ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຫຼິວ ສຽວໂບ້ ທີ່ຊະນະ ລາງວັນ ໂນແບລ ຂະແໜງສັນຕິພາບ ເສຍຊີວິດ ຢູ່ໃນໂຮງໝໍຈີນ


Liu Xiaobao, Nobel Peace Prize Winner, Dies in Chinese Hospital
please wait

No media source currently available

0:00 0:03:08 0:00

ນັກໂທດທີ່ເຄື່ອນໄຫວ​ເພື່ອສິດທິມະນຸດຈີນ ທ່ານຫຼິວ ສ່ຽວໂບ້ ໄດ້ເສຍຊີ ວິດແລ້ວ ຢູ່
ທີ່ໂຮງໝໍຈີນ​ແຫ່ງ​ນຶ່ງ ຫຼັງຈາກໄດ້ຕໍ່ສູ້ກັບ​ໂຣກມະເຮັງຕັບ. ນັກຂຽນ ແລະນັກເຄື່ອນໄຫວ
ອາຍຸ 61 ປີທີ່ໄດ້​ຮັບລາງວັນໂນແບລຂະ​ແໜງສັນຕິພາບ ໃນປີ 2010 “ຍ້ອນ​ການ​ຕໍ່ສູ້
​ແບບ​ບໍ່​ໃຊ້​ຄວາມ​ຮຸນ​ແຮງ ມາ​ເປັນ​ເວລາ​ດົນນານເພື່ອ​ສິດທິຂັ້ນພື້ນຖານຂອງມະນຸດ
ຢູ່ໃນປະ​ເທດຈີນ” ຍັງ​ສືບ​ຕໍ່ ໄດ້​ຮັບ​ການຖິ້ມ​ໂທດ​ໃສ່ ​ເຖິງ​ແມ່ນໃນ​ຂະນະທ່ານ​ໃກ້​ຈະ
​ເສຍ​ຊີວິດ​ແລ້ວ​ກໍ​ຕາມ. ນັກຂ່່າວ ວີໂອເອ Natalie Liu ມີລາຍ​ງານ​ກ່ຽວກັບ​ເລື່ອງນີ້ ຊຶ່ງ ກິ່ງສະຫວັນ ຈະນຳລາຍ​ລະອຽດມາສະເໜີທ່ານ.

ທ່່ານຫຼິວ ສ່ຽວໂບ້ ໄດ້ເສຍຊີວິດຢູ່ໂຮງໝໍ Shenyang ບ່ອນທີ່ທ່ານໄດ້ ຖືກຍ້າຍມາ
ຈາກຄຸກເພື່ອຮັບ​ການປິ່ນປົວ​ໂຣກມະເຮັງທີ່ຢູ່ໃນຂັ້ນຮ້າຍ​ແຮງ​ແລ້ວ. ຊຸມ​ມື້​ ໃນ​ໄລຍະ
ສຸດທ້າຍຂອງທ່ານ ​ແມ່ນ​ເຕັມ​ໄປ​ດ້ວຍ ການໂຕ້ແຍ້ງ ກ່ຽວ​ກັບ​ການ​ປະຕິ​ເສດຂອງ
ປັກກິ່ງ​ ຕໍ່ຄຳຮ້ອງຂໍຂອງຄອບຄົວ ທີ່ໃຫ້ສົ່ງທ່ານໄປປິ່ນປົວຢູ່ໃນສະຫະລັດ ຫລື
ເຢຍຣະມັນ.

ທ່່ານຫຼິວ ມີຊື່ສຽງມາ​ເປັນ​ເວລາ​ດົນ​ນານ​ແລ້ວ​ວ່າ ເປັນນັກ​ຄັດຄ້ານ​ລັດຖະບານທີ່ກ້າ
ປາກກ້າເວົ້າຄົນນຶ່ງ. ທ່ານ​ເປັນນັກປາຖະກະຖາ ຢູ່ມະຫາວິທະຍາໄລ ແລະເປັນນັກ
ຂຽ ທີ່ຮູ້ກັນດີໃນການ​ຕ້ອງ​ຕິຂອງທ່ານກ່ຽວກັບປະເພນີຈີນທີ່​ເຄີຍ​ມີ​ມາຂອງ​ຈີນ ຊີວິດ​
ການງານທີ່​ຄາດ​ກັນ​ວ່າ​ຈະ​ໄປ​ດີຂອງທ່ານ ໄດ້ຫັນປ່ຽນຢ່າງວ່ອງ ໄວເວລາທ່່ານໄດ້ ເຂົ້າຮ່ວມການປະ​ທ້ວງທີ່ນຳພາ​ໂດຍພວກນັກສຶກສາ ຢູ່ຈະຕຸ ລັດທຽນອັນເໝິນ
ໃນປີ 1989.

ຫລັງຈາກການປາບ​ປາມທັບມ້າງຢ່າງຮຸນແຮງຂອງທະຫານ ທີ່ຮູ້​ກັນ​ຢ່າງ​ກວ້າງ
ຂວາງວ່າ ການສັງ​ໝູ່ ​ທີ່ທຽນອັນເໝິນ ຊຶ່ງທ່ານ​ໄດ້​ຖືກຂະໜານ​ນາມວ່າ ເປັນ “ມືມືດ”
ແລະໄດ້ຖືກຕິດຄຸກ.

ເວລາທ່ານຖືກປ່ອຍໂຕອອກ​ມາໃນປີ 1991 ທ່່ານຍັງສືບຮຽກຮ້ອງໃຫ່້ມີການປະຕິ
ຮູບທາງການເມືອງ.

ທ່່ານຫຼິວ ສ່ຽວໂບ້ ຜູ້ໄດ້ຮັບລາງວັນຂະ​ແໜງສັນຕິພາບ ກ່າວວ່າ “ຖ້າຫາກມີຄວາມ
ຄືບໜ້າ ຢູ່ໃນສັງຄົມ ແລະການເມືອງຂອງຈີນ ໃນ 20 ປີທີ່ຜ່ານມານີ້ ທັງໝົດກໍ​ແມ່ນເພາະວ່າປະຊາຊົນ​ເປັນຊຸກຍູ້ໃຫ້ມີການປ່ຽນແປງ. ໃນທີ່ສຸດການປ່ຽນແປງ
ກໍຈະເກີດຂຶ້ນ ເວລາບັນຫາ​ເຫຼົ່ານັ້ນຍັງມີຢູ່ຕໍ່​ໄປ ແລະມີປະຊາຊົນເປັນຫ່ວງ
ຢ່າງພຽງພໍ.”

ໃນປິ 2008 ທ່ານຫຼິວແລະພວກ​ຄັດຄ້ານ​ລັດຖະບານແລະບັນດານັກປັນຍາຊົນໄດ້
ອອກຖະແຫລງການສະບັບນຶ່ງ ທີ່ຮູ້ກັນ​ໃນ​ຊື່ ກົດ​ບັດ 08 ທີ່ໄດ້ຮ້ອງໃຫ້ຍຸຕິ ການປົກ
ຄອງ ແບບ​ມີພັກການເມືອງພຽງ​ພັກດຽວຂອງຈີນ ແລະສ້າງຕັ້ງສາທາ ລະນະລັດໃໝ່
ທີ່​ເປັນປະຊາທິປະໄຕຂຶ້ນ​ແທນ.

ທ່່ານຫຼິວ ກ່າວວ່າ “ສຳລັບພວກເຮົາ ທີ່ຢູ່​ໃນ​ຂະ​ບວນ​ການເຄື່ອນໄຫວຄັດຄ້ານ ພາຍໃຕ້ລະບອບຜະເດັດການ ສ່ວນນຶ່ງ​ໃນວຽກການຂອງພວກເຮົາກໍຄືປະເຊີນ
ໜ້າກັບຕຳຫລວດ ແລະໃຊ້ເວລາຢູ່ໃນຄຸກ. ເພາະສະນັ້ນ ນັກຄັດຄ້ານ​ລັດຖະ
ບານ ບໍ່ພຽງແຕ່ຈຳ​ເປັນ​ຕ້ອງ​ໄດ້ຮຽນຮູ້ວ່າ ຈະ​ຕໍ່ຕ້ານການກົດຂີ່​ແບບ​ໃດ ແຕ່ຍັງ
ຕ້ອງຮູ້ວ່າ ຈະປະເຊີນໜ້າກັບ​ການ​ປາບ​ປາມ​ແບບ​ໃດ ແລະເວລາຢູ່ໃນຄຸກ​ແບບ
​ໃດ.”

ທ່ານຫຼິວ ໄດ້ຖືກຕັດສິນລົງໂທດຕິດຄຸກເປັນເວລາ 11 ປີ ໃນປີ 2009. ນຶ່ງປີຕໍ່ມາ ຊື່ຂອງທ່ານໄດ້ກາຍມາເປັນທີ່ຮູ້ກັນດີຢູ່​ໃນທົ່ວ​ໂລກ.

ທ່ານ Thorbjorn Jagland ປະທານຄະນະກຳມະການ​ໃຫ້​ລາງວັນໂນແບລນໍເວ
ກ່າວວ່າ “ຄະນະກຳມະການໂນແບລນໍເວ ໄດ້ຕັດສິນ​ໃຈ ມອບລາງວັນໂນແບລຂະ​ແໜງສັນຕິພາບປີ 2010 ໃຫ້ແກ່ທ່ານຫຼິວ ສ່ຽວໂບ້ ຍ້ອນ​ການ​ຕໍ່ສູ້ທີ່​ບໍ່ໃຊ້​ຄວາມ​ຮຸນ​
ແຮງ ມາ​ເປັນ​ເວລາ​ດົນ​ນານ​ຂອງ​ທ່ານ ເພື່ອພື້ນຖານສິດທິມະນຸດຢູ່ໃນປະ​ເທດຈີນ.”


ລາງວັນ​ດັ່ງກ່າວ​ນີ້ໄດ້ຮັບຮູ້​ເຖິງບົດບາດຂອງຊາວຈີນຫລາຍໆຄົນ ທັງຢູ່ໃນ ແລະນອກ
ປະເທດຈີນ ເພຶ່ອສ້າງຕັ້ງສິດທິມະນຸດສາກົນ​ຂຶ້ນ​ໃນ​ປະ​ເທ​ດຈີນ.

ທ່ານຫຼິວ ກ່າວວ່າ “ພວກເຈົ້າໜ້າທີ່ ມີອຳນາດຢູ່ໃນກຳມືຂອງເຂົາເຈົ້າ ເຂົາເຈົ້າ
ສາມາດຈັບກຸມປະຊາຊົນ ພວກເຮົາບໍ່ມີອຳນາດ​ແບບນັ້ນ ແຕ່ພວກເຮົາສາມາດ
ເວົ້າໄດ້ວ່າ ພວກເຮົາບໍ່ໃຫ້ການສະໜັບສະໜູນດັ່ງກ່າວ ພວກເຮົາຕໍ່ຕ້ານສິ່ງນີ້.”

ທ່ານຫຼິວ ຍັງອີກສາມປີ ຈຶ່ງຈະພົ້ນຈາກກຳນົດການຕິດຄຸກ ເວລາທ່ານເສຍຊີວິດ.
ຍານາງຫຼິວ ເຊ້ຍ ພັນລະຍາທີ່​ແຕ່ງງານ​ກັບທ່ານມາ​ໄດ້ 21 ປີ​ແລ້ວໄດ້ກ່າວເຖິງ
ຊີວິດຂອງເຂົາເຈົ້າດ້ວຍຄຳກອນວ່າ

“​ຂ້າພະເຈົ້າຢາກແຕ້ມຮູບພວກຕົ້ນໄມ້ ເປັນຫຍັງ? ​ຂ້າພະເຈົ້າມັກຮູບພາບທີ່ຕົ້ນ ໄມ້ພາກັນຢືນຢູ່. ​ເພິ່ນ​ວ່າ ຊີວິດທີ່ໄດ້ຢືນຢູ່ ຄົງຈະອິດເໝື່ອຍ ​ຂ້າພະເຈົ້າຕອບວ່າ
ແມ່ນແລ້ວ ແຕ່ຢ່າງໃດຂ້າພະເຈົ້າຍັງຈະຕ້ອງ.”

XS
SM
MD
LG