ກອງປະຊຸມສຸດຍອດໃນອາທິດນີ້ຈະສ້າງຄວາມກົດດັນຕໍ່ວໍຊິງຕັນໃຫ້ມີການສະຫນັບສະຫນູນໃນການພັດທະນາເສດຖະກິດໃຫ້ເທົ່າທຽມກັບຈີນແກ່ຂົງເຂດເອເຊຍຕາເວັນອອກສຽງໃຕ້ທີ່ເປັນພາກພື້ນທີ່ມີປະຊາກອນ 680 ລ້ານຄົນນັ້ນ, ອີງຕາມນັກຊ່ຽວຊານເວົ້າ.
ບັນດານັກວິເຄາະເຊື່ອວ່າ ບັນດາປະເທດເອເຊຍຕາເວັນອອກສຽງໃຕ້ຢາກຫລີກລ້ຽງການເພິ່ງພາອາໄສທາງດ້ານການຄ້າແລະການລົງທຶນຕໍ່ຈີນຫລາຍຈົນເກີນໄປ. ແຕ່ເຂົາເຈົ້າກໍກ່າວວ່າ ຂົງເຂດດັ່ງກ່າວໄດ້ເຫັນວ່າມີການຊ່ວຍເຫລືອຈາກສະຫະລັດພຽງໜ້ອຍດຽວ. ຄວາມເປັນໄປໄດ້ຂອງການສະໜັບສະໜູນດ້ານເສດ ຖະກິດຂອງສະຫະລັດໃຫ້ຫລາຍຂຶ້ນນັ້ນ ອາດຈະໄດ້ຮັບການຊຸກຍູ້ຫລາຍຂຶ້ນຢູ່ໃນກອງປະຊຸມສຸດຍອດພິເສດລະຫວ່າງສະຫະລັດ ແລະອາຊຽນ ທີ່ຈະຈັດຂຶ້ນໃນວັນພະຫັດ ແລະວັນສຸກຈະມາເຖິງນີ້.
"ໄດ້ມີການເນັ້ນຫນັກໃສ່ດ້ານການເມືອງ ແລະຄວາມໝັ້ນຄົງຢ່າງຫລວງຫລາຍ ແລະຂໍ້ລິເລີ່ມທາງດ້ານເສດຖະກິດ ເບິ່ງຄືວ່າຢູ່ລາກຫລັງໝູ່," ນັ້ນຄືຄຳເວົ້າຂອງທ່ານອາຣອນ ແຣເບນາ (Aaron Rabena) ນັກຄົ້ນຄວ້າຂອງມູນນິທິເສັ້ນທາງໄປສູ່ຄວາມກ້າວໜ້າຂອງເຂດປາຊີຟິກ ຫລື Asia Pacific Pathways to Progress Foundation ໃນນະຄອນຫຼວງມະນີລາ.
ບັນດາຜູ້ນຳຂອງປະເທດໃນກຸ່ມອາຊຽນ ຊຶ່ງເປັນກຸ່ມປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ ທີ່ມີສະມາຊິກ 10 ປະເທດ ຈະພົບປະກັບຜູ້ຕາງໜ້ານັກ ທຸລະກິດອາເມຣິກັນ, ຜູ້ຕາງໜ້າທາງການຄ້າຂອງສະຫະລັດ, ທ່ານນາງແຄັດເທີຣິນ ທາຍ (Katherine Tai) ແລະລັດຖະມົນຕີກະຊວງການຄ້າ, ທ່ານນາງຈີນາ ເຣມມອນໂດ (Gina Raimondo) ຢູ່ທີ່ກອງປະຊຸມໃນວັນພະຫັດນີ້ ເພື່ອ "ປຶກສາຫາລືກ່ຽວກັບການຮ່ວມມືດ້ານເສດຖະກິດ," ອີງຕາມວາລະກອງປະຊຸມທີ່ຈັດໄວ້.
ຈີນ ແລະສະຫະລັດແຂ່ງຂັນກັນຫຼາຍຢູ່ໃນໂລກ ເພື່ອສະໜັບສະໜູນປະເທດນ້ອຍກວ່າ ໃນຂະນະທີ່ລັດຖະບານປັກກິ່ງຂະຫຍາຍເສດຖະກິດ ແລະການທະຫານອອກໄປຕ່າງປະເທດ.
ເຈົ້າໜ້າທີ່ສະຫະລັດມີຄວາມລະວັງຕໍ່ອິດທິພົນຂອງຈີນ ໃນເຂດເອເຊຍຕາເວັນອອກສຽງໃຕ້ຈຶ່ງໄດ້ສົ່ງກຳປັ່ນລົບໄປທະເລຈີນໃຕ້ ແລະດຳເນີນການຊ້ອມລົບຮ່ວມກັບປະເທດຕ່າງໆ ເຊັ່ນຟີລິບປິນເປັນບາງຄັ້ງຄາວ.
ການຄ້າກັບຕ່າງປະເທດ ແລະ ການລົງທຶນໂດຍກົງ ເປັນລາຍຮັບໃຫ້ແກ່ຊາວເອເຊຍຕາເວັນອອກສຽງໃຕ້ ນັບເປັນສິບລ້ານຄົນທີ່ດຳລົງຊີວິດຢູ່ໃນຄວາມທຸກຍາກ.
ຈີນໄດ້ເປັນຄູ່ການຄ້າໃຫຍ່ສຸດຂອງອາຊຽນນັບແຕ່ປີ 2008 ເປັນຕົ້ນມາ, ແລະການຄ້າຂອງປະເທດເຫລົ່ານີ້ ມີມູນຄ່າປະມານ 731,9 ຕື້ໂດລາໃນປີ 2020, ອີງຕາມລາຍງານຢູ່ໃນເວັບໄຊຂອງອົງການຂ່າວ Global Times ທີ່ຄວບຄຸມໂດຍລັດຖະບານຈີນ.