ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເລບານອນ ຈັດການເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ຄັ້ງທຳອິດ ໃນຮອບ 9 ປີ


ແມ່ຍິງຄົນນຶ່ງ ສະແດງນິ້ວກ້ອຍຂອງລາວ ທີ່ຕິດສີນ້ຳໝຶກ ຫຼັງຈາກໄດ້ປ່ອນບັດລົງຄະແນນສຽງ ໃນລະຫວ່າງ ການເລືອກ
ຕັ້ງສະມາຊິກສະພາ ແຫ່ງຊາດ ໃນນະຄອນຫຼວງ ເບຣຸຕ ຂອງ
ເລບານອນ, ວັນທີ 6 ພຶດສະພາ 2018.
ແມ່ຍິງຄົນນຶ່ງ ສະແດງນິ້ວກ້ອຍຂອງລາວ ທີ່ຕິດສີນ້ຳໝຶກ ຫຼັງຈາກໄດ້ປ່ອນບັດລົງຄະແນນສຽງ ໃນລະຫວ່າງ ການເລືອກ ຕັ້ງສະມາຊິກສະພາ ແຫ່ງຊາດ ໃນນະຄອນຫຼວງ ເບຣຸຕ ຂອງ ເລບານອນ, ວັນທີ 6 ພຶດສະພາ 2018.

ບັນດາຜູ້ມີສິດອອກສຽງ ຢູ່ໃນເລບານອນ ກຳລັງພາກັນໄປໜ່ວຍເລືອກຕັ້ງຕ່າງໆ ໃນວັນ
ອາທິດມື້ນີ້ ເພື່ອເລືອກເອົາສະມາຊິກສະພາ ຄັ້ງທຳອິດ ໃນຮອບ 9 ປີ.

ຍ້ອນຄວາມເປັນຫ່ວງດ້ານຄວາມປອດໄພ ຈຶ່ງໄດ້ເຮັດໃຫ້ການປ່ອນບັດເລືອກຕັ້ງເລື່ອນ
ອອກໄປ ຫຼາຍຄັ້ງແລ້ວ.

ການແຂ່ງຂັນຫຼັກ ແມ່ນລະຫວ່າງ ພັກຂະບວນການເພື່ອອະນາຄົດ ຂອງນາຍົກລັດຖະ
ມົນຕີ ຊາອາດ ຮາຣີຣີ ເຊິ່ງເປັນກຸ່ມພັນທະມິດທີ່ສະໜັບສະໜູນໂດຍປະເທດຕາເວັນຕົກ
ແລະ ກຸ່ມເຮສໂບລາ ທີ່ໄດ້ຮັບການໜູນຫຼັງໂດຍອີຣ່ານ.

ທ່ານ ຊາອາດ ອາລ-ຮາຣີຣີ ນາຍົກລັດຖະມົນຕີ ເລບານອນ ແລະ ເປັນຜູ້ສະໝັກລົງແຂ່ງຂັນ ການເລືອກຕັ້ງ ສະມາຊິກແຫ່ງຊາດ ທັກທາຍ ພວກຜູ້ສະໜັບສະໜູນທ່ານ ໃນນະຄອນຫຼວງ ເບຣຸຕ ຂອງເລບານອນ, ວັນທີ 4 ພຶດສະພາ 2018.
ທ່ານ ຊາອາດ ອາລ-ຮາຣີຣີ ນາຍົກລັດຖະມົນຕີ ເລບານອນ ແລະ ເປັນຜູ້ສະໝັກລົງແຂ່ງຂັນ ການເລືອກຕັ້ງ ສະມາຊິກແຫ່ງຊາດ ທັກທາຍ ພວກຜູ້ສະໜັບສະໜູນທ່ານ ໃນນະຄອນຫຼວງ ເບຣຸຕ ຂອງເລບານອນ, ວັນທີ 4 ພຶດສະພາ 2018.

ແມ່ຍິງ 86 ຄົນ ກໍໄດ້ລົງແຂ່ງຂັນ ເພື່ອເຂົ້ານັ່ງໃນສະພາຂອງເລບານອນ ທີ່ມີສະມາຊິກ
ທັງໝົດ 128 ຄົນ ເຊິ່ງສະພານີ້ ໄດ້ແບ່ງອອກເປັນສອງກຸ່ມເທົ່າໆກັນ ລະຫວ່າງ ມຸສລິມ
ກັບ ຊາວຄຣິສຕຽນ.

ກຳລັງຮັກສາຄວາມສະຫງົບ ໄດ້ຖືກສົ່ງໄປປະຈຳການ ໃນແຕ່ລະໜ່ວຍປ່ອນບັດ ສຳລັບ
ການເລືອກຕັ້ງ ໃນວັນອາທິດມື້ນີ້.

ຄາດກັນວ່າ ການນັບຄະແນນສຽງ ຢ່າງເປັນທາງການ ຈະໃຊ້ເວລາ 2 ຫາ 3 ວັນ.

Lebanon Elections
please wait
Embed

No media source currently available

0:00 0:01:00 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ


Voters in Lebanon are going to the polls Sunday for their first parliamentary election in nine years.

Security concerns have postponed the vote several times.

The main competition is between the Western-backed coalition of Prime Minister Saad Hariri's Future Movement party and the Iranian-backed Hezbollah group.

Eighty-six women are running for seats in Lebanon's 128-member parliament that is equally divided between Muslims and Christians.

Security forces have been deployed to polling stations for Sunday's election.

An official tally is expected to take several days.

XS
SM
MD
LG