈະສ້າງເຂື່ອນປາກລາຍ ແລະຊະນະຄາມອີກດ້ວຍ.

ໄຟຟ້າສ່ວນໃຫຍ່ ທີ່ຜະລິດຈາກເຂື່ອນເຫຼົ່ານີ້ ແມ່ນສົ່ງອອກໄປຂາຍໃຫ້ໄທ ນອກນັ້ນ ກໍຍັງຂາຍໃຫ້ກຳປູເຈຍ ຫວຽດນາມ ແລະປະເທດອື່ນໆອີກ.

XS
SM
MD
LG