ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວ​ຫຼ້າ​ສຸດ​ຈາກ​ຢູ​ເຄ​ຣນ: ປ. ເຊ​ເລນ​ສ​ກີ ຢາກ​ໃຫ້​ມີ​ການ​ສືບ​ສວນ ກ່ຽວ​ກັບ ​'​ອາ​ຊະ​ຍາ​ກຳ ໃນ​ການ​ຮຸກ​ຮານ​' ຂອງ​ຣັດ​ເຊຍ


​ສ່ວນ​ນຶ່ງ​ຂອງ​ໂດ​ຣນ​ທະ​ຫານ ຫຼັງ​ຈາກ​ຖືກ​ຍິງ​ຕົກ ໃນ​ເຂດ​ໃຈ​ກາງ​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 4 ພຶດ​ສະ​ພາ 2023.
​ສ່ວນ​ນຶ່ງ​ຂອງ​ໂດ​ຣນ​ທະ​ຫານ ຫຼັງ​ຈາກ​ຖືກ​ຍິງ​ຕົກ ໃນ​ເຂດ​ໃຈ​ກາງ​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 4 ພຶດ​ສະ​ພາ 2023.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ອັງ​ກິດ​ ໃຫ້​ເຫດ​ຜົນ​ວ່າ “ການ​ເພີ້ມ​ຂຶ້ນ​ເມື່ອ​ໄວໆ​ມານີ້” ກ່ຽວ​ກັບ​ອຸ​ບັດ​ຕິ​ເຫດ​ທາງ​ລົດ​ໄຟ​ ຂອງ​ຣັດ​ເຊຍ ໃນ​ເຂດ​ຊາຍ​ແດນ​ຕິດ​ກັບ​ຢູ​ເຄ​ຣນ ແມ່ນ​ເປັນ “ການ​ກໍ່​ວິ​ນາດ​ສະ​ກຳ​ຂອງ​ພວກ​ທີ່​ບໍ່​ຊາບ​ຝ່າຍ.”

ໃນ​ລາຍ​ງານ​ທີ່​ນຳ​ອອກ​ເຜີ​ຍ​ແຜ່​ທາງ​ທວີດ​ເຕີ້ ໃນ​ວັນ​ສຸກມື້ນີ້ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອັງ​ກິດ​ກ່າວ​ວ່າ ການ​ໂຈມ​ຕີ “ແມ່ນ​ເກືອບ​ເປັນ​ທີ່​ແນ່ນອນ​” ເປັນ​ຜົນ​ດີ “ໃນ​ໄລ​ຍະ​ສັ້ນ​ລົບ​ກວນ​ການ​ເຄື່ອນ​ຍ້າຍ​ທາງ​ລົດ​ໄຟ​ຂອງ​ຣັດ​ເຊຍ​ຢູ່​ໃນ​ເຂດ​ທ້ອງ​ຖິ່ນ.”

ກອງ​ພັນ​ທະ​ຫານ​ຊ່າງ​ທາງ​ລົດ​ໄຟ​ຂອງ​ຣັດ​ເຊຍ​ສາ​ມາດ​ສ້ອມ​ແປງ​ເພື່ອ​ຟື້ນ​ຟູ​ທາງ​ລົດ​ໄຟ​ດັ່ງ​ກ່າວ​ ໄດ້​ຢ່າງວ່ອງ​ໄວ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກ່າວ. ແຕ່​ແນວ​ໃດ​ກໍ​ຕາມ ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ​ຣັດ​ເຊຍ ຊຶ່ງ​ໃນ​ທີ່​ສຸດ​ ຈະໄດ້​ຮັບ​ຄວາມ​ກົດ​ດັນ​ເພີ້ມ​ຂຶ້ນ ແລະ “ມີ​ທ່າ​ທາງວ່າ​ຍັງ​ຈະ​ບໍ່​ສາ​ມາດ​ປ້ອງ​ກັນ​ຕາ​ໜ່າງ​ທາງ​ລົດ​ໄຟ ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ ​ແລະ​ມີ​ຄວາມ​ຫຼໍ່​ແຫຼມ​ຂອງ​ຣັດ​ເຊຍ ​ຈາກ​ການ​ໂຈມ​ຕີ​ໄດ້.

ໃນ​ຂະ​ນະ​ດຽວ​ກັນ ມີ​ລາຍ​ງານ​ວ່າ ຢູ​ເຄ​ຣນ​ໄດ້​ຍິງ​ໂດ​ຣນ​ຂອງ​ຕົນ​ລຳ​ນຶ່ງ​ຕົກ ທີ່​ເກີດ​ການ​ຕິດ​ຂັດ​ທາງ​ດ້ານ​ເຄື່ອງ​ຈັກ ຢູ່​ໃນ​ເຂດ​ໃຈ​ກາງ​ນະ​ຄອນ​ຫຼວງ​ກີ​ຢິບ​ໃນ​ຕອນ​ແລງວັນ​ພະ​ຫັດ​ນີ້.

ລາຍ​ງານ​ໃນ​ຂັ້ນ​ຕົ້ນຂອງ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ເວົ້າວ່າ ເຮືອ​ບິນ​ບໍ່​ມີ​ຄົນ​ຂັບບາຍ​ຣັກ​ຕາ TB2 ແມ່ນ​ເປັນໂດ​ຣນ​ຂອງ​ຝ່າຍ​ສັດ​ຕູ ແຕ່​ຕໍ່​ມາ​ກອງ​ທັບ​ອາ​ກາດ​ເວົ້າ​ວ່າ ມັນ​ເປັນ​ຂອງ​ຝ່າຍ​ລັດ​ຖະ​ບານ.

ກອງ​ທັບ​ອາ​ກາດ​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ ໂດ​ຣນ​ທີ່​ຄວບ​ຄຸມ​ບໍ່​ໄດ້​ລຳ​ດັ່ງ​ກ່າວ ອາດ​ຈະ​ນຳ​ໄປ​ສູ່ “ຜົນ​ຕິດ​ຕາມ​ມາ​ທີ່​ບໍ່​ເພິ່ງ​ປາ​ຖະ​ໜາ.”

ບໍ່​ມີ​ລາຍ​ງານ​ໃດໆ ກ່ຽວ​ກັບ​ການ​ບາດ​ເຈັບ​ລົ້ມ​ຕາຍ ຈາກ​ການ​ຍິງ​ໂດ​ຣນ​ລຳ​ດັ່ງ​ກ່າວ​ຕົກ.

ໃນ​ຕອນ​ເຊົ້າ​ຂອງວັນ​ພະ​ຫັດ ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ກ່າວວ່າ ທ່ານໝັ້ນ​ໃຈ​ວ່າ​ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ໃນ​ທີ່​ສຸດ​ກໍ​ຈະ​ປະ​ເຊີນ​ກັບ​ການ​ດຳ​ເນີນ​ຄະ​ດີ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ ຍ້ອນ​ການ​ຮຸກ​ຮານ​ຢູ​ເຄ​ຣນ​ຂອງ​ມົ​ສ​ກູ.

ໃນ​ການ​ກ່າວ​ຄຳ​ປາ​ໄສ ​ຕໍ່​ສານ​ອາ​ຍາ​ສາ​ກົນ ​ທີ່​ນະ​ຄອນ​ເຮກ ປະ​ທາ​ນາ​ທິ​ບໍ​ດີ​ເຊ​ເລນ​ສ​ກີ​ເວົ້າ​ວ່າ “ມີ​ແຕ່​ອາ​ຊະ​ຍາ​ກຳ​ຂອງ​ຣັດ​ເຊຍ​ອັນ​ດຽວ​ເທົ່າ​ນັ້ນ ທີ່​ນຳ​ໄປ​ສູ່​ອາ​ຊະ​ຍາ​ກຳ​ທັງ​ໝົດ​ເຫຼົ່າ​ນີ້: ນັ້ນ​ກໍ​ຄື ​ອາ​ຊະ​ຍາ​ກຳ​ໃນ​ການ​ຮຸກ​ຮານ ການ​ເລີ້ມ​ຕົ້ນ​ຂອງ​ຜີ​ມານ ແມ່ນ​ຕົ້ນ​ຕໍ​ຂອງ​ອາ​ຊະ​ຍາ​ກຳ. ມັນ​ຄວນ​ຈະ​ມີ​ການ​ຮັບ​ຜິດ​ຊອບ​ຕໍ່​ອາ​ຊະ​ຍາ​ກຳ​ອັນ​ນີ້.

ສານ​ອາ​ຍາ​ສາ​ກົນ ໃນ​ເດືອນ​ມີ​ນາ​ຜ່ານ​ມາໄດ້​ອອກ​ໝາຍ​ຈັບ​ທ່ານ​ປູ​ຕິນ ໃນ​ຂໍ້​ຫາ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ ທີ່ພົວ​ພັນ​ກັບເນ​ລະ​ເທດ​ແລະ​ສົ່ງ​ເດັກ​ນ້ອ​ຍ​ຢູ​ເຄ​ຣນ​ໄປ​ຣັດ​ເຊຍ. ທ່ານ​ເຊ​ເລນ​ສ​ກີ​ກ່າວ​ວ່າ ທ່ານ​ປູ​ຕິນ “​ຄວນ​ໄດ້​ຮັບ​ການ​ລົງ​ໂທດ​ເຫຼົ່ານີ້ ຢູ່​ທີ່ນີ້ ນະ​ຄອນ​ຫຼວງ​ຂອງ​ກົດ​ໝາຍ​ລະ​ຫວ່າງ​ປະ​ເທດ.”

“ແລະ​ຂ້າ​ພະ​ເ​ຈົ້າແນ່​ໃຈ​ວ່າ ພວກ​ເຮົາ​ຈະ​ໄດ້​ເຫັນ​ສິ່ງນັ້ນ​ເກີດ​ຂຶ້ນ ເວ​ລາ​ພວກ​ເຮົາ​ຊະ​ນະ. ແລະ​ພວກ​ເຮົາ​ກໍ​ຈະ​ຊະ​ນະ” ທ່ານ​ເຊ​ເລນ​ສ​ກີ​ກ່າວ.

ສານ​ອາ​ຍາ​ສາ​ກົນ ​ບໍ່​ສາ​ມາດ​ດຳ​ເນີນ​ຄະ​ດີ​ອາ​ຊະ​ຍາ​ກຳ​ ໃນ​ການ​ເຮັດ​ສົງ​ຄາມ​ຮຸກ​ຮານ​ດ້ວຍ​ຕົວ​ຂອງ​ມັນ​ເອງ. ແຕ່​ທ່ານ​ເຊ​ເລນ​ສ​ກີ​ໄດ້​ຮ້ອງ​ຂໍ​ໃຫ້​ເປີດ​ສານ​ພິ​ເສດ ​ທີ່​ສົມ​ບູນ​ແບບ ເພື່ອ​ດຳ​ເນີນ​ຄະ​ດີ​ລົງ​ໂທດ​ຜູ້​ກໍ່​ອາ​ຊະ​ຍາ​ກຳ.

ທ່ານ​ກ່າວ​ວ່​າ “ຖ້າ​ພວກ​ເຮົາ​ຕ້ອງ​ການ​ຄວາມ​ຍຸ​ຕິ​ທຳ​ອັນ​ແທ້​ຈິງ ພວກ​ເຮົາ​ບໍ່​ຄວນ​ຊອກ​ຫາ​ຂໍ້​ອ້າງ ແລະ​ບໍ່​ຄວນ​ອ້າງ​ອີງ​ເຖິງ​ການ​ຂາດ​ຕົກ​ບົກ​ຜ່ອງ​ຂອງ​ກົດ​ໝາຍ​ລະ​ຫວ່າງ​ປະ​ເທດ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ ແຕ່​ເຮັດ​ການ​ຕັດ​ສິນ​ໃຈ​ແບບ​ກ້າ​ຫານ ​ທີ່​ຈະ​ແກ້​ໄຂການ​ຂາດ​ຕົກ​ບົກ​ຜ່ອງ ຊຶ່ງ​ບໍ່​ເປັນ​ຈັ່ງ​ໂຊກ ​ມີ​ຢູ່​ໃນ​ກົດ​ໝ​າຍ​ລະ​ຫວ່າງ​ປະ​ເທດ ນັ້ນ.”

ທ່ານ​ເຊ​ເລນ​ສ​ກີ​ໄດ້​ຖືກ​ຕ້ອນ​ຮັບ​ຢູ່​ຂ້າງນອກຕຶກສານ​ອາ​ຍາ​ສາ​ກົນ ໂດຍ​ປະ​ທານ​ ​ສານ ທ່ານ​ພີ​ອອດ​ເຕີ ຮອ​ຟ​ມານ​ສ​ກີ (Piotr Hofmanski) ທີ່​ເປັນ​ຄົນ​ໂປ​ແລນ. ບັນ​ດາ​ພະ​ນັກ​ງານ​ຂອງ​ສານ​ໄດ້​ພາ​ກັນ​ສ່ອງ​ເບິ່ງ​ການ​ໄປ​ເຖິງ​ ຂອງ​ທ່ານ​ເຊ​ເລນ​ສ​ກີ​ຢູ່​ທາງ​ປ່ອງ​ຢ້ຽມ ແລະ​ການ​ຊັກ​ທຸງ​ຊາດ​ຢູ​ເຄ​ຣນ​ຂຶ້ນ​ສູ່​ຫຼັກ​ທຸງຄຽງ​ຄູ່​ກັບ​ທຸງ​ຂອງ​ສານ​ຢູ່ນອກ​ຕຶກ​ອາ​ຄານ.

ສານ​ອາ​ຍາ​ສາ​ກົນ​ກ່າວ​ໃນ​ຖະ​ແຫຼງ​ຂ່າວ ເມື່ອ​ວັນ​ທີ 18 ມີ​ນາ​ຜ່ານ​ມານີ້​ວ່າ ທ່ານ​ປູ​ຕິນ “ຖືກ​ກ່າ​ວ​ຫາ​ວ່າ​ເປັນ​ຜູ້​ຮັບ​ຜິດ​ຊອບ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ ດ້ວຍ​ການ​ເນ​ລະ​ເທດ​ແບບ​ຜິດ​ກົດ​ໝາຍ (ພວກ​ເດັກ​ນ້ອຍ) ແລະ​ການ​ສົ່ງ (ພວກ​ເດັກ​ນ້ອຍ) ແບບ​ຜິດ​ກົດ​ໝ​າຍ ຈາກ​ເຂດ​ຢຶດ​ຄອງ​ໃນ​ຢູ​ເຄ​ຣນ ໄປ​ຍັງ​ສະ​ຫະ​ພັນ​ຣັດ​ເຊຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG