ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳພັກຂວາຈັດ ຂອງອອສເຕຣເລຍ ມີຄຳຖາມ ກ່ຽວກັບ ການສັງຫານໝູ່ ໃນປີ 1996


ສະມາຊິກສະພາສູງ Pauline Hanson ເວົ້າລົມກັບ ສະມາ
ຊິກ ຂອງສື່ມວນຊົນ ທີ່ເມືອງ Townsville ລັດ Queensland ປະເທດ Australia, ວັນທີ 10 ພະຈິກ ປີ 2017.
ສະມາຊິກສະພາສູງ Pauline Hanson ເວົ້າລົມກັບ ສະມາ ຊິກ ຂອງສື່ມວນຊົນ ທີ່ເມືອງ Townsville ລັດ Queensland ປະເທດ Australia, ວັນທີ 10 ພະຈິກ ປີ 2017.

ຜູ້ນຳຂວາຈັດຂອງອອສເຕຣເລຍ ພັກປະເທດດຽວ ຫລື One Nation ພວມ ຕົກຢູ່ໃນ
ສະພາວະຫຍຸ້ງຍາກ ເວລານາງຖືກກ້ອງຖ່າຍ ຖ່າຍຮູບເອົາ ເມື່ອສະ ເໜີແນະວ່າ ການ
ສັງຫານໝູ່ຂະ​ໜາດໃຫຍ່ຊຶ່ງນຳໄປສູ່​ການ​ອອກກົດໝາຍຄວບ ຄຸມປືນຢ່າງເຄັ່ງຄັດ
ຂອງປະເທດ ເປັນພາກສ່ວນນຶ່ງຂອງການສົມຮູ້ຮ່ວມຄິດນັ້ນ.

ຄວາມເຫັນຂອງສະມາຊິກສະພາສູງໂປລີນ ແຮນຊັນ ແມ່ນເປັນພາກສ່ວນນຶ່ງ ຂອງຮູບ ໃນສາລະຄະດີ ທີ່ຜະລິດຂຶ້ນ ໂດຍໂທລະພາບຊ່ອງ ອາລ ຈາຊີລາ ທີ່ມີຫ້ອງການຢູ່ປະ
ເທດ ກາຕາ ທີ່ອອກກ່ຽວກັບເຈົ້າໜ້າທີ່ຂອງພັກສອງທ່ານ ທີ່ຫາເງິນ ຈາກການບໍລິຈາກ ນຳສະມາຄົມປືນຍາວຫລື NRA ໃນສະຫະລັດ ເພື່ອຊ່ອຍເຫຼືອ ຄວາມພະຍາຍາມ
ຂອງພັກ ເພື່ອໃຫ້ກົດໝາຍອ່ອນພະລັງລົງ. ມີການເຫັນຮູບພາບຂອງທ່ານນາງແຮນຊັນ
ທີ່ບອກ ນັກຂ່າວ ຂອງ ອາລ ຈາຊີລາ ທີ່ເຜີຍແຜ່ໃນການໂຄສະນາໃຫ້ອາວຸດປືນວ່າ
“ທ່ານນາງມີຄຳຖາມ ຫລາຍຢ່າງ” ກ່ຽວກັບການຍິງສັງ​ຫານໃນປີ 1996 ທີ່ເຮັດໃຫ້​ມີຄົນ
ຕາຍ 35 ຄົນ ໃນ​ເມືອງ Port Arthur ​ລັດ Tasmania ນັ້ນ.

​ການ​ເປີດ​ເຜີຍດ່ັງກ່າວ ໄດ້ກະຕຸ້ນໃຫ້ ນາຍົກລັດຖະມົນຕີ Scott Morisson ຈາກພັກ
Liberal ທັນທີ ໃຫ້ຈັດເອົາພັກດັ່ງກ່າວລົງໄວ້ລຸ່ມພັກກົງກັນຂ້າມ ຄື ພັກແຮງ​ງານ ໃນ
ບັນຊີ ຂອງຜູ້ສະໝັກໃນການເລືອກຕັ້ງ ທີ່ພວມຈະມີຂຶ້ນໃນ ເດືອນ ພຶດສະພານີ້. ພາຍ
ໃຕ້ລະບົບການເລືອກຕັ້ງຂອງອອສເຕຣເລຍພວກລົງຄະແນນສຽງຈະຈັດອັນດັບຂອງ
ພັກຕາມລຳດັບທີ່ພວກເຂົາເຈົ້າມັກ ຊຶ່ງອາດ ຈະເຮັດໃຫ້ພັກເລັກໆນ້ອຍໆ ຕົກຈາກບັນ
ຊີໄປ ເຊັ່ນພັກ One Nation ນັ້ນ ເປັນຕົ້ນ.

ທ່ານ Morisson ໄດ້ບອກພວກນັກຂ່າວໃນວັນພະຫັດມື້ນີ້ວ່າ ການຕັດສີນໃຈ ຂອງ
ທ່ານແມ່ນ “ອີງຕາມທັດສະນະທີ່ໝັ້ນແກ່ນ ກ່ຽວກັບປືນ ຂອງກົດໝາຍ ອອສເຕຣເລຍ ແລະເພື່ອສ້າງຄວາມແນ່ໃຈວ່າ ບໍ່ມີແນວໃດ ທີ່ຈະຕ້ອງຕົກຢູ່ ໃນການສ່ຽງ.”

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG