ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຸລະກິດໃນທ້ອງຖິ່ນຫຼາຍແຫ່ງຂອງ ສະຫະລັດ ຍັງປະເຊີນກັບ ຄວາມຫຍຸ້ງຍາກ ໃນລະຫວ່າງ ໂຣກລະບາດ


ທ່ານ ດີໂວ ເລ, ຜູ້ຍົກຍ້າຍຖິ່ນຖານ ຫວຽດນາມ ທີ່ເປັນເຈົ້າຂອງຮ້ານເສີມສວຍ Divo Hair Salon ໃນເມືອງ ອາເລັກແຊນເດຣຍ, ລັດ ເວີຈິເນຍກຳລັງເຫັນ ອາເມຣິກາ ໃນຄວາມຝັນຂອງລາວຖືກຂົ່ມຂູ່ໂດຍ COVID-19.
ທ່ານ ດີໂວ ເລ, ຜູ້ຍົກຍ້າຍຖິ່ນຖານ ຫວຽດນາມ ທີ່ເປັນເຈົ້າຂອງຮ້ານເສີມສວຍ Divo Hair Salon ໃນເມືອງ ອາເລັກແຊນເດຣຍ, ລັດ ເວີຈິເນຍກຳລັງເຫັນ ອາເມຣິກາ ໃນຄວາມຝັນຂອງລາວຖືກຂົ່ມຂູ່ໂດຍ COVID-19.

ນຶ່ງປີກັບເກືອບນຶ່ງເດືອນ ຫຼັງຈາກອົງການອະນາໄມໂລກໄດ້ປະກາດໃຫ້ໄວຣັສໂຄໂຣນາເປັນໂຣກລະບາດ, ເຂດຊາຍແດນທຸກປະເທດແມ່ນຍັງປິດຢູ່ ແລະ ເສດຖະກິດໂລກກໍຍັງບໍ່ໄດ້ກັບສູ່ພາວະປົກກະຕິ.

ເຖິງວ່າຈະມີຢາວັກຊີນກັນ COVID-19 ແລ້ວກໍຕາມ, ປະເທດທີິ່ມີເສດຖະກິດໃຫຍ່ທີ່ສຸດໃນໂລກ ຄື ສະຫະລັດ ກໍຍັງບໍ່ສາມາດທີ່ຈະສັກຢາໃຫ້ປະຊາຊົນໝົດທຸກຄົນ ແລະ ເຮັດໃຫ້ສະຖານະການ ກັບຄືນສູ່ປົກກະຕິໄດ້ເທື່ອ. ລັດຖະບານ ທ່ານ ໄບເດັນ ຫວັງວ່າໃນໄລຍະທ້າຍເດືອນເມສານີ້ຜູ້ ໃຫຍ່ ອາເມຣິກັນ 90 ເປີເຊັນຈະໄດ້ສັກຢາກັນທົ່ວປະເທດ.

ຮ້ານອາຫານ ແລະ ການບໍລິການບາງຢ່າງແມ່ນໄດ້ເປີດຄືນແລ້ວໃນ ສະຫະ ລັດ, ແຕ່ວ່າປະຊາຊົນຈຳນວນນຶ່ງກໍຍັງຢ້ານ ແລະ ບໍ່ກ້າອອກໄປໃຊ້ບໍລິການເທື່ອ. ຮ້ານອາຫານຕ່າງໆແມ່ນຍັງໃຫ້ສັ່ງໄປກິນຢູ່ບ້ານຢູ່ ແຕ່ບາງບ່ອນກໍໄດ້ເປີດໃຫ້ຄົນເຂົ້າໄປກິນຢູ່ໃນຮ້ານ ແລະ ຕັ້ງຕູບຜ້າຢູ່ຂ້າງນອກ. ແຕ່ຮ້ານເສີມສວຍ ແລະ ເຮັດເລັບນັ້ນ, ລູກຄ້າໄດ້ຖືກຈຳກັດ ແລະ ຮັບການບໍລິການດ້ວຍນັດໝາຍເທົ່ານັ້ນ. ເຂົາເຈົ້າແມ່ນນຶ່ງໃນຫຼາຍຂະແໜງການບໍລິການທີ່ຖືກກະທົບໜັກສຸດໃນໂຣກລະບາດ.

ທ່ານນາງ ໄຮ່ຄຳ ຄົນລາວທີ່ເປັນຊ່າງຕັດຜົມຢູ່ຮ້ານເສີມສວຍແຫ່ງນຶ່ງທີ່ອາໄສຢູ່ລັດ ແມຣີແລນ ໄດ້ບອກພວກເຮົາວ່າ ທຸລະກິດແມ່ນໄດ້ຕົກຕໍ່າລົງຫຼາຍໃນລະຫວ່າງໂຣກລະບາດນີ້.

“ໄລ່ເປັນເປີເຊັນຊະ, ຫຼັງຈາກໂຄວິດນີ້ນະລູກຄ້ານິນະ ຫາຍໄປເປັນກວ່າ 60 ເປີເຊັນ. ເພາະວ່າອາຍຸເອື້ອຍກະຊໍ່ານີ້ແລ້ວລະລູກຄ້າກະເຮັດນຳກັນມາດົນຫັ້ນນະ ເຂົາເຈົ້າປະຈຳຫັ້ນນະ ພວກທີ່ວ່າມາປະຈຳເຂົາເຈົ້າບໍ່ແມ່ນຄົນອາຍຸອ່ອນ ອາຍຸແກ່ຂຶ້ນໄປໝົດລະ. ເຂົາເຈົ້າຢ້ານເຂົາເຈົ້າຍັງລົມຍັງສົ່ມຂໍ້ຄວາມ ຍັງຕິດ ຕໍ່ຫາກັນຢູ່ ແຕ່ເຂົາເຈົ້າວ່າເຂົາເຈົ້າຖ້າກ່ອນ ເຂົາເຈົ້າບໍ່ອອກມາ. ຫຼັງຈາກທຸກ ຄົນໄດ້ວັກຊີນນີ້ກະອາດຊິໄຄຂຶ້ນກ່ອນເກົ່າ.”

ໂຣກລະບາດ COVID-19 ໄດ້ເຮັດໃຫ້ປະຊາຊົນໃນ ສະຫະລັດ ຫວ່າງງານສູງເປັນປະຫວັດການ. ແຕ່ດຽວນີ້ມັນໄດ້ມີລາຍງານວ່າ ຕະຫຼາດແຮງງານແມ່ນກຳລັງດີຂຶ້ນຢ່າງຊ້າໆ, ໂດຍມີຜູ້ຮ້ອງຂໍການຊ່ວຍເຫຼືອສຳລັບການຫວ່າງງານໃໝ່ 684,000 ຄົນ ໃນອາທິດທີ່ຜ່ານມາ, ເຊິ່ງຫຼຸດລົງເຖິງ 97,000 ຄົນຈາກອາທິດກ່ອນໜ້ານັ້ນ, ອີງຕາມກະຊວງແຮງງານ.

XS
SM
MD
LG