ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການຂຸດຄົ້ນ ແຮ່ທາດຂອງ ລາວ ເພີ່ມຂຶ້ນ ແຕ່ລາຍຮັບ ຫຼຸດລົງ ຍ້ອນລາຄາ ຕົກຕ່ຳ


ບໍ່ຄຳ ແລະ ທອງແດງ ເຊໂປນ
ບໍ່ຄຳ ແລະ ທອງແດງ ເຊໂປນ

ຜົນ​ຜະລິດ ​ໃນ​ອຸດສາຫະກຳ​ຂຸດ​ຄົ້ນ​ແຮ່​ທາດ​ຂອງ​ລາວ ​ເພີ້​ມຂຶ້ນ 9.16 ​ເປີ​ເຊັນ ​ໃນແຜນການ​ປີ 2014-2015 ​ແຕ່​ກໍ​ມີ​ລາຍ​ຮັບ​ລົດ​ລົງ 4.56 ​ເປີ​ເຊັນ ທຽບ​ກັບ​ແຜນການ​ປີ 2013-2014 ​ເພາະ​ລາຄາ​ແຮ່​ທາດ​ຫຼຸດ​ລົງ​ເລື້ອຍໆ.

ທ່ານ​ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ ກະຊວງ​ແຜນການ ​ແລະ ການ​ລົງທຶນ ຖະ​ແຫລ​ງ ຄາດ​ໝາດຍວ່າ ​ໃນ​ຕະຫຼອດ​ແຜນການ​ປະຈຳ​ປີ 2014-2015 ທີ່​ຈະ​ສິ້ນສຸດ​ລົງ​ໃນ​ທ້າຍ​ເດືອນ​ກັນຍາ 2015 ນີ້ ການ​ຜະລິດ​ພາກ​ອຸດສາຫະກຳ​ຂຸດ​ຄົ້ນ​ແຮ່​ທາດ ຈະ​ເພີ້​ມຂຶ້ນ ​ໃນ​ອັດຕາສະ​ເລ່ຍ 9.16 ​ເປີ​ເຊັນ ທຽບ​ກັບ​ແຜນການ​ປີ 2013-2014 ​ໂດຍ​ເປັນ​ຜົນ​ຜະລິດ​ແຮ່​ເງິນ​ປະສົມ​ຄຳເກືອບ 17,000 ​ໂຕນ ທອງ​ຝຸ່ນ 183,034 ​ໂຕນ ທອງ​ແຜ່ນ 46,000 ກວ່າ​ໂຕນ ​ແລະ ​ແຮ່​ທາດ​ຊະນິດ​ອື່ນໆ ອີກ​ຈຳນວນ​ໜຶ່ງ.

​ໂດຍ​ຜົນ​ຜະລິດ​ແຮ່​ທາດ​ດັ່ງກ່າວ​ນີ້ ຄິດ​ເປັນ​ມູນ​ຄ່າ​ລວມ 6,504.55 ຕື້​ກີບ ຫຼື ປະມານ 813 ລ້ານ​ໂດ​ລາ ຊຶ່ງ​ຫຼຸດ​ລົງ​ຈາກ​ແຜນການ​ປີ 2013-2014 ​ໃນ​ອັດຕາ​ສະ​ເລ່ຍ 4.56 ​ເປີ​ເຊັນ ​ເນື່ອງ​ຈາກ​ວ່າ ລາຄາ​ແຮ່​ທາດ ​ໃນ​ຕະຫຼາດ​ໂລກ​ໄດ້​ລົດ​ຕ່ຳລົງ​ຢ່າງ​ຕໍ່​ເນື່ອງ ​ແລະ ປະກອບ​ກັບ​ຜົນຜະລິດ​ແຮ່​ຄຳ ​ໃນ​ລາວ ກໍ​ຫຼຸດ​ລົງ​ດ້ວຍ ຊຶ່ງ​ກໍ​ເປັນ​ຜົນ​ໂດຍ​ກົງ ຈາກ​ການ​ທີ່​ບໍ່​ແຮ່​ເຊ​ໂປ​ນຢູ່​ເມືອງ​ວີລະ​ບູລີ ​ໃນ​ເຂດ​ແຂວງ​ສະຫວັນ​ນະ​ເຂດ​ນັ້ນ ບໍ່​ມີ​ແຮ່​ຄຳ​ເຫຼືອ​ໃຫ້​ຂຸດ​ຄົ້ນອີກ​ຕໍ່​ໄປ ນັບ​ແຕ່​ທ້າຍ​ປີ 2013 ​ເປັນຕົ້ນມາ​ແລ້ວ.

ຜະລິດຕະພັນ ທອງຄຳ ຮູບປະພັນ
ຜະລິດຕະພັນ ທອງຄຳ ຮູບປະພັນ

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ສົມ​ດີ ກໍ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ສຳ​ຫລັບ​ໃນ​ແຜນການ​ປີ 2015-2016 ລັດຖະບານ​ລາວ ກໍ​ຈະ​ສູ້​ຊົນ​ເຮັດ​ໃຫ້​ຜົນ​ຜະລິດ​ແຮ່​ທາດ​ມີ​ມູນ​ຄ່າ​ລວມ​ເຖິງ 11,000 ຕື້​ກີບ ຫຼື ປະມານ 1,375 ລ້ານ​ໂດ​ລາ ​ໂດ​ຍຈະ​ຂຸດ​ຄົ້ນ​ແຮ່​ເງິນ​ປະສົມ​ຄຳ​ໃຫ້​ໄດ້​ເຖິງ 24,882 ​ໂຕນ ທັງ​ແຜ່ນ 91,000 ​ໂຕນ​ ທອງ​ຝຸ່ນ 353,250 ​ໂຕນ​ຫິນ​ກາວ 600,000 ​ໂຕນ ​ແລະ​ ແຮ່​ໂປຣ​ແຕັສ 200,000 ກວ່າ​ໂຕນ.

ກ່ອນ​ໜ້າ​ນີ້ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ​ໄດ້​ສະ​ເໜີ​ລາຍ​ງານ​ວ່າ ຜົນ​ຜະລິດ​ໃນ​ພາກ​ພະລັງງານ ​ແລະ ບໍ່​ແຮ່​ໄດ້​ເພີ້​ມຂຶ້ນ ​ໃນ​ອັດຕາ​ສະ​ເລ່ຍ 8 ​ເປີ​ເຊັນ ຕໍ່​ປີ​ໃນ​ແຜນການ​ປີ 2011-2015 ​ໂດຍ​ມີ​ມູນ​ຄ່າ​ເຖິງ 94,342.39 ຕື້​ກີບ ຊຶ່ງ​ຄິດ​ເປັນ 12 ​ເປີ​ເຊັນ​ຂອງ​ຍອດ​ຜະລິດ​ຕະພັນ​ລວມພາຍ​ໃນ (GDP) ​ແລະ​ເພີ້​ມຂຶ້ນ 9.22 ​ເປີ​ເຊັນ ທຽບ​ກັບ​ແຜນ ການ​ປີ 2006-2010 ທີ່​ຜ່ານ​ມາ ທັງ​ກໍ​ຍັງ​ຄາດໝາຍ​ດ້ວຍ​ວ່າ ຜົນ​ຜະລິດ​ໃນ​ພາກ​ພະ​ລົງ​ງານ ​ແລະ ບໍ່​ແຮ່ ຈະ​ເພີ້​ມຂຶ້ນ​ເປັນ 20 ​ເປີ​ເຊັນ ຂອງ GDP ​ໃນ​ປີ 2020 ຖ້າ​ຫາກ​ວ່າ ສາມາດ​ຮັກສາ​ອັດຕາ​ການ​ຂະຫຍາຍຕົວ​ໃຫ້​ໄດ້ ​ໃນ​ລະດັບ 12 ​ເປີ​ເຊັນ ຕໍ່​ປີ​ໃນ​ແຜນການ​ປີ 2016-
2020 ​ໂດຍ​ແບ່ງ​ເປັນ​ການ​ຂະຫຍາຍຕົວ ຂອງ​ຂະ​ແໜງ​ພະ​ລັງ​ງານ ​ໃນ​ອັດຕາ​ສະ​ເລ່ຍ 15 ​ເປີ​ເຊັນ ​ແລະ ຂະ​ແໜງ​ບໍ່​ແຮ່​ໃນ​ອັດຕາ​ສະ​ເລ່ຍ 10 ​ເປີ​ເຊັນ ຕໍ່​ປີ​ຕາມ​ລຳດັບ.

ທາງ​ດ້ານ​ທ່ານ​ສຸ​ລິ​ວົງ ດາລາ​ວົງ ອະດີດ​ລັດຖະມົນຕີ​ວ່າການ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ຢືນຢັນ​ວ່າ ການ​ພັດທະນາ​ພະລັງງານ ​ໃນ​ລາວ ທີ່​ສ່ວນ​ໃຫຍ່ ​ເປັນ​ການ​ສ້າງ​ເຂື່ອນ​ໄຟຟ້າ ນັ້ນ ຖື​ເປັນ​ພະລັງງານ​ສະອາດ ສົ່ງ​ຜົນ​ກະທົບ​ຕໍ່​ສັງຄົມ ​ແລະ ສະພາບ​ແວດ​ລ້ອມ​ທຳ​ມະ​ຊາດ ​ໃນ​ລະດັບ​ທີ່​ຕ່ຳຫຼາຍ ທັງກໍ​ຍັງ​ຈະ​ສົ່ງ​ຜົນ​ດີ ຕໍ່​ການ​ພັດທະນາ​ເສດຖະກິດ ​ເພື່ອ​ຍົກ​ລະດັບ​ ຄຸນນະ ພາ​ບຊີວິດ​ການ​ເປັນ​ຢູ່​ ຂອງ​ປະຊາຊົນ​ລາວ ​ໃຫ້​ດີຂຶ້ນ ​ເທື່ອລະ​ກ້າວ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ສຸ​ລິ​ວົງ ​ໄດ້​ເນັ້ນຢ້ຳວ່າ:

“ການ​ພັດທະນາ​ໄຟຟ້າ​ຢູ່ ສປປ ລາວ ສ່ວນ​ໃຫຍ່ ​ແມ່ນ​ໄຟຟ້າ​ນ້ຳຕົກ ຊຶ່ງ​ຈັດ​ເປັນ​ພະ​ລັງ​ງານ​ ໃນ​ກຸ່ມ​ແຫຼ່ງພະລັງ​ງານ​ທີ່​ສະອາດ ​ເປັນ​ພະລັງງານ​ທົດ​ແທນ​ໄດ້ ​ແລະ ມີ​ຜົນ​ກະທົບ​ນ້ອຍ ຕໍ່​ສິ່ງ​ແດ​ວລ້ອມ​ທຳ​ມະ​ຊາດ ​ແລະ ສັງຄົມ ພ້ອມ​ກັນນັ້ນ ພະລັງງານ​ໄຟຟ້ານ້ຳຕົກ ຍັງ​ປະກອບສ່ວນ ອັນ​ໃຫຍ່​ຫລວງ​ຕໍ່​ການ​ພັດທະນາທ້ອງ​ຖິ່ນ​ຊົນນະ​ບົດ ​ໄປ​ໃນ​ຕົວ ​ເປັນ​ການ​ປະກອບສ່ວນ​ສ້າງ​ລາຍ​ຮັບ​ແຫ່ງ​ຊາດ ຈາກ​ການ​ຂາຍ​ໄຟຟ້າ ​ແລະ ​ເປັນ​ການ​ຊ່ວຍ​ໃຫ້​ຂ​ະ​ແໜງ​ການ​ອື່ນໆ ​ໄດ້​ຮັບ​ການ​ພັດທະນາ​ອີກ​ດ້ວຍ.”

ກະຊວງ​ພະລັງງານ​ ແລະ ບໍ່​ແຮ່ ​ໄດ້​ວາງ​ແຜນການ ຈະ​ເພີ້​ມຄວາມ​ອາດ​ສາມາດກາ​ນຜະລິດ​ພະລັງງານ​ໄຟຟ້າ ຈາກ 3,200 ​ເມ​ກາ​ວັດ ​ໃນ​ປັດຈຸບັນ​ເປັນ​ບໍ່​ນ້ອຍ​ກວ່າ 12,500 ​ເມ​ກາວັດ ​ໃນ​ປີ 2020 ຊຶ່ງ​ຈະ​ຕ້ອງ​ດຳ​ເນີນ​ການ​ກໍ່ສ້າງ ​ເຂື່ອນ​ໄຟຟ້າ​ຈຳນວນ 38 ​ໂຄງການ ​ແລະ ​ໂຮງ ງານ​ໄຟຟ້າ​ຖ່ານ​ຫິນ 1 ​ໂຄງການ ຊຶ່ງ​ໃນ​ປັດ​ຈຸ​ບັນ ​ໂຮງງານ​ໄຟຟ້າ​ຫົ​ງສາລິກ​ໄນ​ຕ໌ ຢູ່​ໃນ​ເຂດ​ແຂວງ​ໄຊ​ຍະ​ບູລີ ກໍ​ໄດ້​ເລີ້ມ​ການ​ຜະລິດ​ກະ​ແສ​ໄຟຟ້າ ​ເພື່ອ​ສົ່ງ​ໄປ​ຂາຍ​ໃຫ້ການ​ໄຟຟ້າ​ຜະລິດ​ແຫ່ງ​ປະ​ເທດໄທ ນັບ​ແຕ່​ເດືອນມິຖຸນາ ​ເປັນຕົ້ນມາ​ແລ້ວ.

XS
SM
MD
LG