ທ່ານເລໂອນິດ ຄຣັຟຈຸກ (Leonid Kravchuk), ອະດີດຄອມມິວນິສຜູ້ທີ່ຊ່ວຍເຊັນຄໍາສັ່ງປະຫານຊີວິດຄົນຂອງ ສະຫະພາບໂຊຫວຽດ ແລະຫຼັງຈາກນັ້ນ ກໍໄດ້ເປັນປະທານາທິບໍດີຄົນທໍາອິດຂອງຢູເຄຣນເມື່ອປະເທດດັ່ງກ່າວ ໄດ້ຮັບເອກະ ລາດ ໄດ້ເສຍຊີວິດແລ້ວ ໃນວັນອັງຄານວານນີ້, ລວມອາຍຸໄດ້ 88 ປີ, ອີງຕາມລາຍງານອົງການຂ່າວ ຣອຍເຕີສ໌ (Reuters).
ທ່ານໂວໂລດິເມຍ ເຊເລັນສ໌ກີ ທີ່ປັດຈຸບັນນໍາພາປະເທດຢູເຄຣນ ຂະນະທີ່ມັນ ປະເຊີນຫນ້າກັບກໍາລັງທະຫານ ຂອງຣັດເຊຍທີ່ຮຸກຮານນັ້ນ ໄດ້ພັນລະນາກ່ຽວກັບທ່ານຄຣັຟຈຸກວ່າເປັນຜູ້ນໍາທີ່ສະຫລາດທີ່ນໍາພາປະເທດໃນ ຊຸມປີທໍາອິດທີ່ມີຄວາມວຸ້ນວາຍຫລັງຈາກປະເທດຊາດໄດ້ຮັບເອກະລາດຈາກການປົກຄອງ ຂອງໂຊຫວຽດນັ້ນ.
“ທ່ານເປັນບຸກຄົນທີ່ສາມາດຊອກຫາຄໍາເວົ້າທີ່ສະຫລາດ ແລະສະແດງມັນອອກມາໃນລັກສະນະທີ່ເຮັດໃຫ້ຊາວຢູເຄຣນທັງຫມົດເຊື່ອຟັງໄດ້ສະເໝີ," ນັ້ນຄືຄຳເວົ້າຂອງທ່ານເຊເລັນສ໌ກີ ທີ່ກ່າວຢູ່ໃນວິດີໂອຂອງທ່ານ ໃນຕອນ ກາງຄືນນັ້ນ. ທ່ານກ່າວອີກວ່າ "ໂດຍສະເພາະໃນເວລາທີ່ມີວິກິດການ. ໃນເວລາທີ່ອະນາຄົດ ຂອງປະເທດ ຊາດທັງຫມົດ ສາມາດເພິ່ງພາສະຕິປັນຍາຂອງຄົນ ຄົນນຶ່ງໄດ້."
ທ່ານປະທານາທິບໍດີຢູເຄຣນກ່າວອີກວ່າ ທ່ານຄຣັຟຈຸກໄດ້ສະແດງສະຕິປັນຍາ ແບບທີ່ວ່າ ຂະບວນການເຄື່ອນໄຫວແຫ່ງຊາດຂອງຢູເຄຣນໄດ້ຮັບຄວາມເຂັ້ມແຂງຂຶ້ນໃນທ້າຍຊຸມປີ 1980 ໂດຍໄດ້ເຮັດໃຫ້ມັນຂຶ້ນສູ່ຈຸດສູງສຸດໃນການລົງປະຊາມະຕິໃນເດືອນທັນວາປີ 1991 ທີ່ຜູ້ມີສິດເລືອກຕັ້ງຫລາຍກວ່າ 90 ເປີເຊັນ ເລືອກເອົາການເປັນ ເອກະລາດນັ້ນ.
ທ່ານຄຣັຟຈຸກ ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ໃນມື້ດຽວກັນນັ້ນເລີຍ.
ທ່ານເຊເລັນສ໌ກີກ່າວວ່າ "ທ່ານໄດ້ປະຕິບັດການຢ່າງສະຫລຽວສະຫຼາດໃນປີ 1991 ແລະດຽວນີ້ປະກົດວ່າ ສິ່ງຕ່າງໆ ກໍມີແຕ່ເປັນເລື້ອງງ່າຍສຳລັບທ່ານ."
ທ່ານຄຣັຟຈຸກ ກາຍເປັນທີ່ຮູ້ຈັກ ໃນນາມ “ໝາປ່າທີ່ມີເລ້ຫລ່ຽມ” ໃນຂະນະທີ່ ທ່ານພຸ້ງຂຶ້ນຜ່ານຊັ້ນຕ່າງໆ ຂອງ ພັກກອມມູນິສຢູເຄຣນ ໂດຍເຂົ້າຮັບຕຳແໜ່ງ ເປັນຫົວໜ້າລັດຖະສະພາຢູ່ໃນສະໄໝນັ້ນ ຊຶ່ງແມ່ນ ສາທາລະ ນະລັດໂຊຫວຽດ ໃນປີ 1990.
ແຕ່ທ່ານໄດ້ລາອອກຈາກພັກບໍ່ດົນ ຫຼັງຈາກທ່ານກໍ່ລັດຖະປະຫານທີ່ບໍ່ສຳເລັດຕໍ່ຜູ້ນຳໂຊຫວຽດ, ທ່ານມິເຄລ ກໍບາຊອບ (Mikhail Gorbachev) ໃນເດືອນສິງຫາປີ 1991. ລັດຖະສະພາຂອງຢູເຄຣນໄດ້ຮັບຮອງເອົາການປະກາດເອກະ ລາດໃນເດືອນດຽວກັນນັ້ນ.
ໃນເດືອນທັນວາປີ 1991, ທ່ານໄດ້ລົງນາມໃນສັນຍາເບໂລເວສຊາ (Belovezha) ກັບປະທານາທິບໍດີຣັດເຊຍ, ທ່ານບໍຣິສ ເຢລຊິນ (Boris Yeltsin) ແລະຜູ້ນໍາເບລາຣຸສ, ທ່ານສຕານິສລາຟ ຊຸສເຄວິກຄ໌ (Stanislav Shushkevich), ເຊິ່ງກໍ່ໃຫ້ເກີດການລົ້ມສະຫຼາຍຂອງສະຫະພາບໂຊວຽດນັ້ນ.