ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ແລະ ບໍລິສັດ ເອກະຊົນ ຈີນ ເຊັນ MOU ພັດທະນາ ຕາດກວາງຊີ


ນັກທ່ອງທ່ຽວ ກຳລັງຈະໂດດລົງນຳ້ ຈາກຕົ້ນໄມ້ຢູ່ຕາດກວາງຊີ, ແຂວງ ຫຼວງພະບາງ, ສປປ ລາວ
ນັກທ່ອງທ່ຽວ ກຳລັງຈະໂດດລົງນຳ້ ຈາກຕົ້ນໄມ້ຢູ່ຕາດກວາງຊີ, ແຂວງ ຫຼວງພະບາງ, ສປປ ລາວ

ອຳນາດ​ການ​ປົກຄອງ​ແຂວງ​ຫຼວງ​ພະ​ບາງ ​ແລະ ກຸ່ມບໍລິສັດ​ເອກະ​
ຊົນຈາກຈີນລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍ
ການພັດທະນາຕາດກວາງຊີ ໃຫ້ເປັນແຫຼ່ງທ່ອງທ່ຽວທີ່ໄດ້ມາດຕະ
ຖານສາກົນ.

ທ່ານ ຄຳ​ແພງ ​ໄຊ​ສົມ​ແພງ ​ເຈົ້າ​ແຂວງ ​ແລະ ​ເລຂາ​ພັກ​ແຂວງ​ຫຼວງ​ພະ​ບາງ ​ແລະ ກຸ່ມ​ບໍລິສັດອາ​ໂຈ​ວ ຈາກ​ປະ​ເທດ​ ຈີນ ​ໄດ້ລົງ​ນາມ​ຮ່ວມ​ກັນ​ໃນ​ບັນທຶກ​ຄວາ​ມ​ເຂົ້າໃຈ (MOU) ວ່າ​ດ້ວຍ​ການ​ພັດທະນາ​ຕາດ​ກວາງຊີ​ ໃຫ້​ເປັນ​ແຫຼ່ງທ່ອງ​ທ່ຽວ​ທຳມະ​ຊາດ​ ທີ່​ໄດ້​ມາດຕະຖານ​ສາກົນ ​ເມື່ອ​ບໍ່​ດົນ​ມາ​ນີ້ ອັນ​ເປັນ​ຜົນ​ເຮັດ​ໃຫ້​ບໍລິສັດ​ເອກະ​ຊົນ​ຈາກ​ ຈີນ​ ໄດ້​ຮັບ​ສິດທິ​ໃນ​ການ​ສຳ​ຫຼວດ ອອກ​ແບບ ​ແລະ ຂຽນ​ບົດ​ວິພາກ​ເສດຖະກິດ ​ເພື່ອສະ​ເໜີ​ໃຫ້​ອຳ​ນາດ​ການ​ປົກຄອງ​ແຂວງ​ຫຼວງ​ພະ​ບາງ ອະນຸມັດ​ໃຫ້​ສິດທິ​ສຳ​ປະທານ​ຢ່າງ​ເປັນ​ທາງ​ການ​ຕໍ່​ໄປ.

ນ້ຳຕົກຕາດ​ກວາງຊີ ​ເປັນ​ແຫຼ່ງທ່ອງ​ທ່ຽວ​ທຳ​ມະ​ຊາດ​ທີ່​ມີ​ຄວາມ​ສວາຍ​ງານ ​ແລະ ຍັງ​ຄົງ​ຮັກສາ​ສະ​ພາຍ​ແວດ​ລ້ອມ​ທຳ​ມະ​ຊາ​ດ​ໄດ້​ດີ​ພໍ​ສົມຄວນ ​ແຕ່​ເນື່ອງ​ຈາກ​ວ່າ​ມີ​ນັກ​ທ່ອງທ່ຽວ​ທັງ​ຄົນ​ ລາວ ​ແລະ ຊາວ​ຕ່າງ​ຊາດ​ໄດ້​ພາກັນເດີນທາງ​ ໄປ​ທ່ອງ​ທ່ຽວ​ທີ່​ນ້ຳຕົກຕາ​ດກວາງຊີ​ ຫຼາຍ​ຂຶ້ນ​ນັບ​ມື້ ຈິ່ງ​ເຮັດໃຫ້​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ມີ​ການ​ບໍລິຫານ ​ແລະ ຈັດ​ການ​ທີ່​ໄດ້​ມາດຕະຖານ​ສາກົນ ​ໂດຍ​ຄຳ​ນຶງ​ເຖິງການ​ຮັກສາ​ສະພາບ​ແວດ​ລ້ອມ​ ທຳ​ມະ​ຊາດ​ທີ່​ສົມບູນ ການ​ຮັກສາ​ວັດທະນະ​ທຳ ​ແລະ ຮີດຄອງ​ປະ​ເພນີ​ທີ່​ດີງາມຂອງ ຫຼວງ​ພະ​ບາງ ກໍ​ຄື​ຂອງ​ລາວ​ນັ້ນ​ຈິ່ງເຮັດໃຫ້​ມີ​ການ​ລົງ​ນາມ​ໃນ MOU ​ໃນ​ຄັ້ງ​ນີ້ ຊຶ່ງ​ອຳ​ນາດ​ການ​ປົກຄອງ​ແຂວງ​ຫຼວງ​ພະ​ບາງ ຢືນຢັນ​ວ່າ​ຍັງ​ບໍ່​ແມ່ນ​ການ​ອະນຸມັດ​ສຳ​ປະທານ​ ໃຫ້​ແກ່​ບໍລິສັດ​ເອກະ​ຊົນ​ຈາກ​ແຕ່​ຢ່າງໃດ.

ນັກທ່ອງທ່ຽວ ລວມທັງຄູບາທັງຫຼາຍ ພາກັນທ່ຽວຊົມ ແລະ ລອຍນຳ້ ຢູ່ຕາດກວາງຊີ.
ນັກທ່ອງທ່ຽວ ລວມທັງຄູບາທັງຫຼາຍ ພາກັນທ່ຽວຊົມ ແລະ ລອຍນຳ້ ຢູ່ຕາດກວາງຊີ.

ກ່ອນ​ໜ້າ​ນີ້ Wanderlust Magazine ຊຶ່ງ​ເປັນ​ວາລະສານ​ດ້ານ​ການທ່ອງ​ທ່ຽວ​ຊັ້ນ​ນຳ​ຂອງ​ໂລກ​ໃນ​ປະ​ເທດ​ອັງ​ກິດ ​ໄດ້​ສະ​ເໜີ​ລາຍ​ງານ​ວ່າ​ບັນດາ​ສະມາຊິກ​ຂອງ​ວາລະ​ສານ ​ໄດ້​ຈັດ​ໃຫ້​ເມືອງມໍ​ລິ​ດົກ​ໂລກ ຫຼວງ​ພະ​ບາງ​ເປັນ​ເມືອງ​ທີ່​ເປັນຕາ​ທ່ອງ​ທ່ຽວ​ທີ່​ສຸດ​ເປັນອັນ​ດັບ 1 ຂອງ​ໂລກ​ໃນ​ປີ 2015 ນີ້​ດ້ວຍຄະ​ແນນທີ່​ຄິດ​ເປັນ​ອັດຕາ​ສະ​ເລ່ຍ​ເຖິງ 97.1​4​ ​ເປີ​ເຊັນ​ຂອງ​ຈຳນວນ​ສະມາ​ຊິກ​ທັງໝົດ​ທີ່​ປະກອບ​ຄວາມ​ຄິ​ດຄວາມ​ເຫັນ​ ໃນ​ການ​ສຳ​ຫຼວດທີ່​ດຳ​ເນີນ​ການ​ສຳ​ຫຼວດ​ໂດຍ​ວາລະ​ສານ ​ເມື່ອ​ທ້າ​ຍປີ 2014​ ທີ່​ຜ່ານ​ມາ.

ສ່ວນ​ອັນ​ດັບ​ທີ 2 ​ແລະ ອັນ​ດັບທີ 3 ນັ້ນ​ກໍ​ຄື​ເມືອງ ພຸກາມ​ໃນ​ ສະຫະພາບ​ ມຽນມາ ​ແລະ Stockholm ຂອງ​ປະ​ເທດ ສວີ​ເດັນ ຊຶ່ງ​ໄດ້​ຮັບ​ຄະ​ແນນ​ຄິ​ດ​ເປັນ​ອັດຕາ​ສະ​ເລ່ຍ 95 ​ເປີ​ເຊັນ ​ແລະ 94.74 ​ເປີ​ເຊັນ ຕາມ​ລຳ​ດັບ.

​ໂດຍ​ການຈັດ​ອັນ​ດັບ​ດັ່ງກ່າວ​ນີ້ ນັບ​ເປັນ​ອີກ​ຄັ້ງ​ໜຶ່ງ​ທີ່​ເມືອງ​ມໍ​ລິ​ດົກ​ໂລກ​ ຫຼວງ​ພະ​ບາງ​ ໄດ້​ຮັບ​ການຈັດ​ອັນ​ດັບ​ໃຫ້​ເປັນ​ເມືອງທີ່​ເປັນຕາ​ທ່ອງ​ທ່ຽວທີ່​ສຸດ​ໃນ​ໂລກ ຫຼັງ​ຈາກ​ໄດ້​ເສຍ​ແຊັມ​ປ໌​ໄປ​ໃຫ້​ເມືອງ ພຸກາມ​ ເມື່ອ​ປີ 2014 ຫາກ​ແຕ່​ກໍ​ຖື​ເປັນ​ສະພາບ​ການ​ປົກກະຕິໄປແລ້ວ ​ເພາະວ່າ​ເມືອງ​ ຫຼວງ​ພະ​ບາງ​ ເຄີ​ຍຄອງແຊັມປ໌ມາ​ແລ້ວ​ ໃນ​ຊ່ວງ​ປີ 2006-2008 ກ່ອນ​ຈະ​ເສຍ​ແຊັມປ໌​ແຕ່​ກໍ​ຍັງ​ຄົງ​ຢູ່​ໃນ 10 ​ເມືອງ​ທີ່​ເປັນ​ຕາ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ​ໃນ​ປີ 2009 ​ແລ້ວ​ກັບ​ຄືນ​ມາ​ຄອງ​ແຊັມປ໌​ໃນ​ຊ່ວງ​ປີ 2010-2012 ​ແລະ ມີ​ພຽງ​ໃນ​ປີ 2013 ​ເທົ່າ​ນັ້ນ​ທີ່​ເມືອງ​ ຫຼວງ​ພະ​ບາງ​ໄດ້​ຫຼຸດ​ຈາກ 10 ອັນ​ດັບ​ຂອງ​ເ​ມື​ອງທີ່​ເປັນຕາ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ.

​ໂດຍການທີ່​ເມືອງ​ ຫຼວງ​ພະບາງ​ ໄດ້​ເປັນຈຸດໝາຍ​ປາຍທາງ​ທີ່​ເປັນຕາ​ທ່ອງ​ທ່ຽວ​ທີ່​ສຸດ​ໃນໂລກ​ດັ່ງກ່າວນີ້​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ມີ​ຊາວ​ຕ່າງ​ຊາດ​ ເດີນທາງ​ເຂົ້າ​ມາ​ທ່ອງ​ທ່ຽວ​ໃນ​ເມືອງ​ມໍລະດົກ​ໂລກ​ແຫ່ງ​ນີ້​ເພີ່ມ​ຂຶ້ນ​ທຸກ​ປີ​ເຊັ່ນດຽວ​ກັນ ​ໂດຍ​ມີ​ຊາວ​ຕ່າງ​ຊາດ​ຫຼາຍ​ກວ່າ 343,000 ຄົນ​ທີ່​ເດີນທາງ​ມາ​ທ່ອງ​ທ່ຽວເມືອງ​ຫຼວງ​ພະ​ບາງ​ໃນ​ປີ 2013 ​ແລະ ​ເພີ່ມ​ຂຶ້ນ​ເປັນ​ຫຼາຍ​ກວ່າ 350,000 ຄົນ​ໃນ​ປີ 2014.

Kouangxy Waterfalls
Kouangxy Waterfalls

ຫາກແຕ່ວ່າການທີ່ມີນັກທ່ອງທ່ຽວເພີ່ມຂຶ້ນຢ່າງຕໍ່ເນື່ອງດັ່ງກ່າວ
ກໍເຮັດໃຫ້ທາງການລາວ ຢ້ານວ່າຈະສົ່ງຜົນກະທົບຕໍ່ຮີດຄອງ
ປະເພນີອັນດີງາມຂອງແຂວງຢ່າງຫຼີກລ່ຽງບໍ່ໄດ້ ຈຶ່ງໄດ້ໂຄສະນາ
ເພື່ອໃຫ້ປະຊາຊົນປະກອບສ່ວນ ເຂົ້າໃນການຮັກສາຮີດຄອງ
ປະເພນີອັນດີງາມ ຢ່າງກວ້າງຂວາງໃນຕະຫຼອດໄລຍະທີ່ຜ່ານມາ.

ດັ່ງທີ່ທ່ານຄຳແພງ ໄຊສົມແພງ ເຈົ້າແຂວງ ແລະ ເລຂາທິການພັກ
ແຂວງ ຫຼວງພະບາງ ໄດ້ໃຫ້ ການຊີ້ແຈງວ່າ

“ເນື່ອງຈາກວ່າ ຫຼວງພະບາງ ຂອງເຮົາມີສົນທິສັນຍາກ່ຽວກັບ ການປົກປັກຮັກສາ
ມໍລະດົກ ສະນັ້ນການກໍ່ສ້າງຕຶກອາຄານຕ່າງໆແມ່ນການສ້ອມແປງ ຫຼື ເຂົ້າວັດ ຕ້ອງໄດ້ຮັກສາຮີດຄອງອັນດີງາມຂອງພໍ່-ແມ່ປະຊາຊົນ ຈັ່ງຊັ້ນພວກເຮົາຈິ່ງໄດ້ ເອົາວຽກງານການສຶກສາອົບຮົມ ໃຫ້ປະຊາຊົນຢູ່ໃນຕົວເມືອງ ຫຼືວ່າຢູ່ໃນທົ່ວ
ແຂວງ ຕ້ອງຮັກສາລະບຽບ ຫຼືວ່າສົນທິສັນຍາຂອງອົງການ UNESCO”

ທາງດ້ານກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ລາຍງານວ່າໃນປີ 2014 ມີນັກ ທ່ອງທ່ຽວຊາວຕ່າງຊາດ ເດີນທາງເຂົ້າມາໃນລາວຫຼາຍກວ່າ 3.8 ລ້ານຄົນ ແລະ ໃນປີ 2015 ນີ້ກໍຄາດວ່າຈະມີນັກທ່ອງທ່ຽວຊາວຕ່າງຊາດ ຫຼາຍກວ່າ 4 ລ້ານຄົນ ທີ່ຈະເດີນທາງເຂົ້າມາໃນ ລາວ.

XS
SM
MD
LG