ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຟື້ນຟູແນວປະກາລັງ ຫຼືດອກຫິນ ເພື່ອຊ່ວຍປົກປັກຮັກສາໂລກ


ເຊີນຮັບຊົມລາຍງານ LogOn ກ່ຽວກັບການຟື້ນຟູແນວປະກາລັງ ຫຼືດອກຫິນ ເພື່ອຊ່ວຍປົກປັກຮັກສາໂລກ

ໂດຍທີ່​ມີ​ນ້ຳ​ທະ​ເລ​ທີ່ອຸ່ນຂຶ້ນ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່ປະ​ກາ​ລັງ ຫລືດອກຫີນ​ສ່ວນ​ໃຫຍ່​ຂອງ​ໂລກ, ນັກ​ນິ​ເວດ​ວິ​ທະ​ຍາ​ບາງ​ຄົນ ​ກຳ​ລັງ​ໃຊ້​ເທັກ​ໂນ​ໂລ​ຊີ​ທີ່​ງ່າຍ​ດາຍ ​ເພື່ອ​ຊ່ວຍ​ຟື້ນ​ຟູ​ມັນ. Julie Taboh ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍ​ລະອຽດເພີ່ມ​ເຕີມກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີ ທ່ານໃນອັນດັບຕໍ່ໄປ.

ປະກາລັງ ຫລືດອກຫີນ ພວມຕົກຢູ່ໃນສະພາບອັນຕະລາຍ.

ນ້ຳມະຫາສະໝຸດທີ່ອຸ່ນຂຶ້ນຢ່າງວ່ອງໄວ ເປັນສາເຫດຫຼັກ ເຮັດໃຫ້ດອກຫີນຕາຍເປັນຈໍານວນ ຫຼວງຫລາຍຢ່າງເປັນປະຫວັດການ.

ບໍລິສັດເທັກໂນໂລຈີທໍາມະຊາດອາຄີຣີຟ (Archireef) ກຳລັງຮັບມືກັບມັນ ດ້ວຍການໃຊ້ “ກະ ເບື້ອງປະກາລັງ” ທີ່ເປັນດິນຂໍເຜົາ ພິມແບບ 3 ມິຕິ ຫລື 3D ທີ່ສາມາດຝັງເຂົ້າໄປ ໃນພື້ນທີ່ຍຸດທະສາດຂອງພື້ນມະຫາສະໝຸດ ໃຫ້ເປັນສານຕັ້ງຕົ້ນ ເພື່ອຊ່ວຍປູກດອກຫີນໃໝ່.

ທ່ານເດັນນີຊ ເທັກເຄີເຣກ (Deniz Tekerek) ເປັນຜູ້ຮ່ວມກໍ່ຕັ້ງ ແລະຫົວໜ້າເຈົ້າໜ້າທີ່ການຄ້າຂອງບໍລິສັດ. ທ່ານໄດ້ໂອ້ລົມກັບວີໂອເອຜ່ານທາງ Skype ວ່າ:
“ພວກ​ເຮົາ​ໃຫ້ນັກດໍານໍ້າເອົາມັນລົງໄປ. ພວກເຮົາວາງມັນຢູ່ພື້ນມະຫາສະຫມຸດ. ແລະ ຫຼັງຈາກ ນັ້ນພວກເຮົາກໍວາງຊິ້ນສ່ວນດອກຫີນໃສ່ທາງເທິງມັນ.”

ຜົນປະໂຫຍດອັນນຶ່ງຂອງກະເບື້ອງທີ່ມີນ້ຳໜັກເບົາ ແມ່ນມັນສາມາດເອົາຍ້າຍໄປໄວ້ຢູ່ບ່ອນນ້ຳທີ່ ເລິກກວ່າ, ເຢັນກວ່າ ຕາມຄວາມຕ້ອງການ.

ທ່ານເທັກເຄີເຣກ, ຜູ້ຮ່ວມກໍ່ຕັ້ງບໍລິສັດ Archireef ກ່າວຜ່ານ Skype ອີກວ່າ:

"ນັກດໍານໍ້າໂດຍພື້ນຖານແລ້ວ ສາມາດເອົາກະເບື້ອງໄປໃສ່ໄດ້ປະມານ 40 ຕາຕະລາງແມັດຕໍ່ມື້, ດ້ວຍໂຕເອງ."

ຄວາມຄ່ອງແຄ້ວທີ່ວ່ານັ້ນ ຊ່ວຍປັບປຸງໂອກາດໃຫ້ປະສົບຜົນສຳເລັດ ໃນຂະນະທີ່ອຸນນະພູມຂອງ ມະຫາສະໝຸດສືບຕໍ່ເພີ່ມຂຶ້ນ.

ທ່ານເທັກເຄີເຣກ ກ່າວຜ່ານທາງ Skype ອີກວ່າ:

"ສາມ​ປີ​ຫຼັງ​ຈາກ​ການ​ນໍາ​ໃຊ້​ສິ້ນສ່ວນດອກຫີນຊຸດ​ທໍາ​ອິດ ​ພວກ​ເຮົາ​ຢູ່​ສະຖານທີ່ປະຕິບັດງານ​ຂອງ​ພວກ​ເຮົາ​ຢູ່​ຮົງ​ກົງ​, 95 ເປີເຊັນຂອງ​ດອກຫີນສາມາດມີຊີວິດ​ຢູ່ລອດຕໍ່ໄປ​ໄດ້​, ແລະ​ນັ້ນ​ແມ່ນ​ສູງ​ຫຼາຍ​"​

ໂຄງການຟື້ນຟູຕ່າງໆ ແມ່ນມີຄວາມຈຳເປັນ ເພາະນັກວິທະຍາສາດບາງຄົນຄາດຄະເນວ່າໂລກ ໄດ້ສູນເສຍປະກາລັງຂອງຕົນໄປແລ້ວເຄິ່ງນຶ່ງຂອງໃນໄລຍະ 30 ປີຜ່ານມາ ຍ້ອນການປ່ຽນແປງ ຂອງດິນຟ້າອາກາດ.

ຖ້າດອກຫີນຕາຍໄປ, ການສູນຫາຍຂອງມັນຈະສົ່ງຜົນກະທົບອັນຮ້າຍແຮງຕໍ່ສິ່ງທີ່ມີຊີວິດ ທັງຢູ່ໃນ ແລະ ນອກມະຫາສະໝຸດ.

ດອກຫີນປົກປ້ອງຊາຍຝັ່ງທະເລຂອງພວກເຮົາ, ຮັກສາຄວາມຫຼາກຫຼາຍທາງຊີວະພາບໃນນໍ້າ, ແລະ ມີຄວາມຈຳເປັນຕໍ່ສິ່ງທີ່ມີຊີວິດຢູ່ໃນທະເລ.

ໃນທະວີບອາເມຣິກາກາງ, ໂຄງການລ້ຽງດູດອກຫີນຄອສຕາ ຣິກກາ (Costa Rica) ກໍາລັງເອົາ ດອກຫີນປ່ຽງນ້ອຍໆ ມາຈາກທຳມະຊາດ ແລະເອົາມັນໄປປູກໄວ້ຢູ່ໃນສວນກ້າປະກາລັງ ຢູ່ໃຕ້ນ້ຳເພື່ອປູກມັນຄືນຢູ່ເທິງໂຂດຫີນ.

ທີມງານໃຊ້ເທັກໂນໂລຈີງ່າຍໆ ເພື່ອຕິດຕາມວ່າຊິ້ນສ່ວນດອກຫີນ ມາຈາກໃສ, ເພື່ອຊອກຫາ ດອກຫີນທີ່ມີທົນທານທີ່ສຸດ.

ທ່ານນາງໂຈແອນນີ ເຄລປັສ (Joanie Kleypas) ເປັນນັກວິທະຍາສາດກ່ຽວກັບດອກຫີນ ແລະ ຜູ້ອໍານວຍການຂອງໂຄງການລ້ຽງດອກຫີນຄອສຕາ ຣິກກາ (Raising Coral Costa Rica).

ທ່ານນາງໄດ້ໂອ້ລົມກັບວີໂອເອຜ່ານທາງ Skype ວ່າ:

"ພວກເຮົາຍັງແຈກຢາຍດອກຫີນຂອງພວກເຮົາໄປຫາອີກຫຼາຍແຫ່ງດ້ວຍສິ່ງຕ່າງໆເຊັ່ນ ເຊັນເຊີອຸນນະພູມ ແລະການຕິດຕາມເບິ່ງເພື່ອໃຫ້ແນ່ໃຈວ່າພວກເຮົາໄດ້ຮວບຮວມ ເອົາຂໍ້ມູນຫຼາຍເທົ່າ ທີ່ພວກເຮົາຈະເຮັດໄດ້ ກ່ຽວກັບບ່ອນທີ່ຈະເອົາມັນໄປໄວ້ໃນອະນາຄົດ.”

ທ່ານນາງ ເຄປັສ (Kleypas) ເວົ້າວ່າ ສິ່ງທີ່ໃຫ້ຄວາມຫວັງແກ່ທ່ານນາງ ກໍຄືຄວາມທົນທານ ຂອງດອກຫີນ ແລະຄວາມສາມາດໃນການປັບຕົວຂອງພວກມັນ.

ອ່ານລາຍງານເປັນພາສາອັງກິດ ຂ້າງລຸ່ມນີ້:

With warming ocean waters threatening much of the world’s coral reefs, some ecologists are using simple technology to help restore them. VOA’s Julie Taboh has more.

Coral reefs are in danger.

Rapidly warming ocean waters is the main reason the coral is dying in record numbers.

The nature technology company Archireef is responding with 3D-printed terracotta “reef tiles” that can be embedded into strategic areas of the ocean floor as a substrate to help grow new coral.

Deniz Tekerek is co-founder and chief commercial officer of the company. He spoke with VOA via Skype:

“We place them with divers. We place them at the bottom of the ocean. And then we place coral fragments on top.”

One of the benefits of the lightweight tiles is they can be moved to deeper, cooler waters as needed.

Deniz Tekerek, Archireef Co-founder:

“A diver can essentially deploy up to about 40 square meters in a single day, by themselves.”

That versatility improves chances for success as ocean temperatures continue to rise.

Deniz Tekerek, Archireef Co-founder:

“Three years after deploying our first set of coral fragments at our site in Hong Kong, 95 percent of those corals continue to survive, and that's very high.”

Restoration projects are essential as some scientists estimate the world has already lost half its coral over the past 30 years due to climate change.

If corals die, their disappearance will have a catastrophic impact on life in and out of the ocean.

Coral reefs protect our shorelines, maintain biodiversity in the water, and are essential to marine life.

In Central America, the project Raising Coral Costa Rica is taking small pieces of coral from the wild and growing them in underwater nurseries for replanting on the reefs.

The team uses simple technology to keep track of where the coral fragments come from, to find the most resilient.

Joanie Kleypas is a coral reef scientist and director of Raising Coral Costa Rica. She spoke with VOA via Skype:

Joanie Kleypas, Raising Coral Costa Rica Director:

“We're also distributing our corals to many more locations with things like temperature sensors and monitoring just to make sure we are gathering as much information as we can about where to put them in the future.”

Kleypas says what gives her hope is corals’ resilience and their capacity to adapt.

XS
SM
MD
LG