ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກເສລີນິຍົມ ພົບປະກັນ ເພື່ອ ເລືອກເອົາ ຜູ້ສະໝັກແຂ່ງຂັນ ເອົາຕຳແໜ່ງ ປະທານາທິບໍດີ


ຜູ້ສະໝັກແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດ ພັກເສລີນິຍົມ ທ່ານ Gary Johnson ໂອ້ລົມກັບຜູ້ແທນ ທ່ານນຶ່ງ ຢູ່ທີ່ກອງປະຊຸມໃຫຍ່ ແຫ່ງຊາດຂອງພັກເສລີນິຍົມ, ວັນທີ 27 ພຶດສະພາ 2016, ໃນນະຄອນ Orlando ລັດ Florida.
ຜູ້ສະໝັກແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດ ພັກເສລີນິຍົມ ທ່ານ Gary Johnson ໂອ້ລົມກັບຜູ້ແທນ ທ່ານນຶ່ງ ຢູ່ທີ່ກອງປະຊຸມໃຫຍ່ ແຫ່ງຊາດຂອງພັກເສລີນິຍົມ, ວັນທີ 27 ພຶດສະພາ 2016, ໃນນະຄອນ Orlando ລັດ Florida.

ການບໍ່ໄດ້ຮັບຄວາມນິຍົມທີ່ເລິກລົງໄປຕື່ມ ຂອງຜູ້ທີ່ອາດຈະໄດ້ຖືກສະເໜີຊື່ ເອົາຕຳແໜ່ງ ປະທານາທິບໍດີ ຈາກພັກຣິີພັບບລີກັນ ທ່ານ Donald Trump ແລະ ຜູ້ນຳໜ້າ ໃນການ ແຂ່ງຂັນ ຂອງພັກເດໂມແຄຣັດ ທ່ານນາງ Hilary Clinton ແມ່ນກຳລັງກໍ່ໃຫ້ເກີດລະດັບ ຄວາມຕື່ນເຕັ້ນ ທີ່ບໍ່ເຄີຍມີມາກ່ອນ ສຳລັບພັກທີ 3 ຄືພັກເສລີນິຍົມ ຫຼື the Libertarians ເຊິ່ງເປັນພັກທີ່ຈົບການແຂ່ງຂັນລົງເປັນອັນດັບ 3 ຢ່າງ ສະໝ່ຳສະເໝີໃນການແຂ່ງຂັນ ສອງພັກ.

ປະຊາຊົນຫຼາຍພັນຄົນໄດ້ໄປເຕົ້າໂຮມກັນ ສຳລັບກອງປະຊຸມໃຫຍ່ຂອງພັກ ເສລີນິຍົມ ໃນສັບປະດານີ້ ທີ່ເມືອງ Orlando ລັດ Florida ເພື່ອລົງຄະແນນສຽງໃນ ວັນອາທິດມື້ນີ້ ເພື່ອເລືອກເອົາຜູ້ຖືກສະເໜີຊື່ ເອົາຕຳແໜ່ງປະທານາທິບໍດີ ຂອງພວກເຂົາເຈົ້າ.

ບັນດາຜູ້ແທນ ຮັບຟັງ ການກ່າວຄຳປາໄສ ໃນຫ້ອງປະຊຸມຫຼັກ ຢູ່ທີ່ກອງປະຊຸມໃຫຍ່ແຫ່ງຊາດຂອງພັກເສລີນິຍົມ ຫຼື Libertarian Party, ວັນທີ 27 ພຶດສະພາ 2016, ໃນນະຄອນ Orlando ລັດ Florida.
ບັນດາຜູ້ແທນ ຮັບຟັງ ການກ່າວຄຳປາໄສ ໃນຫ້ອງປະຊຸມຫຼັກ ຢູ່ທີ່ກອງປະຊຸມໃຫຍ່ແຫ່ງຊາດຂອງພັກເສລີນິຍົມ ຫຼື Libertarian Party, ວັນທີ 27 ພຶດສະພາ 2016, ໃນນະຄອນ Orlando ລັດ Florida.

ບັນດາເຈົ້າໜ້າທີ່ຂອງພັກເສລີນິຍົມໄດ້ກ່າວໃນວັນສຸກທີ່ຜ່ານມາວ່າ ໃນ ຂະນະທີ່ກອງ ປະຊຸມໃຫຍ່ 4 ມື້ ໄດ້ເລີ່ມຂຶ້ນ ທີ່ມີບັນດາຜູ້ແທນຈຳນວນ 985 ຄົນ ແລະ ຕົວແທນ 344 ຄົນເຂົ້າຮ່ວມຈາກທັງໝົດ 50 ລັດ ເຊິ່ງຫຼາຍເປັນສະຖິຕິ. ພວກສະມາຊິກ ທີ່ຈ່າຍຄ່າທຳ ນຽມກໍແມ່ນໄດ້ເພີ່ມຂຶ້ນ 30 ເປີເຊັນ ນັບຕັ້ງແຕ່ ຕົ້ນປີມາ.

ບັນດາຜູ້ທີ່ມີຄະແນນນຳໜ້າໃນການແຂ່ງຂັນດັ່ງກ່າວ, ໃນຈຳນວນຜູ້ທີ່ໄດ້ປະກາດລົງ ແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ອິດສະຫຼະ 18 ຄົນ, ແມ່ນອະດີດຜູ້ປົກຄອງລັດ New Mexico ທ່ານ Gary Johnson ແລະ ຄູ່ຮ່ວມສະມັກແຂ່ງຂັນ ເປັນຮອງປະທາ ນາທິບໍດີ ກໍແມ່ນ ທ່ານ William Weld, ອະດີດຜູ້ປົກຄອງລັດ Massachusetts.

ຊື່ຂອງທ່ານ Weld ໄດ້ຖືກພາດຫົວເລື່ອງຂ່າວ ມາຕະຫລອດ ນັບຕັ້ງແຕ່ທ່ານ ເຂົ້າຮ່ວມ ໃນການແຂ່ງຂັນເປັນຕົ້ນມາ ຍ້ອນທ່ານປຽບທຽບ ຂໍ້ສະເໜີຂອງທ່ານ Trump ທີ່ຈະເນລະ ເທດ ຜູ້ຍົກຍ້າຍຖິ່ນຖານ ທີ່ບໍ່ມີໜັງສືຢ່າງຖືກກົດໝາຍ ໃສ່ກັບເຫດການ Kristallnacht, ເຊິ່ງເປັນການສັງຫານໝູ່ໃນປີ 1938 ທີ່ໄດ້ຖືກຈົດຈຳກັນມາຈົນຮອດປະຈຸບັນນີ້ ສຳລັບ ການກະທຳທີ່ໂຫດ ຮ້າຍປ່າເຖື່ອນຕໍ່ກັບປະຊາຊົນຊາວຢິວ ໃນການນຳໄປສູ່ສົງຄາມໂລກ ຄັ້ງທີ 2.

ທ່ານຖືກຖາມວ່າທ່ານໄດ້ປຽບທຽບທ່ານ Trump ໃສ່ກັບທ່ານ Hitler ບໍ່, ທ່ານ Weld ໄດ້ກ່າວຕໍ່ວີໂອເອ ວ່າ “ບໍ່, ຂ້າພະເຈົ້າໄດ້ປຽບທຽບໃສ່ ການຕ້ອນປະຊາຊົນ ໃນຕອນ ທ່ຽງຄືນ ໃສ່ກັບການຕ້ອນປະຊາຊົນ ໃນຕອນທ່ຽງຄືນ ໃນທະວີບຢູໂຣບ ໃນຊຸມປີ 1930. ຂ້າພະເຈົ້າ ຄິດວ່າ ນັ້ນແມ່ນການປຽບທຽບ ທີ່ເໝາະສົມ ໃນການກວດຕ້ອນ ເອົາປະຊາຊົນ ຈຳນວນ 11 ລ້ານຄົນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Willian Weld Speaks to VOA
please wait

No media source currently available

0:00 0:00:51 0:00

XS
SM
MD
LG