ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມ ລີເບຍ ເພັ່ງເລັງໃສ່ ການເລືອກຕັ້ງ, ຄວາມປອດໄພ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ, ຊ້າຍ, ກັບລັດຖະມົນຕີການຕ່າງປະເທດ ເຢຍຣະມັນ ທ່ານ ໄຮໂກ ມາສ, ຂວາ, ກ່າວຄຳປາໄສໃນກອງປະຊຸມຖະແຫຼງຂ່າວ ຢູ່ກະຊວງການຕ່າງປະເທດ ເຢຍຣະມັນ ໃນນະຄອນຫຼວງ ເບີລິນ. 23 ມິຖຸນາ, 2021.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ, ຊ້າຍ, ກັບລັດຖະມົນຕີການຕ່າງປະເທດ ເຢຍຣະມັນ ທ່ານ ໄຮໂກ ມາສ, ຂວາ, ກ່າວຄຳປາໄສໃນກອງປະຊຸມຖະແຫຼງຂ່າວ ຢູ່ກະຊວງການຕ່າງປະເທດ ເຢຍຣະມັນ ໃນນະຄອນຫຼວງ ເບີລິນ. 23 ມິຖຸນາ, 2021.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ແລະ ນາຍົກລັດຖະມົນຕີຊົ່ວ ຄາວຂອງ ລີເບຍ ທ່ານ ອັບດູລຮາມິດ ດາໄບບາ ຈະຈັດການເຈລະຈາຢູ່ນະຄອນຫຼວງ ເບີລິນ ປະ ເທດ ເຢຍຣະມັນ ໃນວັນພະຫັດມື້ນີ້ ບໍ່ດົນຫຼັງຈາກກອງປະຊຸມໃຫຍ່ສາກົນທີ່ເພັ່ງເລັງໃສ່ການສະ ໜັບສະໜູນ ກ່ຽວກັບ ການຫັນປ່ຽນລັດຖະບານໄລຍະຂ້າມຜ່ານຂອງ ລີເບຍ ໄປເປັນຖາວອນ ແລະ ໝັ້ນຄົງ.

ກອງປະຊຸມດັ່ງກ່າວ, ເຊິ່ງຖືກຈັດຂຶ້ນໂດຍ ເຢຍຣະມັນ ແລະ ອົງການສະຫະປະຊາຊາດນັ້ນ, ລວມມີເຈົ້າໜ້າທີ່ຈາກ 17 ປະເທດ ແລະ ໄດ້ຂະຫຍາຍການສະໜັບສະໜູນສຳລັບການເລືອກຕັ້ງແຫ່ງ ຊາດໃນ ລີເບຍ ທີ່ມີກຳນົດຈັດຂຶ້ນໃນທ້າຍເດືອນທັນວານີ້.

ທ່ານ ບລິງເຄັນ ໄດ້ກ່າວໃນກອງປະຊຸມເມື່ອວັນພຸດວານນີ້ວ່າ “ພວກເຮົາຢາກຖືຄວາມໄດ້ປຽບຂອງໂອກາດໃນເວລານີ້, ດ້ວຍການຂອບໃຈຢ່າງຫຼວງຫຼາຍມາຍັງ ເຢຍຣະມັນ ສຳລັບການນຳເອົາທຸກຄົນມາເຕົ້າໂຮມກັນ, ສຳລັບວຽກງານທີ່ໄດ້ເຮັດຢ່າງຕໍ່ເນື່ອງເພື່ອພະຍາຍາມທີ່ຈະຊ່ວຍເຫຼືອ ລີເບຍ ກ້າວໄປຂ້າງໜ້າສູ່ອະນາຄົດທີ່ເປັນເອກກະລາດດີກວ່າເກົ່າ ແລະ ເຂັ້ມແຂງກວ່າເກົ່າ.”

ເຈົ້າໜ້າທີ່ອາວຸໂສຄົນນຶ່ງຂອງກະຊວງການຕ່າງປະເທດ ສະຫະລັດ ຕໍ່ມາໄດ້ກ່າວຕໍ່ບັນດານັກຂ່າວວ່າ ການເລືອກຕັ້ງດັ່ງກ່າວແມ່ນສຳຄັນ “ເຊິ່ງມັນບໍ່ແມ່ນພຽງແຕ່ຈະເປັນລັດຖະບານທີ່ຖືກຕ້ອງຕາມກົດໝາຍໃນໄລຍະຍາວ ແລະ ໜ້າເຊື່ອຖືກໄດ້ເທົ່ານັ້ນ,” ແຕ່ມັນຍັງຈະຊ່ວຍເພື່ອບັນລຸເປົ້າໝາຍໃນການດຳເນີນການຮຽກຮ້ອງທີ່ມີຢູ່ສຳລັບນັກລົບຕ່າງປະເທດທຸກຄົນທີ່ຈະເດີນທາງອອກຈາກປະ ເທດດັ່ງກ່າວ.

ເຈົ້າໜ້າທີ່ຄົນນັ້ນໄດ້ເວົ້າວ່າ “ລັດຖະບານ ລີເບຍ ທີ່ຖືກມອບອຳນາດໃຫ້ຢ່າງເຕັມທີ່ ແລະ ຖືກຕ້ອງຕາມກົດໝາຍນັ້ນ ຈະມີຖານະທີ່ເຂັ້ມແຂວງກວ່າເກົ່າຫຼາຍທີ່ຈະຫັນໄປຫາພວກຜູ້ດຳເນີນການຕ່າງປະເທດພວກນີ້ ແລະ ເວົ້າວ່າ, “ຂອບໃຈຫຼາຍໆ, ຕອນນີ້ມັນແມ່ນປະເທດຂອງພວກເຮົາແລ້ວ ແລະ ພວກເຮົາ ຢາກຈະເປັນຄົນທີ່ກຳນົດສາຍພົວພັນການຮ່ວມມືທີ່ພວກເຮົາຈະມີ ແລະ ບໍ່ໃຫ້ ເຂົາເຈົ້າກຳນົດຕໍ່ພວກເຮົາ.”

ຖະແຫຼງການທາງການການສະບັບນຶ່ງຈາກບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ກ່າວວ່າ “ກອງກຳລັງຕ່າງປະເທດທັງໝົດ ແລະ ທະຫານຮັບຈ້າງຈະຕ້ອງຖອນອອກຈາກ ລີເບຍ ໂດຍປາສະຈາກການເລື່ອນເວລາ,” ແຕ່ໃນຈຸດນັ້ນປະເທດ ເທີກີ ໄດ້ກ່າວຢໍ້າເຖິງຂໍ້ຈຳກັດຂອງເຂົາເຈົ້າ.

ເຈົ້າໜ້າທີ່ອາວຸໂສກະຊວງການຕ່າງປະເທດຄົນດັ່ງກ່າວໄດ້ເວົ້າວ່າ ເທີກີ ພິຈາ ລະນາເຈົ້າໜ້າທີ່ຂອງເຂົາເຈົ້າໃນ ລີເບຍ ເປັນຜູ້ໃຫ້ການຝຶກແອບ ອີງຕາມຂໍ້ຕົກລົງທີ່ເຂົາເຈົ້າໄດ້ມີນຳກັນກັບລັດຖະ ບານຊົ່ວຄາວຊຸດກ່ອນ, ເຊິ່ງ ແມ່ນລັດຖະບານແຫ່ງຂໍ້ຕົກລົງສ້າງຄວາມປອງດອງຊາດທີ່ຖືກຮັບຮູ້ໂດຍອົງການສະຫະປະຊາຊາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG