ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາແຫ່ງຊາດ ອີຈິບ ອະນຸຍາດໃຫ້ ກອງທັບເຂົ້າແຊກແຊງ ໃນປະເທດ ລີເບຍ


ສະມາຊິກສະພາແຫ່ງຊາດ ອີຈິບ ເຂົ້າຮ່ວມກອງປະຊຸມທົ່ວໄປ ໃນນະຄອນຫຼວງ ໄຄໂຣ. 20 ກໍລະກົດ, 2020.
ສະມາຊິກສະພາແຫ່ງຊາດ ອີຈິບ ເຂົ້າຮ່ວມກອງປະຊຸມທົ່ວໄປ ໃນນະຄອນຫຼວງ ໄຄໂຣ. 20 ກໍລະກົດ, 2020.

ສະພາແຫ່ງຊາດ ອີຈິບ ໄດ້ອະນຸຍາດໃຫ້ປະທານາທິບໍດີ ອັບແດລ ຟັດທາ ແອລ-ຊິສຊີ ສົ່ງກອງກຳ ລັງທະຫານໄປປະເທດ ລີເບຍ ທີ່ຢູ່ໃກ້ຄຽງ, ຖ້າມີຄວາມຕ້ອງການ. ທ່ານ ຊິສຊີ ໄດ້ເຕືອນລັດຖະ ບານໃນປັດຈຸບັນຂອງ ລີເບຍທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງ ທຣິໂປລີ ແລະ ຜູ້ໜູນຫຼັງຂອງເຂົາ ເຈົ້າໃນ ເທີກີ ໃນຕົ້ນເດືອນນີ້ບໍ່ໃຫ້ຂ້າມ “ເສັ້ນສີແດງ” ທີ່ ອີຈິບ ພິຈາລະນາວ່າ ມີຄວາມສຳຄັນຕໍ່ ຄວາມໝັ້ນຄົງໃນເມືອງທ່າເຮືອ ເຊີເຕ ຂອງ ລີເບຍ. ນັກຂ່າວວີ ໂອເອ ເອັດເຫວີດ ເຢຣານຽນ ມີລາຍງານ ຈາກນະຄອນຫຼວງ ໄຄໂຣ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນ ດັບຕໍ່ໄປ.


ການລົງຄະແນນສຽງໃນສະພາແຫ່ງຊາດຂອງ ອີຈິບ ສຳລັບປະທານາທິບໍດີ ອັບແດລ ຟັດທາ ແອລ-ຊິສຊີ ເພື່ອແຊກແຊງ ເຂົ້າໃນ ລີເບຍ ບໍ່ປາກົດວ່າ ໄດ້ເຮັດໃຫ້ມີກິດຈະກຳທາງທະຫານໃດໆໃນທັນທີ ຈາກກອງກຳລັງຄູ່ແຂ່ງໃນ ປະເທດ ລີເບຍ.

ໃນຂະນະດຽວກັນ, ສື່ມວນຊົນຂອງ ອີຈິບ ລາຍງານວ່າ ທ່ານ ຊິສຊີ ໄດ້ລົມ ກັບປະທານາທິບໍດີ ສະ ຫະລັດ ທ່ານ ດໍໂນລ ທຣຳ ທາງໂທລະສັບໃນຄືນ ວັນຈັນ ທີ່ຜ່ານມາ, ເຊິ່ງໄດ້ເພັ່ງເລັງໃສ່ຄວາມຈຳ ເປັນສຳລັບການຢຸດຍິງໃນ ລີເບຍ ເພື່ອປ້ອງກັນການເຮັດໃຫ້ຄວາມຂັດແຍ້ງທີ່ດຳເນີນຢູ່ຮຸນແຮງຂຶ້ນ.

ໃນຖະແຫຼງການສະບັບນຶ່ງລຸນຫຼັງການລົງຄະແນນສຽງຂອງເຂົາເຈົ້າໃນວັນຈັນທີ່ຜ່ານມາ, ສະພາແຫ່ງຊາດ ອີຈິບ ໄດ້ກ່າວວ່າ “ເຂົາເຈົ້າໄດ້ຮັບຮອງ ຢ່າງເປັນ ເອກະສັນ ທີ່ຈະສົ່ງສະມາຊິກຂອງກອງກຳລັງຕິດອາວຸດ ອີຈິບ ໄປປະຕິບັດພາລະກິດການຕໍ່ສູ້ຢູ່ນອກເຂດຊາຍແດນຂອງປະເທດ ເພື່ອປົກປ້ອງຄວາມປອດໄພ ແຫ່ງຊາດຂອງ ອີຈິບ.” ສະພາແຫ່ງຊາດຕ້ອງຮັບຮອງທຸກໆການຕັດສິນໃຈເພື່ອໃຫ້ ອີຈິບ ໄປເຮັດສົງຄາມດ້ວຍຄະແນນສຽງສອງສ່ວນສາມ.

ສະພາແຫ່ງຊາດທີ່ຕັ້ງຢູ່ພາກຕາເວັນອອກຂອງ ລີເບຍ ໄດ້ອອກຖະແຫຼງການສະບັບນຶ່ງເມື່ອນຶ່ງອາ ທິດທີ່ຜ່ານມາໃນພາກຕາເວັນອອກຂອງ ລີເບຍ ເພື່ອໃຊ້ ກອງທັບເຂົ້າແຊກແຊງ “ຖ້າມີຄວາມຈຳ ເປັນ,” ຍ້ອນສິ່ງທີ່ຖືກເອີ້ນວ່າ “ການແຊກແຊງທີ່ຊັດເຈນຂອງ ເທີກີ ໃນ ລີເບຍ ແລະ ໄດ້ລະເມີດອຳນາດອະທິປະໄຕຂອງປະເທດດັ່ງກ່າວ.”

ລັດຖະມົນຕີການຕ່າງປະເທດຂອງ ອີຈິບ ທ່ານ ຊາເມ ຊູຄຣີ ໄດ້ກ່າວໃນທ້າຍອາທິດທີຜ່ານມາວ່າລັດຖະບານ ໄຄໂຣ ແມ່ນກຳລັງຕິດຕາມສະຖານະການໃນ ລີເບຍ “ຢ່າງໃກ້ຊິດ.”

ທ່ານ ຊາເມ ຊູຄຣີ ກ່າວວ່າ “ອີຈິບ ແມ່ນກຳລັງຕິດຕາມສະຖານະການໃນ ລີເບຍ ຢ່າງໃກ້ຊິດ ແລະ ຈະເອົາມາດຕະການທີ່ເດັດຂາດເພື່ອປົກປ້ອງ “ຄວາມປອດໄພແຫ່ງຊາດຂອງ ອາຣັບ.”

ສະມາຊິກສະພາແຫ່ງຊາດ ອີຈິບ ທ່ານ ເອມາດ ແກດ ໄດ້ກ່າວຕໍ່ສື່ມວນຊົນ ອາຣັບ ວ່າການລົງຄະ ແນນສຽງຂອງສະພາແຫ່ງຊາດເພື່ອໃຫ້ໄຟຂຽວຕໍ່ປະທາ ນາທິບໍດີ ຊິສຊີ ເຂົ້າແຊກແຊງໃນ ລີເບຍ “ບໍ່ໄດ້ໝາຍເຖິງການປະກາດສົງຄາມ ແລະ ວ່າສະພາແຫ່ງຊາດບໍ່ໄດ້ລະບຸເວລາ ຫຼື ວິທີທີ່ທ່ານປະ ທານາທິບໍດີອາດໃຊ້ເພື່ອເຂົ້າແຊກແຊງ.”

ນັກວິເຄາະຊາວ ລີເບຍ ທ່ານນາງ ອາຢາ ເບເວລາ, ຜູ້ບັນລະຍາຍຊົ່ວຄາວທີ່ ວິທະຍາໄລປ້ອງກັນປະເທດ ແຮລເລນິກ ໄດ້ກ່າວຕໍ່ວີໂອເອວ່າ ອີຈິບ ແມ່ນກຳ ລັງເພິ່ງພາອາໄສກອງກຳລັງຊົນເຜົ່າຂອງ ລີເບຍ ຈາກທຸກພາກສ່ວນຂອງປະເທດ ເພື່ອຫຼິ້ນບົດບາດໃນການແກ້ໄຂຄວາມຂັດແຍ້ງທີ່ກຳລັງດຳເນີນຢູ່. ທ່ານນາງເວົ້າວ່າ, ອີຈິບ, “ເຂົ້າໃຈວ່າການເມືອງ ແລະ ຊີວິດໃນສັງຄົມຂອງ ລີເ ບຍ ແມ່ນຖືກຈັດຕັ້ງຢູ່ອ້ອມຮອບຊົນເຜົ່າຕ່າງໆ” ຜູ້ທີ່ຄວາມປາຖະໜາ ແລະ ຜົນປະໂຫຍດຂອງເຂົາເຈົ້າບໍ່ຄວນຖືກກຳຈັດ.

ໃນຂະນະດຽວກັນ, ກຳປັ່ນບັນທຸກເຮືອບິນ ຊາກ ເດິ ໂກລ ຂອງ ຝຣັ່ງ ເມື່ອບໍ່ ດົນມານີ້ໄດ້ຖືກສົ່ງ ອອກໄປຢູ່ນອກຊາຍຝັ່ງຂອງເມືອງ ເຊີເຕ, ເພື່ອຕິດຕາມການ ເຄື່ອນໄຫວທີ່ອາດເປັນໄປໄດ້ຂອງກອງກຳລັງທະຫານບ້ານ ທີ່ໄດ້ຮັບການໜູນຫຼັງຈາກ ເທີກີ, ອີງຕາມສື່ມວນຊົນ ອາຣັບ. ລັດຖະ ບານ ປາຣີ ສະໜັບສະໜູນຜູ້ບັນຊາການກອງທັບນາຍພົນຄາລີຟາ ຮັຟຕາ ທີ່ມີຖານຕັ້ງຢູ່ພາກຕາ ເວັນອອກຂອງປະເທດ.

ໃນກິດຈະກຳທາງການທູດອື່ນໆ, ປະທານາທິບໍດີ ອາລຈີເຣຍ ທ່ານ ອັບແດລ ມາດຈິດ ເທັບບູນ ໄດ້ກ່າວຕໍ່ໂທລະພາບ ອາລຈີເຣຍ ວ່າ ປະເທດຂອງທ່ານສະໜັບສະໜູນການແກ້ໄຂບັນຫາທາງການເມືອງ ຕໍ່ຄວາມຂັດແຍ້ງ ລີເບຍ.

ທ່ານ ອັບແດລມາດຈິດ ເທັບບູນ ກ່າວວ່າ “ທ່ານໄດ້ຕິດຕໍ່ກັບບຸກຄົນສຳຄັນໃນ ວິກິດການ ລີເບຍ ໃນແຕ່ລະວັນ, ລວມທັງປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ, ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ, ປະທານາທິບໍດີ ຕູນີເຊຍ ທ່ານ ເກສ ຊາອິດ ແລະ ກັບບັນດາເຈົ້າ ໜ້າທີ່ ເທີກີ ດ້ວຍວິທີຂອງຜູ້ເປັນກາງໃນອ່າວ ເປີເຊຍ.” ທ່ານ ເທັບບູນ ໄດ້ກ່າວຕື່ມວ່າ ທ່ານຄິດວ່າຄວາມຂັດແຍ້ງດັ່ງກ່າວໃນທີ່ສຸດຕ້ອງຖືກແກ້ໄຂຜ່ານການເຈລະຈາ.”

ລັດຖະມົນຕີກະຊວງພາຍໃນຂອງລັດຖະບານ ທຣິໂປລີ ທ່ານ ຟາທີ ບາຊາກາ, ໄດ້ເດີນທາງໄປຢ້ຽມຢານະຄອນຫຼວງ ອັງກາຣາ ຂອງ ເທີກີ ໃນວັນຈັນທີ່ຜ່ານມາ ເພື່ອປຶກສາຫາລື ກ່ຽວກັບ ສະຖາ ນະການຂອງ ລີເບຍ ກັບລັດຖະມົນຕີ ປ້ອງກັນປະເທດ ເທີກີ ທ່ານ ຄາລູຊີ ອາກາ ແລະ ລັດຖະມົນ ຕີປ້ອງກັນປະເທດ ມາລຕາ.

ໂຄສົກກອງທັບບົກ ລີເບຍ ພັນເອກ ຄາເລັດ ໂມໄຮດີນ ໄດ້ກ່າວຕໍ່ສື່ມວນຊົນ ອາຣັບ ວ່າ ເທີກີ ໄດ້ສົ່ງ “ນັກຮົບທະຫານບ້ານຫຼາຍພັນຄົນ ແລະ ທະຫານຮັບຈ້າງໄປຕໍ່ສູ້ກັບກອງກຳລັງຂອງທ່ານ, ລວມທັງທະຫານຮັບຈ້າງ ຈາກປະເທດ ຊີເຣຍ ແລະ ຕູນີເຊຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG