ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາຍງານກ່ຽວກັບ ລີເບຍ ປະນາມອັງກິດ ແລະຝຣັ່ງ ທີ່ຂັບໄລ່ Gadhafi


Libya Report Strongly Criticizes British and French 2011 Ouster of Gadhafi
please wait

No media source currently available

0:00 0:03:00 0:00

ບັນ​ດາ​ຊະ​ມາ​ຊິກ​ສະພາ​ອັງ​ກິ​ດກຸ່ມ​ນຶ່ງ ​ໄດ້​ຕິຕຽນ​ຢ່າງແຮງຕໍ່​ການ​ເຂົ້າ​ແຊກ​ແຊງ​ຂອງ​ອັງ​ກິດ ​ແລະ​ຝຣັ່ງ ​ໃນ​ປີ 2011 ທີ່​ນຳ​ໄປ​ສູ່​ການ​ໂຄ່ນ​ລົ້ມ​ຜູ້ນຳ​ລີ​ເບຍ Moammar Gadhafi.

ລາຍ​ງານ​ຈາກ​ ຄະນະ​ກຳ​ມະ​ການພົວພັນ​ການຕ່າງປະເທດຂອງສະພາ​ອັງກິດ ​ໄດ້ກ່າວ​ວ່າ ຂາດ​ການວາງ​ແຜນໄວ້​ລ່ວງ​ໜ້າ​ຂອງ​ອັນ​ທີ່ ລີ​ເບຍ​ໄດ້​ຕົກ​ສູ່ສິກິດ​ການວຸ້ນວາຍ​ຢ່າງໄວວາ ​ໂດຍ​ທະຫານ​ບ້ານ​ທີ່​ເປັນ​ຄູ່​ແຂ່ງ ​ຕໍ່ສູ້​ເພື່ອ​ກຳ​ອຳນາດ ​ແລະ​ກຸ່ມ​ກໍ່ການ​ຮ້າຍ​ລັດ​ອິສລາມ ​ໄດ້​ຍຶດ​ເພີ້​ມພື້ນ​ທີ່ຂຶ້ນໃນ​ປະ​ເທດ.

ລົດຂອງກຳລັງຈົງຮັກພັກດີຕໍ່ Moammar Gadhafi ເກີດລະເບີດ ຫລັງຈາກການໂຈມຕີທາງອາກາດ.
ລົດຂອງກຳລັງຈົງຮັກພັກດີຕໍ່ Moammar Gadhafi ເກີດລະເບີດ ຫລັງຈາກການໂຈມຕີທາງອາກາດ.

ທີ່​ນະຄອນ​ຫລວງວໍ​ຊິງ​ຕັນ ກະຊວງການ​ຕ່າງປະ​ເທດສະຫະລັດ ​ໄດ້ສົ່ງສຽງ​ໃຫ້​ເຫັນ​ວ່າ ໃຫ້ໃຊ້ອຳນາດ​ເພື່ອ​ປັດ​ກວດ ຈັດ​ແຈງ ຄວາມບໍ່​ເປັນ​ລະບຽບ​ຮຽບຮ້ອຍ ທີ່​ຕິດຕາມ​ມາ​ຫຼັງ​ຈາກ​ການຈົບ​ລົງຂອງ Gadhafi.

ຮອງ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ Mark Toner ​ໄດ້ກ່າວ​ວ່າ “ພວກ​ເຮົາ​ໄດ້ຮັບ​ຮູ້​ວ່າ ຫລັງ​ຈາກ​ເວລາເກີດ​ເຫດຂອງ​ການ​ລົ້ມ​ທະລາ​ຍຂອງ Godhafi ບໍ່​ໄດ້​ມີ​ການປະຕິບັດ​ການ​ຢ່າງ​ພຽງພໍ​ເພື່ອ​ຮັກສາ​ລີເບຍ ​ແລະ​ຊ່ວຍ​ລັດຖະບານ​ໃໝ່​ ​ຢືນຢັດ​ຢູ່​ດ້ວຍ​ຕົວຂອງ​ຕົວ​ເອງ.”

ພວກກະບົດຕໍ່ຕ້ານລັດຖະບານ ນັ່ງຢູ່ເທິ່ງລົດຕ້ານທາງອາກາດ ທີ່ເມືອງ Ras Lanouf, ພາກຕາເວັນອອກຂອງລີເບຍ.
ພວກກະບົດຕໍ່ຕ້ານລັດຖະບານ ນັ່ງຢູ່ເທິ່ງລົດຕ້ານທາງອາກາດ ທີ່ເມືອງ Ras Lanouf, ພາກຕາເວັນອອກຂອງລີເບຍ.

ແຕ່​ທ່່ານ Toner ​ໄດ້ກ່າວ​ວ່າ ​ນັບ​ແຕ່​ນັ້ນ​ ​ໄດ້​ມີ​ການ​ເພັ່ງ​ເລັງ​ຢ່າງ​ໃຫຍ່​ຫລວງ“​ເພື່ອຈັດ​ຕັ້ງ​ລັດຖະບານ​ໃໝ່ the GNA (ລັດຖະບານ​ເຫັນ​ພ້ອມແຫ່ງ​ຊາດ) ​ແລະ​ຍັງ​ຈະ​ຕິດຕາມ ​ແລະ​ຫວັງວ່າ​ ຈະ​ກຳກັບ​ຕໍ່​ການ​ຂົ່ມຂູ່​ໃດໆ” ຈາກກຸ່ມ​ລັດ​ອິສລາມ ​ແລະ “​ພ້ອມ​ທີ່​ຈະ​ຮວບ​ຮວມ​ອຳນາດເຂົ້າ​ຫາ​ກັນ​ພາຍ​ໃນ​ລີ​ເບຍ​ຢ່າງ​ແທ້​ຈິງ.”

ຕຶກອາຄານຖຶກເສຍຫາຍໜັກ
ຕຶກອາຄານຖຶກເສຍຫາຍໜັກ

ການ​ຕັດສິນ​ປະນາມ​ເກີດ​ຂຶ້ນ ຫ້າ​ປີ ຫລັງ​ຈາກ​ທີ່ທ່ານ David Cameron ຊຶ່ງ​ໃນ​ຂະນະ​ນັ້ນ ດຳລົງ​ຕຳ​ແໜ່​ງ​ເປັນນາຍົກລັດຖະມົນ​ຕີ​ອັງກິດ​ ​ແລະໃນ​ຊ່ວງ​ນັ້ນ​ເຊັ່ນ​ກັນ ທ່ານ Nicolas Sarkozy ເປັນປະທານາທິບໍດີ​ຝຣັ່ງ ​ທີ່ໄດ້​ຢືນ​ຢູ່​ຢ່າງ​ຜູ້​ມີໄຊ​ໃນ ຈະ​ຕຸ​ລັດ​ອິດ​ສະລະ​ພາບໃນ Benghazi ເມື່ອ​ກັນຍາ 2011 ທີ່​ຮ້ອງ​ໂຮ​ສະໜັບສະໜູນ​ໂດຍ​ຝຸງຊົນ​ຫລວງຫຼາຍ ຊຶ່ງ​ນັ້ນ​ແມ່ນການ​ຮ່ວມ​ໂຈມ​ຕີ​ທາງ​ອາກາ​ດ ​ແລະ​ລູກ​ສອນ​ໄຟ​ ​ເພື່ອ​ໂຄ່ນ​ລົ້ມ​ ພະເດັດ​ການ Gadhafi ​ໃຫ້​ສິ້ນ​ຊາກ​ໄປ.

ຜູ້ນຳ​ລີ​ເບຍ ​ໄດ້​ຂົ່ມຂູ່​ທີ່​ຈະ​ໂຈມ​ຕີ​ທີ່​ໝັ້ນ​ກຸ່ມ​ກະບົດ​ຢູ່​ເມືອງ Benghazi.

ເຖິງ​ຢ່າງ​ໃດ​ກໍ​ດີ ລາຍ​ງານ ​ໄດ້​ສະຫລຸບ​ວ່າ​ອັງກິດ ​ແລະຝຣ່ັງ ​ໄດ້​ລົ້ມ​ແຫລວຕໍ່ການ​ພິສູດ​ເຖິງ​ໄພ​ຂົ່ມຂູ່​ຕໍ່ພົນລະ​ເຮືອນ​ ຊຶ່ງໄດ້​ກ່າວ​ເກີນ​ຄວາມ​ຈິງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG