ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສູນ​ເສຍ​ສຽງ​ສ່ວນ​ຫລາຍ​ຂອງພັກ​ທ່ານ ໃນ​ສະ​ພາ ເຮັດ​ໃຫ້​ເສັ້ນ​ທາງ​ກ້າວ​ໄປ​ຂ້າງ​ໜ້າ ​ຂອງ ທ່ານມາກ​ຣົງ ເຕັມ​ໄປ​ດ້ວຍ​ຄວາມຫຍຸ້ງ​ຍາກ​


ພາບ​ຖ່າຍ​ໃນ​ວັນ​ທີ 17 ພຶດ​ສະ​ພາ, 2022 ສະ​ແດງ​ໃຫ້​ເຫັນ​ພາບ​ລວມຫ້ອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ຂອງ​ຝ​ຣັ່ງ​ໃນ​ນະ​ຄອນ​ຫລວງປາ​ຣີ.
ພາບ​ຖ່າຍ​ໃນ​ວັນ​ທີ 17 ພຶດ​ສະ​ພາ, 2022 ສະ​ແດງ​ໃຫ້​ເຫັນ​ພາບ​ລວມຫ້ອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ຂອງ​ຝ​ຣັ່ງ​ໃນ​ນະ​ຄອນ​ຫລວງປາ​ຣີ.

ສອງເດືອນຫຼັງຈາກປະທານາທິບໍດີຝຣັ່ງ, ທ່ານເອັມ​ມາ​ນູ​ແອ​ລ ມາກ​ຣົງ ໄດ້ຊະ ນະການເລືອກຕັ້ງຄືນໃໝ່ ເພື່ອ​ດຳ​ລົງ​ຕຳ​ແໜ່ງເປັນສະໄໝທີ 2, ບັດ​ນີ້ ທ່ານ ໄດ້ຖືກຂົ່ມ​ຂູ່​ໂດຍການປິດ​ຕັນ ແລະວິກິດການທາງດ້ານ ການເມືອງ ທີ່ ອາດຈະເກີດຂຶ້ນໄດ້ ພາຍຫຼັງທີ່ພັກນິ​ຍົມສາຍກາງຂອງທ່ານ ໄດ້ສູນເສຍສຽງສ່ວນຫຼາຍ ທີ່​ຄວບ​ຄຸມໃນສະພາຕໍ່າ ຂອງສະພາແຫ່ງຊາດໃນວັນອາທິດຜ່ານ​ມາ. ລີ​ຊາ ບ​ຣາຍ​ແອັນ (Lisa Bryant) ມີລາຍງານ​ສຳ​ລັບວີໂອເອ, ຈາກ ນະຄອນປາຣີ ກ່ຽວກັບການລົງຄະແນນສຽງຂອງສະພານິຕິບັນຍັດທີ່ເຫັນວ່າ ມີການເພີ່ມ ຂຶ້ນຂອງ​ພວກ​ນິ​ຍົມຊ້າຍ ຈັດ ແລະຂວາຈັດ - ແລະການງົດອອກ​ສຽງ​ທີ່ເກືອບວ່າ​ທຳ​ລາຍສະຖິຕິເລີຍ. ບົວ​ສະ​ຫວັນ ຈະ​ນຳ​ເອົາ​ລາຍ​ລະ​ອຽດ​ເລື້ອນີ້ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ນາຍົກລັດຖະມົນຕີຝຣັ່ງ, ທ່ານນາງ ​ເອ​ລີ​ຊາ​ເບັດ ບອນ​ເນີ (Elisabeth Borne) ໄດ້ຮັບຮູ້ຂໍ້ຄວາມທີ່ມາຈາກ ການລົງຄະແນນສຽງໃນວັນອາທິດຜ່ານ​ມາ ທີ່ໃຫ້ພັກ Ensemble ຫຼື ພັນ​ທະ​ມິ​ດ​ພ້ອມ​ພຽງ​ກັນ ທີ່​ນິ​ຍົມ​ແນວ​ທາງ​ເປັນ​ກາງ ເຊິ່ງ​ມີ​ຈຳ​ນວນບ່ອນນັ່ງທີ່ຫຼາຍທີ່ສຸດຢູ່ໃນສະພາຕ່ຳ - ແຕ່ໄດ້ເສຍ​ສະ​ຖາ​ນະພາບ​ການເປັນ​ພັກ​ທີ່ມີສຽງ ສ່ວນຫຼາຍ ໃນ​ການ​ຄວບ​ຄຸມ​ສະ​ພາ. ທ່ານນາງ​ໄດ້​ເອີ້ນ​ສະຖານະ​ການ​ດັ່ງກ່າວ​ວ່າ ​ບໍ່​ເຄີຍ​ມີ​ມາ​ກ່ອນ ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ​ຈະປັບ​ປຸງການ​ເຮັດ​ວຽກເປັນ​ພັກ​ທີ່​ໄດ້​ຮັບສຽງ​ສ່ວນ​ຫລາຍ.

​ໃນຂະນະດຽວ​ກັນ​, ຝ່າຍ​ຊ້າຍຈັດ ​ແລະ​ຂວາຈັດ ແມ່ນ​ພາກັນ​ສະ​ເຫລີມ ສະຫຼອງຜົນ​ງານ. ຜູ້ນຳທ່ານ ຊັງ-ລູກ ເມລັງ​ຊົງ (Jean-Luc Melenchon) ຈາກ​ພັກ​ແນວ​ໂຮມ ນູປສ໌ (NUPES) ທີ່​ເປັນ​ພັກ​ຝ່າຍຊ້າຍ​ໃໝ່, ເຊິ່ງ​ໄດ້​ເປັນ​ອັນ​ດັບ​ສອງ​ໃນ​ການ​ລົງ​ຄະ​ແນນ​ສຽງນັ້ນ ​ເອີ້ນ​ຜົນ​ການ​ເລືອກ​ຕັ້ງ​ນີ້​ວ່າ ​ເປັນ​ການ​ເສຍ​ໄຊ​ໃນ​ການ​ເລືອກ​ຕັ້ງສຳ​ລັບ​ປະ ທານາທິບໍດີ ເອັມ​ມາ​ນູ​ແອ​ລ ມາກ​ຣົງ.

ແຕ່ຢ່າງໃດກໍ່ຕາມ ພັນທະມິດຂອງທ່ານບໍ່ໄດ້ຮັບຜົນການ​ລົງຄະ​ແນນສຽງ ດີເທົ່າທີ່ທ່ານຄາດຫວັງໄວ້ - ໂດຍໄດ້ ຮັບພຽງແຕ່ 131 ບ່ອນນັ່ງຂອງສະພາ ນິຕິບັນຍັດທີ່​ມີທັງ​ໝົດ 577 ບ່ອນ​ນັ່ງນັ້ນ ເມື່ອທຽບໃສ່ກັບ 245 ບ່ອນນັ່ງ ຂອງທ່ານມາກ​ຣົງ.

ທ່ານ​ນາງ ​ມາ​ຣີນ ເລີ​ເພັນ (Marine Le Pen) ກ່າວເປັນ​ພາ​ສາ​ຝ​ຣັ່ງ​ວ່າ:
“ໃນຫຼາຍດ້ານ, ໄຊຊະນະໃຫຍ່ທີ່ສຸດແມ່ນໄດ້ຕົກໄປ​ເປັນ​ຂອງພັກເຕົ້າໂຮມ ຊາດ ຫລື National Rally party ທີ່​ນິ​ຍົມຂວາຈັດ ທີ່ໄດ້ຍາດເອົາ 89 ບ່ອນນັ່ງເຊິ່ງເປັນຜົນ​ໄດ້​ຮັບ​ໃນລະດັບທີ່ສູງຢ່າງ​ເປັນປະຫວັດການ.”

ຜູ້ນໍາຂອງ​ພັກ​ດັ່ງ​ກ່າວ, ທ່ານ​ນາງ​ມາ​ຣີ ເລີ​ເພັນ (Marine Le Pen) ເວົ້າວ່າ ສະ​ພາບ​ການນັ້ນໄດ້ເຮັດໃຫ້ພັກ​ຂອງ ທ່ານນາງເປັນພັກຝ່າຍຄ້ານທີ່ໃຫຍ່ທີ່ສຸດ ໃນ​ຂະ​ນະ​ທີ່ພັກ NUPES ຂອງທ່ານ ​ເມ​ລັງ​ຊົງ (Melenchon) ເປັນ​ພັນ​ທະ​ມິດຂອງສີ່ພັກທີ່​ນິ​ຍົມຊ້າຍທີ່ແຕກຕ່າງກັນ.

ທ່ານ ຊັງ-ລູກ ເມລັງຊົງ (Jean-Luc Melenchon) ຜູ້ນຳພັກແນວໂຮມນູປສ໌ (NUPES) ທີ່ເປັນພັກຝ່າຍຊ້າຍໃໝ່ ກ່າວ​ຄຳ​ປາ​ໄສຫລັງ​ຈາກ​ມີ​ຜົນ​ການ​ເລ​ືອກ​ຕັ້ງ​ສະ​ພາ​ຮອບ​ສອງໃນ​ນະ​ຄອນ​ຫລວງ​ປາ​ຣີ, ວັນ​ທີ 19 ມິ​ຖຸ​ນາ, 2022.
ທ່ານ ຊັງ-ລູກ ເມລັງຊົງ (Jean-Luc Melenchon) ຜູ້ນຳພັກແນວໂຮມນູປສ໌ (NUPES) ທີ່ເປັນພັກຝ່າຍຊ້າຍໃໝ່ ກ່າວ​ຄຳ​ປາ​ໄສຫລັງ​ຈາກ​ມີ​ຜົນ​ການ​ເລ​ືອກ​ຕັ້ງ​ສະ​ພາ​ຮອບ​ສອງໃນ​ນະ​ຄອນ​ຫລວງ​ປາ​ຣີ, ວັນ​ທີ 19 ມິ​ຖຸ​ນາ, 2022.

ສິ່ງທີ່ເຫັນໄດ້ຢ່າງຊັດເຈນກໍແມ່ນ ຜົນໄດ້ຮັບໄດ້ສະ​ແດງ​ໃຫ້​ເຫັນສິ່ງທ້າທາຍທີ່ ສໍາຄັນຕໍ່ຄວາມທະເຍີທະຍານ ໃນ ການ​ດຳ​ລົງ​ຕຳ​ແໜ່ງສະ​ໄໝທີສອງ ຂອງທ່ານ ມາກ​ຣົງ, ເຊິ່ງລວມມີການຮັບ​ຮອງ​ເອົາການປະຕິຮູບດ້ານງົບປະ ມານ ແລະ ເງິນບໍານານທີ່ສໍາຄັນ. ​ໃນ​ໄລຍະ​ໃກ້ໆ​ນີ້ ມັນ​ອາດ​ຈະ​ບັງຄັບ​ໃຫ້​ທ່ານ​ສຸມ​ໃສ່​ເປົ້າ​ໝາຍດ້ານ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ໜ້ອຍ​ລົງ, ລວມທັງ​ການ​ຊ່ວຍ​ເຮັດ​ໃຫ້​ສົງຄາມ​ຢູ່ໃນ​ຢູ​ເຄ​ຣນ ​ຍຸ​ຕິລົງ ​ໃນ​ຂະນະ​ທີ່ທ່ານ​ກຳ​ລັງ​ຊອກ​ຫາ​ວິທີ​ປົກຄອງຢູ່​ພາຍ​ໃນ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ.

ທ່ານ​ນາງ ​ມາ​ຣີນ ເລີ​ເພັນ, ຜູ້​ນຳ​ຂອງ​ພັກ Rassemblement National (RN), ຊຶ່ງ​ເປັນ​ພັກ​ນິ​ຍົມ​ຂວາ​ຈັດ ກ່າວ​ຄຳ​ປາ​ໄສ ຫລັງ​ຈາກ​ມີ​ຜົນ​ການ​ເລືອກ​ຕັ້ງຄັ້ງ​ທຳ​ອິດ​ອອກ​ມາ ທີ່​ນະ​ຄອນ Henin-Beaumont ທາງ​ພາກ​ເໜືອ​ຂອງ​ຝ​ຣັ່ງ, ວັນ​ທີ 19 ມິ​ຖຸ​ນາ, 2022.
ທ່ານ​ນາງ ​ມາ​ຣີນ ເລີ​ເພັນ, ຜູ້​ນຳ​ຂອງ​ພັກ Rassemblement National (RN), ຊຶ່ງ​ເປັນ​ພັກ​ນິ​ຍົມ​ຂວາ​ຈັດ ກ່າວ​ຄຳ​ປາ​ໄສ ຫລັງ​ຈາກ​ມີ​ຜົນ​ການ​ເລືອກ​ຕັ້ງຄັ້ງ​ທຳ​ອິດ​ອອກ​ມາ ທີ່​ນະ​ຄອນ Henin-Beaumont ທາງ​ພາກ​ເໜືອ​ຂອງ​ຝ​ຣັ່ງ, ວັນ​ທີ 19 ມິ​ຖຸ​ນາ, 2022.

ນັກວິເຄາະດ້ານການເມືອງ, ທ່ານ ​ຊັງ ເປ​ໂຕ (Jean Petaux ) ໄດ້ຊີ້​ແຈງ​ກ່ຽວ​ກັບສະຖານະການ ທາງດ້ານການ ເມືອງຫຼາຍຢ່າງສໍາລັບທ່ານມາກ​ຣົງ ທີ່​ຈະກ້າວໄປຂ້າງຫນ້າວ່າ “ນັບ​ແຕ່ຄວາມຫວັງທີ່ວ່າແນວ​ໂຮມຂອງພັກ NUPES ຈະແຕກແຍກກັນ ແລະອ່ອນແອລົງ ໂດຍ​ການຫາທາງ​ໄປເປັນ ພັນທະມິດກັບພັກເລີ ເຣພຸບ​ບ​ລິ​ແກງ (Les Republicains) ທີ່​ນິ​ຍົມ​ກາງ​ອຽງ​ຂວາ ແລະພັກອື່ນໆເປັນ​ແຕ່​ລະ​ກໍ​ລະ​ນີ​ໄປ. ​ແລະອາດ​ຈະເຖິງ​ຂັ້ນທີ່​ຫາ​ທາງ​ເຮັດ​ໃຫ້​ມີ​ວິ​ກິດ​ການ​ທາງ​ການ​ເມືອງເກີດ​ຂຶ້ນ ​ທີ່​ຈະ​ເຮັດ​ໃຫ້​ປະທານາທິບໍດີ​ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ສະພາ​ນິຕິບັນຍັດ​ຄືນໃໝ່​ໃນ​ປີໜ້າ ດ້ວຍ​ຄວາມຫວັງ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ໝາກຜົນ​ທີ່ດີກວ່າ. ທັງໝົດນີ້ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນເສັ້ນທາງການເມືອງທີ່ສັບສົນຢູ່ຕໍ່ໜ້າ.”

ທ່ານ ເປ​ໂຕກ່າວ​ເປັນ​ພາ​ສາ​ຝ​ຣັ່ງ​ອີກວ່າ​ ທ່ານເຊື່ອວ່ານາຍົກລັດຖະມົນຕີ ບອນ​ເນີ (Borne) ອາດຈະ ຍັງຮັກສາຕຳ​ແໜ່ງ​ຂອງທ່ານ​ນາງ​ໄວ້​ຢູ່.

​ແຕ່​ພັກ NUPES ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ນຳ​ເອົາ​ການສະ​ເໜີໃຫ້​ມີ​ການລົງ​ມະ​ຕິບໍ່​ໄວ້​ວາງ​ໃຈ​ຕໍ່​ທ່ານ​ນາງ​ຂຶ້ນມາ ສຳ​ລັບ​ການ​ລົງ​ຄະ​ແນນ​ສຽງ​ໃນ​ຕົ້ນ​ເດືອນ​ກໍລະກົດນີ້. ສິ່ງ​ທີ່​ດ່ວນ​ໄປ​ກວ່ານັ້ນ​ອີກກໍ​ຄື ລັດຖະມົນຕີສາມຄົນຂອງທ່ານ ມາກ​ຣົງ ໄດ້ສູນເສຍການແຂ່ງ​ຂັນ​ໃນດ້ານນິຕິບັນຍັດຂອງເຂົາເຈົ້າ. ພາຍໃຕ້ກົດລະບຽບຂອງທ່ານນັ້ນແມ່ນຫມາຍ ຄວາມວ່າພວກເຂົາເຈົ້າຕ້ອງໄດ້ລາອອກ.

XS
SM
MD
LG