ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບົດຮຽນ ຂອງສົງຄາມໂລກ ຄັ້ງທີນຶ່ງ ຄວນຕ້ອງ ໃຫ້ມີ ຄວາມອົດກັ້ນ ແລະ ການມີສ່ວນຮ່ວມ


ນາຍົກ ອັງກິດ ທ່ານນາງ ເທີຣີຊາ ເມ ແລະ ປະທານາທິບໍດີ ຝຣັ່ງ ທ່ານ ເອມມານຸແອລ ມາຄຣົງ ຢ້ຽມຢາມປ່າຊ້າ ທີແອັບວາລ, ວັນທີ 9 ພະຈິກ 2018.
ນາຍົກ ອັງກິດ ທ່ານນາງ ເທີຣີຊາ ເມ ແລະ ປະທານາທິບໍດີ ຝຣັ່ງ ທ່ານ ເອມມານຸແອລ ມາຄຣົງ ຢ້ຽມຢາມປ່າຊ້າ ທີແອັບວາລ, ວັນທີ 9 ພະຈິກ 2018.

ມັນເປັນການຄາດການວ່າ ຈະເປັນສົງຄາມ ທີ່ຈະເຮັດໃຫ້ສົງຄາມທັງໝົດສິ້ນສຸດລົງ
ຫາກແຕ່ ມັນໄດ້ສ້າງການແຂ່ງດີແຂ່ງເດັ່ນກັນ ແລະ ການຂັດແຍ້ງກັນ ທີ່ຈະລະເບີດຂຶ້ນ
ເປັນການຂັດແຍ້ງອີກຄັ້ງນຶ່ງຂອງໂລກ ພາຍໃນພຽງສອງທົດສະວັດຕໍ່ມາ.

ການໄປເຕົ້າໂຮມກັນຂອງບັນດາຜູ້ນຳໃນທົ່ວໂລກ ຢູ່ທີ່ນະຄອນຫຼວງ ປາຣີ ໃນທ້າຍສັບ
ປະດານີ້ ເພື່ອການລະລຶກເຖິງ ການສະຫງົບເສິກ ໃນສົງຄາມໂລກຄັ້ງທີນຶ່ງ ຄົບຮອບ
ນຶ່ງຮ້ອຍປີ ນັ້ນ ບໍ່ພຽງແຕ່ເປັນການລະນຶກເຖິງການສູນເສຍຊີວິດ ຂອງຫຼາຍລ້ານຄົນ
ແລະ ຄວາມເສຍຫາຍອັນມະຫາສານ ທີ່ມັນໄດ້ນຳມາ ເທົ່ານັ້ນ ແຕ່ຍັງເປັນການທອດ
ຖອນບົດຮຽນທີ່ຜິດພາດ ຈາກສົງຄາມນັ້ນ.

ສົງຄາມໂລກຄັ້ງທີນຶ່ງ ໄດ້ປ່ຽນແປງພູມິສາດທາງດ້ານການເມືອງຂອງຢູໂຣບ ແລະ ໄດ້
ປ່ຽນແປງ ທັດສະນະຂອງຄວາມກ້ຳເກິ່ງໃນໂລກ ຕະຫຼອດໄປ. ມັນໄດ້ໂຄ່ນລົ້ມລະບອບ
ຣາຊາທິປະໄຕທີ່ເກົ່າແກ່ຫຼາຍສັດຕະວັດຫຼາຍແຫ່ງ ແລະໄດ້ຈັດຕັ້ງປະເທດໃໝ່ຂຶ້ນ ຈາກ
ເທົ່າຖ່ານຂອງອານາຈັກທັງຫຼາຍ ທີ່ໄດ້ລົ້ມຕາຍຫາຍຈາກໄປນັ້ນ.

ໃນໄລຍະສັ້ນໆ ຫຼັງຈາກສົງຄາມໄດ້ສິ້ນສຸດລົງ ສາດສະດາຈານ ເອວີລ ໂຣຊວາລດ໌
(Aviel Roshwald) ຈາກມະຫາວິທະຍາໄລ ຈໍຣທາວ (Georgetown University)
ກ່າວໄປ ແລະວ່າ ມັນເບິ່ງຄືກັບວ່າ ຖ້າຍຸກສະໄໝໃໝ່ ໄດ້ສະຫງົບສຸກແລ້ວ ຊຶ່ງປະເທດ
ທັງຫຼາຍ ສາມາດກຳນົດຊະຕາກຳ ແລະ ອະນາຄົດຂອງພວກເຂົາເຈົ້າເອງ.

​ສາດສະດາຈານ ເອວີລ ໂຣຊວາລດ໌ ເວົ້າວ່າ “ໃນໄລຍະອັນສັ້ນ ລະຫວ່າງ ປີ 1918 ຫາ
1919 ມັນເບິ່ງຄືວ່າ ການປຸກລະດົມ ເພື່ອກຳນົດອະນາຄົດຂອງຕົນເອງ ຂອງພວກຄົນ
ກຸ່ມນ້ອຍໃນຢູໂຣບ ໄດ້ຮັບໄຊຊະນະ ໃນຂະນະທີີ່ ພວກປະເທດໃຫຍ່ທັງຫຼາຍ ຂອງ
ອານາຈັກຕ່າງໆ ເຊັ່ນອານາຈັກແຮັບສເບີກ ອານາຈັກໂຣມານັອຟ ແລະ ຢູ່ໃນຕາ
ເວັນອອກກາງ ກໍຄື ອານາຈັກ ອໍໂຕມານ ກໍໄດ້ລົ້ມສະຫຼາຍ ໄດ້ຖືກຍຶດຄອງ ຫຼື ທັງ
ສອງຢ່າງ ແລະ ໄດ້ເປີດທາງໃຫ້ເກີດປະເທດໃໝ່ຂຶ້ນມາ.”

ທ່ານກ່າວຕໍ່ໄປວ່າ “ແຕ່ ການເກີດຂຶ້ນມາເຫຼົ່ານັ້ນ ຫຼື ການຂະຫຍາຍເຂດແດນຂອງ
ແຕ່ລະປະເທດໃໝ່ນັ້ນ ແມ່ນໄດ້ເກີດຂຶ້ນມາຈາກຊາກຫັກພັງຂອງ ອານາຈັກຕ່າງໆ
ໃນພາວະຂອງຄວາມວຸ້ນວາຍທີ່ເກີດຂຶ້ນລະຫວ່າງປະເທດ ການຢຸດຊະງັກ ຂອງ
ເສດຖະກິດ ການເກີດຂຶ້ນຂອງສົງຄາມ ແລະ ໄຊຊະນະທັງຫຼາຍ ທີ່ພວກເຂົາເຈົ້າ
ໄດ້ມາ ກໍໄດ້ນຳມາພ້ອມຢ່າງຊັດເຈນ ກໍຄື ການສ້າງຄວາມຂັດແຍ້ງ ໃນອະນາຄົດ
ແລະ ຄວາມພ່າຍແພ້ ໃນອະນາຄົດ.”

John Lampe: Learning the Lessons of World War II
please wait

No media source currently available

0:00 0:00:31 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG