ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼ້າສຸດໃນຢູເຄຣນ: ສະຫະລັດ ຈະສົ່ງການຊ່ອຍເຫຼືອດ້ານການທະຫານ ມູນຄ່າ 400 ລ້ານໂດລາ ໃຫ້ຢູເຄຣນ ຕື່ມອີກ


ແມ່ຍິງຄົນນຶ່ງ ລົມໂທລະສັບ ຢູ່ດ້ານນອກຕຶກທີ່ພັກອາໄສ ຫຼາຍຊັ້ນ ທີ່ໄດ້ຮັບຄວາມເສຍຫາຍໂດຍລູກປືນໃຫຍ່ ເມື່ອບໍ່ດົນມານີ້ ທ່າມກາງບັນຫາຂັດແຍ້ງລະຫວ່າງຣັດເຊຍ ແລະ ຢູເຄຣນ ໃນເຂດ ໂດເນັສ Donetsk, ຊຶ່ງເປັນເຂດຄວບຄຸມ ໂດຍຣັດເຊຍ ຂອງຢູເຄຣນ, ວັນທີ 25 ກໍລະກົດ 2023.
ແມ່ຍິງຄົນນຶ່ງ ລົມໂທລະສັບ ຢູ່ດ້ານນອກຕຶກທີ່ພັກອາໄສ ຫຼາຍຊັ້ນ ທີ່ໄດ້ຮັບຄວາມເສຍຫາຍໂດຍລູກປືນໃຫຍ່ ເມື່ອບໍ່ດົນມານີ້ ທ່າມກາງບັນຫາຂັດແຍ້ງລະຫວ່າງຣັດເຊຍ ແລະ ຢູເຄຣນ ໃນເຂດ ໂດເນັສ Donetsk, ຊຶ່ງເປັນເຂດຄວບຄຸມ ໂດຍຣັດເຊຍ ຂອງຢູເຄຣນ, ວັນທີ 25 ກໍລະກົດ 2023.

ສະຫະລັດ ຈະສົ່ງການຊ່ອຍເຫຼືອດ້ານການທະຫານ ໃຫ້ຢູເຄຣນຕື່ມອີກ ມູນຄ່າ 400 ລ້ານໂດລາ ທີ່ປະກອບດ້ວຍ ລະບົບປ້ອງກັນໄພທາງອາກາດ ເຮືອບິນບໍ່​ມີ​ຄົນ​ຂັບ​ຫຼືໂດຣນຂະໜາດນ້ອຍ ແລະລົດຫຸ້ມເກາະຕ່າງໆ ອີງຕາມການກ່າວຂອງທຳນຽບຫ້າແຈ ໃນວັນອັງຄານວານນີ້.

ອາວຸດທັງຫຼາຍນັ້ນ ໄດ້ຖືກສະໜອງໃຫ້ໂດຍຜ່ານອຳນາດໃນການລົດກອງກຳລັງທະຫານລົງຂອງປະທານາທິບໍດີ ຊຶ່ງອະນຸຍາດໃຫ້ມີການນຳສົ່ງບົດຄວາມແລະການບໍລິການດ້ານການປ້ອງກັນທັງຫຼາຍ ຈາກຄັງອາວຸດຂອງສະຫະລັດ ທີ່ຈະໄປຮອດຊ່ວງເວລາພາຍໃນບໍ່ເທົ່າໃດມື້ຂອງການອະນຸມັດ. ເຄື່ອງຂອງດັ່ງກ່າວ ຈະມາຈາກບັນຊີສ່ວນເກີນໃນຄັງສະສົມຂອງສະຫະລັດ.

ການປະກາດໃນການຊ່ອຍເຫຼືອ ມີຂຶ້ນໃນຊ່ວງເວລາ ເມື່ອກອງກຳທະຫານຂອງ ຢູເຄຣນ ພົວພັນໃນການເຄື່ອນຕົວບຸກໂຈມຕີຕອບໂຕ້ຢ່າງຊ້າໆ ຕໍ່ກອງກຳລັງຂອງຣັດເຊຍ ທີ່ໄດ້ບຸກລຸກປະເທດຕົນ.

ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວວ່າ ການຊ່ອຍເຫຼືອແມ່ນແນໃສ່ເພື່ອ “ເສີມຂະຫຍາຍກອງກຳລັງທີ່ກ້າຫານຂອງຢູເຄຣນ ຢູ່ໃນສະໜາມລົບ” ແລະ “ຊ່ອຍໃຫ້ພວກເຂົາເຈົ້າຢຶດເອົາດິນແດນອະທິປະໄຕຂອງຢູເຄຣນ ກັບຄືນມາ.”

ທ່ານບລິງເກັນ ໄດ້ກ່າວໃນຖະແຫລງການອີກວ່າ “ປະຊາຊົນຂອງຢູເຄຣນສືບ ຕໍ່ປົກປ້ອງປະເທດຂອງພວກເຂົາຢ່າງກ້າຫານຕໍ່ການຮຸກຮານຂອງຣັດເຊຍ ໃນຂະນະດຽວກັນ ຣັດເຊຍກໍສືບຕໍ່ການໂຈມຕີຂອງຕົນຢ່າງບໍ່ລົດລະ ແລະຮ້າຍແຮງຂຶ້ນ ທີ່ໄດ້ສັງຫານພົນລະເຮືອນຂອງຢູເຄຣນ ແລະທຳລາຍພືນຖານໂຄງລ່າງດ້ານສາທາລະນຸປະໂພກ.”

ຊຸດການຊ່ອຍເຫຼືອໃໝ່ນີ້ ລວມມີ ລູກກະສຸນຫຼາຍຢ່າງ ນັບຕັ້ງແຕ່ລູກສອນໄຟສຳລັບລະບົບປ້ອງກັນໄພທາງອາກາດ ເພທຣີອັອຕ (Patriot) ແລະ ລະບົບລູກສອນໄຟຈາກພາກພື້ນດິນສູ່ອາກາດທີ່ທັນສະໄໝແຫ່ງຊາດ ຫຼື (NASMS), ລະບົບຕໍ່ຕ້ານເຮືອບິນ ສະຕິງເກີ (Stinger), ລູກກະສຸນສຳລັບ ລະບົບປືນໃຫຍ່ຍິງຈະຫຼວດທີ່ເຄື່ີອນຕົວວ່ອງໄວ ຫຼື HIMARS ຕື່ມອີກ, ລົດບັນທຸກທະຫານຫຸ້ມເກາະ Stryker ແລະລູກສອນໄຟ ແລະລູກຈະຫຼວດ ປະເພດອື່ນໆຫຼາຍ​ຊະ​ນິດນຳດ້ວຍ.

ມັນຍັງຈະລວມມີພວກເຮືອບິນໂດຣນສອດແນມ ແບລັກ ຮໍເນັຕ (Black Hornet) ຫຼືແປວ່າ ເຜິ້ງດຳ ທີ່ສະຫະລັດສົ່ງໃຫ້ເປັນຄັ້ງທຳອິດ ຊຶ່ງເປັນພວກໂດຣນ ນາໂນ ຂະໜາດນ້ອຍ ທີ່ນຳໃຊ້ໂດຍສ່ວນໃຫຍ່ສຳລັບການເກັບກັບຄວາມລັບ. ຢູເຄຣນ ກ່ອນໜ້ານີ້ ໄດ້ຮັບພວກໂດຣນດັ່ງກ່າວ ຈາກພັນທະມິດຕາເວັນຕົກອື່ນໆ.

ນັບຕັ້ງແຕ່ ຣັດເຊຍໄດ້ບຸກລຸກຢູເຄຣນໃນເດືອນກັນຍາ ປີ 2022 ສະຫະລັດ ໄດ້ສະໜອງການຊ່ອຍເຫຼືອດ້ານການທະຫານໃຫ້ແກ່ຢູເຄຣນ ຫຼາຍກວ່າ 43 ຕື້ໂດລາ ແລ້ວ.

The United States will send Ukraine an additional $400 million in military aid, including air defense missiles, small drones and armored vehicles, the Pentagon said on Tuesday.

The weapons are being provided through the Presidential Drawdown Authority, which allows for the speedy delivery of defense articles and services from U.S. stocks, sometimes arriving within days of approval. The materiel will come from U.S. excess inventory.

The aid announcement comes at a time when Ukrainian troops are involved in a slow-moving counteroffensive against invading Russian forces.

U.S. Secretary of State Antony Blinken said the assistance is aimed at "strengthening Ukraine's brave forces on the battlefield" and "helping them retake Ukraine's sovereign territory."

"The people of Ukraine continue to bravely defend their country against Russia's aggression while Russia continues its relentless and vicious attacks that are killing Ukrainian civilians and destroying civil infrastructure," Blinken said in a statement.

The new aid package includes an array of ammunition, ranging from missiles for Patriot air defense systems and National Advanced Surface-to-Air Missile Systems (NASMS), Stinger anti-aircraft systems, more ammunition for High Mobility Artillery Rocket Systems (HIMARS), Stryker armored personnel carriers, and a variety of other missiles and rockets.

It also will include for the first time U.S.-furnished Black Hornet surveillance drones — tiny nano drones used largely for intelligence-gathering. Ukraine has previously received these drones from other Western allies.

Since Russia invaded Ukraine in February 2022, the U.S. has provided more than $43 billion in military aid to Ukraine.

XS
SM
MD
LG