ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ທ່ານ​ໝໍ​ໃຊ້​ສະ​ພາບ​ທີ່​ເໝືອນ​ຈິງ ເພື່ອ​ຝຶກ​ສະ​ໝອງ ແລະ​ຮ່າງ​ກາຍ ​ໃຫ້​ຮັບ​ມື​ກັບ​ຄວາມ​ເຈັບ​ປວດ ແບບຊຳ​ເຮື້ອ​ໄດ້


ບັນ​ດາ​ທ່ານ​ໝໍ​ໃຊ້​ສະ​ພາບ​ທີ່​ເໝືອນ​ຈິງ ເພື່ອ​ຝຶກ​ສະ​ໝອງ ແລະ​ຮ່າງ​ກາຍ​ໃຫ້​ຮັບ​ມື​ກັບ​ຄວາມ​ເຈັບ​ປວດ ຊຳ​ເຮື້ອ​ໄດ້

ຂະ​ແໜງໃຫມ່ຂອງຢາປົວພະຍາດ ໄດ້ນໍາໃຊ້ເທັກໂນໂລຈີ​ໃນ​ການ​ເອົາ​ຄົນເຂົ້າ​ໄປ​ໃນ​ສະ​ພາບການ​ທີ່ເໝືອນ​ຈິງເພື່ອຊ່ວຍໃຫ້ຄົນເຈັບຮັບມື ກັບອາການ ເຈັບປວດ ແບບຊໍາເຮື້ອ, ບັນເທົາຄວາມກັງວົນໃຈ ແລະແມ້ນກະທັ້ງການ ເກີດລູກໄດ້. ດັ່ງທີ່ Mike O'Sullivan ລາຍງານຈາກນະ​ຄອນ​ລອ​ສແອນ​ເຈ​ລີ​ສ, ວິທີການດັ່ງກ່າວໄດ້ນໍາເອົາເທັກໂນໂລຈີລຸ້ນຫລ້າສຸດ ແລະເທັກນິກ ການນັ່ງສະມາທິ ໃນ​ສະ​ໄໝ​ເກົ່າ​ມາໃຊ້ລວມເຂົ້າ​ກັນ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ຢູ່ສູນການແພດເຊ​ດາສ-ຊີ​ນາຍ (Cedars-Sinai), ​ແມ່ຍິງຄົນນຶ່ງປະສົບຕາກັບ ສາຍຕາ ແລະສຽງທີ່ເຢັນໆ ເຮັດ​ໃຫ້​ຜ່ອນຄາຍຜ່ານສະພາບ ການສະເໝືອນຈິງ ຫຼື VR…… ​ຊຶ່ງ​ເປັນການ​ໃຊ້​ເທັກນິກ​ໃນການ​ນັ່ງສະມາທິ​ທີ່​ຄ້າຍຄື​ກັບ​ການ​ທີ່​ພະສົງໃນ​ສາ​ສະ​ໜາພຸດໃຊ້ ຫຼື ​ໃນ​ການ​ນຶກຄິດ​ຕຶກຕອງ​ຂອງ​ຜູ້​ນະມັດສະການ​ຄຣິສຕຽນ​ບາງ​ຄົນ ທີ່​ເຮັດ​ໃຫ້​ຈິດ​ໃຈ​ສະຫງົບດີ.

ດຣ. ເບ​ຣນ​ແນນ ສ​ປຽກ​ໂກ (Brennan Spiegel) ທີ່ສູນການແພດເຊ​ດາສ-ຊີ​ນາຍ (Cedars-Sinai) ກ່າວ​ວ່າ: “ສ່ວນນັ້ນຂອງສະໝອງເຈົ້າທີ່ເວົ້າພຶ​ມ​ພຳ​ກັບ​ເຈົ້າຢູ່ສະເໝີ ແລະໂອ້​ລົມກັບເຈົ້າ ແລະວາງຍຸດທະວິທີ ໃນ​ການເຂົ້າໄປສູ່ການຜ່ອນຄາຍອາ​ລົມ, ເຂົ້າໄປສູ່ການ​ເຮັດສະມາທິ. ແລະ ເພາະ​ສະນັ້ນສິ່ງທີ່ VR ກໍາລັງເຮັດ ແມ່ນໃຫ້ຄົນ​ເຂົ້າເຖິງ ຄວາມສາມາດທີ່​ວ່ານີ້ໄດ້ ເພື່ອຢັບ​ຢັ້ງສຽງທີ່ເວົ້າ​ລົບ​ກວນຢູ່ພາຍໃນອັນ​ນັ້ນໄດ້.”

ທ່ານ​ທອມ ນໍ​ຣີ​ສ (Tom Norris) ໃຊ້ສະ​ພາບ​ທີ່ເໝືອນຈິງເພື່ອຮັບມືກັບ ຄວາມເຈັບປວດແບບຊໍາເຮື້ອ.

ທ່ານ​ທອມ ນໍ​ຣີ​ສ (Tom Norris) ຄົນເຈັບທີ່ໃຊ້​ຢາ​ສະ​ພາບ​ທີ່ເໝືອນຈິງ: "ມັນເຮັດໃຫ້ຄົນສາມາດຈັດການກັບຄວາມເຈັບປວດຂອງຕົນເອງໄດ້ ແທນທີ່ ຈະຂຶ້ນ​ກັບທ່ານຫມໍ, ຂຶ້ນກັບຢາ."

ຄົນເຈັບໄປຢ້ຽມຊົມໂລກໃນຈິນຕະນາການທີ່ສະທ້ອນໃຫ້​ເຫັນ ສິ່ງທີ່ເກີດຂຶ້ນໃນ ໂລກທີ່ແທ້ຈິງ ໃນ​ຂະ​ນະ​ທີ່ຊຸດຫູຟັງ VR ຕິດຕາມການຫາຍໃຈ ແລະການ ເຄື່ອນໄຫວຂອງຕາ, ຕົວຢ່າງເຊັ່ນຊ່ວຍແມ່ຍິງໃນ​ເວ​ລາເກີດລູກ.

ດຣ. ເບ​ຣນ​ແນນ ສ​ປຽກ​ໂກກ່າວ​ອີກວ່າ: "ພວກເຮົາສາມາດສະແດງໃຫ້ພວກເຂົາເຈົ້າເຫັນຕົ້ນໄມ້ຕົ້ນ​ນຶ່ງທີ່ເຂົາ​ເຈົ້າເຮັດ​ໃຫ້​ມັນ​ມີຊີວິດ ແລະຂະ​ນະ​ທີ່ລົມຫາຍໃຈອອກ​ແຕ່​ລະ​ຄັ້ງ ເຮັດໃຫ້ຕົ້ນໄມ້ຕົ້ນນັ້ນ ມີຊີວິດຂຶ້ນມາ ຈາກນັ້ນໃບມັນກໍ່ເລີ່ມປົ່ງອອກມາ."

ແອັບ VR ຊ່ວຍໃຫ້ຜູ້ໃຊ້ສາມາດເດີນທາງໄປ​ແບບເໝືອນຈິງໄດ້.

ດຣ. ເບ​ຣນ​ແນນ ສ​ປຽກ​ໂກກ່າວ​ຕໍ່​ໄປວ່າ: "ຕົວຢ່າງເຊັ່ນ ການບິນຂຶ້ນໄປເທິງທ້ອງຟ້າ, ການບິນຂຶ້ນໄປເທິງນ້ໍາຕົກຕາດ ຫຼື ອອກຈາກພູ​ຫລວງ​ແກ​ຣນ ແຄນຢອນ (Grand Canyon) ຫຼືອອກຈາກສວນ ສາ​ທາ​ລະ​ນະ​ຫີນ​ເຫລືອງ ຫລື Yellowstone Park ຫຼືບ່ອນໃດກໍ່ໄດ້ ທີ່ພວກເຮົາຢາກເອົາ​ມັນໄປ."

ວິທີການດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ສາ​ມາດຊ່ວຍໃຫ້ຄົນເຈັບຄວບ​ຄຸມ ຄວາມຮູ້​ສຶກເຈັບປວດໄດ້. ໃນການທົດລອງແບບເລືອກສຸ່ມເອົາໃນປີ 2018 ແລະ 2019 ທີ່ກ່ຽວຂ້ອງກັບແມ່ຍິງ 40 ຄົນເກີດລູກ ພົບ​ວ່າ ແມ່​ຍິງທີ່ໃຊ້ VR ມີຄວາມເຈັບປວດຫລຸດລົງຢ່າງຫຼວງຫຼາຍໃນທາງສະຖິຕິ.

​ແຕ່​ອົງການ​ອາຫານ​ ແລະ​ຢາ​ຂອງ​ສະຫະລັດ ກ່າວ​ວ່າ​ຕ້ອງໄດ້​ມີ​ການ​ສຶກສາ​ຢ່າງ​ຖີ່​ຖ້ວນຕື່ມ​ອີກກ່ອນ ໃນຂົງເຂດວຽກ​ງານການແພດທີ່ກຳ​ລັງພົ້ນເດັ່ນຂຶ້ນມານີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

A new branch of medicine uses the immersive technology of virtual reality to help patients cope with chronic pain, relieve anxiety and even give birth. As Mike O’Sullivan reports from Los Angeles, the approach brings together the latest technology and the age-old techniques of meditation.

At Cedars-Sinai Medical Center, a woman experiences soothing sights and sounds through virtual reality, or VR … … using meditation techniques something like those used by Buddhist monks, or in the contemplative practices of some Christian worshippers, calming the mind.

Dr. Brennan Spiegel, Cedars-Sinai Medical Center: “That part of your brain that is constantly chattering and talking to you and strategizing gets in the way of relaxation, gets in the way of meditation. And so what VR is doing is giving people access to this ability to inhibit that inner chattering voice.”

Tom Norris uses virtual reality to cope with chronic pain.

Tom Norris, Virtual Medicine Patient: “It empowers the person to manage their own pain rather than being dependent upon a doctor, being dependent upon medication.”

Patients visit fantasy worlds that mirror what is happening in the real world as the VR headset monitors breathing and eye movement, helping women giving birth, for example.

Dr. Brennan Spiegel, Cedars-Sinai Medical Center: “We can show them a tree that they are bringing to life, and as each breath infuses that tree with life, then the leaves start to come out.”

VR apps allow users to take a virtual journey.

Dr. Brennan Spiegel, Cedars-Sinai Medical Center: “For example, flying up into the sky, flying up over a waterfall or out of the Grand Canyon or out of Yellowstone Park or wherever we want to put them."

Such methods have been shown to help patients manage pain. In a randomized trial in 2018 and 2019 involving 40 women giving birth, those who used VR had a statistically significant reduction in pain.

XS
SM
MD
LG