ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Lord & Taylor ເປັນບໍລິດສັດ ຫລ້າສຸດ ໃນເຄືອຂ່າຍຫ້າງຊັບພະສິນຄ້າ ສຫລ ທີ່ຍື່ນໜັງສືຂໍ ລົ້ມລະລາຍ


ພວກຜູ້ຍິງພາກັນໄປຢືນຢູ່ໜ້າປະຕູຂອງຮ້ານ Fifth Avenue ຊຶ່ງເປັນຮ້ານທີ່ມີຊື່ສຽງຂອງເຄືອຂ່າຍຫ້າງຊັບພະຍສິນຄ້າ Lord & Taylor ທີ່ປິດກິດຈະການໄປໃນວັນທີ 2 ມັງກອນ, 2019 ໃນນະຄອນນິວຢອກ
ພວກຜູ້ຍິງພາກັນໄປຢືນຢູ່ໜ້າປະຕູຂອງຮ້ານ Fifth Avenue ຊຶ່ງເປັນຮ້ານທີ່ມີຊື່ສຽງຂອງເຄືອຂ່າຍຫ້າງຊັບພະຍສິນຄ້າ Lord & Taylor ທີ່ປິດກິດຈະການໄປໃນວັນທີ 2 ມັງກອນ, 2019 ໃນນະຄອນນິວຢອກ

ບໍລິສັດ Lord & Taylor ທີ່ເປັນເຄືອຂ່າຍຫ້າງຊັບພະສິນຄ້າສະຫະລັດ ໄດ້ຍື່ນໜັງສືຂໍລົ້ມລະລາຍພາກ 11 ໃນວັນອາທິດວານນີ້ ໂດຍເຂົ້າໄປຢູ່ໃນບັນຊີ ຂອງຫຍີ່ຫໍ້ໃຫຍ່ໆ ຢູ່ໃນປະເທດ ທີ່ຫາທາງຈັດຕັ້ງການດໍາເນີນທຸລະກິດຂອງຕົນຄືນ ໃນຂະນະທີ່ການລະບາດຂອງໄວຣັສ ໂຄໂຣນາໄດ້ກະທົບໃສ່ ກິດຈະການຂາຍຍ່ອຍຢ່າງໜັກໜ່ວງ.

Lord & Taylor ເປັນບໍລິສັດທີ່ດໍາເນີນທຸລະກິດຮ້ານຊັບພະສິນຄ້າ ທີ່ມີມາແຕ່ດົນນານທີ່ສຸດບໍລິສັດນຶ່ງໃນໂລກ ແລະກໍຄືກັນກັບຫລາຍໆ ບໍລິສັດທີ່ໄດ້ຍື່ນໜັງສືຂໍລົ້ມລະລາຍໃນປີນີ້ ບໍລິສັດດັ່ງກ່າວໄດ້ພົບຄວາມ ຫຍຸ້ງຍາກຫລາຍ ກ່ອນໜ້າມີໂຣກລະບາດນີ້ເກີດຂຶ້ນອີກ ຍ້ອນການປ່ຽນແປງ ຂອງຄວາມນິຍົມຂອງລູກຄ້າ ຈາກການຊື້ສິນຄ້າເກືອບໝົດທຸກອັນຢູ່ໃນຮ້ານ ໄປເປັນການຊື້ເຄື່ອງຂອງທາງ ອອນລາຍ.

ຢູ່ໃນການຍື່ນຄໍາຮ້ອງຂໍລົ້ມລະລາຍຂອງຕົນນັ້ນ ບໍລິສັດໄດ້ຈົດບັນຊີຊັບສິນ ແລະ ພັນທະ ລະຫວ່າງ 100 ລ້ານໂດລາ ຫາ 500 ລ້ານໂດລາ.

ບໍລິສັດໃດທີ່ຍື່ນຄໍາຮ້ອງຂໍລົ້ມລະລາຍພາກ 11 ຢູ່ພາຍໃຕ້ກົດໝາຍສະຫະລັດ ປົກກະຕິແລ້ວ ແມ່ນມີເຈດຕະນາຈະສືບຕໍ່ດໍາເນີນທຸລະກິດ ແລະສະເໜີແຜນການ ໃນການຈັດຕັ້ງທຸລະກິດຂອງຕົນເອງຄືນໃໝ່ ແລະຈ່າຍເຈົ້າໜີ້ຂອງຕົນ.

ໃນປີນີ້ ໄດ້ມີການຍື່ນຄໍາຮ້ອງຂໍລົ້ມລະລາຍຈາກທຸລະກິດຮ້ານຊັບພະສິນຄ້າລາຍ ໃຫຍ່ອີກສອງແຫ່ງ ຄື J.C. Penney ແລະ Neiman Marcus ຊຶ່ງໃນນັ້ນ ທັງ ສອງບໍລິສັດໄດ້ຂໍລົ້ມລະລາຍໃນເດືອນພຶດສະພາຜ່ານມາ.

ຫຍີ່ຫໍ້ເຄື່ອງນຸ່ງໃຫຍ່ຫລາຍອັນ ຍັງລວມຢູ່ໃນບັນດາຫຍີ່ຫໍ້ທີ່ຫາທາງຈັດຕັ້ງ ທຸລະກິດຄືນໂດຍຜ່ານການລົ້ມລະລາຍ.

ບໍລິສັດ Tailored Brands ທີ່ດໍາເນີນທຸລະກິດຮ້ານ Men’s Warehouse, ໄດ້ຍື່ນຄໍາຮ້ອງຂໍລົ້ມລະລາຍພາກ 11 ໃນວັນອາທິດວານນີ້. ບໍລິສັດດັ່ງກ່າວໄດ້ ປະກາດແຜນການໄປແລ້ວວ່າຕົນໄດ້ປິດຮ້ານຊັບພະສິນຄ້າ ຂອງຕົນໄປແລ້ວຫຼາຍເຖິງ 500 ແຫ່ງ.

Brooks Brothers ຊຶ່ງເປັນຫຍີ່ຫໍ້ທີ່ມີຄຸນນະພາບສູງກວ່າ ໄດ້ສະແຫວງຫາ ການປົກປ້ອງຜ່ານການລົ້ມລະລາຍພາກ 11 ໃນເດືອນແລ້ວນີ້, ບໍລິສັດແມ່ຂອງ ຫຍີ່ຫໍ້ເຄື່ອງນຸ່ງທັນສະໄໝຂອງແມ່ຍິງ Ann Taylor ແລະ Lane Bryant ກໍໄດ້ ເຮັດແນວນັ້ນເຊັ່ນກັນ.

ບໍລິສັດທີ່ດໍາເນີນທຸລະກິດຮ້ານ J. Crew ໄດ້ຍື່ນຄໍາຮ້ອງຂໍລົ້ມລະລາຍ ໃນເດືອນພຶດສະພາຜ່ານມາ.

ຮ້ານອື່ນໆ ກໍໄດ້ຮັບຜົນກະທົບຈາກການປ່ຽນແປງຂອງຄວາມນິຍົມໃນການຊື້ ເຄື່ອງຂອງລູກຄ້າເຊັ່ນກັນເມື່ອມີຄໍາສັ່ງໃຫ້ປິດເມືອງ ທີ່ເຮັດໃຫ້ການເດີນທາງຫຍຸ້ງ ຍາກ ແລະບັງຄັບໃຫ້ສະຖານທີ່ຕ່າງໆ ເຊັ່ນຮ້ານອາຫານ ແລະບ່ອນອອກກໍາລັງ ກາຍປິດປະຕູໄວ້ຊົ່ວຄາວ ເພື່ອຈະພະຍາຍາມສະກັດກັ້ນການແຜ່ຜາຍຂອງໄວ ຣັສ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG