ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກົດໝາຍທີ່ບໍ່ໄດ້ມາດຕະຖານ ຄືສາເຫດ ທີ່ເຮັດໃຫ້ລາວ ຕ້ອງດັດແກ້ກົດໝາຍເກົ່າ ຫຼາຍກວ່າການສ້າງກົດໝາຍໃໝ່


ກອງປະຊຸມສະໄໝສາມັນຄັ້ງທີ 3 ຂອງສະພາແຫ່ງຊາດລາວ ຊຸດທີ 9 ໃນຊ່ວງວັນທີ 13 ມິຖຸນາ ຫາ 8 ກໍລະກົດ 2022.
ກອງປະຊຸມສະໄໝສາມັນຄັ້ງທີ 3 ຂອງສະພາແຫ່ງຊາດລາວ ຊຸດທີ 9 ໃນຊ່ວງວັນທີ 13 ມິຖຸນາ ຫາ 8 ກໍລະກົດ 2022.

ການສ້າງກົດໝາຍທີ່ບໍ່ໄດ້ມາດຕະຖານ ແລະນັກກົດໝາຍມີຄວາມຮູ້ທີ່ບໍ່ທັນກັບການປ່ຽນແປງຂອງໂລກ ຄືສາເຫດທີ່ເຮັດໃຫ້ລາວ ຕ້ອງດັດແກ້ກົດໝາຍເກົ່າຫຼາຍກວ່າການສ້າງກົດໝາຍໃໝ່ ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ ຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນສະພາແຫ່ງຊາດລາວ ເປີດເຜີຍວ່າ ຄະນະປະຈຳສະພາແຫ່ງຊາດ ຊຸດທີ 9 ໄດ້ມີການວາງເປົ້າໝາຍທີ່ຈະພັດທະນາປັບປຸງແລະຮ່າງກົດໝາຍຕ່າງໆ ໃຫ້ໄດ້ 96 ສະບັບພາຍໃນປີ 2025 ຊຶ່ງໃນນີ້ຈະເປັນການສ້າງກົດໝາຍໃໝ່ 38 ສະບັບ ແລະດັດແກ້ກົດໝາຍເກົ່າ 58 ສະບັບ ໂດຍສາເຫດທີ່ຕ້ອງມີການດັດແກ້ກົດໝາຍເກົ່າຫຼາຍກວ່າການສ້າງກົດໝາຍໃໝ່ນັ້ນ ກໍເພາະວ່າ ການຈັດຕັ້ງປະຕິບັດໃນໄລຍະຂອງສະພາແຫ່ງຊາດຊຸດທີ 8 ນັ້ນ ສາມາດປະຕິບັດໄດ້ຕ່ຳກວ່າແຜນການ ກໍຄືເປົ້າໝາຍໄດ້ວາງໄວ້ວ່າ ຈະພັດທະນາປັບປຸງ ແລະສ້າງກົດໝາຍໃຫ້ໄດ້ 99 ສະບັບ ຫາກແຕ່ປະຕິບັດໄດ້ຈິງພຽງ 85 ສະບັບທັງຍັງເປັນການດັດແກ້ກົດໝາຍເກົ່າເຖິງ 46 ສະບັບອີກດ້ວຍ.

ສະພາບການດັ່ງກ່າວ ຍັງສືບຕໍ່ຈົນເຖິງປັດຈຸບັນນີ້ ຊຶ່ງເຫັນໄດ້ຈາກກອງປະຊຸມສະໄໝສາມັນຄັ້ງທີ 3 ຂອງສະພາແຫ່ງຊາດລາວ ຊຸດທີ 9 ໃນຊ່ວງວັນທີ 13 ມິຖຸນາ ຫາ 8 ກໍລະກົດ 2022 ນີ້ກໍມີວາລະຂອງການພິຈາລະຈາເພື່ອຮັບຮອງເອົາກົດໝາຍຈຳນວນ 9 ສະບັບ ໃນນີ້ ເປັນຮ່າງກົດໝາຍໃໝ່ພຽງແຕ່ 3 ສະບັບ ສ່ວນອີກ 6 ສະບັບນັ້ນ ເປັນການດັດແກ້ກົດໝາຍເກົ່າເພື່ອໃຫ້ເທົ່າທັນກັບສະພາບການທີ່ປ່ຽນແປງໃນໂລກ ດັ່ງທີ່ ທ່ານນາງປິ່ງຄຳ ຣາຊະສີມາ ເລຂາທິການສະພາແຫງຊາດລາວ ໄດ້ຖະແຫລງຢືນຢັນວ່າ:

“ກອງປະຊຸມສະໄໝສາມັນເທື່ອທີ 3 ຈະໄດ້ພິຈາລະນາຮັບຮອງເອົາການສ້າງ ແລະປັບປຸງກົດໝາຍຈຳນວນ 9 ສະບັບ ໃນນີ້ມີຮ່າງກົດສ້າງໃໝ່ 3 ສະບັບ ຄືຮ່າງກົດໝາຍວ່າດ້ວຍ ວິຈິດສິນ, ຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ, ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ, ກົດໝາຍປັງປຸງມີ 6 ສະບັບຄືກົດໝາຍວ່າດ້ວຍຊັບສິນຂອງລັດ, ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ກົດໝາຍວ່າດ້ວຍການສົ່ງເສີມຈຸລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ, ກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ, ກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ.”

ສ່ວນເຈົ້າໜ້າທີ່ຂອງສຳນັກເລຂາທິການລັດຖະສະພາອາຊຽນ ເປີດເຜີຍວ່າ ບັນຫາສຳຄັນທີ່ກອງປະຊຸມໃຫຍ່ລັດຖະສະພາອາຊຽນ ໄດ້ຍົກຂຶ້ນມາປຶກສາຫາລືຮ່ວມກັນໃນໂອກາດກອງປະຊຸມໃຫຍ່ທຸກຄັ້ງ ຄືບັນຫາກ່ຽວກັບການພັດທະນາດ້ານກົດໝາຍທີ່ບໍ່ເທົ່າທັນກັນ ລະຫວ່າງປະເທດສະມາຊິກດ້ວຍກັນ ໃນນີ້ ສປປ ລາວ ກໍຄືປະເທດນຶ່ງທີ່ການພັດທະນາກົດໝາຍ ໄດ້ດຳເນີນໄປຢ່າງຊັກຊ້າທີ່ສຸດເນື່ອງຈາກວ່າ ການຮ່າງກົດໝາຍບໍ່ໄດ້ມາດຕະຖານສາກົນ ແລະບຸກຄະລາກອນມີຄວາມຮູ້ຄວາມສາມາດຢ່າງຈຳກັດ ແລະບໍ່ເທົ່າທັນກັບສະພາບການໂລກ ທີ່ປ່ຽນແປງ ທັງຍັງມີບັນຫາກ່ຽວກັບການເຂົ້າເຖິງ ແລະການຮັບຮູ້ກົດໝາຍຂອງປະຊາຊົນອີກດ້ວຍ ຊຶ່ງເຮັດໃຫ້ຕ້ອງເລັ່ງພັດທະນາໂຄງຂ່າຍການເຜີຍແຜ່ກົດໝາຍເພື່ອໃຫ້ປະຊາຊົນລາວ ແລະຊາວຕ່າງຊາດສາມາດເຂົ້າເຖິງກົດໝາຍລາວ ໄດ້ຢ່າງສະດວກວ່ອງໄວນັ້ນເອງ.

ທາງດ້ານຜູ້ປະສານງານອົງການ Human Rights Watch ໃນອາຊຽນ ຢືນຢັນວ່າ ການບັງຄັບໃຊ້ກົດໝາຍໃນລາວ ຍັງປາກົດມີການເລືອກປະຕິບັດກົດໝາຍກັບປະຊາຊົນ ທີ່ຂັດແຍ້ງກັບພະນັກງານລັດ ໂດຍສະເພາະແມ່ນຂໍ້ຂັດແຍ້ງກ່ຽວກັບຜົນປະໂຫຍດໃນທີ່ດິນທີ່ຖືກເວນຄືນຢ່າງບໍ່ຍຸຕິທຳນັ້ນ ຊຶ່ງເຫັນໄດ້ຈາກການທີ່ນາຍົກລັດຖະມົນຕີລາວ ໄດ້ອອກຄຳສັ່ງຕັ້ງແຕ່ປີ 2019 ເພື່ອໃຫ້ເລັ່ງບັງຄັບຄະດີຕາມການຕັດສິນຂອງສານປະຊາຊົນລາວ ເພາະປາກົດວ່າ ມີຄະດີຄວາມທີ່ສານປະຊາຊົນໄດ້ຕັດສິນໄປແລ້ວເກືອບ 30,000 ຄະດີໃນທົ່ວປະເທດລາວນັ້ນຍັງບໍ່ໄດ້ມີການບັງຄັບຄະດີໃຫ້ເປັນໄປຕາມການຕັດສິນຂອງສານປະຊາຊົນລາວຈົນເຖິງປັດຈຸບັນນີ້ ສ່ວນການບັງຄັບໃຊ້ລັດຖະທຳມະນູນໃນໄລຍະກວ່າ 30 ປີຜ່ານມາ ກໍຍັງບໍ່ສາມາດຮັບປະກັນຄວາມສະເໝີພາບ ແລະຄວາມຍຸຕິທຳໃຫ້ກັບປະຊາຊົນລາວ ບັນດາເຜົ່າດ້ວຍການບັງຄັບໃຊ້ກົດໝາຍ ແລະການດຳເນີນຄະດີໃນສານທຸກຊັ້ນໃຫ້ມີຄວາມໂປ່ງໃສຢ່າງແທ້ຈິງ.

ແຕ່ຢ່າງໃດກໍຕາມ ລັດຖະບານສະຫະລັດອາເມຣິກາ ໄດ້ໃຫ້ການຊ່ອຍເຫຼືອການພັດທະນາລະບົບ Application ດ້ານກົດໝາຍ ແລະນິຕິກຳແກ່ລັດຖະບານລາວ ໃນຊ່ວງ 5 ປີທີ່ຜ່ານມານີ້ ໂດຍມີເປົ້າໝາຍເພື່ອເຮັດໃຫ້ລາວ ສາມາດເຊື່ອມຕໍ່ເຂົ້າກັບລະບຽບການຄ້າຂອງໂລກໃຫ້ໄດ້ຢ່າງມີປະສິດທິພາບ ກໍຄືການຊ່ອຍໃຫ້ປະຊາຊົນລາວ, ບັນດານັກທຸລະກິດ ແລະຊາວຕ່າງຊາດໃຫ້ສາມາດເຂົ້າເຖິງນິຕິກຳຕ່າງໆໃນລາວ ໄດ້ຢາງສະດວກວ່ອງໄວ ທັງຍັງສາມາດປະກອບຄວາມຄິດເຫັນຕໍ່ນິຕິກຳຕ່າງໆໄດ້ອີກດ້ວຍ.

XS
SM
MD
LG