ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ໂມ​ເລ​ກູນ​ຂອງພັນທຸກຳ ຫຼື DNA ສາມາດ ນຳມາໃຊ້ເປັນ​ບ່ອນ​ເກັບ​ຮັກ​ສາ​ຂໍ້​ມູນ​ ອັນ​ຫລວງ​ຫລາຍ ໄດ້​ໃນ​ອະນາ​ຄົດ


LogOn: DNA Molecules May Ease Future Data Storage Crunch
please wait

No media source currently available

0:00 0:02:00 0:00

LogOn: ໂມ​ເລ​ກູນ​ຂອງພັນທຸກຳ ຫຼື DNA ສາມາດ ນຳມາໃຊ້ເປັນ​ບ່ອນ​ເກັບ​ຮັກ​ສາ​ຂໍ້​ມູນ​ ອັນ​ຫລວງ​ຫລາຍ ໄດ້​ໃນ​ອະນາ​ຄົດ

ບັນ​ດານັກຄົ້ນຄວ້າ ກ່າວວ່າ ພັນທຸກຳ ຫຼື ດີ​ແອນ​ເອ (DNA) ສາມາດນຳມາໃຊ້ທົດແທນ ​ເຄື່ອງ​ປະ​ມວນ​ຄວາມ​ຈຳ ຫລື ຮາດໄດ​ຣ​ວ໌ ເພື່ອຊ່ວຍເກັບຮັກສາຜົນຜະລິດທາງດິຈິຕອລ ທີ່ນັບ​ມື້​ນັບເພີ້ມຂຶ້ນຂອງໂລກນັ້ນ​ໄດ້. Matt Dibble ມີລາຍ​ງານເລື່ອງນີ້ ຊຶ່ງ​ ບົວ​ສະ​ຫວັນ​ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ປະ​ລິ​ມານ​ຂອງຂໍ້ມູນທີ່ຄົນສ້າງຂຶ້ນ​ມາໃນແຕ່ລະວັນ ແມ່ນເພີ່ມຂຶ້ນຢ່າງ​ຫລວງ​ຫລາຍ. ພວກນັກຄົ້ນຄວ້າເຕືອນວ່າ ພາຍໃນບໍ່​ເທົ່າ​ໃດທົດສະວັດ, ພວກເຮົາກໍ​ອາດຈະເກີນຄວາມສາມາດໃນການເກັບຮັກສາມັນທັງຫມົດໄວ້​ໄດ້ ໂດຍ​ໃຊ້ເທັກໂນໂລຈີ ໃນປັດຈຸບັນ.

ສະມາຄົມນັກຄົ້ນຄ້ວາສາກົນ ກຳລັງຄົ້ນຫາທາງອອກອັນນຶ່ງທີ່ເປັນໄປໄດ້: ນັ້ນ​ກໍ​ຄື DNA ຊຶ່ງ​ເປັນຮູບແບບການເກັບຮັກສາຂໍ້ມູນເກົ່າແກ່ທີ່ສຸດໃນໂລກ.

ທ່ານແຈັ​ຟ ນີ​ວາ​ລາ (Jeff Nivala) ຜູ້ທີ່ຄົ້ນຄວ້າກ່ຽວ​ກັບ DNA ຢູ່ມະຫາວິ ທະຍາໄລວໍຊິງຕັນ, ໄດ້ໂອ້ລົມກັບວີໂອເອຜ່ານທາງ Skype ວ່າ:

“DNA ເປັນສິ່ງ​ດຶງ​ດູດ​ຄວາມ​ສົນ​ໃຈຍ້ອນເຫດຜົນຫຼາຍຢ່າງ. ນຶ່ງ, ມັນມີ ຄວາມຫນາແຫນ້ນຢ່າງບໍ່ຫນ້າເຊື່ອ, ດັ່ງນັ້ນ ທ່ານສາມາດເກັບຂໍ້ມູນຢູ່ໃນ ພື້ນທີ່ຂະຫນາດນ້ອຍໆ ນັ້ນ​ໄດ້​ຫລາຍ. ຂໍ້ມູນທັງຫມົດທີ່ຢູ່ໃນອິນເຕີແນັດ ໃນປັດຈຸບັນນີ້ ຖ້າມັນຖືກເກັບໄວ້ໃນ DNA, ມັນຈະສາມາດບັນ​ຈຸໃສ່ ໃນກ່ອງມ້ຽນເກີບໄດ້."

ພວກນັກຄົ້ນຄວ້າ ກ່າວວ່າ ຂໍ້ມູນທີ່ເກັບໄວ້ໃນ DNA ສາມາດຢູ່ໄດ້ເປັນພັນໆ ປີ ແລະເປັນຮູບແບບຂ່າວ​ສານທີ່ຂ້ອນ​ຂ້າງວ່າ ຈະບໍ່ຫລ້າສະໄຫມຈັກ​ເທື່ອ ເນື່ອງຈາກວ່າ ມະນຸດມີຄວາມສົນໃຈໃນການອ່ານ DNA ແບບຊີວະພາບຢູ່​ສະ​ເໝີ.

ບໍ​ລິ​ສັດ ທວິສຕ໌ ໄບ​ໂອ​ໄຊ​ແອນ​ສ໌ (Twist Bioscience) ໃນນະ​ຄອນ​ແຊນ ແຟ​ຣນ​ຊິ​ສ​ໂກ ໄດ້ສັງເຄາະ DNA ເພື່ອ​ໄປນໍາໃຊ້ຢ່າງກວ້າງຂວາງ, ລວມທັງການເກັບຮັກສາຂໍ້ມູນ. ມັນໄດ້ເຮັດ​ໃຫ້ຂະບວນການປ່ຽນຂໍ້ມູນດິຈິຕອລ​ເຂົ້າໄປໃນ DNA ໃຫ້ເປັນ​ໄປແບບ​ອັດ​ໂຕ​ໂນ​ມັດ ແລະ​ຫຍ້ໍໃຫ້​ນ້ອຍລົງ.

ລະຫັດຂອງຂໍ້ມູນທາງດິຈິຕອລ, ເຊິ່ງເປັນຮູບແບບໂຕ​ເລກ ນຶ່ງແລະສູນ ທັງຫລາຍ​ນັ້ນ, ສາມາດຖືກ​ແປເປັນລະຫັດພັນທຸກໍາຂອງ DNA, ເຊິ່ງປະກອບດ້ວຍສີ່ທາດເຄ​ມີປະສົມ ທີ່ເອີ້ນວ່າ A, C, G ແລະ T.

ທ່ານ​ນາງເອມມີລີ ເລ​ປຣູສຕ໌ (Emily Leproust) ຫົວ​ໜ້າ​ຜູ້​ບໍ​ລິ​ຫານ ຫລື CEO ຂອງ​ບໍ​ລິ​ສັດ Twist Bioscience ກ່າວ​ວ່າ:

"ຂັ້ນ​ຕອນ​ໃນ​ການຂຽນ DNA ເລີ່ມຕົ້ນຈາກແກ້ວສີ່ໜ່ວຍ​ແທ້ໆ ຄື: A, C, G, T."

ຫຼັງຈາກນັ້ນ, ຂັ້ນຕອນຕໍ່ໄປແມ່ນການຂຽນ A, C, G, T ຢ່າງ​ແທ້​ຈິງ​ໃສ່ ເທິງຊິລິຄອນ. ໂດຍພື້ນຖານແລ້ວ ມັນເປັນການພິມແບບ 3 ມິ​ຕິ ຫລື 3D ຂອງ A, C, G, T ໃສ່ເທິງຊິລິຄອນ.

ຫຼັງຈາກນັ້ນ, ໃນອະນາຄົດຂ້າງໜ້າຊ່ວງໃດນຶ່ງ, DNA ຢູ່​ໃນຊິບຊິລິຄອນ ນັ້ນ ສາມາດຖືກຜັນແປກັບ​ມາເປັນຂໍ້ມູນທາງດິຈິຕອລ​ໄດ້​ອີກ.

ບໍ​ລິ​ສັດ Twist ​ໄດ້​ເກັບ​ມ້ຽນ​ເອກະສານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ,ການ​ບັນທຶກ​ສຽງ​ເພງ ແລະລາຍການໃນ Netflix ໄວ້ແລ້ວ ຢູ່​ໃນ DNA.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

Researchers say DNA can replace hard drives to help store the world’s ever-increasing digital output. Matt Dibble has the story.]]

The amount of data people generate each day is growing exponentially. Researchers warn that within decades, we could exceed the ability to store it all with current technologies.

DNA, the oldest form of data storage on Earth.

Jeff Nivala, who researches DNA at the University of Washington, spoke with VOA via Skype:

“DNA is attractive for several reasons. One, it’s incredibly dense, so you can store information in a very small space. All the information that is currently on the internet, if it was stored in DNA, it would be able to fit inside of a shoebox.”

Researchers say data stored on DNA can last for thousands of years and is a media format that is unlikely to become obsolete since humans will always have an interest in reading biological DNA.

Twist Bioscience in San Francisco synthesizes DNA for a wide range of uses, including data storage. It has automated and miniaturized the process of turning digital information into DNA.

The code of digital information, which is made up of ones and zeros, can be translated to the genetic code of DNA, which consists of four chemical compounds known as A, C, G and T.

Emily Leproust, the CEO of Twist Bioscience.

“The process of writing DNA starts from literally four bottles: A, C, G, T.”

“Then the next step is to physically write the A, C, G, T on silicon.

It’s basically 3D printing of A, C, G, T on silicon.”

Then, sometime in the future, the DNA on that silicon chip can be translated back into digital information.

Twist has already archived a United Nations document, music recordings, and a Netflix show in DNA.

XS
SM
MD
LG