ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນ ອອ​ສ​ເຕ​ຣ​ເລຍ ຖືກ​ຮຽກ​ຮ້ອງ​ ໃຫ້ຍົກ​ຍ້າຍ ອ​ອກ​ຈາກ ພື້ນ​ທີ່​ໄຟ​ປ່າ "ຄັ້ງ​ຫາ​ຍະ​ນະ"


ໄຟ​ກຳ​ລັງ​ເຜົາ​ໄໝ້​ປ່າໃນ​ເມືອງ ໂບ​ບິນ, 350ກມ ທາງ​ພາກ​ເໜືອ​ຂອງ​ນະ​ຄອນ ຊິດ​ນີ, ອອກ​ສ​ເຕ​ຣ​ເລຍ. 9 ພະ​ຈິກ, 2019.
ໄຟ​ກຳ​ລັງ​ເຜົາ​ໄໝ້​ປ່າໃນ​ເມືອງ ໂບ​ບິນ, 350ກມ ທາງ​ພາກ​ເໜືອ​ຂອງ​ນະ​ຄອນ ຊິດ​ນີ, ອອກ​ສ​ເຕ​ຣ​ເລຍ. 9 ພະ​ຈິກ, 2019.

ທາງ​ການ ອອ​ສ​ເຕ​ຣ​ເລຍ ໄດ້​ປະ​ກາດ​ພາ​ວະ​ສຸກ​ເສີນ ໃນ​ທົ່ວ​ເຂດ​ແຄມ​ຝັ່ງ​ທາງ​ພາກ​ຕາ​ເວັນ​ອອກ ​ທີ່ມີ​ບໍ​ລິ​ເວນກວ້າງ​ຂວາ​ງຂອງ​ປະ​ເທດ ໃນ​ວັນ​ຈັນ​ມື້ນີ້ ໂດຍ​ຮຽກ​ຮ້ອງໃຫ້ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ໃນ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ສູງ ຍົກ​ຍ້າຍ​ອອກ​ຈາກ​ພື້ນ​ທີ່ ກ່ອນເກີດ​ໄຟ​ປ່າ​ທີ່​ອາດຈະ​ກາຍ​ເປັນ “ໄພ​ຫາ​ຍະ​ນະ” ນັ້ນ.

ໄຟ​ປ່າ​ໄດ້​ເຜົາ​ຜານ​ໃນ​ທົ່ວ​ເຂດ​ລັດ ນິວ​ເຊົ້າ​ເວ​ລ​ສ໌ ຫຼືເອີ້ນ​ຫຍໍ້​ວ່າ NSW ​ແລະລັດ​ຄວີນ​ສ​ແລນ ຊຶ່ງ​ໄດ້​ເອົາ​ຊີ​ວິດ​ປະ​ຊາ​ຊົນ 3 ຄົນ​ແລ້ວ ແລະ​ໄດ້​ທຳ​ລາຍ​ເຮືອນ​ຊານ ຫຼາຍກວ່າ 150 ຫຼັງ. ບັນ​ດາ​ເຈົ້າ​ໜ້າ​ທີ່ ຄາດ​ໝາຍ​ວ່າ ຄວາມ​ຮ້ອນ​ອົບເອົ້າ ແລະ​ສະ​ພາບ​ລົມ​ພັດ​ທີ່​ຮຸນ​ແຮງ ຈະ​ສູງ​ຂຶ້ນ​ສຸດ​ຂີດ ໃນ​ລະ​ດັບ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ ໃນ​ວັນ​ອັງ​ຄານມື້​ອື່ນນີ້.

ໄຟ​ປ່າ​ມັກຈະ​ເກີດ​ຂຶ້ນ​ຢູ່​ເລື້ອຍໆ ແລະ​ເປັນ​ໄພ​ອັນ​ຕະ​ລາຍ​ຕໍ່​ຊີ​ວິດ ຢູ່ໃນ​ອອ​ສ​ເຕ​ຣ​ເລຍ ໂດຍສະ​ເພາະ​ໃນ​ລະ​ດູ​ຮ້ອນ​ທີ່​ແຫ້ງ​ແລ້ງ ແລະ​ສະ​ພາບ​ອາ​ກາດ​ຮ້ອນ​ເອົ້າ ແຕ່​ໃນ​ສະ​ພາບ​ການແຜ່​ລາມ​ຂອງ​ໄຟ​ປ່າ​ທີ່​ຮ້າຍ​ແຮງ​ນີ້ ແມ່ນ​ໄດ້ເກີດ​ຂຶ້ນ​ກ່ອນ​ໜ້າຈຸດ​ສູງ​ສຸດ​ຂອງ​ລະ​ດູ​ຮ້ອນ ຈຶ່ງເຮັດ​ໃຫ້ຫຼາຍ​ໆຄົນ​ບໍ່​ທັນ​ໄດ້​ຕັ້ງ​ໂຕ​ເລີຍ.

ຜູ້​ປົກ​ຄອງ​ລັດ ນິວ​ເຊົ້າ​ເວ​ລ​ສ໌ ທ່ານ​ນາງ ເກ​ລ​ດີ​ສ໌ ແບ​ຣີ​ຈິກ​ລຽນ (Gladys Berejiklian) ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ນະ​ຄອນ ​ຊິດ​ນີ ວ່າ “ໝົດ​ທຸກ​ຄົນ ຈະ​ຕ້ອງ​ໄດ້​ລະ​ມັດ​ລະ​ວັງ​ບໍ່​ວ່າ​ທ່ານ​ຈະ​ຢູ່​ບ່ອນ​ໃດ ແລະ​ໝົດ​ທຸກ​ຄົນ​ຕ້ອງ​ໄດ້ຄາດ​ການ​ວ່າ ຈະ​ຮ້າຍ​ແຮງ​ທີ່​ສຸດ ແລະ​ພວກ​ເຮົາ​ບໍ່​ຄວນ​ໃຫ້ຄວາມ​ໃຈ​ເຢັນເຂົ້າ​ມາ​ໃນ​ຈິດ​ໃຈ.”

​ຫົວເມືອງ​ທີ່​ນິ​ຍົມ​ຊົມ​ຊອບຫຼາຍ​ທີ່​ສຸດ​ຂອງ​ປະ​ເທດ ແມ່ນ​ໄດ້​ຖືກ​ກຳ​ນົດ​ໃຫ້​ຢູ່​ໃນ​ພາ​ວະ “​ໄພອັນ​ຕະ​ລາຍ​ຈາກ​ໄຟ​ປ່າ” ສຳ​ລັບ​ວັນ​ອັງ​ຄານມື້​ອື່ນນີ້ ເມື່ອ​ອຸນ​ຫະ​ພູມ ຈະ​ສູງ​ຂຶ້ນ​ເຖິງ 37 ອົງ​ສາ​ແຊ​ລ​ສີ​ອັ​ສ ຫຼືເທົ່າ​ກັບ 98.6 ອົງ​ສາ​ຟາ​ເຣັນ​ໄຮ້ ​ຕາມ​ການ​ພະ​ຍາ​ກອນອາ​ກາດ ບວກ​ເຂົ້າ​ກັບ​ລົມ​ພັດ​ແຮງ ຊຶ່ງ​ອາດ​ກາຍ​ເປັນ​ສະ​ພາບ​ການ​ທີ່​ອັນ​ຕະ​ລາຍ​ຮ້າຍ​ແຮງ. ມັນ​ເປັນ​ຄັ້ງ​ທຳ​ອິດ ທີ່​ນະ​ຄອນ​ຊິດ​ນີ ໄດ້​ຖືກ​ຈັດ​ໃຫ້​ຢູ່​ໃນລະ​ດັບ​ດັ່​ງ​ກ່າວ ນັບ​ຕັ້ງ​ແຕ່ ​ການ​ຈັດ​ອັນ​ດັບ​ໄຟ​ປ່າທີ່ອັນ​ຕະ​ລາຍໃໝ່​ນີ້ ໄດ້​ຖືກ​ນຳ​ມາ​ໃຊ້ ໃນ​ປີ 2009 ເປັນ​ຕົ້ນ​ມາ.

ນະ​ຄອນ​ຊິດ​ນີ ເປັນ​ຖິ່ນ​ຖານບ້ານ​ເກີດຂອງ​ປະ​ຊາ​ຊົນຫຼາຍກວ່າ 5 ລ້ານ​ຄົນ ແມ່ນ​ປົກ​ຫຸ້ມ​ໄປ​ດ້ວຍ​ພື້ນ​ທີ່​ທີ່​ເປັນ​ປ່າ​ໄມ້ ໂດຍ​ໄມ້ສ່ວນ​ໃຫຍ່​ ​ຍັງ​ຄົງແຫ້ງ​ຊຶ່ງຈະ​ຕິດ​ໄຟ​ໄດ້​ງ່າຍ ຫຼັງ​ຈາກ​ທີີ່​ມີ​ຝົນ​ຕົກ​ພຽງ​ເລັກ​ນ້ອຍ ຢູ່​ທາງ​ແຄມ​ຝັ່ງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ເມື່ອ​ສອງ​ສາມ​ເດືອນບໍ່​ດົນ​ມານີ້.

ທ່ານ​ນາງ ແບ​ຣີ​ຈິກ​ລຽນ ໄດ້​ກ່າວ​ອີກວ່າ “ມື້​ອື່ນນີ້ ເປັນ​ເລື້ອງ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ຊີ​ວິດ ການ​ປົກ​ປ້ອງ​ຊັບ​ສິນ ແລະ​ຮັບ​ປະ​ກັນ​ວ່າ ໝົດ​ທຸກ​ຄົນ ປອດ​ໄພ​ດີ ຄັນ​ເປັນ​ໄປ​ໄດ້.”

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ ໄດ້​ກ່າວ​ວ່າ ພາ​ວະ​ສຸກ​ເສີນ​ໃນ​ທົ່ວ​ລັດ ຈະ​ອຳ​ນວຍ​ໃຫ້​ພວກ​ນັກ​ດັບ​ໄຟ ມີອຳ​ນາດຢ່າງກວ້າງ​ຂວາງ ​ທີ່​ຈະ​ຄວບ​ຄຸມ​ແຫຼ່ງ​ສັບ​ພະ​ຍາ​ກອນ​ຂອງ​ລັດ ກົດ​ດັນ​ໃຫ້​ຍົກ​ຍ້າຍ​ອອກ​ໄປ ປິດ​ຖະ​ໜົນ​ຫົນ​ທາງ ແລະ​ ປິດ​ສະ​ຖານ​ທີ່​ບໍ​ລິ​ການ​ດ້ານ​ພະ​ລັງ​ງານ ຈະ​ຍັງ​ຄົງ​ຖືກ​ນຳ​ໃຊ້​ເປັນ​ເວ​ລາ 7 ວັນ.

ໃນ​ຕອນ​ບ່າຍ​ວັນ​ຈັນ​ມື້ນີ້ ກົມ​ດັ​ບ​ເພີງ ໄດ້​ຮັບ​ອະ​ນຸ​ຍາດ ໃຫ້​ໃຊ້​ມາ​ດ​ຕະ​ຖານ​ສັນ​ຍານ​ເຕືອນ​ໄພ​ໃນ​ເຫດ​ພາ​ວະ​ສຸກ​ເສີນ ​ຊຶ່ງ​ເປັນ​ສັນ​ຍານ​ເຕືອນ​ໄພ ແລະ​ການ​ດ້ວຍ​ໄພ​ດ້ວຍ​ວ​າ​ຈາ ທີ່​ຈະ​ສົ່ງ​ອອກ​ໄປ​ໃນ​ວິ​ທະ​ຍຸ ແລະ​ຕາມ​ສະ​ຖາ​ນີ​ໂທ​ລະ​ພາບ​ຕ່າງໆ ໃນ​ທຸກ​ 1 ຊົ່ວ​ໂມງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG