ໃນເດືອນນີ້ ສານອຸທອນແຫ່ງທີ 2 ຂອງສະຫະລັດໄດ້ພິຈາລະນາທີ່ຈະປະຕິບັດຕາມຄຳ
ສັ່ງໃຫ້ໂຈະການຈຳກັດໃນການເດີນທາງເຂົ້າມາຍັງສະຫະລັດ ເປັນການຊົ່ວຄາວສຳລັບ
ປະຊາຊົນຈາກ 6 ປະເທດ ພ້ອມທັງການຮັບເອົາພວກອົບພະຍົບນຳດ້ວຍ.
ຜູ້ພິພາກສາສານ 3 ທ່ານ ຈາກສານອຸທອນ ເຂດ 9 ຂອງສະຫະລັດ ໄດ້ຮັບຟັງການຖົກ
ຖຽງທີ່ນະຄອນ Seattle ໃນເຊົ້າວັນຈັນວານນີ້ ຫຼັງຈາກທີ່ລັດຖະບານໄດ້ທ້າທາຍການ
ຕັດສິນຂອງສານໃນລັດ Hawaii ທີ່ໄດ້ໂຈະພາກສ່ວນສຳຄັນ ຂອງດຳລັດຝ່າຍບໍລິຫານ
ຂອງປະທານາທິບໍດີດໍໂນລ ທຣຳ ຊຶ່ງໄດ້ມີການດັດແປງແກ້ໄຂໃໝ່ ທີ່ໄດ້ອອກໄປ ໃນ ເດືອນມີນາຜ່ານມານີ້.
ສານດັ່ງກ່າວ ຍັງບໍ່ທັນໄດ້ອອກຄຳຕັດສິນໃນທັນທີທັນໃດເທື່ອ.
ຈຸດສຳຄັນຂອງຄະດີດັ່ງກ່າວ ກໍແມ່ນຄຳຖາມກ່ຽວກັບວ່າ ການໂຈະການເດີນທາງເຂົ້າມາຍັງສະຫະລັດ ຂອງຜູ້ຄົນສ່ວນໃຫຍ່ ຈາກບັນດາ 6 ປະເທດທີ່ເປັນຊາວມຸສລິມ ໃນໄລຍະ
90 ວັນ ແລະ 120 ວັນສຳຫຼັບພວກອົບພະຍົບນັ້ນແມ່ນເປັນການຈຳແນກກີດກັນ ແລະຂັດ
ກັບລັດຖະທຳມະນູນຫລືບໍ່.
“ດຳລັດຝ່າຍບໍລິຫານ ແມ່ນອ້າງເຫດຜົນທາງດ້ານຄວາມປອດໄພແຫ່ງຊາດ, ແຕ່ວ່າ
ສານຈະຊາບໄດ້ຢ່າງໃດວ່າ ຄວາມຈິງແລ້ວ ມັນແມ່ນການຫ້າມຕໍ່ພວກຊາວມຸສລິມ
ທີ່ໃຊ້ເປັນສາກບັງໜ້າຫລືບໍ່ໂດຍອ້າງເຫດຜົນທາງດ້ານຄວາມປອດໄພແຫ່ງຊາດ?”
ນັ້ນແມ່ນຄຳຖາມຂອງຜູ້ພິພາກສາ Ronald Gould.
ລັດຖະບານ ໄດ້ຍົກເລີກຄຳສັ່ງຫ້າມສະບັບທີ່ອອກໃນເດືອນມັງກອນ ໂດຍໃຊ້ສະບັບໃໝ່
ແທນ ຫຼັງຈາກທີ່ໄດ້ມີການຟ້ອງຮ້ອງ ໃນທົ່ວປະເທດ ທີ່ກ່າວຫາໃນຄັ້ງນັ້ນ ຊຶ່ງມີການໂຈະ
ການເດີນທາງເຂົ້າມາຍັງສະຫະລັດ ຈາກ 7 ປະທດທີ່ເປັນຊາວມຸສລິມນັ້ນວ່າ ບໍ່ມີຄວາມ
ສົມສ່ວນ. ທ່ານ ທຣຳ ຜູ້ຊຶ່ງໄດ້ເອີ້ນດຳລັດສະບັບທີສອງ ທີ່ອອກໃນວັນທີ 6 ມີນາ ນັ້ນວ່າ
ເປັນສະບັບທີ່ “ໃຊ້ຄຳເວົ້າອ່ອນລົງ” ຈົນກວ່າສັບປະດາທີ່ແລ້ວນີ້ ຍັງຢືນຢັດວ່າ ຄຳເວົ້າ
ຂອງທ່ານໃນປີ 2015 ລະຫວ່າງການໂຄສະນາຫາສຽງທາງ website ນັ້ນ ແມ່ນຮຽກຮ້ອງ
ໃຫ້ເກືອດຫ້າມບໍ່ໃຫ້ຊາວມຸສລິມເຂົ້າມາຍັງສະຫະລັດ.
ທ່ານ Jeffrey Wall ຮັກສາການຊົ່ວຄາວທະນາຍຄວາມຂອງກະຊວງຍຸຕິທຳ ໄດ້ພະຍາ
ຍາມທີ່ຈະສະແດງໃຫ້ເຫັນເຖິງຄວາມແຕກຕ່າງ ລະຫວ່າງຄຳເວົ້າຂອງທ່ານທຣຳ ກ່ອນສາ
ບານຕົວເຂົ້າຮັບຕຳແໜ່ງ ໃນວັນທີ 20 ມັງກອນ ແລະດຳລັດຝ່າຍບໍລິຫານຂອງປະທານາ
ທິບໍດີ ໃນຫຼາຍສັບປະດາ ແລະຫຼາຍເດືອນຕໍ່ມາ ໃນສານທີ່ນະຄອນ Seattle.
ທະນາຍຄວາມ Neal Katyal ຜູ້ຊຶ່ງຕາງໜ້າໃຫ້ຝ່າຍໂຈດ ໄດ້ບອກກັບຜູ້ພິພາກສາ ວ່າ ປະທານາທິບໍດີ ໄດ້ສະແດງອອກຂອງນິໄສ “ແບບຊ້ຳໆ ເດີມໆ” ທີ່ສົ່ງເສີມການຈຳແນກ
ກີດກັນຕໍ່ຊາວມຸສລິມ ແລະການຕັດສິນເຫັນພ້ອມກັບລັດຖະບານນັ້ນ ແມ່ນຈະເປັນການ
ສ້າງຕັ້ງນະໂຍບາຍໃຫ້ແກ່ການຈຳແນກກີດກັນ.