ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ​ນາງ​ລິ​ສ ເຊນ​ນີ: ຖ້າ​ໄດ້​ຮັບ​ອະ​ນຸ​ຍາດ ກະ​ຊວງ​ຍຸ​ຕິ​ທຳ ບໍ່​ຄວນ​ລັງ​ເລ​ໃຈ ຕໍ່ການ​ຟ້ອງ​ຮ້ອງທ່ານ​ທ​ຣຳ ​ໃນ​ການຈະ​ລາ​ຈົນ ທີ່​ຫໍ​ລັດ​ຖະ​ສະ​ພາ


​ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ​ການ​ໂຮມ​ຊຸມ​ນຸມ​ປະ​ທ້ວງ ການຢັ້ງ​ຢືນ​ຕໍ່ຄະ​ນະ​ຜູ້​ແທນ​ລັດ ໃຫ້​ທ່ານ​ໂຈ ໄບ​ເດັນ ເປັນ​ປະ​ທາ​ນາ​ທິ​ບໍ​ດີ ເມື່ອ​ວັນ​ທີ 6 ມັງ​ກອນ 2021.
​ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ​ການ​ໂຮມ​ຊຸມ​ນຸມ​ປະ​ທ້ວງ ການຢັ້ງ​ຢືນ​ຕໍ່ຄະ​ນະ​ຜູ້​ແທນ​ລັດ ໃຫ້​ທ່ານ​ໂຈ ໄບ​ເດັນ ເປັນ​ປະ​ທາ​ນາ​ທິ​ບໍ​ດີ ເມື່ອ​ວັນ​ທີ 6 ມັງ​ກອນ 2021.

ສະ​ມາ​ຊິກ​ສະ​ພາ​ທີ່​ສຳ​ຄັນ​ຄົນ​ນຶ່ງໃນ​ຄະ​ນະ​ສືບ​ສວນ​ກ່ຽວ​ກັບ​ການ​ກໍ່​ຄວາມ​ວຸ້ນ​ວາຍ ທີ່​ຫໍ​ລັດ​ຖະ​ສະ​ພາ ເມື່ອ​ວັນ​ທີ 6 ມັງ​ກອນ​ປີ​ກາຍນີ້ ກ່າວ​ວ່າ ຖ້າ​ກະ​ຊວງ​ຍຸ​ຕິ​ທຳ​ຫາກ​ສະ​ຫລຸບ​ວ່າ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ເປັນ​ຜູ້​ຍົວະ​ໃຫ້​ເກີດ​ຄວາມ​ວຸ້ນ​ວາຍ ເພື່ອ​ຂັດ​ຂວາງ​ບໍ່​ໃຫ້​ສະ​ພາຢັ້ງ​ຢືນ ​ການ​ເສຍ​ໄຊ ໃນ​ການ​ເລືອກ​ຕັ້ງ ​ປີ 2020 ທີ່​ຈະ​ເຂົ້າ​ຮັບ​ຕຳ​ແໜ່ງ​ຕື່ມ​ອີກນັ້ນ ທາງ​ກະ​ຊວງ​ກໍ​ບໍ່​ຄວນຈະ​ລັງ​ເລ​ໃຈໃນ​ການ​ຟ້ອງ​ຮ້ອງ​ຜູ້​ກ່ຽວ.

ສະ​ມາ​ຊິກ​ສະ​ພາ​ລິ​ສ ເຊນ​ນີ (Liz Cheney) ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ສວນ​ການ​ກໍ່​ຄວາມ​ວຸ້ນ​ວາຍ ແລະຜູ້​ທີ່​ກ້າ​ຕ້ອງ​ຕິ​ທ່ານ​ທ​ຣຳ​ໃນ​ພັກ​ຣີ​ພັບ​ບ​ລີ​ກັນ ຮັບ​ຮູ້​ຕໍ່​ອົງ​ການ​ຂ່າວ ABC ວ່າ ການ​ຟ້ອງ​ຮ້ອງ​ອະ​ດີດ​ປ​ະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດຈະ​ເປັນ​ເລື້ອງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ແລະ​ “ຫຍຸ້ງ​ຍາກ” ທາງ​ດ້ານ​ການ​ເມືອງ​ທີ່​ມີ​ການ​ແບ່ງ​ແຍກ​ໃນປະ​ເທດ​ຢູ່​ແລ້ວ.

ແຕ່​ສະ​ມາ​ຊິກ​ສະ​ພາ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ຈາກ​ລັດ​ໄວ​ໂອ​ມິງກ່າວ​ວ່າ ການ​ບໍ່​ຟ້ອງ​ຮ້ອງ​ທ່ານ​ທ​ຣຳ ​ຖ້າ​ຫາກ​ໄດ້​ຮັບ​ມອບ​ໝາຍ ມັນ​ຈະ​ເປັນ “ໄພ​ຂົ່ມ​ຂູ່​ທີ່​ຮ້າຍ​ແຮງ​ຫຼາຍ​ຕໍ່​ລັດ​ຖະ​ທຳ​ມະ​ນູນ” ສຳ​ລັບ​ສະ​ຫະ​ລັດ. ທ່ານ​ທ​ຣຳ ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ໄດ້​ເສຍ​ໄຊ​ໃຫ້​ແກ່​ທ່ານ​ໂຈ ໄບ​ເດັນ ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ແຕ່​ມາ​ຈົນ​ຮອດມື້ນີ້ ຍັງ​ກ່າວ​ອ້າງວ່າ ການ​ນັບ​ບັດ​ຄະ​ແນນ​ສຽງ​ທີ່​ບໍ່​ຖືກ​ຕ້ອງ​ໄດ້​ເຮັດ​ໃຫ້​ທ່ານ​ເສຍ​ໄຊ ເພື່ອ​ເຂົ້າ​ຮັບ​ຕຳ​ແໜ່ງ​ຕື່ມ​ອີກ 4 ປີ​ຢູ່​ທີ່​ທຳ​ນຽບ​ຂາວ.

​ໃນ​ການ​ໃຫ້​ສຳ​ພາດ​ເມື່ອ​ວັນ​ພຸດ​ແລ້ວ ທີ່​ອອກ​ອາ​ກາດເມື່ອ​ວັນ​ອາ​ທິດ​ວານນີ້ ໃນ​ລາຍ​ການ “This Week” ທ່​ານ​ນາງ​ເຊນ​ນີ ກ່າວ​ວ່າ “ຖ້າ​ປະ​ທາ​ນາ​ທິ​ບໍ​ດີ​ຫາກສາ​ມາດ​ທຳ​ການ​ພົວ​ພັນ ​ໃນ​ກິດ​ຈະ​ການ​ແບບນີ້ ແລະ​ສະ​ມາ​ຊິກ​ສ່ວນ​ໃຫຍ່​ໃນ​ພັກ

ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ເອງເບິ່ງ​ໄປ​ທາງ​ອື່ນ ຫຼື​ພວກ​ເຮົາ​ໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ຊາດ​ຕັດ​ສິນ​ໃຈ​ວ່າ ພວກ​ເຮົາ​ ທີ່​ຈິງ​ແລ້ວ ຈະ​ບໍ່​ເຮັດ​ພັນ​ທະ​ໜ້າ​ທີ່​ຕາ​ມ​ລັດ​ຖະ​ທຳ​ມະ​ນູນ​ ຂອງ​ພວກ​ເຮົາ​ຢ່າງ​ຈິງ​ຈັງ​ນັ້ນ ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ເປັນ​ໄພ​ຂົ່ມ​ຂູ່​ທີ່​ຮ້າຍ​ແຮງ​ຫຼາຍ​ແທ້ໆ” ກວ່າ​ການ​ຟ້ອງ​ຮ້ອງ​ທ່ານ.

ທ່ານ​ນາງ​ກ່າວ​ຕື່ມ​ວ່າ “ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຊື່ອ​ຢ່າງ​ແທ້​ຈິງວ່າ ພວກ​ເຮົາ​ຕ້ອງ​ໄດ້​ເຮັດ​ການ​ຕັດ​ສິນ​ໃຈເຫຼົ່າ​ນີ້ ມັນ​ມີ​ຄວາມ​ຫຍຸ້ງ​ຍາກ​ດັ່ງ​ທີ່​ເຫັນ​ ນອກ​ຈາກ​ທາງ​ດ້ານ​ການ​ເມືອງ​ແລ້ວ. ພວກ​ເຮົາ​ຕ້ອງ​ໄດ້​ຄິດ ​ກ່ຽວ​ກັບ​ເລື້ອງ​ເຫຼົ່າ​ນີ້​ ຈາກ​ທັ​ດ​ສະ​ນະ​ຄວາມ​ເຫັນທີ່​ວ່າ ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ ​ສຳ​ລັບ​ປະ​ເທດ​ຊາດ?”

ທ່ານ​ນາງ​ເວົ້າ​ວ່າ “ບໍ່​ມີ​ຄຳ​ຖາມ​ເລີຍ​ທີ່​ວ່າ ທ່ານ​ໄດ້​ພົວ​ພັນ​ກັບການ​ກະ​ທຳ​ຜິດ​ຕໍ່​ໜ້າ​ທີ່. ຂ້າ​ພະ​ເຈົ້າ​ຄິດ​ວ່າ ບໍ່​ມີ​ຄຳ​ຖາມ​ໃດໆ​ເລີຍ​ທີ່​ວ່າ ມັນ​ເປັນ​ການ​ທໍ​ລະ​ຍົດ​ທີ່​ຮ້າຍ​ແຮງ​ຕໍ່​ຄຳ​ສາ​ບານ​ເຂົ້າ​ຮັບ​ໜ້າ​ທີ່​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໃດໆ​ກໍ​ຕາມ​ໃນ​ປະ​ຫວັດ​ສາດ​ຂອງ​ປະ​ເທດ. ມັນ​ເປັນ​ການ​ກະ​ທຳ​ທີ່​ເປັນ​ອັນ​ຕະ​ລາຍທີ່​ສຸດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໃດໆ​ກໍ​ຕາມ​ໃນ​ປະ​ເທດ​ຫວັດ​ສາດ​ຂອງ​ປະ​ເທດ.”

ເມື່ອ​ມີ​ການ​ຖາມ​ວ່າ ຄະ​ນະ​ກຳ​ມະ​ການ​ຄວນ​ສົ່ງທ່ານ​ທ​ຣຳ ​ແລະ​ບຸກ​ຄົນ​ອື່ນໆ​ໄປ​ໃຫ້​ກະ​ຊວງ​ຍຸ​ຕິ​ທຳ​ຟ້ອງ​ຮ້ອງ​ບໍ ທ່ານ​ນາງ​ເຊນ​ນີ​ຕອບ​ວ່າ “ຖືກ​ຕ້ອງ​ແລ້ວ” ໃນ​ຂະ​ນະ​ທີ່​ທ່ານ​ນາງ​ກ່າວ​ຕື່ມ​ວ່າ ກະ​ຊວງ​ຍຸ​ຕິ​ທຳ “ບໍ່​ຄວນ​ທີ່​ຈະ​ລໍ​ຖ້າ” ໃຫ້​ທາງ​ຄະ​ນະ​ກຳ​ມະ​ການ​ເອົາ​ບາດ​ກ້າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG