ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຟັງ ແລະ​ຫັດ​ເວົ້າ​ ຕາມ​ສຽງ​ຂອງ​ເຈົ້າ​ຂອງ​ ພາ​ສາຢູ່​ເລື້ອຍ ສາ​ມາດ​ຊ່ວຍ​ໃຫ້​ເວົ້າພາ​ອັງ​ກິດ​ແບບມີ​ສຳ​ນຽງ​ໃກ້​ຄຽງ ​ກັບ ເຈົ້າ​ຂອງ​ພາ​ສາ​ໄດ້


ປ່າ​ເຢັ້ງ​ ຊາ​ລໍ, ນາງ​ງາມ​ຈັກ​ກະ​ວານ​ລາວ ປີ 2022 ທີ່​ໃຊ້​ລາຍ​ການ​ສອນ​ພາ​ສາ​ອັງ​ກິດ VOA Special English ເພື່ອ​ຟັງ ແລະຫັດ​ເວົ້າຕາມ​ສຽງ​ຂອງ​ຄົນ​ອາ​ເມ​ຣິ​ກັນ ໃນ​ໄລ​ຍະ​ນຶ່ງ​ ເພື່ອໃຫ້​ສາ​ມາດເວົ້າ​ພາ​ສາ​ອັງ​ກິດໄດ້​ໃນ​ສຳ​ນຽງ​ທີ່​ຄ້າຍ​ຄື​ເຂົ້າ​ຂອງ​ພາ​ສາ​ໄດ້
ປ່າ​ເຢັ້ງ​ ຊາ​ລໍ, ນາງ​ງາມ​ຈັກ​ກະ​ວານ​ລາວ ປີ 2022 ທີ່​ໃຊ້​ລາຍ​ການ​ສອນ​ພາ​ສາ​ອັງ​ກິດ VOA Special English ເພື່ອ​ຟັງ ແລະຫັດ​ເວົ້າຕາມ​ສຽງ​ຂອງ​ຄົນ​ອາ​ເມ​ຣິ​ກັນ ໃນ​ໄລ​ຍະ​ນຶ່ງ​ ເພື່ອໃຫ້​ສາ​ມາດເວົ້າ​ພາ​ສາ​ອັງ​ກິດໄດ້​ໃນ​ສຳ​ນຽງ​ທີ່​ຄ້າຍ​ຄື​ເຂົ້າ​ຂອງ​ພາ​ສາ​ໄດ້

ຫລາຍ​ທ່ານ​ຄົນ​ຄົງ​ມີ​ຄວາມ​ສົນ​ໃຈ​ວ່າ ​ເຮັດ​ແນວ​ໃດ​ຈະ​ເວົ້າພາ​ສາ​ອັງ​ກິດ​ເກັ່ງ ​ເພື່ອ​ຈະ​ສື່​ສານກັບ​ຄົນ​ທີ່​ມາ​ຈາກ​ຫລາຍ​ປະ​ເທດ​ໃນ​ໂລກນີ້​ໄດ້ ໃນລາຍ​ການ​ສຶກ​ສາ​ຂອງວີ​ໂອ​ເອ​ມື້ນີ້ ພວກ​ເຮົາຈະ​ນຳ​ເອົາ​ບົດ​ຮຽນຂອງຊາວ​ໜຸ່ມລາວ​ສາມ​ຄົນທີ່​ປະ​ສົບ​ຜົນ​ສຳ​ເລັດ​ລະ​ດັບ​ສູງ​ໃນດ້ານ​ການ​ຮຽນພາ​ສາ​ອັງ​ກິດ ຈົນສາ​ມາດກ້າວຂາ​ເຂົ້າ​ໄປຢູ່​ໃນ​ເວ​ທີ​ສາ​ກົນໄດ້ ຊຶ່ງບົວ​ສະ​ຫວັ​ນຈະນຳ​ມາສະ​ເໜີ​ໃນ​ອັນ​ດັບ​ຕໍ່​ໄປ.

ພາ​ສາ​ອັງ​ກິດເປັນ​ພາ​ສາ​ທີ່​ຄົນນຳ​ໃຊ້ຫຼາຍ​ທີ່​ສຸດ​ໃນ​ໂລກ. ເມື່ອ​ປີ 2022 ແມ່ນມີ ຫຼາຍກວ່າ 1 ຕື້ 4 ແສນ​ຄົນທີ່ນຳໃຊ້​ພາ​ສາອັງ​ກິດ, ອີງ​ຕາມຂໍ້​ມູນສະຖິຕິ​ໃນ​ເວັບ​ໄຊ​ທ໌​ຂອງສະ​ມາ​ຄົມຮຽນຮູ້ພາສາ Association Language Learning ຊຶ່ງ​ເປັນ​ອົງ​ການການ​ກຸ​ສົນ ດ້ານການສິດ​ສອນ​ພາ​ສາທີ່​ຕັ້ງ​ຢູ່​ປະ​ເທດ​ອັງ​ກິດ.​ ແລ້ວ ເຮັດ​ແນວ​ໃດພວກ​ເຮົາ​ຈະ​ເວົ້າ​ພາ​ສາ​ອັງ​ກິດ​ຢ່າງ​ຄ່ອງ​ແຄ້ວໄດ້. ​ອີງ​ຕາມ​ປະ​ສົບ​ການຂອງຊາວ​ໜຸ່ມ​ລາວ 3 ຄົນທີ່ບໍ່​ມີ​ໂອ​ກາດໄດ້​ໄປ​ຮຽນຢູ່ໃນ​ໂຮງ​ຮຽນ​ນາໆ​ຊາດ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ແພງນັ້ນ ກໍ​ຄື ຖ້າ​ຢາກເວົ້າອັງ​ກິດ​ໄດ້​ດີ ນອກ​ຈາກ​ການ​ຮຽນ​ຢູ່​ໃນ​ຫ້ອງ​ຮຽນ​ແລ້ວນັກ​ຮຽນ​ຕ້ອງ​ຝຶກ​ຝົນ​ການ​ເວົ້າ ແລະຟັງໃນ​ເວ​ລາ​ຫວ່າງ ຫລື ຢູ່ ນອກ​ຫ້ອງ​ຮຽນ​ໃຫ້​ຫລາຍໆ ແລະເຮັດ​ຢ່າງ​ສະ​ໝ່ຳ​ສະ​ເໝີ ຖ້າ​ຈະເວົ້າ​ອີກ​ຢ່າງ​ນຶ່ງ​ກໍ​ຄື ຕ້ອງ​ທຸ້ມ​ເທ​ເວ​ລາໃຫ້​ກັບ​ມັນ. ທ້າວທິນາກອນ ຊຶ່ງ​ເປັນຊາວ​ໜຸ່ມ​ຜູ້ນຶ່ງໃນ 15 ຄົນ​ຈາກ​ທົ່ວ​ໂລກທີ່ຖືກຄັດເລືອກໃຫ້ເຂົ້າຮ່ວມໂຄງການຜູ້ນຳ ໄວໜຸ່ມຂອງ ອົງການ National Geographic ເຊິ່ງຕັ້ງຢູ່ນະຄອນຫຼວງວໍຊິງຕັນ​ແນະ​ນຳ​ນັກ​ຮຽນພາ​ສາ​ອັງ​ກິດ​ວ່າ:

“ນ້ອງ​ຢາກບອກ​ກໍ​ຄື ເຮົາ​ຕ້ອງ Invest ຫລືວ່າລົງ​ທຶ​ນໃນຕົນ​ເອງ​ໃຫ້​ຫລາຍໆ​ເນາະ ໃນ​ສິ່ງ​ທີ່​ເຮົາ​ຢາກ​ເຮັດ​ອີ່​ຫລີ ຢາກ​ໄດ້​ອີ່​ຫລີ ຄື​ສົມ​ມຸດ​ນ້ອງ​ກະສົນ​ໃຈ​ພາ​ສາ​ອັງ​ກິດ​ຢູ້​ແລ້ວແຕ່​ນ້ອຍ​ເນາະ ແລ້ວ​ນ້ອງ​ກະ​ເລີຍ​ພະ​ຍາ​ຍາມ​ຮຽນ ພະ​ຍາ​ຍາມຝຶກ​ເວົ້າ​ຫັ້ນ​ນະ ​ເພາະ​ວ່າມື້​ໃດ​ມື້​ນຶ່ງ ເພາະ​ວ່າ​ເຮົາ​ມີ​ຄວາມ​ຝັນຢາກ​ຈະໄປ​ທ່ຽວ​ຫລາຍໆ ບ່ອນ​ໃນ​ໂລກ​ຫັ້ນ​ນະ ພາ​ສ​າ​ອັງ​ກິດ​ເປັນ​ພາ​ສາກາງ​ເນາະ ແລ້ວ​ເຮົາ​ກະ​ເລີຍ​ຕັ້ງ​ໃຈ​ຮຽນມັນ​ໃຫ້​ໄດ້​ຫລາຍ​ທີ່​ສຸດ ​ເທົ່າ​ທີ່ຄວາມ​ສາ​ມາດເຮົາ​ຈະ​ເຮັດ​ໄດ້ ກວ່າ​ຊິເວົ້າ​ໄດ້​ກະໃຊ້​ເວ​ລາ​ຫລາຍ​ປີ​ເຕີບ ກະ​ຄື​ນ້ອງ​ເວົ້າ​ຫັ້ນ​ຫລະນ້ອງ​ກະ​ໄດ້​ຮຽນ​ມາ​ແດ່ ແລະ​ກໍ​ຮຽນ​ດ້ວຍ​ໂຕ​ເອງ​ແດ່.”

ເພື່ອ​ຝຶກ​ເວົ້າ ແລະ​ຟັງ​ພາ​ສາ​ອັງ​ກິດ​ຢ່າງ​ເປັນ​ລະ​ບົບເປັນ​ຫລາຍ​ເດືອນ ຫລື​ຫລາຍ​ປີໂດຍທີ່ບໍ່​ຕ້ອງມີນາຍ​ຄູ​ມາຄວບ​ຄຸມນັ້ນ ນັກ​ຮຽນ​ຕ້ອງຊອກ​ຟັງ​ພາ​ສາ​ອັງ​ກິດ​ທີ່ເວົ້າ​ໂດຍ​ຄົນ​ທີ່​ເປັນ​ເຈົ້າ​ຂອງ​ພາ​ສາ. ໃນ​ການ​ເຮັດເຊັ່ນນີ້ນາງອຸ​ໄລ​ພອນ ສີ​ລິ​ມະ​ສັກ ຊຶ່ງ​ຮູ້​ກັນ​ອີກ​ຊື່​ນຶ່ງວ່າຄູ​ນົກທີ່​ຕັ້ງ​ໂຮງ​ຮຽນສອນ​ພາ​ສາຂອງ​ຕົນ​ເອງ​ຢູ່​ໃນ​ນະ​ຄອນ​ຫລວງວຽງ​ຈັນເວົ້າ​ວ່າຜູ້​ກ່ຽວໄດ້​ໃຊ້ແຫລ່ງ​ຂ່າວ​ສານ ແລະ​ໂທ​ລະ​ພາບ​ມາ​ຈາກ​ຫລາຍ​ແຫລ່ງ ເຊັ່ນ​ເຄື່ອ​ຂ່າຍໂທ​ລະ​ພາບ​ HBO ຂອງບໍ​ລິ​ສັດ Home Box Office ທີ່​ຕັ້ງ​ຢູ່​ໃນ​ສະ​ຫະ​ລັດ ແລະ​ແຫລ່ງ​ອື່ນໆຊຶ່ງ​ຜູ້​ກ່ຽວ​ກັບຄາດ​ວ່າ ເປັນຂອງ​ອາ​ເມ​ຣິ​ກັນ ​ພ້ອມ​ທັງຟັງລາຍ​ການ​ຂ່າວ​ຂອງ​ວີ​ໂອ​ເອທີ່​ເວົ້າ​ເປັນ​ພາ​ສາ​ອັງ​ກິດນັ້ນ​ນຳ​ອີກ​ດ້ວຍ. ນາງໃຫ້​ຄຳ​ເຫັນ​ວ່າ:

“ໜ້າ​ຈະ​ແມ່ນ​ອາ​ເມ​ຣິ​ກາ ເພາະ​ວ່າ​ສ່ວນ​ຫລາຍຄື HBO ກະ​ແມ່ນ​ຊ້ອງ​ອາ​ເມ​ຣິ​ກາ ລະ​ກະວີ​ໂອ​ເອ​ກະ​ເຄີຍ​ຟັງ​ແຕ່ກີ້​ມັນ​ມີ​ຢູ່​ວິ​ທະ​ຍຸ ດຽວນີ້​ມັນ​ຮັບ​ບໍ່​ໄດ້​ແລ້ວ ແຕ່ສະ​ໄໝ​ນັ້ນ​ເປີດ​ເປັນ​ຂ່າວ​ວີ​ໂອ​ເອ ​ຫລະ.”

ແຕ່​ເຖິງ​ແມ່ນ​ວ່າ ​ລາຍ​ການ​ຂ່າວ​ວີ​ໂອ​ເອ​ທາງວິ​ທະ​ຍຸ​ ອາດ​ຈະ​ຫາ​ຟັງ​ໄດ້​ຍາກ​ໃນ​ຍຸກນີ້ ແຕ່​ທາງວີ​ໂອ​ເອ​ກໍ​ມີ​ລາຍ​ການ​ຮຽນ​ພາ​ສາ​ອັງ​ກິດ​ໃນ​ຫລາກ​ຫລາຍ​ຮູບ​ແບບ​ລວມ​ທັງ​ແບບ​ເປັນ​ວີ​ດິ​ໂອສາຍ​ຜ່ານ​ທາງ​ຢູ​ທູບ ແລະ ເຟັ​ສ​ບຸ​ກອີກ​ດ້ວຍ ຊຶ່ງນັກ​ຮຽນ​ນັກ​ສຶກ​ສາສາ​ມາດ​ໃຊ້​ເພື່ອ​ຝຶກ​ທັກ​ສະ​ໃນ​ການ​ຟັງ ແລະ​ການ​ເວົ້າ ພາ​ສາ​ອັງ​ກິດ​ແບບ​ອາ​ເມ​ຣິ​ກັນ ແລະ​ເພີ້ມ​ພູນ​ຄວາມ​ຮູ້​ຮອບ​ຕົວ​ໄປ​ນຳ. ປ່າ​ ເຢັງ ຊາ​ລໍ, ນາງ​ງາມ​ຈັກ​ກະ​ວານລາວປີ 2022 ທີ່ເລີ້ມ​ຮຽນ​ພາ​ສາ​ອັງ​ກິດຢ່າງ​ຕັ້ງ​ໜ້າ​ໃນ​ໄລ​ຍະ​ທີ່​ຮຽນ​ຢູ່​ມັດ​ທະ​ຍົມ​ປາຍ ກໍ​ຄືບໍ່​ຮອດ 10 ປີ ຜ່ານ​ມານີ້​ນາງເຫັນ​ວ່າ ລາຍ​ການ​ພາ​ສາ​ອັງ​ກິດພິ​ເສດ​ຂອງວີ​ໂອ​ເອ ຫລື VOA Special English ເປັນແຫລ່ງທີ່ໃຫ້​ຄວາມ​ຮູ້​ດ້ານພາ​ສາ​ອັງ​ກິດ​ອັນ​ມີ​ຄຸນ​ຄ່າແຫລ່ງ​ນຶ່ງ. ເມື່ອຂ້າ​ພະ​ເຈົ້າ​ແນະ​ນຳ​ຕົວ​ວ່າ​ເປັນ​ນັກ​ຂ່າວ​ຂອງວີ​ໂອ​ເອ ​ນາງ​ອຸທານອອກ​ມາ​ດ້ວຍ​ຄວາມ​ຕື່ນເຕັ້ນໃນທັນ​ທີ​ວ່າ:

“ໂອ້​ວີ​ໂອ​ເອ Yeah I practice English ນ້ອງຟັງເວ​ລາ​ທີ່​ເຂົາ​ເຈົ້າ​ເວົ້າ ແລ້ວ​ເວົ້າ​ຕາມ​ຫລັງ ເພາະ​ວ່າ​ມັນ​ມີ​ໂຕ​ໜັງ​ສື​ຂຶ້ນ​ມາຂຶ້ນ​ມາ​ເນາະ ແລ້ວ​ນ້ອງ​ກະຈະ​ຟັງ ແລ້ວ​ໂກ​ປີ​ສຽງ ກະ​ຮຽນຈ​າກນັ້ນ​ໄດ໋ VOA Special English ຮຽນ​ຈາກ​ອັນ​ນັ້ນ​ແຫລະ ຝຶກ​ໂຕນີ້​ຫລາຍຊ່ວງນັ້ນ​ໜະ ດົນ​ເປັນ​ເດືອນ​ພຸ້ນ​ແຫລະ.”

​ບັນ​ດາ​ທ່ານ ໂດຍ​ສະ​ເພາະ​ນ້ອງໆ ນັກ​ຮຽນ ນັກ​ສຶກ​ສາທີ່​ຕິດ​ຕາມ​ຟັງ​ລາຍ​ການ​ຂອງວີ​ໂອ​ເອ ກໍ​ຍັງ​ສາ​ມາດ​ຮຽນ​ພາ​ສາ​ອັງ​ກິດ​ຈາກ​ເວັບ​ໄຊ​ທ໌, ເຟ​ສ​ບຸກ ແລະ​ວິ​ທະ​ຍຸ​ຂອງ​ພວກ​ເຮົາ​ໄດ້​ອີກ ຊຶ່ງ​ພວກ​ເຮົາ​ມີ​ລາຍ​ການຄຳ​ສັບ​ໃນ​ຂ່າວ (News Words) ແລະ ອັງ​ກິດ​ໃນ​ 1 ນາ​ທີ (English in a Minute). ພ້ອມ​ກັນ​ນັ້ນ ພວກ​ເຮົາ​ກໍ​ໄດ້​ຮ່ວມ​ມື​ກັບ​ອົງ​ການ​ຂ່າວ​ໃນ​ລາວບາງ​ອົງ​ການ ເຊັ່ນໂທ​ລະ​ພາບ​ແຫ່ງ​ຊາດ​ລາວ ແລະ​ວິ​ທະ​ຍຸ​ກະ​ສຽງ​ແຫ່ງ​ຊາດ​ລາວເພື່ອ​ຜະ​ລິດແລະ​ເຜີຍ​ແຜ່​ບົດ​ຮຽນຜ່ານ​ວິ​ທະ​ຍຸໃຫ້​ທ່ານ​ຜູ້​ຟັງ​ຢູ່​ໃນ​ລາວ​ ໄດ້​ຟັງ​ ແລະ​ຮຽນພາ​ສາ​ອັງ​ກິດ ເປັນ​ປະ​ຈຳ​ເກືອບ​ທຸກວັນ​ໃນ​ແຕ່ລະອາ​ທິດ​ອີກ​ດ້ວຍ.

ເມື່​ເວົ້າ​ເຖິງຄວາມ​ຄ່ອງ​ແຄ້ວ​ໃນການ​ເວົ້າ​ພາ​ສາ​ອັງ​ກິດນັ້ນ ແມ່​ນ​ມີ​ຢູ່ 5 ລະ​ດັບ ​ຄື ລະ​ດັ​ບ Distinguished, Superior, Advanced, Intermediate ແລະ Novice ຊຶ່ງ​ແປ​ວ່າ ລະ​ດັບຍອດ​ຢ້ຽມ, ດີ​ເລີດ, ກ້າວ​ໜ້າ, ປານ​ກາງ ແລະ​ເລີ້ມ​ຕົ້ນ, ອີງ​ຕາມ​ສະ​ພາ​ສອນ​ພາ​ສາ​ຕ່າງ​ປະ​ເທດ​ຂອງ​ອາ​ເມ​ຣິ​ກາ ຫລື ACTFL. ໃນ​ລະ​ດັບ​ຍອດ​ຢ້ຽມນັ້ນ ຜູ້​ເວົ້າ​ສາ​ມາດ​ໃຊ້​ພາ​ສາ​ອັງ​ກິດ​ໄດ້​ຢ່າງ​ຄ່ອງ​ແຄ້ວ, ຖືກ​ຕ້ອງ​ຊັດ​ເຈນ, ມິ​ປະ​ສິດ​ທິພາບ ແລະ​ປະ​ສິດ​ທິ​ຜົນ, ເປັນ​ຄົນ​ທີ່​ມີ​ການ​ສຶກ​ສາ​ສູງ ແລະສາ​ມາດ​ສ​ະ​ແດງ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ທຸກ​ຢ່າງໃຫ້​ຄົນ​ເຂົ້າ​ໃຈ​ໄດ້ ບໍ່​ວ່າມັນຈະ​ມີ​ຄວາມສະ​ຫລັບ​ຊັ​ບ​ຊ້ອນຫລາຍ​ປານ​ໃດ​ກໍ​ຕາມ. ໃນ​ລະ​ດັ​ບ​ດີ​ເລີດນັ້ນ​ ຜູ້​ເວົ້າ​ສາ​ມາດສື່​ສານເປັນ​ພາ​ສາ​ອັງ​ກ​ດິ​ໄດ້​ຢ່າງ​ຖືກ​ຕ້ອງ​ຊັດ​ເຈນ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ ທັງ​ໃນ​ສະ​ຖາ​ນະ​ການ​ທີ່​ເປັນທາງ​ການ ແລະ​ບໍ່​ເປັນ​ທາງ​ການ. ໃນ​ລະ​ດັບ​ກ້າວ​ໜ້ານັ້ນ ຜູ້​ເວົ້າ​ສາ​ມາດ​ໂອ້​ລົ​ມ​ເປັນ​ພາ​ສາ​ອັງ​ກິດ​ໄດ້​ຢ່າງ​ຊັດ​ເຈນກ່ຽວ​ກັບ​ຫົວ​ຂໍ້​ທີ່​ກ່ຽວ​ກັບຊີ​ວະ​ປະ​ຫວັດ​ ເຊັ່ນແລື້ອງ​ທີ່​ໜ້າ​ສົນ​ໃຈ​ກ່ຽວ​ກັບ​ຊຸມ​ຊົນ, ສັນ​ຊາດ ແລະ​ສາ​ກົນ. ສ່ວນ​ລະ​ດັບ​ປານ​ກາງນັ້ນ ແມ່ນຜູ້​ເວົ້າ​ສາ​ມາດ​ເວົ້າ​ພາ​ສາ​ອັງ​ກິດ​ກ່ຽວ​ກັບ​ຫົວ​ຂໍ້​ທີ່​ຕົນ​ເອງ​ຄຸ້ນ​ເຄີຍ​ໃນ​ຊີ​ວິດ​ປະ​ຈຳ​ວັນເທົ່າ​ນັ້ນ​ໄດ້. ແລະ​ໃນ​ລະ​ດັບ​ເລີ້ມ​ຕົ້ນ​ນັ້ນ ຜູ້​ເວົ້າ​ສາ​ມາດເວົ້າ​ພາ​ສາ​ອັງ​ກິດ​ໂດຍ​ໃຊ້​ຄຳ​ເວົ້າ​ອັນ​ສັ້ນໆກ່ຽວ​ກັບ​ເລື້ອງທີ່​ຜູ້​ກ່ຽວ​ປະ​ສົບ​ໃນແຕ່​ລະ​ວັນ ຊຶ່ງອາດ​ຈະ​ບໍ່​ຊັດ​ເຈນ​ປານ​ໃດ ແລ້ວ​ຜູ້​ຟັງ​ພໍ​ຈະ​ເຂົ້າ​ໃຈ​ໄດ້​ດ້ວຍ​ການ​ຄາດ​ເດົາເອົາ.

XS
SM
MD
LG