ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ການ​ໄດ້​ຮັບ​ສິ​ດ​ທິ​ຖື​ຄອງ​ທີ່​ດິນ​ຢ່າງ​ຍາວ​ນານ​ຖື​ເປັນ​ປັດ​ໄຈ​ສຳ​ຄັນ​ທີ່​ສຸດ​ທີ່​ເຮັດ​ໃຫ້​ນັກ​ທຸ​ລະ​ກິດ ຈີນ ຫຼັ່ງ​ໄຫຼມາ​ລົງ​ທຶນ​ໃນ ລາວ


ແມ່​ຍິງ​ລາວ ກັບ​ລູກ ເບິ່ງ​ຮູບ​ໂຄງ​ການ​ລົດ​ໄຟ​ຄວາມ​ໄວ​ສູງ ລາວ-ຈີນ.
ແມ່​ຍິງ​ລາວ ກັບ​ລູກ ເບິ່ງ​ຮູບ​ໂຄງ​ການ​ລົດ​ໄຟ​ຄວາມ​ໄວ​ສູງ ລາວ-ຈີນ.

​ການ​ໄດ້​ຮັບ​ສິ​ດ​ທິ​ຖື​ຄອງ​ທີ່​ດິນ​ຢ່າງ​ຍາວ​ນານ​ຖື​ເປັນ​ປັດ​ໄຈ​ສຳ​ຄັນ​ທີ່​ສຸດ​ທີ່​ເຮັດ​ໃຫ້​ນັກ​ທຸ​ລະ​ກິດ ຈີນ ຫຼັ່ງ​ໄຫຼມາ​ລົງ​ທຶນ​ໃນ ລາວ ຫຼາຍ​ທີ່​ສຸດ​ໂດຍກວມ​ເອົາ​ເກີນກວ່າ 70 ເປີ​ເຊັນ​ຂອງ​ສຳ​ປະ​ທານ​ທີ່​ດິນ​ທັງ​ໝົດ.

ດ​ຣ. ໄພ​ຈິດ ວິ​ບູນ​ທະ​ນະ​ສານ ເລ​ຂາ​ທິ​ການ​ຫໍ​ການ​ຄ້າ​ໄທ​ໃນ ຈີນ ເປີດ​ເຜີຍ​ວ່າ​ພາກ​ທຸ​ລະ​ກິດ​ເອ​ກະ​ຊົນ ຈີນ ຈະ​ຕັດ​ສິນ​ໃຈ​ລົ​ງທຶນ​ຢູ່​ໃນ​ປະ​ເທດ​ໃດ​ດ້ວຍ​ການ​ພິ​ຈາ​ລະ​ນາ​ຈາກ​ການ​ໄດ້​ຮັບ​ສິດປະ​ໂຫຍດ​ຈາກ​ການ​ຖື​ຄອງ​ທີ່​ດິນ​ຢ່າງ​ຍາ​ວນ​ານ​ເປັນ​ປັດ​ໄຈ​ສຳ​ຄັນ​ທີ່​ສຸດ​ໂດຍ​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ຈາກ​ການ​ລົງ​ທຶນ​ໃນ​ລາວ ແລະ ກຳ​ປູ​ເຈຍ ຊຶ່ງ​ຈີນ ເປັນ​ຜູ້​ລົງ​ທຶນ​ອັນ​ດັບ​ທີ 1 ແລະ ຄອບ​ຄອງ​ສຳ​ປະ​ທານ​ທີ່​ດິນ​ເກີນ​ກວ່າ 70 ເປີ​ເຊັນ​ຂອງ​ສຳ​ປະ​ທານ​ທັງ​ໝົດ​ດ້ວຍ ໂດຍ​ສະ​ເພາະ​ແມ່ນ​ການ​ໄດ້​ຮັບ​ສິດ​ສຳ​ປະ​ທານ​ທີ່​ດິນ​ເຖິງ 100 ປີ​ນັ້ນ​ກໍ​ຍິ່ງ​ເຮັດ​ໃຫ້​ກຸ່​ມ​ທຸ​ລະ​ກິດ ຈີນ ໄດ້​ພາ​ກັນ​ຫຼັ່ງ​ໄຫຼ​ເຂົ້າ​ມາ​ລົງ​ທຶນ​ໃນ ລາວ ຫຼາຍ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ດ້ວຍ ດັ່ງ​ທີ່ ດ​ຣ​. ໄພ​ຈິດ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ເລື່ອງ​ຂອງ​ສິດ​ປະ​ໂຫຍດ​ໃນ​ການ​ສົ່ງ​ເສີມ​ການ​ລົງ​ທຶນ​ຕ່າງໆ​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ຈະ​ເປັນ​ເລື່ອງ​ຂອງ​ສິດ​ໃນ​ການ​ໃຊ້​ປະ​ໂຫຍດ​ໃນ​ທີ່​ດິນ, ສິດທິ​ໃນ​ການ​ເຊົ່າ​ໃນ​ການ​ຖື​ຄອງ​ທີ່​ດິນ ຊຶ່ງ​ຈະ​ໃຫ້​ສິດ​ຂ້ອນ​ຂ້າງຫຼາຍ​ຕໍ່​ຄັ້ງ, ສອງ​ຄັ້ງ, ສາມ​ຄັ້ງ​ແລ້ວ​ກໍ​ອາດ​ຈະ​ເຂົ້າ​ໄປ​ເຖິງ 100 ປີ ອັນ​ນີ້​ມັນ​ເຮັດ​ໃຫ້​ທຸ​ລະ​ກິດ ຈີນ ຖືກ​ໃຈ​ເພາະ​ບາງ​ເທື່ອ​ເຂົາ​ມານີ້​ເຂົາ​ຢາກ​ໄດ້​ການ​ຮັບ​ປະ​ກັນ​ໃນ​ເລື່ອງ​ຂອງ​ການ​ໃຊ້​ປະ​ໂຫຍດ​ໃນ​ທີ່​ດິນ ເພາະ​ເຂົາ​ຢາກ​ມາ​ຢູ່​ຍາວ ເຂົາ​ກໍ​ນົດ 50 ແລ້ວ​ກໍ​ບວກ​ໄດ້​ອີກ 50 ຊຶ່ງ​ອັນ​ນີ້​ມັນ​ເປັນ​ປັດ​ໄຈ​ປະ​ກອບ​ຕົວ​ນຶ່ງ​ທີ່​ນັກ​ລົງ​ທຶນ ຈີນ ຢາກ​ເຂົ້າ​ໄປ​ລົງ​ທຶນ.”

ດ​ຣ. ໄພ​ຈິດ ຢືນ​ຢັນ​ດ້ວຍ​ວ່າ​ເງື່ອນ​ໄຂ​ທີ່​ສຳ​ຄັນ​ອີກ​ປະ​ການ​ນຶ່ງ​ທີ່​ບັນ​ດາ​ເອ​ກະ​ຊົນ ຈີນ ໃຊ້​ພິ​ຈາ​ລະ​ນາ​ປະ​ກອບ​ການ​ຕັດ​ສິນ​ໃຈ​ລົງ​ທຶນ​ກໍ​ຄື​ສະ​ຖຽນ​ລະ​ພາບ​ທາງ​ການ​ເມືອງ​ຂອງ​ແຕ່​ລະ​ປະ​ເທດ​ເພາະ​ບໍ​ລິ​ສັດ​ຈີນ​ຖື​ວ່າ​ສະ​ຖຽນ​ລະ​ພາບ​ທາງ​ການ​ເມືອງ​ຄືຫຼັກ​ປະ​ກັນ​ການ​ລົງ​ທຶນ​ໄລ​ຍະ​ຍາວ​ຂອງ ຈີນ ໄດ້​ເປັນ​ຢ່າງ​ດີ.

ທັງ​ນີ້ບໍ​ລິ​ສັດ ຈີນ ໄດ້​ເຂົ້າ​ມາ​ລົງ​ທຶນ​ໃນ ລາວ ຫຼາຍ​ທີ່​ສຸດ​ເປັນ​ອັນ​ດັບ 1 ຂອງ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ທັງ​ໝົດ​ໃນ​ຊ່ວງ​ປີ 1988-2021 ທີ່​ລັດ​ຖະ​ບານ ລາວ ໄດ້​ອະ​ນຸ​ມັດ​ການ​ລົງ​ທຶນ 4,775 ໂຄງ​ການ​ທີ່​ມີ​ມູນ​ຄ່າ​ລວມກວ່າ 45,000 ລ້ານ​ໂດ​ລາ​ໃນ​ນີ້​ເປັນ​ການ​ລົງ​ທຶນ​ຂອງ ຈີນ 821 ໂຄງ​ການ​ມີ​ມູນ​ຄ່າ​ລວມ​ເກີນກວ່າ 16,000 ລ້ານ​ໂດ​ລາ ກວມ​ເອົາ​ເກີນກວ່າ 35 ເປີ​ເຊັນ​ຂອງ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ທັງ​ໝົດ ແລະ ຍັງ​ຈະ​ມີ​ການ​ລົງ​ທຶນ​ເພີ່ມ​ຂຶ້ນ​ນັບ​ມື້​ໂດຍ​ສະ​ເພາະ​ແມ່ນ​ການ​ລົງ​ທຶນ​ໃນ​ພາກ​ຜະ​ລິດ​ກະ​ສິ​ກຳ​ພາກ​ການ​ຄ​້າ ແລະ ການ​ບໍ​ລິ​ການ, ການ​ຄົມ​ມະ​ນາ​ຄົມ-ຂົນ​ສົ່ງ, ໂທ​ລະ​ຄົມ​ມະ​ນາ​ຄົມ-ສື່​ສານ, ພາກ​ພະ​ລັງ​ງານ ແລະ ຂຸດ​ຄົ້ນ​ບໍ່​ແຮ່​ນັ້ນ ໂດຍ​ເຖິງ​ແມ່ນ​ວ່າ​ລາວ​ຍັງ​ຕ້ອງ​ປະ​ເຊີນ​ກັບ​ການ​ລະ​ບາດ​ພະ​ຍາດ​ໄວ​ຣັ​ສ​ໂຄວິດ-19 ກໍ​ຕາມ ແຕ່​ໃນ​ປີ 2021 ກໍ​ຍັງ​ປາ​ກົດ​ມີ​ການ​ລົງ​ທຶນ​ຂອງ​ຈີນ​ເພີ່ມ​ຂຶ້ນ 28 ໂຄງ​ການ​ມີ​ມູນ​ຄ່າ​ການ​ລົງ​ທຶນ​ລວມ​ເກີນກວ່າ 2,500 ລ້ານ​ໂດ​ລາ​ທັງ​ເຊື່ອ​ໝັ້ນ​ວ່າ​ບັນ​ດາ​ບໍ​ລິ​ສັດ ຈີນ ຈະຫຼັ່ງ​ໄຫຼ​ເຂົ້າ​ມາ​ລົງ​ທຶນ​ໃນ​ລາວ ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ເພາະ​ວ່າ​ເລັງ​ເຫັນ​ເຖິງ​ຜົນ​ປະ​ໂຫຍດ​ທີ່​ຈະ​ໄດ້​ຮັບ​ຈາກ​ການ​ຊົມ​ໃຊ້​ລົດ​ໄຟ​ລາວ-ຈີນ​ນັ້ນ​ເອງ.

ໂດຍ​ໃນ​ໄລ​ຍະ​ຜ່ານ​ມາ​ໄດ້​ສຳຫຼວດ​ພົບ​ແຮ່​ທາດ​ໃນ​ລາວຫຼາຍກວ່າ 570 ແຫຼ່ງກວມ​ເອົາ​ເນື້ອ​ທີ່ກວ້າງ​ກວ່າ 162,104 ກິ​ໂລ​ແມັດ​ມົນ​ທົນ ຄິດ​ເປັນ 68 ເປີ​ເຊັນ​ຂອງ​ພື້ນ​ທີ່​ທັງ​ໝົດ​ຂອງ​ລາວ ໃນ​ນີ້​ທາງ​ການ​ລາວ​ໄດ້​ອະ​ນຸ​ຍາດ​ສຳ​ປະ​ທານ​ໃນ​ແກ່​ເອ​ກະ​ຊົນ ລາວ ແລະ ຕ່າງ​ຊາດ​ໄປ​ແລ້ວ 649 ລາຍ​ໃນ 942 ​ກິດ​ຈະ​ການ​ທົ່ວ​ປະ​ເທດ ສ່ວນ​ແຫຼ່ງ​ຜະ​ລິດ​ໄຟ​ຟ້າ 90 ແຫ່ງ​ທີ່​ມີ​ກຳ​ລັງ​ຕິ​ດ​ຕັ້ງ​ເກືອບ 11,000 ເມ​ກະ​ວັດ ແລະ ໄດ້​ສົ່ງ​ອອກ​ໄປ​ຂາຍ​ໃຫ້​ໄທ 5,620 ເມ​ກະ​ວັດ​ນັ້ນ​ກໍ​ສ້າງ​ລາຍ​ຮັບ​ໄດ້​ເພີ່ມ​ຂຶ້ນ​ນັບ​ມື້ ຫາກ​ແຕ່​ວ່າ​ລາຍ​ຮັບ​ສ່ວນ​ໃຫຍ່​ທີ່​ໄດ້​ຈາກ​ການ​ສົ່ງ​ອອກ​ພະ​ລັງ​ງານ​ໄຟ​ຟ້າ​ດັ່ງ​ກ່າວ​ກໍ​ຄື​ສ່ວນ​ທີ່​ນຳ​ໃຊ້​ເພື່ອ​ຊຳ​ລະ​ໜີ້​ເງິນ​ກູ້ຕ່າງ​ປະ​ເທດ ສ່ວນ​ເຄືອ​ຂ່າຍ​ການ​ພັດ​ທະ​ນາ​ແບບ​ເປີດ ລາຍ​ງານ​ວ່າ​ລັດ​ຖະ​ບານ ລາວ ໄດ້​ອະ​ນຸ​ມັດ​ສຳ​ປະ​ທານ​ທີ່​ດິນ​ໃຫ້​ກັບ​ນັກ​ທຸ​ລະ​ກິດ​ຕ່າງ​ຊາດ 1,758 ໂຄງ​ການ​ມີ​ພື້ນ​ທີ່​ສຳ​ປະ​ທານ​ລວມກວ່າ 11 ລ້ານ​ເຮັກ​ຕາ ແຕ່​ນຳ​ໃຊ້​ຈິ​ງ​ພຽງ 550,000​ເຮັກ​ຕາ ຊຶ່ງ​ເກີນກວ່າ 70 ເປີ​ເຊັນ​ເປັນ​ເຂດ​ສຳ​ປະ​ທານ​ຂອງ​ຈີນ.

ທາງ​ດ້ານ​ຜູ້​ຊ່ຽວ​ຊານ​ໃນ​ດ້ານ​ເງິນ​ຕາ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ​ຢືນ​ຢັນ​ວ່າ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ໃຊ້​ເງິນ​ຢວນ-ເງິນ​ກີບ ເພື່ອ​ຊຳ​ລະ​ລາ​ຄາ​ສິນ​ຄ້າ ແລະ ບໍ​ລິ​ການ​ລະ​ຫວ່າງ​ລາວ-ຈີນ ທີ່​ເລີ່ມ​ແຕ່​ເດືອນ​ມັງ​ກອນ 2020 ເປັນ​ຕົ້ນ​ມາເຮັດ​ໃຫ້​ເງິນຢວນ​ຂອງ ຈີນ ກາຍ​ເປັນ​ສະ​ກຸນ​ເງິນ​ທີ່​ມີ​ອິດ​ທິ​ພົນ​ຕໍ່​ເສດ​ຖະ​ກິດລາວ​ເພີ່ມ​ຂຶ້ນ​ນັບ​ມື້ ເຫັນ​ໄດ້​ຈາກ​ການ​ຄ້າ​ລາວ-ຈີນ ເພີ່ມ​ຂຶ້ນ​ຈາກ 3,780 ລ້ານ​ໂດ​ລາ​ເປັນ 4,500 ລ້ານ​ໂດ​ລາ​ໃນ​ປີ 2021 ແລະ ລັດ​ຖະ​ບານ​ລາວ​ຍັງ​ເປັນ​ໜີ້​ເງິນ​ກູ້​ຢືມ​ຈາກ​ລັດ​ຖະ​ບານ ຈີນ ຫຼາຍກວ່າ 38,000 ລ້ານຢວນ​ອີກ​ດ້ວຍ.

XS
SM
MD
LG