ການປ່ຽນແປງທາງດ້ານເທັກໂນໂລຈີໃນຂັ້ນຕໍ່ໄປອາດຈະເປັນບາງສິ່ງບາງຢ່າງທີ່ເອີ້ນວ່າເວັບ3 (Web3) ເຊິ່ງອີງໃສ່ເທັກໂນໂລຈີທີ່ສ້າງຂຶ້ນໃນເບື້ອງຕົ້ນສໍາລັບສະກຸນເງິນດິຈິຕອລນັ້ນ. ສິ່ງກະຕຸ້ນຂອງມັນໄດ້ສົ່ງເສີມວິໄສທັດຂອງເຂົາເຈົ້າກ່ຽວກັບອິນເຕີແນັດ ທີ່ກະຈາຍການຂັ້ນຄຸ້ມຄອງອອກໄປ ໂດຍທີ່ມີອິດສະຫລະ ບໍ່ຂຶ້ນກັບບໍລິສັດຍັກໃຫຍ່ເຊັ່ນເຟັສບຸກ (Facebook) ແລະກູໂກລ (Google). ຜູ້ປະກອບການທາງເທັກໂນໂລຈີຍິງຈຳນວນນຶ່ງ ກໍາລັງເຮັດໃຫ້ແນ່ໃຈວ່າ ພວກເຂົາເຈົ້າເຂົ້າໄປເຖິງພື້ນຖານຂອງມັນໄດ້ແທ້ໆ. Deana Mitchell ມີລາຍງານເລື່ອງນີ້ ຊຶ່ງບົວສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ເມື່ອທ່ານນາງມາຣີຄຣິສ ບອນໂຊ (Maricris Bonzo) ມີບັນຫາໃນການ ຊອກຫາແມ່ຍິງທີ່ສົນໃຈໃນເທັກໂນໂລຈີເວັບ3 (Web3) ທ່ານນາງໄດ້ເລີ່ມຕັ້ງກຸ່ມຂອງຕົນເອງຂຶ້ນທີ່ຊື່ວ່າ Women in Web3 ຊຶ່ງແປວ່າ ແມ່ຍິງຢູ່ໃນ ເວັບ3. ທ່ານນາງມາຣີຄຣິສ ບອນໂຊ ຜູ້ສ້າງຕັ້ງກຸ່ມແມ່ຍິງໃນ Web3 ກ່າວຜ່ານທາງ Zoom ວ່າ:
“Web3 ແມ່ນການປະຕິວັດຂອງອິນເຕີແນັດໃນຍຸກຕໍ່ໄປ. ທຸກໆເວທີ, ການຈັດຕັ້ງ ແລະເສດຖະກິດທາງດິຈິຕອລ ແມ່ນໄດ້ຖືກກະຈາຍການຄວບຄຸມອອກໄປ.”
ເວັບໄຊທ໌ໃນຂັ້ນຕົ້ນໆ ສ່ວນໃຫຍ່ແມ່ນກ່ຽວກັບການສື່ສານ ທີ່ອີງໃສ່ການສົ່ງຂໍ້ ຄວາມ. ອັນທີ່ເອີ້ນວ່າເວັບ2.0 (Web 2.0) ແມ່ນໄດ້ນໍາເອົາການຄ້າງທາງອອນລາຍ ຫລື e-commerce ແລະ ສື່ສັງຄົມມາໃຫ້. Web3 ໃຫ້ສັນຍາວ່າ ຈະເຮັດໃຫ້ອິນເຕີແນັດ ມີການກະຈາຍການຄຸ້ມຄອງອອກໄປ ໃຫ້ມີອິດສະຫລະ ໃນການຄວບຄຸມ ຫຼືຂາຍຂໍ້ມູນຂອງຕົນເອງ ແລະເປັນສ່ວນນຶ່ງຂອງປະຊາຄົມທີ່ ບໍ່ມີບໍລິສັດຍັກໃຫຍ່ທາງສື່ສັງຄົມອອນລາຍຢູ່ນຳ. ແລະມັນດຶງດູດເອົານັກທຸລະ ກິດຍິງ, ຜູ້ນໍາ ແລະນັກເທັກໂນໂລຈີທີ່ເວົ້າວ່າ Web3 ສະໜອງການເລີ່ມ ຕົ້ນໃຫມ່ໃຫ້ແກ່ອຸດສາຫະກໍາເທັກໂນໂລຈີທີ່ຄອບງໍາໂດຍຜູ້ຊາຍ.
ຜູ້ປະກອບການເຈມມີ ສມິດທ໌ (Jaime Schmidt) ຜູ້ຮ່ວມກໍ່ຕັ້ງບໍລິສັດ BFF, ຊຶ່ງເປັນກຸ່ມທີ່ມີຈຸດປະສົງແນໃສ່ເຮັດໃຫ້ແມ່ຍິງ ແລະຜູ້ທີ່ບໍ່ມີລະບົບຖານຄູ່ໃຫ້ ເຂົ້າມາມີສ່ວນພົວພັນກັບ Web3 ຫຼາຍຂຶ້ນ.
ທ່ານນາງເຈມມີ ສມິດທ໌ (Jaime Schmidt) ຈາກບໍລິສັດ BFF ກ່າວຜ່ານ Zoom ວ່າ:
"ມີໂອກາດທາງດ້ານການເງິນ, ທຸລະກິດ, ປະຊາຄົມ, ການສ້າງເຄືອຂ່າຍຫຼາຍ ມີແຕ່ວ່າ ມັນຖືກມອງຂ້າມເທົ່ານັ້ນ."
ທ່ານນາງອາເລັກສ໌ ຄາວູລາຄົສ (Alex Cavoulacos) ແມ່ນຜູ້ຮ່ວມກໍ່ຕັ້ງຂອງ ບໍລິສັດເມຕາ ແອນໂຈລສ໌ (Meta Angels) ຊຶ່ງແມ່ນ "ປະຊາຄົມຂອງສະມາ ຊິກ NFT." ພວກສະມາຊິກໃນອະນາຄົດສາມາດເຂົ້າຮ່ວມໄດ້ໂດຍການ ຊື້ NFT ຫຼື ສິ່ງທີ່ເປັນສັນຍາລັກທີ່ບໍ່ສາມາດແລກປ່ຽນໄດ້ຊຶ່ງໃນພາສາອັງກິດເອີ້ນວ່າ non-fungible token ຊຶ່ງແມ່ນສິນລະປະທາງດິຈິຕອລອັນນຶ່ງ ທີ່ສ້າງຂຶ້ນ ໂດຍໃຊ້ເທັກໂນໂລຈີບລັອກເຊນ (blockchain). ທຸກໆຄັ້ງທີ່ສະມາຊິກ NFT ຖືກຂາຍອອກໄປ ເປີເຊັນຂອງການຂາຍນັ້ນ ກໍຈະໄປຫານັກສິລະປິນ ແລະບໍລິສັດ Meta Angels ຢ່າງອັດຕະໂນມັດເລີຍ"
ທ່ານນາງຄາວູລາຄົສ ຈາກບໍລິສັດ Meta Angels ກ່າວຜ່ານທາງ Zoom ອີກວ່າ:
“ມັນບໍ່ແມ່ນກ່ຽວກັບເລື້ອງເງິນດອກ. ມັນກ່ຽວກັບການເຮັດໃຫ້ແນ່ໃຈວ່າ ປະຕູ ຂອງພວກເຮົາຍັງເປີດຢູ່.”
ນັກຊ່ຽວຊານດ້ານຄວາມປອດໄພທາງອິນເຕີແນັດ, ທ່ານນາງໂອເລຢິນກາ ໂອເດນິຣານ (Olayinka Odeniran) ສ້າງຕັ້ງສະພາຂອງບລັອກເຊນ (Blockchain) ສຳລັບແມ່ຍິງຜິວດໍາ ເພື່ອສົ່ງເສີມແມ່ຍິງຜິວດໍາ ໃຫ້ເປັນວິສະ ວະກອນໃນດ້ານບລັອກເຊນ (blockchain) ຂອງ Web3. ແນວຄວາມຄິດ ກ່ຽວກັບ Web3 ໄດ້ເຮັດໃຫ້ທ່ານນາງມີຄວາມສົນໃຈ.
ທ່ານນາໂອເດນິຣານກ່າວຜ່ານ Zoom ວ່າ:
"ຄວາມສາມາດໃນການສ້າງຄວາມໂປ່ງໃສ - ແລະເພາະສະນັ້ນ ຈຶ່ງມີຄວາມ ຮັບຜິດຊອບ - ຂ້າພະເຈົ້າເຫັນວ່າມັນເປັນວິທີການຊ່ວຍໃຫ້ປະຊາຄົມຂອງຂ້າພະເຈົ້າ ສາມາດໄດ້ຮັບເສລີພາບທາງດ້ານການເງິນ."
ໃນຂະນະທີ່ທ່າແຮງຂອງ Web3 ຍັງບໍ່ທັນເຫັນໄດ້ເທື່ອ ແມ່ຍິງເຫຼົ່ານີ້ກໍາລັງມາ ເຕົ້າໂຮມກັນ ໃນປັດຈຸບັນນີ້ ເພື່ອເບິ່ງວ່າ ພວກເຂົາເຈົ້າສາມາດເປັນສ່ວນນຶ່ງ ຂອງມັນໄດ້ແນວໃດ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້:
The next technological shift may be something called Web3, which is based on technology originally created for digital currency. Its boosters promote their vision of a decentralized internet, free from corporate giants such as Facebook and Google. Some female tech entrepreneurs are making sure they are getting in on the ground floor. Deana Mitchell has the story.
When Maricris Bonzo had trouble finding women interested in Web3, she started her own group, Women in Web3.
Maricris Bonzo, Women in Web3 via Zoom:
“Web3 is the next internet revolution. Every platform, organization and digital economy is being decentralized.
The early web was mostly about text-based communication. So-called Web 2.0 brought e-commerce and social media. Web3 promises a decentralized internet with the freedom to control or sell one’s own data and be part of communities without social media giants. And it’s attracting female entrepreneurs, leaders and technologists who say Web3 offers a fresh start to the male-dominated technology industry.
Entrepreneur Jaime Schmidt co-founded BFF, a group that aims to get more women and nonbinary people involved in Web3.
Jaime Schmidt, BFF via Zoom: “There's a lot of opportunity around finance, business, community, networking that just is being overlooked."
Alex Cavoulacos is the co- founder of Meta Angels, an“NFT membership community.” Prospective members join by buying an NFT, or non-fungible token, a piece of digital art created using blockchain technology.
Every time a membership NFT is sold, a percentage of the sale automatically goes to the artist and Meta Angels.”
Alex Cavoulacos, Meta Angels via Zoom: “It's not about making money. It's about making sure our doors stay open.”
Cybersecurity expert Olayinka Odeniran founded the Black Women Blockchain Council to promote Black women as Web3 blockchain engineers. The ideas around Web3 appeal to her.
Olayinka Odeniran, Black Women Blockchain Council via Zoom: “The ability for it to create transparency — and therefore accountability — I really saw it as a means of helping my community be able to gain financial freedom.”
While the potential of Web3 remains to be seen, these women are coming together now to see how they can be a part of it.