ກຸ່ມຫົວເສລີນິຍົມ ໄດ້ຍື່ນຄຳຟ້ອງຮ້ອງເພື່ອຫ້າມອະດີດປະທານາທິບໍດີ ດໍໂນລ ທຣຳ ບໍ່ໃຫ້ລົງຊື່ແຂ່ງຂັນໃນການເລືອກຕັ້ງຂັ້ນຕົ້ນ ຢູ່ລັດໂຄໂລຣາໂດ ອີງຕາມອົງການຂ່າວເອພີ.
ຄຳຟ້ອງຮ້ອງນີ້ ໂຕ້ແຍ້ງວ່າ ທ່ານທຣຳ ຂາດສິດທີ່ຈະລົງແຂ່ງຂັນເອົາຕຳແໜ່ງສຳລັບທຳນຽບຂາວ ອີກຄັ້ງນຶ່ງ ພາຍໃຕ້ວັກນຶ່ງທີ່ບໍ່ຄ່ອຍໄດ້ໃຊ້ຢູ່ໃນລັດຖະທຳມະນູນຂອງສະຫະລັດທີ່ໄດ້ແນໃສ່ບັນດາຜູ້ສະໝັກທັງຫຼາຍທີ່ສະໜັບສະໜຸນ “ການກໍ່ກະບົດດ້ວຍຄວາມຮຸນແຮງ.”
ຄຳຟ້ອງຮ້ອງນີ້ອ້າງອີງ ໃສ່ບົດແກ້ໄຂລັດຖະທຳມະນູນຂໍ້ທີ 14 ຊຶ່ງອາດເປັນບາດກ້າວເບື້ອງຕົ້ນ ໃນການທ້າທາຍທາງດ້ານກົດໝາຍ ທີ່ປາກົດວ່າ ຈະຖືກສົ່ງໄປໃຫ້ສານສູງສຸດສະຫະລັດ ຕັດສິນຢ່າງແນ່ນອນ.
ຄຳຟ້ອງຮ້ອງນີ້ ໄດ້ຍື່ນໂດຍກຸ່ມທີ່ຊື່ວ່າ ພົນລະເມືອງເພື່ອຄວາມຮັບຜິດຊອບແລະຈັນຍາບັນ ຫຼື (Citizens for Responsibility and Ethics) ຢູ່ໃນນະຄອນຫຼວງ ວໍຊິງຕັນ ໃນນາມຂອງຜູ້ມີສິດລົງຄະແນນສຽງຫົກຄົນ ຈາກພັກຣີພັບບລີກັນ ແລະບໍ່ມີສ່ວນກ່ຽວຂ້ອງກັບຜູ້ມີສິດປ່ອນບັດໃນລັດໂຄໂລຣາໂດ.
A liberal group has filed a lawsuit to bar former President Donald Trump from the primary ballot in Colorado. The lawsuit contends Trump is ineligible to run for the White House again under a rarely used clause in the U.S. Constitution aimed at candidates who have supported an "insurrection." The lawsuit, citing the 14th Amendment, is likely the initial step in a legal challenge that seems destined for the U.S. Supreme Court. The lawsuit was filed on behalf of six Republican and unaffiliated Colorado voters by the group Citizens for Responsibility and Ethics in Washington.