ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ຊາວລີເບຍ ໃນເມືອງ Benghazi ​ໂຮມຊຸມນຸມ ປະທ້ວງ ຕໍ່ຕ້ານ ກຸ່ມລັດອິສລາມ


ປະຊາຊົນ​ລີ​ເບຍ​ ​ໄດ້ພາກັນ​ທຳ​ການ​ປະ​ທ້ວງ ຕໍ່ຕ້ານ​ພວກ​ຫົວ​ຮຸນ​ແຮງ​ລັດອິສລາມ ທີ່​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີສະຫລະ​ຊີບສາມ​ບັ້ນ ​ທີ່​ພາ​ໃຫ້​ມີ​ຄົນ​ເສຍ​ຊີ
ວິດຫລາຍ​ສິບ​ຄົນ ​ໃນ​ພາກ​ຕາ​ເວັນອອກ​ຂອງ​ປະ​ເທດ​ນັ້ນ.

ປະຊາຊົນ ​ຫຼາຍ​ພັນ​ຄົນ​ພາກັນ​ໂຮມ​ຊຸມນຸມ ຢູ່​ເມືອງ Benghazi ​ໃນວັນ​ສຸກ​ຜ່ານ​ມາ ຊຶ່ງ​ເປັນ​ເວລາ​ບໍ່​ດົນ​ຫຼັງ​ຈາກ​ການ​ວາງ​ລະ​ເບີດ​ໄດ້ສັງຫານ​ປະຊາຊົນ​ຢ່າງ​ ໜ້ອຍ 40 ຄົນ ​ແລະເຮັດ​ໃຫ້​ບາດ​ເຈັບ​ຕື່ມ​ອີກ​ຫຼາຍ​ສິບ​ຄົນ ​ໃນ​ເມືອງ Qubba ນັ້ນ.

ນາຍ Ali Benkhial ຊາວ​ເມືອງ Benghazi ກ່າວວ່າ “ພວກ​ເຮົາ​ຂໍປະມານ​ແລະ​
ຕຳ​ໜິ​ພຶດຕິ​ກຳ​ອາ​ຊະ​ຍາ​ກຳ​ດັ່ງກ່າວ ​ແລະ​ພວກ​ເຮົາ​ຢາກ
ແຈ້ງ​ໃຫ້​ປະຊາ​ຄົມນາໆ
​ຊາດຮູ້ຈັກ​ວ່າ ກຸ່ມ​ລັດ​ອິສລາມ ​ແລະ​ພວກ​ກຸ່ມ​ກໍ່​ການ​ຮ້າຍ​ອື່ນໆ ​ໄດ້​ກາຍ​ມາ​ເປັນ​
ໄພ​ຂົ່ມຂູ່​ອັນ​ແທ້​ຈິງ ​ແລະ​ອາ​ຊະ​ຍາ​ກຳແລະ​ການລະ​ເມີດ​ຕ່າງໆຂອງ​ພວກ​ເຂົາ ​
ໄດ້​ເພີ້​ມທະວີ​ຂຶ້ນ​ ຢູ່​ໃນ​ລີ​ເບຍ.”

ກຸ່ມ​ສິ້ງ​ຊອມ​ເບິ່ງ​ການ​ກໍ່​ການ​ຮ້າຍ​ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ສະຫະລັດ ຫຼື ກຸ່ມ​ສືບ​ລັບ SITE ກ່າວ​ວ່າ ກຸ່ມ​ລັດ​ອິສລາມ ສາຂາແຂວງ Barqah ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ເຫຼົ່າ​ນີ້ ​ແລະ​ລະບຸເຊື້ອ ຊາດພວກ​ວາງ​ລະ​ເບີດ ວ່າ ​ເປັນ​ຄົນ​ລີ​ເບຍ ​ແລະ Saudi.

ລີ​ເບຍ​ໄດ້​ ເຫັນ​ຄວາມ​ຮຸນ​ແຮງ​ເພີ້​ມທະວີ​ຂຶ້ນ ​ໃນ​ຂະນະ​ທີ່​ພວກ​ນັກ​ຕໍ່ສູ້​ທີ່ຈົງ​ຮັກ​ພັກ​ດີຕໍ່​ກຸ່ມ​ລັດ​ອິສລາມ ພະຍາຍາມ​ຈະ​ຍຶດ​ເອົາ​ດິນ​ແດນ​ເພີ້​ມຂຶ້ນ​ອີກ.

libya22february15
please wait
Embed

No media source currently available

0:00 0:01:34 0:00

Libyans are protesting against the Islamic State militants who claimed responsibility for deadly car bombing attacks in the country's east.

Thousands of people rallied in Benghazi Friday, not long after the killing of at least 40 people and the wounding of dozens more in three suicide bombings in the town of Qubba.

"We denounce and condemn this criminal act, and we would like to inform the international community that IS (Islamic State group) and other terrorist groups have become a real threat and their crimes and violations increased inside Libya."

The U.S.-based terrorism monitor, SITE Intelligence Group, said the Barqah Province division of IS claimed responsibility for the attacks and identified the bombers as Libyan and Saudi.

Libya has seen escalating violence, as fighters loyal to the Islamic State group attempt to gain more territory.

XS
SM
MD
LG