ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາງພະຍາບານ ເລັສລີ ມາຣຕີເນສ ຈິດຕະວົງ ຄົນລາວ-ອາເມຣິກັນ ເຮັດວຽກຢູ່ຫ້ອງສຸກເສີນ ຊ່ອຍຮັກສາ ຄົນປ່ວຍເປັນໂຄວິດ


ນາງພະຍາບານ ເລັສລີ ມາຣຕີເນສ ຄົນອາເມຣິກັນເຊື້ອສາຍລາວ ປະຈຳການຢູ່ຫ້ອງສຸກເສີນ ທີ່ໂຮງໝໍ OSS Saint Anthony ໃນເມືອງຣອກຟອດ ລັດອີລລີນອຍ ຂອງສະຫະລັດ.
ນາງພະຍາບານ ເລັສລີ ມາຣຕີເນສ ຄົນອາເມຣິກັນເຊື້ອສາຍລາວ ປະຈຳການຢູ່ຫ້ອງສຸກເສີນ ທີ່ໂຮງໝໍ OSS Saint Anthony ໃນເມືອງຣອກຟອດ ລັດອີລລີນອຍ ຂອງສະຫະລັດ.

ນາງເລັສລີ ມາຣຕີເນສ ຈິດຕະວົງ ເປັນລູກຫຼານລາວເກີດຢູ່ໃນສະຫະລັດ ພາຍຫຼັງຈາກໄດ້ຮຽນຈົບ ມະຫາວິທະຍາໄລແພດສາດຂອງເມືອງຣັອກຟອດ ຫຼື Saint Anthony School of Nursing ໃນເດືອນພຶດສະພາປີນີ້ ເປັນພະຍາບານທີ່ໄດ້ຂຶ້ນບຽນຖືກຕ້ອງຕາມກົດລະບຽບ ແລະໄດ້ຖືກຮັບເຂົ້າເຮັດວຽກທີ່ໂຮງໝໍ OSS Saint Anthony ເມື່ອຕົ້ນເດືອນນີ້ ໃນພະແນກສຸກເສີນ ຮັກສາຄົນປ່ວຍບາດເຈັບທາງດ້ານລະບົບເສັ້ນປະສາດ ແລະຄົນເຈັບຖືກໄຟເຜົາໃໝ້ໜັກ.

ໃນລະຫວ່າງເຮັດວຽກຢູ່ທີ່ໂຮງໝໍດັ່ງກ່າວ ນາງກໍໄດ້ຖືກຮຽກຮ້ອງໃຫ້ໄປຊ່ວຍເບິ່ງແຍງຄົນປ່ວຍຈາກພະຍາດໂຄວິດ-19 ທີ່ໄດ້ເຂົ້າມາຮັກສາຢູ່ທີ່ໂຮງໝໍຫຼາຍຂຶ້ນນັບມື້ ຊຶ່ງນາງໄດ້ກ່າວ ກ່ຽວກັບການເບິ່ງແຍງຮັກສາຄົນປ່ວຍໂຄວິດ ເປັນພາສາອັງກິດດັ່ງນີ້:

ນາງແລັສລີ ກ່າວວ່າ “ໂດຍປົກກະຕິແລ້ວ ກັບຄົນເຈັບເປັນພະຍາດ Covid ຈຸດເພັ່ງເລັງຫຼັກ ກໍແມ່ນກວດເບິ່ງສະພາບລະບົບການຫາຍໃຈຂອງພວກເຂົາ ແລະເບິ່ງວ່າ ພວກເຂົາມີອາການແນວໃດ, ສ່ວນຫຼາຍຄົນປ່ວຍທີ່ຂ້ອຍໄດ້ດູແລປິ່ນປົວຜູ້ທີ່ເປັນ Covid ນັ້ນ ໂດຍພື້ນຖານແລ້ວ ພວກເຂົາໃນທີ່ສຸດກໍຕ້ອງໄດ້ເອົາທໍ່ສາຍອັອກຊີເຈັນ ແຍ່ລົງໃນປາກຂອງພວກເຂົາ ເພື່ອຊ່ວຍໃຫ້ພວກເຂົາຫາຍໃຈໄດ້ ເພາະວ່າພວກເຂົາບໍ່ສາມາດຫາຍໃຈດ້ວຍຕົນເອງ. ດັ່ງນັ້ນ ກ່ອນອື່ນໝົດ ເມື່ອທ່ານເບິ່ງແຍງຄົນປ່ວຍເປັນ Covid ທ່ານຕ້ອງການຮູ້ວ່າ ສະພາບການຫາຍໃຈຂອງພວກເຂົາ ເປັນແນວໃດ. ມັນຂື້ນຢູ່ກັບວ່າ ລະບົບຮ່າງກາຍຂອງພວກເຂົາແຂງແຮງຫຼາຍປານໃດໃນການຟື້ນຕົວຈາກພະຍາດ ບາງເທື່ອມັນສາມາດປ່ຽນແປງໄດ້ໄວວາສະນັ້ນສະພາບການຫາຍໃຈກໍເປັນອັນດັບໜຶ່ງແນ່ນອນ ເພາະມັນສາມາດປ່ຽນໄປໃນທາງບໍ່ດີໄດ້ໄວແທ້ໆເລີຍ ເຖິງແມ່ນວ່າ ພວກເຂົາໄດ້ຮັບການຊ່ວຍດ້ວຍເຄື່ອງຈັກທ່າຍເທອາກາດຢູ່ກໍຕາມ, ຫຼືພວກເຂົາກໍສາມາດດີຂຶ້ນໄດ້ໄວ ແລະເອົາທໍ່ຫາຍໃຈອອກ ແລ້ວອາດຫາຍໃຈດ້ວຍຕົນເອງ ແລະພະຍາຍາມກັບຄືນໄປບ້ານ ບໍ່ວ່າຈະໄວຫລືຊ້າ ແຕ່ວ່າມັນກໍຂື້ນກັບຄົນປ່ວຍແຕ່ລະຄົນເອງ.”

ນາງເລັສລີ ຍັງບອກອີກວ່າ ນາງໄດ້ຮັບການສັກຢາວັກຊີນປ້ອງກັນໂຄວິດເປັນທີ່ຮຽບຮ້ອຍ ແລະວ່າເປັນທີ່ໜ້າເສຍໃຈ ພວກຄົນປ່ວຍຍ້ອນໂຄວິດ ເຂົ້າໆອອກໆໂຮງໝໍຢູ່ເລື້ອຍໆ ຫຼາຍໆຄັ້ງພວກຄົນປ່ວຍບໍ່ສາມາດຟື້ນຕົວໄດ້ຈາກພະຍາດໂຄວິດເພາະມັນຄວບຄຸມລະບົບຫາຍໃຈຢ່າງວ່ອງໄວ ແລ້ວພວກເຂົາກໍບໍ່ລອດ ໂດຍປົກກະຕິແລ້ວຖ້າພວກຄົນປ່ວຍຢູ່ໂຮງໝໍດົນເຖິງເກືອບນຶ່ງເດືອນ ພວກເຮົາກໍຕ້ອງໄດ້ປຶກສາໃຫ້ຄຳແນະນຳກັບຄອບຄົວເຂົາເຈົ້າ ໃນບັ້ນສຸດທ້າຍຊີວິດຂອງພວກຄົນປ່ວຍນັ້ນ.

XS
SM
MD
LG