ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບໍລິສັດໂປແລນ ລ້ຽງປີງໄວ້ເພື່ອສົ່ງໃຫ້ ທ່ານໝໍ ໃຊ້ເຂົ້າໃນການປິ່ນປົວ


ເດັກຊາຍຊາວແຄັສເມຍ ໃຫ້ພາຍຫລັງທີ່ພະນັກງານ ປິ່ນປົວຢາພື້ນເມືອງໃຊ້ປີງ ເພື່ອດູດເລືອດອອກ ຊຶ່ງເປັນສ່ວນນຶ່ງຂອງຂັ້ນຕອນປິ່ນປົວພະຍາດ ແບບພື້ນເມືອງ ຢູ່ນອກເມືອງສຣີນາກາ (Srinagar) ຂອງອິນເດຍໃນວັນທີ 21 ມີນາ, 2013.
ເດັກຊາຍຊາວແຄັສເມຍ ໃຫ້ພາຍຫລັງທີ່ພະນັກງານ ປິ່ນປົວຢາພື້ນເມືອງໃຊ້ປີງ ເພື່ອດູດເລືອດອອກ ຊຶ່ງເປັນສ່ວນນຶ່ງຂອງຂັ້ນຕອນປິ່ນປົວພະຍາດ ແບບພື້ນເມືອງ ຢູ່ນອກເມືອງສຣີນາກາ (Srinagar) ຂອງອິນເດຍໃນວັນທີ 21 ມີນາ, 2013.

ການໃຊ້ປີງດູູດເລືອດໃນການປິ່ນປົວພະຍາດ ອາດຄ້າຍຄືວ່າ ເປັນການປະ
ຕິ ບັດທີ່ສືບທອດກັນມາແຕ່ຍຸກກາງຂອງສະໄໝບູຮານພຸ້ນ ແຕ່ວ່າ ບໍລິສັດ
ຂອງໂປແລນແຫ່ງນຶ່ງເວົ້າວ່າ ຄວາມຕ້ອງການປີງສໍາລັບທ່ານໝໍ ກໍແມ່ນວ່າ
ນັບມື້ ນັບເພີ້ມທະວີຂຶ້ນ. Faith Lapidus ນັກຂ່າວຂອງວີໂອເອ ມີລາຍງານ
ກ່ຽວກັບເລື່ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ບໍ່ໄດ້ມີການໃຊ້ປີງ ເພື່ອດູດເລືອດອອກເພື່ອຈະເຮັດໃຫ້ເປັນສິ່ງທີ່ເອີ້ນວ່າ
“ອາລົມ” ໃນຮ່າງກາຍມີຄວາມດຸ່ນດ່ຽງອີກແລ້ວ ແຕ່ວ່າ ປີງກໍຍັງເປັນ
ເຄື່ອງມືທາງການແພດທີ່ມີຄຸນຄ່າຢູ່.

ພວກນາຍໝໍຜ່າຕັດໃຊ້ປີງເພື່ອເຮັດໃຫ້ແຜໄຄ່ພອງແວບລົງ ແລະປ້ອງກັນ
ອາການເລືອດກ້າມຢູ່ໃນການຜ່າຕັດຂະໜາດນ້ອຍ ເພື່ອສ້າງບາງສິ່ງບາງ
ຢ່າງຂຶ້ນໃໝ່ ເຊັ່ນການຜ່າຕັດເພື່ອຫຍິບນິ້ວມື ທີ່ກຸດອອກໃຫ້ຕິດໃສ່ກັນຄືນ
ດັ່ງນີ້ເປັນຕົ້ນ.

ສານກັນເລືອດກ້າມ ເຮຍຣູດິນ (hirudin ((HERE-you-din)) ແມ່ນພຽງ
ແຕ່ນຶ່ງໃນສານ 300 ຢ່າງທີ່ປີງໄດ້ນໍາມາສູ່ລະບົບເລືອດຂອງຄົນເຮົາ.

ທ່ານ ອາເທີ ຄລາຍນາ (Artur Kleina), ຫົວໜ້າຫ້ອງທົດລອງຂອງບໍລິສັດ
ໄບໂອເຈນ (Biogen Laboratory) ເວົ້າເປັນພາສາໂປແລນວ່າ
"ສານອັນນຶ່ງໃນຈໍານວນສານທີ່ຖືກແຍກອອກໂດຍປີງ ໄດ້ເຮັດໃຫ້ເກີດ
ປະຕິກິລິຍາໃນການຜະລິດຮໍໂມນທີ່ພາໃຫ້ມີເກີດຄວາມສຸກຫລື ເອັນເດີ
ຟິນ. ສິ່ງນີ້ໄດ້ຖືກສັງເກດເບິ່ງມາເປັນເວລາດົນນານແລ້ວ ເມື່ອມ້າໂຕນຶ່ງ
ຍ່າງອອກມາຈາກບວກທີ່ເຕັມໄປດ້ວຍປີງ ມັນເລີ້ມຈະມີຄວາມສະຫງົບ
ງຽບດີ. ແມ່ນພວກປີງເຮັດໃຫ້ມັນມິງຽບ."

ຫ້ອງທົດລອງໄບໂອເຈນ ໄດ້ເພາະພັນປີງມາໄດ້ 20 ປີແລ້ວ ແລະມັນກໍເປັນ
ບໍລິສັດລ້ຽງປີງບ່ອນດຽວເທົ່ານັ້ນ ທີ່ໄດ້ຮັບການຮັບຮອງຢູ່ໃນໂປແລນ. ນອກ
ຈາກການຂາຍປີງໃຫ້ແກ່ສະຖານການແພດຕ່າງໆແລ້ວ ຫ້ອງທົດລອງ
ດັ່ງກ່າວ ຍັງຂາຍປີງໃຫ້ແກ່ສະໂມສອນກິລາອີກດ້ວຍ.

ທ່ານ ອາເທີ ຄລາຍນາກ່າວເພີ້ມອີກວ່າ
"ພວກເຂົາເຈົ້າສັ່ງຊື້ປີງເປັນປະຈໍາ ແລະເອົາມັນໄປຕິດໃສ່ກັບພວກນັກ
ກິລາຂອງພວກເຂົາເຈົ້າ. ການເຮັດແນວນັ້ນບໍ່ພຽງແຕ່ຈະເຮັດໃຫ້ພວກ
ເຂົາເຈົ້າມີສະມັດຕະພາບດີຂຶ້ນ ແຕ່ຍັງຊ່ວຍສ້າງກ້າມເນື້ອເກີດຂຶ້ນມາ
ໃໝ່ ອີກພາຍຫລັງທີ່ມີການອອກກໍາລັງກາຍທີ່ ທີ່ແຂັງຂັນ."


ຫ້ອງທົດລອງໄບໂອເຈນ ລ້ຽງປີງສາມຊະນິດ ຊຶ່ງບໍ່ແມ່ນວຽກທີ່ງ່າຍເລີຍ.
ປີງທີ່ເປັນສັດສອງເພດພວກນີ້ ມີຄວາມພິຖືພິຖັນຫລາຍ ໃນການເລືອກ
ສະພາບທີ່ພວກເຂົາຈະແຜ່ພັນ.

ປີງນ້ອຍຈະແຕກອອກມາຈາກຝັກຫລອດພາຍຫລັງເກີດມາໄດ້ 3 ອາທິດ.
ພວກມັນມີຮູບຮ່າງລັກສະນະ ແລະການປະພຶດຄືກັນກັບປີງໂຕໃຫຍ່. ພວກ
ເຂົາບໍ່ມີຫຍັງປ່ຽນແປງຫລາຍເວລາໃຫຍ່ຂຶ້ນມາ ມີແຕ່ໂຕໃຫຍ່ຂຶ້ນເທົ່ານັັ້ນ.

ຫ້ອງທົດລອງໄບໂອເຈນສົ່ງປີງອອກໄປຂາຍທົ່ວທະວີບຢູໂຣບ ພ້ອມທັງສະ
ຫະລັດ, ການາດາ ແລະບັນດາປະເທດໃນເຂດຕາເວັນອອກກາງ ຫລາຍ
ປະເທດ ປີນຶ່ງປະມານ 400,000 ໂຕ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເປັນພາສາອັງກິດ

XS
SM
MD
LG