ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເພື່ອນບ້ານ ຮຽກຮ້ອງໃຫ້ ລາວ ໂຈະ ການສ້າງເຂື່ອນ ດອນສະຫົງ (ວີດີໂອ ກ່ຽວຂ້ອງ)


ຊາວປະມົງ ກຳປູເຈຍ ກຳລັງຫວ່ານແຫ ໃນແມ່ນ້ຳຂອງ ທີ່ກຸງພະນົມເປັນ.
ຊາວປະມົງ ກຳປູເຈຍ ກຳລັງຫວ່ານແຫ ໃນແມ່ນ້ຳຂອງ ທີ່ກຸງພະນົມເປັນ.
ບັນດາ​ເຈົ້າ​ໜ້າ​ທີ່​ ຈາກປະເທດ ທີ່ຕັ້ງຢູ່ແຄມ​ແມ່​ນ້ຳຂອງ
​ອັນ​ມີ ກຳປູ​ເຈຍ ​ໄທ ​ແລະ​ຫວຽດນາມ ພາກັນ​ຮຽກຮ້ອງ
ໃຫ້ປະ​ເທດລາວ ໂຈະໂຄ​ງການສ້າງ​ເຂື່ອນ ທີ່​ອາດ​ມີຜົນ
ກະທົບ​ຢ່າງຮ້າຍ​ແຮງ ຕໍ່ປະຊາ​ຄົມທີ່ຢູ່​ລຸ່​ມ​ເຂື່ອນ ແລະ
​ລະບົບນິ​ເວດ ຕາມ​ລຳແມ່​ນ້ຳຂອງ.

ຄະນະຜູ້ຕາງໜ້າ ຂອງກຳ ປູ​ເຈຍ ​ໄທ ​ແລະ​ຫວຽດນາມ ​
ໄດ້​ຢ້ຽມຢາມ​ສະຖານ​ທີ່​ວາງແຜນຈະ​ກໍ່ສ້າງ​ເຂື່ອນ​ໃນວັນ
​ພຸດ​ວານ​ນີ້. ທັງ​ສາມ​ປະ​ເທດໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​
ຂອງ​ເຂົາ​ເຈົ້າ ກ່ຽວກັບ​ໂຄງການ​ດັ່ງກ່າວ.

ທ່ານ Tek Vannara ຫົວໜ້າ​ບັນດາອົງການຈັດຕັ້ງ ທີ່​ບໍ່​ຂື້ນ​ກັບ​ລັດຖະບານ ຂອງກຳປູ
ເຈຍ ກ່າວ​ຕໍ່​ວີ​ໂອ​ເອ ພະ​ແນ​ກພາສາຂະແມວ່າ ທ່ານຍັງ​ມີ​ຄວາມ​ເປັນ​ຫ່ວງ ຫລັງຈາກ​ໄດ້
​ໄປ​ຢ້ຽມຢາ​ມເຂດກໍ່ສ້າງ ​ເຂື່ອນ​ດອນ​ສະ​ຫົງແລ້ວ.

ທ່ານ Tek Vannara ກ່າວ​ວ່າ “ຖ້າເຂົາ​ເຈົ້າຫາກ​ກີດ​ກັ້ນ ທາງ​ຂຶ້ນລ່ອງໄປມາ ຂອງປາ
​ໂດຍ​ການ​ສ້າງ​ເຂື່ອນດັ່ງກ່າວນີ້ແລ້ວ ​ປາ​ບາງຊະນິດອາດຈະ​ສູນພັນ ໄປ​ຢ່າງ​ແນ່ນອນ.”

ທ່ານກ່າວ​ເພີ້​ມ​ເຕີມ​ອີກ​ວ່າ ​ເຂື່ອນດັ່ງກ່າວ ຈະສົ່ງຜົນກະທົບຕໍ່​ຊາວ​ກຳປູເຈຍ ຢ່າງ​ໜ້ອຍ
6 ລ້ານ​ຄົນ ທີ່ຢູ່​ໃກ້​ກັບ​ເຂື່ອນ ຫລື​ຢູ່​ຕາມ​ແຄມແມ່​ນໍ້າຂອງ ຫລື​ຕົງເລ​ສາບ.

ເຈົ້າໜ້າທີ່ລາວກ່າວວ່າ ຕົນໄດ້ທຳການກໍ່ສ້າງເຂື່ອນດັ່ງກ່າວນີ້ ດ້ວຍຄວາມໂປ່ງໃສແລະ
ດ້ວຍການປ້ອງກັນ ທີ່ເໝາະສົມ.

ທ່ານ Sin Niny ຮອງ​ປະທານ​ຖາວອນ ​ປະຈຳ ຄະນະກຳມະການແມ່​ນ້ຳຂອງ​ແຫ່ງ​ຊາດ
ກຳປູ​ເຈຍ ກ່າວ​ວ່າ ກຳປູ​ເຈຍ​ແມ່ນຍັງສືບຕໍ່ຮັກສາ​ທ່າ​ທີ​ຂອງຕົນທີ່ວ່າ ລາວຄວນ​ຢຸດ​ໂຄງ
ການດັ່ງກ່າວ ​ແລະ​ທຳການປະເມີນ ກ່ຽວກັບ​ສິ່ງ​ແວດ​ລ້ອມຕື່ມ ​ອີກ.

“ພວກຂໍ​ເຮົາ​ຮຽກຮ້ອງ​ໃຫ້​ລາວ ສຶກສາ​ເບິ່ງລາຍ​ລະອຽດ ຕາມ​ທີ່​ໄດ້​ຮ້ອງ​ຂໍ​ຈາກ​ປະ​ເທດ​
ຕ່າງໆ ທີ່ຢູ່​ຕາມແຄມ​ລຳ​ແມ່​ນ້ຳຂອງ ກ່ອນ​ທີ່​ຈະ​ເລີ້ມ​ລົງມື​ກໍ່ສ້າງ​ເຂື່ອນ.”

ໃນ​ຂະນະ​ດ​ຽວກັນ ຫລາຍ​ກວ່າ 50 ອົງການ​ປົກປ້ອງສິ່ງ​ແວດ​ລ້ອມ​ແລະ​ພັດທະນາ ກຳລັງ​
ພາກັນ​ຕຽມ​ຍື່ນໜັງສື​ ໄປ​ຫາຄະນະ​ກຳມະການ​ແມ່​ນ້ຳຂອງ ຊຶ່ງເປັນອົງການ​ຈັດ​ຕັ້ງຂອງ
ລັດຖະບານ ​ເພື່ອແກ້ໄຂ​ບັນ​ຫາ​ຕ່າງໆໃນແມ່​ນ້ຳຂອງ ​ໂດຍໄດ້ສະແດງຄວາມ​ເປັນ​ຫ່ວງ
ຂອງ​ເຂົາ​ເຈົ້າ ເຖິງ​ຜົນ​ກະທົບ​ຂອງ​ການ​ສ້າງ​ເຂື່ອນ.

ວີດີໂອພາສາລາວ: ຊາວຂະເໝນພາກັນປະທ້ວງ ການສ້າງເຂື່ອນຢູ່ພາຍໃນປະເທດ
ເມື່ອປີ 2013.


XS
SM
MD
LG