ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບ​ັນ​ດາ​ທະ​ນາຍ​ຄວາມ ສະ​ແດງ​ຄວາມ​ເປັນ​ຫ່ວງ ດ້ານ​ຄວາມ​ປອດ​ໄພ ຂອງ​ຜູ້​ແຈ້ງ​ຄວາມ ຕໍ່ ປ. ທ​ຣຳ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ພົບ​ປະ​ກັບ ບົນ​ດາ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ຈາກ​ທົ່ວ​ສ​ະ​ຫະ​ລັດ ຢູ່​ເດີ່ນ​ຫຍ້າ ກ້ຳ​ໃຕ້ ຂອງ​ທຳ​ນຽບ​ຂາວ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ວັນ​ທີ 26 ກັນ​ຍາ 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ພົບ​ປະ​ກັບ ບົນ​ດາ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ຈາກ​ທົ່ວ​ສ​ະ​ຫະ​ລັດ ຢູ່​ເດີ່ນ​ຫຍ້າ ກ້ຳ​ໃຕ້ ຂອງ​ທຳ​ນຽບ​ຂາວ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ວັນ​ທີ 26 ກັນ​ຍາ 2019.

ບັນ​ດາ​ທະ​ນາຍ​ຄວາມ ທີ່​ຕາງ​ໜ້າ​ໃຫ້​ແກ່​ຜູ້​ແຈ້ງ​ຄວາມ ຫຼືທີ່​ເອີ້ນ​ວ່າ whistleblower ຜູ້
ທີ່ໄດ້​ອອກ​ມາ​ຮ້ອງ​ທຸກ ຊຶ່ງໄດ້​ກໍ່​ໃຫ້​ເກີດ​ມີ​ການສອບ​ຖາມ ໃນ​ເລື້ອງ​ການ​ຟ້ອງ​ປົດ ປະ​ທາ
​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ​ ທ​ຣຳ ນັ້ນ ແມ່ນ​ເນັ້ນ​ໜັກ​ເຖິງ​ການ​ຕ້ອງ​ໄດ້​ປົກ​ປ້ອງຕົວ
​ຕົນ​ຂອງ​ຜູ້​ກ່ຽວ ໃນ​ຂະ​ນະ​ທີ່ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ກ່າວ​ວ່າ ທ່ານ​ຄວນໄດ້ “ພົບ​ກັບ​ຜູ້​ກ່າວ
​ຫາ​ຂ້າ​ພະ​ເຈົ້າ.”

ທີມ​ນັກ​ກົດ​ໝາຍ ທີ່​ນຳ​ພາ​ໂດຍ ທ່ານ​ແອນດ​ຣູ ບາກ​ຄາ​ຈ ໄດ້​ອອກ​ຖະ​ແຫລງ​ການ​ສະ
​ບັບ​ນຶ່ງ ໃນ​ວັນ​ອາ​ທິດ​ວານນີ້ ທີ່​ກ່າວ​ວ່າ ບັນ​ດາ​ທະ​ນາຍ​ຄວາມ ພວມ​ສືບ​ຕໍ່​ຮ່ວມ​ມື​ກັບ​
ບັນ​ດາ​ສະ​ມາ​ຊິກ​ຈາກ ​ພັກ​ເດ​ໂມ​ແຄ​ຣັດ ແລະ​ພັກ​ຣີພັບ​ບ​ລີ​ກັນ ໃນ​ລັດ​ຖະ​ສະ​ພາ ເພື່ອ
​ສະ​ຫລຸບ​ໃນ​ດ້ານ​ຂອ​ງ​ການ​ຈັດ​ແຈງວາງ​ແຜນ​ຕ່າງໆ ເພື່ອ​ທີ່​ຈະ​ນຳ​ເອົາ​ຜູ້ແຈ້ງ​ຄວາມ
ມາ​ພົບ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ທັງຫຼາຍ ແຕ່​ວ່າ ຍັງບໍ່ທັນ​ກຳ​ນົດວັນແລະ​ເວ​ລາ​ເທື່ອ.

ທະ​ນາຍ​ຄວາມ​ອີກ​ຄົນ​ນຶ່ງ ທ່ານ​ມາກ ຊາ​ອີດ ໄດ້​ປະ​ຕິ​ເສດ​ ຕໍ່​ລາຍ​ງານ​ທີ່​ວ່າ ຜູ້ແຈ້ງ​
ຄວາມ ​ໄດ້​ຢູ່​ພາຍ​ໃຕ້​ການ​ປົກ​ປ້ອງ​ຂອງ​ລັດ​ຖະ​ບານ​ກາງ ຍ້ອນ​ຄວາມ​ເປັນ​ຫ່ວງ​ ໃນ
​ຄວາມ​ປອດ​ໄພ​ຂອງ​ຜູ້​ກ່ຽວນັ້ນ.

ກຸ່ມ​ດ້ານ​ກົດ​ໝາຍດັ່ງ​ກ່າວ ໄດ້​ພິມ​ອອກ​ເຜີຍ​ແຜ່ ສຳ​ເນົາໜັງ​ສື​ສະ​ບັບ​ນຶ່ງ ທີ່​ຕົນ​ໄດ້​ສົ່ງ​
ໄປຍັງ ​ສຳ​ນັກ​ງານ​ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດ ທີ່​ກ່າວ​ວ່າ ຄວາມ​ເປັນ​ຫ່ວງ
​ຂອງ​ພວກ​ເຂົາ​ເຈົ້າ​ ໃນ​ເລື້ອງ​ຄວາມ​ປອດ​ໄພ​ຂອງ​ຜູ້​ແຈ້ງ​ຄວາມນັ້ນ ແມ່ນ​ມີຫຼາຍ​ຂຶ້ນ
ໃນ​ລະ​ຫວ່າງ​ນຶ່ງ​ສັບ​ປະ​ດາ​ຜ່ານ​ມານີ້ ແລະ​ວ່າ ພວກ​ເຂົາ​ເຈົ້າ “ຄາດ​ໝາຍ​ວ່າ ສະ​ຖາ
​ນະ​ການ​ຈະ​ຮ້າຍ​ແຮງ​ຂຶ້ນ.” ພວກ​ເຂົາ​ເຈົ້າ ​ໄດ້ອ້າງ​ເຖິງ​ຫຼັກ​ຖານ​ທີ່​ເປັນ​ຖະ​ແຫລງ​ການ
​ຂອງ​ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ. ບັນ​ດາ​ທະ​ນາຍ​ຄວາມ ຍັງ​ໄດ້​ກ່າວ​ວ່າ ພ​ວກ​ເພິ່ນ ຮູ້​ດີ​ວ່າ
ພວກ​ຄົນ​ທົ່ວ​ໄປ ໄດ້​ສະ​ເໜີ​ໃຫ້​ເງິນ​ຈຳ​ນວນຫຼາຍ​ສົມ​ຄວນ ສຳ​ລັບ​ຂໍ້​ມູນ ກ່ຽວ​ກັບ​ຕົວ​ຕົນ
​ຂອງຜູ້​ແຈ້ງ​ຄວາມ.

ທ່ານ​ທ​ຣຳ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ຜ່ານ​ມານີ້​ວ່າ “ຂ້າ​ພະ​ເຈົ້າ​ຢາກ​ຮູ້​ວ່າ ບຸກ​ຄົນ​ຜູ້ນີ້​ແມ່ນ
​ໃຜ ຜູ້​ທີ່ເອົາໃຫ້ຜູ້​ແຈ້ງ​ຄວາມ ບຸກ​ຄົນ​ຜູ້​ໃດ ​ທີ່​ໃຫ້ຂໍ້​ມູນ​ແກ່ຜູ້​ແຈ້ງ​ຄວາມ ເພາະ​ວ່າ
ອັນ​ນັ້ນ ກໍ​ຊ່ຳ​ກັບ​ວ່າ​ເປັນ​ສ​າຍ​ລັບ. ທ່ານ​ຮູ້ບໍ່​ວ່າ ​ແມ່ນ​ຫຍງທີ່​ພວກ​ເຮົາ​ເຄີຍ​ເຮັດ​ ໃນ
​ສະ​ໄໝ​ເກົ່າ ເວ​ລາ​ທີ່​ພວກ​ເຮົາ​ສະຫຼຽວ​ສະຫຼາດ? ແມ່ນບໍ່? ກັບ​ພວກ​ສາຍ​ລັບ ແລະ
​ພວກ​ທໍ​ລະ​ຍົດ​ຕໍ່​ຊາດ ແມ່ນບໍ່? ພວກ​ເຮົາ​ເຄີຍຈັດ​ການ​ກັບ​ພວກ​ເຂົາ ແບບ​ທີ່​ແຕກ​
ຕ່າງກັນ​ໜ້ອຍ​ນຶ່ງ ໃນ​ເວ​ລານັ້ນ ທຽບ​ກັບ​ທີ່​ພວກ​ເຮົາ​ເຮັດ​ໃນ​ດຽວນີ້.”

ໃນ​ໜັງ​ສື​ອີກ​ສະ​ບັບ​ນຶ່ງ​ຕ່າງ​ຫາກ ທີ່​ສົ່ງ​ໄປ​ຫາ ຜູ້​ນຳ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ຂອງ​
ທັງ​ສະ​ພາ​ຕ່ຳ​ແລະ​ສະ​ພາ​ສູງ ຈາກ​ພັກ​ເດ​ໂມ​ແຄ​ຣັດ ແລະ​ພັກ​ຣີ​ພັບ​ບ​ລີ​ກັນ ທີ່​ກ່າວ​ວ່າ
ບັນ​ດາ​ທະ​ນາຍ​ຄວາມ​ຂອງ​ຜູ້​ແຈ້ງ​ຄວາມ ໄດ້​ຮຽກ​ຮ້ອງ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ​ໃຫ້
“ກ່າວ​ຖະ​ແຫລງ​ເຫັນ​ພ້ອມ​ນຳ ​ການ​ປົກ​ປ້ອງ​ຄວາມ​ປອດ​ໄພ​ຂອງ​ຜູ້ແຈ້ງ​ຄວາມ ແລະ
​ໃຫ້​ກ່າວ​ຢ້ຳ​ວ່າ ອັນ​ນີ້​ເປັນ​ລະ​ບົບ​ການ​ປົກ​ປ້ອງ ບ່ອນ​ທີ່​ການ​ຕອບ​ໂຕ້​ຄືນນັ້ນ ບໍ່​
ອະ​ນຸ​ຍາດ​ໃຫ້​ມີ ບໍ່​ວ່າ ຈະ​ເປັນ​ການ​ຕອບ​ໂຕ້​ຄືນ​ໂດຍ​ກົງ ຫຼື ໂດຍ​ທ່າງ​ອ້ອມ.”

ທ່ານ​ທ​ຣຳ ໄດ້​ຂຽນ​ລົງ​ທວີດ​ເຕີ ຫຼາຍ​ຮອບ ເມື່ອ​ຕອນ​ແລງ​ວັນ​ອາ​ທິດ​ວານນີ້​ ໂດຍ​ກ່າວ​
ຢ້ຳ ​ເຖິງ​ການ​ແກ້​ໂຕ້​ຂອງ​ທ່ານ ກ່ຽວ​ກັບ​ການ​ສົນ​ທະ​ນາ​ຜ່ານ​ທາງ​ໂທ​ລະ​ສັບ ໃນ​ເດືອນ​
ກໍ​ລະ​ກົດ ຜ່ານ​ມາ ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ແຊ​ລ​ເລັນ​ສ​ກີ
ທີ່ຢູ່​ໃນ​ໃຈ​ກາງ​ຂອງ​ການ​ຮ້ອງ​ທຸກ​ຂອງ​ຜູ້​ແຈ້ງ​ຄວາມນັ້ນ.

ອ່ານ​ຂ່າວນີ້ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG