ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໙ ມິຖຸນາ ໒໐໒໔

ເມືອງ ຈີນ ໃນນະຄອນຫຼວງ ລອນດອນ ເປັນເຂດທີ່ມີຄວາມຫຼາກຫຼາຍຂອງຊາວ ເອເຊຍຕາເວັນອອກ ປະສົມປະສານກັບ ອັງກິດ


London’s Chinatown: East Asian diversity with British twist
please wait

No media source currently available

0:00 0:03:30 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ເມືອງ ຈີນ ຂອງ​ນະ​ຄອນຫຼວງ ລອນດອນ ແມ່ນ​ຫົວ​ໃຈ​ທີ່​ກຳ​ລັງ​ເຕັ້ນ​ຂອງ​ເຂດ​ບັນ​ເທີງ​ຂອງ​ນະ​ຄອນຫຼວງ​ດັ່ງ​ກ່າວ, ດ້ວຍ​ອາ​ຫານ​ທີ່​ມີ​ລົດ​ຊ​າດ​ພິ​ເສດ​ທີ່​ເຊື່ອມ​ໂຍງ​ຢ້ອນ​ກັບ​ຄືນ​ໄປ​ປະ​ຫວັດ​ສາດ​ການ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ ອັງ​ກິດ, ເຮັນ​ຣີ
ຣິ​ຈ​ແວ​ລ ມີ​ລາຍ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ເອົາ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ.

ຜູ້​ຈັດ​ການ​ຮ້ານ​ອາ​ຫານ​ ທ່ານ ເຈັ​ຟ​ຟ​ຣີ ລຽງ ແມ່ນ​ຜູ້​ທີ່ຫຼົງ​ໄຫຼ​ໃນ​ດິມ​ຊຳ ແລະ ລາວ​ຍັງ​ໄດ້​ຖືກ​ຮັບ​ຮອງ​ໂດຍຣາ​ຊະ​ວົງ.

ທ່ານ ລຽງ ໄດ້​ເສີບ​ອາ​ຫານ​ດິມ​ຊຳ ແລະ ຊາ​ຈີນ ໃຫ້​ກະ​ສັດ ຊາ​ລ​ສ໌ ທີ່​ເວ​ລາ​ນັ້ນ​ຍັງ​ເປັນ​ເຈົ້າ​ຊາຍ​ຢູ່ ແລະ ພັນ​ລະ​ຍາ​ຂອງ​ເພິ່ນ, ເຈົ້າ​ຍິງ ຄາ​ມີ​ລາ, ຢູ່​ຮ້ານ​ອາ​ຫານ​ຂອງ​ລາວ​ໃນ​ເມືອງ​ຈີນ ເມື່ອ​ປີ 2015.

ຊາວ​ຮົງ​ກົງຜູ້ນີ້​ໄດ້​ເດີນ​ທາງ​ມາ​ຮອດ​ນະ​ຄອນຫຼວງ ລອນດອນ ໃນ​ປີ 1987.

ທ່ານ ເຈັ​ຟ​ຟ​ຣີ ລຽງ, ຜູ້​ຈັດ​ການ​ຮ້ານ​ອາ​ຫານກ່າວ​ວ່າ “ໂຕ​ຂ້ອຍ​ເອງ, ໄດ້​ມາ. ຂ້ອຍ​ເວົ້າ​ພາ​ສາ​ອັງ​ກິດບໍ່​ເປັນ​ຈັກ​ໂຕ.”

ເວ​ລາ​ນັ້ນ​ທ່ານ ລຽງ ມີ​ອາ​ຍຸ 10 ປີ.

ທ່ານ ເຈັ​ຟ​ຟ​ຣີ ລຽງ ກ່າວ​ວ່າ “ພໍ່​ແມ່​ຂອງ​ຂ້ອຍ​ເລືອກ​ທີ່​ຈະ​ມາ ລອນດນອນ ເພາະ​ວ່າ, ອີກ​ຄັ້ງ, ກໍ​ເປັນ​ຍ້ອນ​ສາຍ​ພົວ​ພັນ​ທີ່​ດີຫຼາຍ​ລະ​ຫວ່າງ ອັງ​ກິດ ແລະ ຮົງ​ກົງ ແລະ ຈີນ ຕະ​ຫຼອດ​ປີ​ທີ່​ຜ່ານ​ມານີ້​ໄດ້​ເຮັດ​ໃຫ້​ສາ​ມາດ​ເຂົ້າ​ໃຈ​ເຖິງ​ພາ​ສາ ແລະ ວັດ​ທະ​ນະ​ທຳ. ລອງ​ຈິນ​ຕະ​ນາ​ການ​ເບິ່ງ​ຮ້ານ​ອາ​ຫານ​ແຫ່ງ​ທຳ​ອິດ​ທີ່​ເປີດ​ຢູ່​ທີ່ນີ້, ເວ​ລາ​ທີ່​ເປັນ​ຄອບ​ຄົວ​ທຳ​ອິດ​ທີ່​ໄດ້​ເປີດ​ມັນ, ແລະ ຄົນ​ ຈີນ ທຸກ​ຄົນ​ທີ່​ໄປ​ຈະ​ເວົ້າ​ວ່າ “ວາວ, ຮ້ານ​ນັ້ນ​ຈັ່ງ​ແມ່ນ​ຄົນຫຼາຍ. ເຮົາ​ເປີດ​ອີກ​ຮ້ານ​ນຶ່ງ​ບໍ,” ການ​ແຂ່ງ​ຂັນ​ຄົງ​ຈະດີຫຼາຍ.”

ເມືອງ ຈີນ ຕັ້ງ​ຢູ່​ໃຈ​ກາງ​ຂອງ​ນະ​ຄອນຫຼວງ ລອນດອນ. ຊຸມ​ຊົນ ຈີນ ແມ່ນ​ໄດ້​ມາ​ຢູ່​ລອນດອນ​ດົນຫຼາຍ, ຖືກ​ດຶງ​ດູດ​ເຂົ້າ​ມາ​ໃນ​ຕົວ​ເມືອງຍ້ອນ​ທ່າ​ເຮືອ​ຂອງ​ເຂົາ​ເຈົ້າ, ກ່າວ​ໂດຍ​ຜູ້​ນຳ​ທ່ຽວ​ໃນ​ທ້ອງ​ຖິ່ນ ທ່ານນາງ ເຟ​ຣ​ຢາ ໄອ​ທ​ເຄັນ ທັ​ຟ.

ທ່ານ​ນາງ ເຟ​ຣ​ຢາ ໄອ​ທ​ເຄັນ ທັ​ຟ, ຜູ້​ບໍ​ລິ​ຫານ​ໃຫຍ່​ບໍ​ລິ​ສັດ China Exchange ກ່າວ​ວ່າ “ໃນ​ທ້າຍ​ຊຸມ​ປີ 1800, ພວກ​ເຮົາ​ເຫັນ​ການ​ຍົກ​ຍ້າຍ​ຖິ່ນ​ຖານ​ຂະ​ໜາດ​ໃຫຍ່​ເຂົ້າ​ມາ​ເຂດ​ນຶ່ງ​ຂອງ ລອນດອນ​ທີ່​ເອີ້ນ​ວ່າ ໄລ​ມ​ຮາວ​ສ໌. ມັນ​ຢູ່​ຟາກ​ຕາ​ເວັນ​ອອກ​ຈາກ​ບ່ອນນີ້, ແລະ ມັນ​ແມ່ນ​ບ່ອນ​ທີ່​ທ່າ​ເຮືອ ດັອກ​ແລ​ນ​ສ໌ ຂອງ ລອນດອນ ຕັ້ງ​ຢູ່. ພວກ​ຜູ້​ຊາຍ​ທີ່​ວ່ານີ້​ແມ່ນ​ຖືກ​ເກນ​ມາ​ຮ່ວມ​ເປັນ​ນັກ​ເດີນ​ເຮືອ ເພື່ອ​ເປັນ​ພະ​ນັກ​ງ​ງານ​ໃຫ້​ກຳ​ປັ່ນ​ຂົນ​ສົ່ງ.”

ຊຸມ​ຊົນ ຈີນ ໄດ້​ເລີ່ມ​ທີ່​ຈະ​ຍ້າຍ​ເຂົ້າ​ໄປ​ໃນ ໂຊ​ໂຮ ໃນ​ໃຈ​ກາງ​ນະ​ຄອນຫຼວງ ລອນດອນ ໃນ​ກາງ​ສັດ​ຕະ​ວັດ​ທີ 20, ພ້ອມ​ກັບ​ຊຸມ​ຊົນ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ອື່ນໆ.

ທ່ານ​ນາງ ເຟ​ຣ​ຢາ ກ່າວ​ວ່າ “ຄ່າ​ເຊົ່າ​ຢູ່​ທີ່ນີ້​ໃນ​ຊຸມ​ປີ 1960 ແມ່ນ​ຂ້ອນ​ຂ້າງ​ຕ່ຳ, ໄລ​ຍະ​ການ​ເຊົ່າ​ແມ່ນ​ສັ້ນ, ແລະ ນັ້ນ​ໄດ້​ເຮັດ​ໃຫ້​ຄົນ​ມີ​ໂອ​ກາດ ທີ່​ຈະ​ສ່ຽງ​ເພື່ອ​ມາ ແລະ ຕັ້ງ​ຖິ່ນ​ຖານ​ຢູ່​ທີ່ນີ້.”

ຊຸມ​ຊົນ ຈີນ ແມ່ນ​ມີ​ຄວາມຫຼາກຫຼາຍ, ດ້ວຍ​ກາ​ນ​ເຊື່ອມ​ໂຍງ​ກັບ​ປະ​ຫວັດ​ສາດ​ການ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ ອັງ​ກິດ.

ທ່ານ​ນາງ ເຟ​ຣ​ຢາ ກ່າວ​ວ່າ “ຫຼາຍ​ຄົນ​ຜູ້​ທີ່​ໄດ້​ມາ​ຮອດ​ໃນ​ເຂດນີ້ ແລະ ເລີ່ມ​ຕົ້ນ​ທຸ​ລະ​ກິດ​ຕ່າງໆ​ໃນ​ລະ​ຫວ່າງ​ຊຸມ​ປີ 1960 ໄດ້​ຕິດ​ຕາມ​ຄົນ ຈີນ ຈຳ​ນວນ​ນຶ່ງ, ແຕ່​ກໍ​ມີ​ເຄືອ​ຈັກ​ກະ​ພົບ​ຈີນ​ດ້ວຍ ເຊັ່ນ ຈີນ​ມາ​ເລ​ເຊຍ, ຈີນ​ສິງ​ກະ​ໂປ, ຈີນ​ທະ​ເລ​ຄາ​ຣິບ​ບຽນ, ຈີນ ກີ​ອາ​ນານ. ແລະ ສະ​ນັ້ນ ສະ​ບັບ​ຂອງ​ຄົນ ຈີນ​ນັ້ນ ຕ້ອງ​ມີ​ຄວາ​ມ​ຊັບ​ຊ້ອນ​ທຸກ​ຢ່າງ​ດັ່ງ​ກ່າວນີ້​ກັບ​ເຂົາ​ເຈົ້າ. ໃນ​ລະ​ຫວ່າງ ຊຸມ​ປີ 1960 ແລະ 1970, ພວກ​ເຮົາ​ເຫັນ​ຄືນ​ການ​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ໃຫຍ່ກວ່າ​ຈາກ​ກຸ່ມ​ຄົນທີ່​ເວົ້າ​ພາກ​ສາ​ຈີນ ກວາງ​ຕຸ້ງ ຈາກ​ຮົງ​ກົງ ແລະ ເຂດ​ແດນ​ໃໝ່​ຕ່າງໆ.”

ສອງ​ສາມ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ໄດ້​ມີ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ເດີນ​ທາງ​ມາ​ຈາ​ກຫຼາຍ​ພາກ​ສ່ວນ​ຂອງ ຈີນ, ຕັ້ງ​ທຸ​ລະ​ກິດ​ຂຶ້ນ​ຢູ່​ທີ່ນີ້.

ທ່ານ​ ເຈັ​ຟ​ຟ​ຣີ ລຽງ ກ່າວ​ວ່າ “ດຽວນີ້​ມັນ​ມີ​ອາ​ຫານ​ປະ​ຈຳ​ພາກ​ພື້ນ​ຂອງ​ຈີນຫຼາຍກວ່າ​ເກົ່າ. ພວກ​ເຮົາ​ມີ​ອາ​ຫານ​ຈາກ​ແຂວງ ຊິນ​ຈຽງ ຄື​ແກະ​ເອືອບ​ຜົງ​ຄູ​ມິນ. ພວກ​ເຮົາ​ມີ​ອາ​ຫານ​ຈາກ ດອງ​ເບ, ເຊິ່ງ​ແມ່ນ​ເສັ້ນ​ທາງ​ເກົ່າ​ຂອງ ຈີນ.”

ເມືອງ ຈີນ ຂອງ​ນະ​ຄອນຫຼວງ ລອນດອນ ແມ່​ນ​ຍັງ​ຄົງ​ເປັນ​ບ່ອນ​ທີ່ບໍ່​ແມ່ນ​ສຳ​ລັບ​ທີ​ພັກ​ອາ​ໄສ, ແຕ່​ເປັນ​ຈຸດ​ໝາຍ​ປາຍ​ທາງ​ສຳ​ລັບ​ຄົນ ຈີນ ແລະ ຊຸມ​ຊົນ​ເອ​ເຊຍ​ອື່ນໆ. ແນວ​ໃດ​ກໍ​ຕາມ​ບາງ​ຄົນ​ເຫັນ​ມັນ​ດັ່ງ​ກັບ​ຕົວ​ແທນ​ຂອງວັດ​ທະ​ນະ​ທຳ​ຂອງ​ເຂົາ​ເຈົ້າ, ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ​ນາງ ເຟ​ຣ​ຢາ.

ທ່າ​ນ​ນາງ ເຟ​ຣ​ຢາ ກ່າວ​ວ່າ “ນີ້​ແມ່ນ​ສະ​ຖານ​ທີ່​ທຸ​ລະ​ກິດ, ນີ້​ແມ່ນບໍ່​ທີ່​ຄົນ​ມາ​ຊຸມ​ນຸມ​ສັງ​ສັນ. ສຳ​ລັບ​ບາງ​ຄົນ​ທີ່​ມີ​ເຊື້ອ​ສາຍ​ເອ​ເຊຍ​ຕາ​ເວັນ​ອອກ ແລະ ຕາ​ເວັນ​ອອກ​ສຽງ​ໃຕ້, ຄວາມ​ຄິດ​ນັ້ນ​ທີ່​ວ່າ​ມູນ​ເຊື້ອ​ທາງວັດ​ທະ​ນະ​ທຳ​ຂອງ​ເຂົາ​ເຈົ້າ​ແມ່ນ​ເຊື່ອມ​ຕໍ່​ຢ່າງ​ໃກ້​ຊິດ​ກັບ​ເຂດນີ້​ແມ່ນ​ສາ​ມາດ​ເຮັດ​ໃຫ້​ເກີດ​ຄວາມບໍ່​ພໍ​ໃຈ, ເຈັບ​ປວດ, ແລະ ເປັນ​ແງ່​ລົບ. ສຳ​ລັບ​ຄົນ​ອື່ນໆ, ສະ​ຖານ​ທີ່ນີ້​ແມ່ນ​ຄວາມ​ພາກ​ພູມ​ໃຈ​ທີ່​ຍິ່ງ​ໃຫຍ່.”

ໃນ​ຂະ​ນະ​ທີ່​ຜູ້​ຮັບ​ປະ​ທານ​ອາ​ຫານ​ຍັງ​ສາ​ມາດ​ຊອກ​ຫາ​ຊາ​ຈີນ​ພື້ນ​ເມືອງ​ໄດ້​ຢູ່​ທີ່ນີ້, ຮ້ານ​ຊາ​ໄຂ່​ມຸກຫຼາຍ​ຮ້ານ​ໄດ້​ຕັ້ງ​ຂຶ້ນ​ຢູ່​ທີ່ນີ້​ໃນ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ ເພື່ອ​ເອົາ​ໃຈ​ເພ​ດານ​ປາ​ຂອງ​ຄົນ​ໄວ​ໜຸ່ມ ໃນ​ຂະ​ນະ​ທີ່​ເມືອງ​ຈີນ​ຂອງ ນະ​ຄອນຫຼວງ ລອນດອນ ເຕີບ​ໂຕ​ກັບ​ແນວ​ໂນ້ມ​ພາຍ​ໃນ ແລະ ທົ່ວ​ໂລກ. ມັນ​ເປັນ​ສະ​ຖານ​ທີ່​ແຫ່ງ​ປະ​ຫວັດ​ສາດ ທີ່ບໍ່​ເຄີຍ​ຢືນ​ຢູ່​ລ້າໆ.

ອ່ານລາຍງານນີ້ເປັນພາສາອັງກິດ

Restaurateur Geoffrey Leong is a dumpling fanatic – and his even have royal approval.

Leong served dim sum and Chinese tea to then-Prince Charles and his wife, Camilla, at his Chinatown restaurant in 2015.

This Hong Kong native arrived in London in 1987.

“I, myself, came over. I couldn’t speak a word of English.”

Leong was 10 years old.

“My parents chose for us to come to London because, again, the really good relationship between Britain and Hong Kong and China throughout these years has enabled the understanding of the language, the culture. Imagine the first restaurant that opened here, when the first family that opened, and all the Chinese goes, 'Wow, that restaurant is busy. Let’s open another one.' Competition has to be healthy.”

Chinatown lies at the very heart of the British capital. Chinese communities have long been in London – drawn to the city because of its port, says local guide Freya Aitken-Turff.

“In the late 1800s, we see a large-scale migration into an area of London called Limehouse. It's east of here, and it's where London’s Docklands are. These gentlemen were recruited as sailors to staff the shipping fleets.”

Chinese communities began to move into Soho in central London in the mid twentieth century – alongside other migrant communities.

“Rents here in the 1960s were relatively low, leases were short, and that gave people the chance or the opportunity to take the risk to come and settle here.”

The Chinese community is diverse – with links to Britain’s colonial history.

“Many of those people arriving into this area and starting businesses during the 1960s follow some of those Chinese, but also Chinese Commonwealth roots - Malaysian Chinese, Singaporean Chinese, Caribbean Chinese, Guianan Chinese. And so that version of ‘Chineseness’ needs to have all of this complexity reflected within it. During the 60s and 70s, we see a larger wave of migration from culturally Cantonese-speaking groups of people from Hong Kong and the New Territories.”

Recent decades have seen immigrants arriving from different parts of China, setting up business here.

“There's now a lot more regional Chinese food. We have dishes from Xinjiang – (like) lamb with cumin. We've got dishes from Dongbei, which is the old rust belt of China.”

London’s Chinatown has remained not as a place of residence, but as a bustling destination for Chinese and other Asian communities - although some see it as a clichéd representation of their culture, says Aitken-Turff.

“This is a place of business, this is place where people come to socialize. // For some people of East and Southeast Asian heritage, that idea that their cultural heritage is so closely connected to this area can be offensive, painful, not positive. For others, this a place of great pride.”

While diners can still find traditional Chinese tea here, many bubble tea shops have popped up in recent years to satisfy younger palates — as London’s Chinatown evolves with local and global trends. A place of history – that never stands still.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG