ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄວິດໄລຍະຍາວ: ມັນແມ່ນຫຍັງ ແລະ ເຈົ້າຈະປົວມັນແນວໃດ?


Long COVID Condition USAGM
please wait

No media source currently available

0:00 0:02:49 0:00

ຄວາມອິດເມື່ອຍຊໍາເຮື້ອ, ສະໝອງສັບສົນ, ນອນບໍ່ຫຼັບ, ບັນຫາທາງຫົວໃຈ ແລະ ຄວາມຫຍຸ້ງຍາກໃນການຫາຍໃຈ, ສິ່ງທີ່ວ່ານີ້ແມ່ນພຽງບາງອາການຂອງ COVID ໄລຍະຍາວ. ນັກຂ່າວວີໂອເອ ລີເຊຍ ບາຄາເລັດສ໌ (Lesia Bakalets) ໄດ້ສຳຫຼວດເບິ່ງວ່າ ອາ​ການ ​ COVID ໄລຍະຍາວ ແມ່ນຫຍັງກັນແທ້ ແລະ ບັນດາແພດໝໍ ສະຫະລັດ ຈະປິ່ນປົວອາການດັ່ງກ່າວແນວໃດ, ເຊິ່ງ ພຸດທະສອນ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ແມ່ນກະທັ້ງວ່າໄດ້ຫາຍດີຈາກ COVID-19 ແລ້ວກໍ​ຕາມ ຫຼາຍຄົນໄດ້ລາຍງານວ່າຍັງມີຜົນກະທົບທີ່​ແກ່​ຍາວ​ໄປເປັນເວລາຫຼາຍເດືອນ.

ອີງຕາມລາຍງານໂດຍອົງການ FAIR Health, ເຊິ່ງແມ່ນອົງການບໍ່ຫວັງຜົນກຳໄລທີ່ໄດ້ເພັ່ງເລັງໃສ່ຄວາມໂປ່ງໃສໃນການປິ່ນປົວສຸຂະພາບນັ້ນ, ປະມານ 15-20 ເປີເຊັນຂອງຜູ້ທີ່ໄດ້ຕິດໄວຣັສດັ່ງກ່າວຍັງສືບຕໍ່ມີອາ ການຫຼາຍເດືອນຕໍ່ມາ.

ນາງຊຽນນາ ອາຍຸ 14 ປີຈາກນະຄອນ ຄລີຟແລນ ລັດໂອໄຮໂອ ໄດ້ຕິດ COVID ປະມານ 1 ປີທີ່ຜ່ານມາ.

ນາງ ຊຽນນາ ມໍຕັນ, ຜູ້ຕິດ COVID-19 ໄລຍະຍາວ ໄດ້ກ່າວວ່າ “ເວລາທີ່ຂ້ານ້ອຍໄດ້ກິ່ນກັບຄືນມາແລ້ວ, ມັນກັບມາທັງໝົດແບບຕ່າງເກົ່າຢ່າງສິ້ນເຊີງເລີຍຄືມັນຜິດກິ່ນ ແລະ ທຸກຢ່າງ. ສະນັ້ນຄືອາຫານທົ່ວໄປຈະມີລົດຊາດຄືທີ່ຂ້ານ້ອຍມັກຈະອະທິບາຍມັນຄືກັນ​ກັບກິ່ນຢາງໄໝ້, ມັນເປັນກິ່ນ ແປກແທ້ໆ.”

ບັນດາແພດໝໍເອີ້ນຂັ້ ນຕອນການບຳບັດໄລຍະຍາວນັ້ນວ່າ “COVID ໄລຍຍາວ.” ອົງການອະນາໄມໂລກເອີ້ນອາການທີ່ຍັງມີຢູ່ນີ້ວ່າ “ອາການຫຼັງ COVID.”

ທ່ານນາງຈາແນັດ ດີແອສ, ຈາກອົງການອະນາໄມໂລກ ໄດ້ກ່າວວ່າ “ມັນຈະເກີດຂຶ້ນໃນບຸກຄົນທີ່ມີປະຫວັດຂອງການຕິດເຊື້ອທີ່ອາດເປັນ ຫຼື ຖືກຢືນຢັນວ່າເປັນໂຣກ SARS-CoV-2, ເຊິ່ງປົກກະຕິແລ້ວ ຈະເປັນສາມເດືອນຕໍ່ມາ​ຫລັງຈາກມີອາການຂອງ COVID-19. ດ້ວຍອາການຕ່າງໆທີ່ແກ່ຍາວເປັນເວລາສອງເດືອນ ແລະ ບໍ່ສາມາດທີ່ຈະອະທິບາຍໄດ້ດ້ວຍການກວດໂຣກແນວອື່ນ.

ສູນກາງຄວບຄຸມ ແລະ ປ້ອງກັນພະ​ຍາດ​ຂອງ ສະຫະລັດ ໄດ້ຈັດລາຍຊື່ 18 ອາການທົ່ວໄປເຫລົ່າ​ນີ້ ລວມມີ ໄອ, ເຈັບຫົວ, ຫາຍໃຈບໍ່ທົ່ວປອດ, ນອນບໍ່ຫຼັບ, ໃຈສັ່ນ ແລະ ອິດເມື່ອຍຊໍາເຮື້ອເລື້ອຍໆ.

ທ່ານນາງລິນດາ ເກັງ, ຈາກຄລີນິກ Standford PACS ກ່າວວ່າ “ມັນແມ່ນອັນທີ່ໂດດເດັ່ນແທ້ໆ. ແລະ ຄວາມອິດເມື່ອຍມັກຈະມາພ້ອມກັບສິ່ງທີ່ຄົນໄຂ້ອະທິບາຍວ່າເປັນ “ສະໝອງສັບສົນ, ເຊິ່ງອາດເປັນບັນຫາຄວາມຫຍຸ້ງຍາກໃນການຕັ້ງຈິດຕັ້ງໃຈໃຊ້ຄວາມຄິດ, ຄວາມມືດມົວ.”

ທ່ານນາງລິນດາ ເກັງ ເຮັດວຽກກັບຄົນໄຂ້ຫຼັງ COVID ຢູ່ຄລີນິກຂອງມະຫາວິທະຍາໄລ ສແຕນຝອດ.

ສິ່ງທ້າທາຍອັນນຶ່ງກໍແມ່ນການຮັບປະກັນວ່າອາການທົ່ວໄປພວກນີ້ແມ່ນຫຼັງ COVID ແລະບໍ່ແມ່ນຢ່າງອື່ນ.

ທ່ານນາງລິນດາ ເກັງ ກ່າວວ່າ “ມັນມີຄວາມເຊື່ອມໂຍງກັນ​ລະ​ຫວ່າງເວລາທີ່​ມີອາການຄົງ​ຕົວຢູ່ສະ​ເໝີທີ່ເຂົາເຈົ້າບໍ່ໄດ້ມີກ່ອນເປັນ COVID ແລະ ມັນບໍ່ແມ່ນເຫດການອື່ນທີ່ເກີດຂຶ້ນໃນເວລາດຽວ ກັນ ຫຼື ​ມີການປ່ຽນແປງຂອງສຸຂະພາບ. ຖ້າເປັນແນວນັ້ນແລ້ວມັນກໍຂ້ອນຂ້າງວ່າຈະລົບຄວາມເປັນໄປໄດ້ອື່ນໆ ອອກໄປ.”

ສູນກາງປົວ COVID ໄລຍະຍາວແມ່ນໄດ້ເກີດຂຶ້ນໃນຢ່າງ​ຫລວງ​ຫລາຍຢູ່ທົ່ວ ສະຫະລັດ.

ກຸ່ມສະໜັບສະໜູນສື່ສັງສົມແມ່ນກຳລັງຊ່ວຍບັນດາຄົນໄຂ້ຮັບມືກັບຜົນກະທົບທາງຈິດຂອງອາການຫຼັງ COVID.

ບັນດາຜູ້ຊ່ຽວຊານເວົ້າວ່າ ອາລົມແປປວນ, ຄວາມກັງວົນ ແລະ ຄວາມກົດດັນແມ່ນສິ່ງທີ່ທຳມະດາຫຼາຍ.

ອະດີດພະຍາບານ ທ່ານນາງ ເລນີ ບັອນ ກ່າວວ່າກຸ່ມສະໜັບສະໜູນຂອງລາວໄດ້ຮັບຄົນໄຂ້ຕື່ມ 1,500 ຄົນຕໍ່ອາທິດ.

ທ່ານນາງເລນີ ບັອນ ຈາກກຸ່ມເບິ່ງແຍງ COVID ກ່າວວ່າ “ພວກເຮົາໄດ້ເພັ່ງເລັງໃສ່ສິ່ງທີ່ພວກເຮົາເອີ້ນວ່າການອົບຮົມພະຍາບານຄົ້ນໄຂ້.”

ສະຖາບັນສຸຂະພາບແຫ່ງຊາດສະຫະລັດ ໄດ້ເປີດໂຄງການມູນຄ່າ 470 ລ້ານໂດລາ ເພື່ອເພັ່ງເລັງໃສ່ການຮຽນຮູ້ເພີ່ມເຕີມ ກ່ຽວກັບ ອາການຫຼັງ COVID ແລະ ຊອກຫາວິ​ທີການປິ່ນປົວ.

XS
SM
MD
LG