ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ທີ່​​ຖືກປະຕິເສດ ບໍ່ໃຫ້​ເຂົ້າ ສຫລ ຍ້ອນການຫ້າມ ເດີນທາງຂອງ ປ. ທຣໍາ ສາມາດຂໍວີຊາ ຄືນໃໝ່ໄດ້


ພວກລູກເຮືອສາຍການບິນ Iceland Air ເດີນທາງມາເຖິງມື້ທີ່ ທ່ານດາໂນລ ທຣໍາປະທານາທິບໍດີ ສະຫະລັດ ໄດ້ຈຳກັດ ການເດີນທາງ.
ພວກລູກເຮືອສາຍການບິນ Iceland Air ເດີນທາງມາເຖິງມື້ທີ່ ທ່ານດາໂນລ ທຣໍາປະທານາທິບໍດີ ສະຫະລັດ ໄດ້ຈຳກັດ ການເດີນທາງ.

ຊາວ​ຕ່າງປະ​ເທດ​ທີ່​ໄດ້​ຖືກ​ປະຕິ​ເສດບໍ່​ໃຫ້​ເຂົ້າ​ມາສະ​ຫະລັດຍ້ອນການຫ້າມ​ເດີ​ນທາງ
​ຂອງ ປະທານາທິບໍດີ​ທຣໍາ ບັດ​ນີ້ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ລັດຖະບານ​ສະຫະລັດ
ໃນການ​ຂໍວີ​ຊາຄືນ​ໃໝ່ ພາຍ​ໃຕ້​ຂໍ້​ຕົກລົງຕາມການ​ຟ້ອງຮ້ອງ​ທີ່​ໄດ້​ຂຶ້ນໃນ​ວັນ​ພະຫັດ​
ວານນີີ້.

ບັນດາ​ທະນາຍຄວາມດ້ານສິດທິພົນລະ​ເຮືອນ ເຊັນ​ຂໍ້​ຕົກລົງ​ກັບ​ລັດຖະບານ​ຂອງທ່ານ
​ທຣໍາ ໂດຍທີ່​ລັດຖະບານ​ເຫັນດີ​ທີ່​ຈະ​ແຈ້ງ​ໃຫ້​ຜູ້​ໃດກໍຕາມ​ຢູ່ຕ່າງ​ປະ​ເທດ ​ທີ່ຖືກ​ເກືອດ
ຫ້າມບໍ່ໃຫ້ເຂົ້າສະຫະລັດນັ້ນວ່າ​ ເຂົາ​ເຈົ້າສາມາດ​ຂໍ​ວີ​ຊາຄືນ​ໃໝ່​ໄດ້ພາຍໃຕ້​ການ​ຊ່ວຍ
​ເຫລືອ​ຈາ​ກຜູ້​ປະສານ​ງານຂອງກະຊວງ​ຍຸຕິ​ທຳ​ເປັນ​ໄລຍະ​ເວລາ​ສາມ​ເດືອນ. ​ພ້ອມກັນ
ນັ້ນ ຜູ້​ຟ້ອງ​ຮ້ອງ​ກ່າວ​ວ່າ​ ເຂົາ​ເຈົ້າຈະຢຸດຕິດການຟ້ອງຮ້ອງຂອງ​ເຂົາ​ເຈົ້າ​ທັງ​ໝົດ.

ປະທານາທິບໍດີ​ທຣໍາ ​ໄດ້​ເຊັນ​ດຳ​ລັດພາຍ​ໃນ​ນຶ່ງ​ອາທິດຫລັງຈາກທ່ານ​ເຂົ້າ​ຮັບ​ຕຳແໜ່​ງ
ຊຶ່ງ​ໄດ້​ຫ້າມ​ຄົນ​ຈາກ​ປະ​ເທດອີຣານ ອີຣັກ ລີ​ເບຍ ​ໂຊມາ​ລີ ຊູ​ດານ ​ແລະ​ເຢ​ເມນ ບໍ່ໃຫ້
​ເຂົ້າ​ມາ​ໃນ​ສະຫະລັດ. ດຳ​ລັດ​ດັ່ງກ່າວ​ເຮັດໃຫ້ມີການປະ​ທ້ວງຢ່າງກວ້າງຂວາງ​ຢູ່​ໃນ​
ສະຫະລັດ ​ແລະ​ຕ່າງປະ​ເທດ.

ການ​ເຄື່ອນ​ໄຫວດັ່ງກ່າວ​ຍັງ​ເຮັດ​ໃຫ້​ເກີດຄວາມຫຍຸ້ງຍາກທາງດ້ານກົດໝາຍຫລາຍໆ
​ຢ່າ​ງຕໍ່​ເນື່ອງກັນ. ນຶ່ງ​ໃນ​ຈຳນວນການເຄື່ອນໄຫວ​ດັ່ງກ່າວ ແມ່ນການຟ້ອງຮ້ອງຂອງ​
ຊາວ​ອີຣັກສອງ​ຄົນທີ່​ໄດ້​ເຮັດ​ວຽກ​ໃຫ້​ແກ່​ສະຫະລັດຢູ່​ໃນ​ອີຣັກ ທີ່​ໄດ້ຮັບການແກ້ໄຂ​ໃນ​
ວັນ​ພະຫັດ​ວານ​ນີ້.

ໃນການປະຕິດບັດລະບຽບການທີ່ປະຕິບັດໂດຍສານທ້ອງຖິ່ນນັ້ນ ຜູ້ພິພາກສາຂອງລັດ
ຖະ ບານກາງໄດ້ຕ້ານກັບການຫ້າມເຂົ້າປະເທດດັ່ງກ່າວເປັນເວລາແປດມື້ ພາຍຫລັງທີ່
ທ່ານ ທຣໍາໄດ້ລົງລາຍເຊັນເປັນຕົ້ນມາ. ແທນທີ່ຈະຂໍອຸທອນ ຄະນະລັດຖະບານເວົ້າ
ວ່າຈະດັດແກ້ນະໂຍບາຍດັ່ງກ່າວຄືນອີກ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

US Travelm Ban Lawsuit
please wait

No media source currently available

0:00 0:00:24 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Foreigners who were barred from entering the U.S. during President Donald Trump's first attempt to ban travel from seven Muslim-majority nations will get government help reapplying for visas under a lawsuit settlement reached Thursday.

Civil rights lawyers and the Trump administration announced the deal in during a conference call in federal court in Brooklyn, one scene of the legal battle over the treatment of hundreds of travelers who were detained at U.S. airports over a chaotic weekend last January.

Under the terms of the settlement, the government agreed to notify anyone overseas who was banned that they can reapply for visas with the help of a Department of Justice liaison for a three-month period. In return, the plaintiffs said they would drop all their claims.

"We are pleased with the settlement and that this chapter in the fight is done,'' said American Civil Liberties Union Attorney Lee Gerlent.

Gerlent said it's unclear how many people will benefit from the settlement because the government has refused to disclose the total.

There was no immediate comment from Justice Department officials.

The ACLU, along with the National Immigration Law Center and the International Refugee Assistance Project, sued after the Trump administration implemented a policy Jan. 27 that barred entry of visa-holders from Iran, Iraq, Libya, Somalia, Sudan, Syria and Yemen. Among them was Hameed Khalid Darweesh, a translator who has done work for the U.S. military, who was detained at John F. Kennedy International Airport.

A federal judge blocked the ban eight days later in a ruling upheld by a circuit court. Rather than pursue an appeal, the administration said it would revise the policy.

In June, the Supreme Court found that a narrower order that excluded Iraq from the list can be enforced if those visitors lack a "credible claim of a bona fide relationship with a person or entity in the United States.''

XS
SM
MD
LG