ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະທານາທິບໍດີໂວໂລດິເມຍ ເຊເລນສ໌ກີ ຂອງ​ຢູ​ເຄ​ຣນ ໂອ້ລົມ​ກັບປະ​​ທານປະ​ເທດ ສີ ຈິ້ນ​ຜິງຂອງ​ຈີນ


ປະທານາທິບໍດີຢູເຄຣນ, ທ່ານໂວໂລດິເມຍ ເຊເລນສ໌ກີໂອ້​ລົມ​ກັບ ປະ​ທານ​ປະ​ເທດ​ຈີນ, ທ່ານສີ ຈິ້ນຜິງທາງ​ໂທ​ລະ​ສັບ, ວັນ​ທີ 26 ເມ​ສາ, 2023
ປະທານາທິບໍດີຢູເຄຣນ, ທ່ານໂວໂລດິເມຍ ເຊເລນສ໌ກີໂອ້​ລົມ​ກັບ ປະ​ທານ​ປະ​ເທດ​ຈີນ, ທ່ານສີ ຈິ້ນຜິງທາງ​ໂທ​ລະ​ສັບ, ວັນ​ທີ 26 ເມ​ສາ, 2023

ປະທານາທິບໍດີ​ຢູ​ເຄຣນ, ທ່ານໂວ​ໂລ​ດິ​ເມຍ ເຊ​ເລນ​ສ໌​ກີກ່າວ​ວ່າ ທ່ານ​ໄດ້​ໂອ້​ລົມ​ທາງ​ໂທລະສັບແບບ "ດົນ ​ແລະ​ມີ​ຄວາມ​ໝາຍ" ກັບ​ຜູ້ນຳ​ຈີນ ທ່ານສີ ຈິ້ນ​ຜິງ​ໃນ​ວັນ​ພຸດ​ວານ​ນີ້ ໂດຍທີ່​ທັງສອງ​ທ່ານ​ ໄດ້​ຕົກລົງ​ຈະ​ສົ່ງ​ທູດພິ​ເສດ ​ໄປຍັງ​ປັກ​ກິ່ງ ​ແລະ ກີ​ຢິບ ​ໃນ​ການ​ເຄື່ອນ​ໄຫວ​ເບື້ອງ​ຕົ້ນ​ທີ່ອາດ​ເປັນ​ໄປ​ໄດ້ ໃນ​ການ​ເຈລະຈາ​ສັນຕິພາບ​ເພື່ອ​ຍຸຕິ​ສົງຄາມ​ຂອງຣັດ​ເຊຍ​ກັບ​ຢູ​ເຄຣນ.

ທ່ານ​ເຊ​ເລນ​ສ໌​ກີ ໃນການ​ຂຽນຄໍາເຫັນລົງ​ໃນ​ທວີດ​ເຕີ (Twitter) ນັ້ນ ບໍ່ໄດ້ໃຫ້ລາຍ ລະອຽດຂອງການສົນທະນາທີ່​ຍາວເກືອບຮອດ 1 ຊົ່ວໂມງຂອງທ່ານກັບທ່ານ​ສີ ທີ່ຮູ້ ກັນ​ວ່າເປັນການຕິດຕໍ່ ຄັ້ງທໍາອິດກັບປະທານາທິບໍດີຈີນ ນັບຕັ້ງແຕ່ມີການບຸ​ກ​ລຸກ ຂອງຣັ​ດ​ເຊຍເມື່ອ 14 ເດືອນກ່ອນນັ້ນ ​ແຕ່​ຢ່າງ​ໃດ​ເລີຍ. ທ່ານເຊ​ເລນ​ສ໌​ກີ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ການ​ລົມ​ກັນ​ທາງ​ໂທ​ລະ​ສັບນີ້ ​ພ້ອມ​ກັບ​ການ​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຢູ​ເຄ​ຣນໄປປະ​ຈຳຢູ່​ຈີນ ຈະ​ເປັນ​ກຳ​ລັງ​ຊຸກ​ຍູ້​ໃຫ້​ແກ່​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ສອງ​ຝ່າຍ​ຂອງ​ພວກ​ເຮົາ.”

ໃນ​ເວ​ລາຕໍ່ມາ, ຢູ່ໃນເວັບໄຊທ໌ຂອງທ່ານນັ້ນ ທ່ານໄດ້ເອີ້ນການສົນທະນານີ້​ວ່າ ມີປະ ສິດທິຜົນ ແລະກ່າວວ່າມັນຈະນໍາໄປສູ່ "ການພົວພັນທີ່ເປັນໄປໄດ້ ໂດຍທີ່​ມີເປົ້າ​ໝາຍ ໃນການສ້າງສັນຕິພາບແບບຍຸຕິທໍາ ແລະຍືນຍົງສໍາລັບຢູ​ເຄ​ຣນ."

ສື່​ມວນ​ຊົນ​ແຫ່ງ​ລັດ​ຂອງ​ຈີນ​ລາຍ​ງານ​ວ່າ ທ່ານສີ​ໄດ້​ຮຽກຮ້ອງ​ໃຫ້​ທ່ານເຊ​ເລນ​ສ໌​ກີ ທຳ​ການເຈລະຈາ​ກັນ​ລະຫວ່າງຣັດ​ເຊຍ​ ແລະ​ຢູ​ເຄຣນ, ​ໂດຍ​ກ່າວ​ເຕືອນ​ວ່າ, "ບໍ່​ມີ​ຜູ້ໃດ​ຈະ​ຊະນະ​ໃນ​ສົງຄາມ​ນິວ​ເຄຼຍ." ປາກົດ​ວ່າ​ທ່ານ ​ໄດ້​ກ່າວ​ເຖິງ​ການ​ຂົ່ມຂູ່​ຂອງຣັດ​ເຊຍ ​ທີ່ຈະ​ໃຊ້​ອາວຸດ​ນິວ​ເຄລຍໃຊ້ໃນ​ສະ​ໜາມ. ໂທລະພາບ​ແຫ່ງ​ລັດ​ຂອງຈີນ​ກ່າວ​ວ່າ ລັດຖະ ບານ​ຂອງ​ທ່ານສີ ຈະ​ສົ່ງ​ຜູ້ຕາງໜ້າ​ພິ​ເສດ​ໄປຍັງ​ຢູ​ເຄຣນ ​ເພື່ອ​ສົນທະນາ​ກ່ຽວ​ກັບ​ການ​ແກ້​ໄຂ​ທາງ​ການ​ເມືອງ​ທີ່ອາດ​ເປັນ​ໄປ​ໄດ້.

ທ່ານ Yu Jun, ຮອງ​ຫົວ​ໜ້າ​ກົ​ມ ຢູ​ໂຣບ-ເອ​ເຊຍກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ, ກ່າວ​ໃນ​ໂອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຫລັງ​ຈາກ​ການ​ລົມ​ທາງ​ໂທ​ລະ​ສັບລະ​ຫວ່າງ​ປະ​ທານ​ປະ​ທດ​ສີ ຈິ້ນ​ຜິງກັບ​ປະ​ທາ​ນາ​ທິ​ບໍ​ດີ Volodymyr Zelenskyy ຂອງ​ຢູ​ເຄ​ຣນ, ທີ່​ນະ​ຄອນ​ຫລວງ​ປັກ​ກິ່ງ, ວັນ​ທີ 26 ເມ​ສາ, 2023
ທ່ານ Yu Jun, ຮອງ​ຫົວ​ໜ້າ​ກົ​ມ ຢູ​ໂຣບ-ເອ​ເຊຍກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ, ກ່າວ​ໃນ​ໂອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຫລັງ​ຈາກ​ການ​ລົມ​ທາງ​ໂທ​ລະ​ສັບລະ​ຫວ່າງ​ປະ​ທານ​ປະ​ທດ​ສີ ຈິ້ນ​ຜິງກັບ​ປະ​ທາ​ນາ​ທິ​ບໍ​ດີ Volodymyr Zelenskyy ຂອງ​ຢູ​ເຄ​ຣນ, ທີ່​ນະ​ຄອນ​ຫລວງ​ປັກ​ກິ່ງ, ວັນ​ທີ 26 ເມ​ສາ, 2023

"ການເຈລະຈາແມ່ນວິ​ທີທາງດຽວ ທີ່ຈະ​ແກ້​ໄຂໄດ້," ນັ້ນ​ຄື​ຄຳ​ເວົ້າ ​ຢູ່​ໃນໂທລະພາບ ຂອງລັດ ທີ່ກ່າວຢູ່ໃນບົດລາຍງານກ່ຽວກັບຄໍາເຫັນຂອງທ່ານສີ ທີ່​ມີ​ໃຫ້​ແກ່ທ່ານເຊ​ເລນ​ສ໌​ກີ. "ທຸກ​ຝ່າຍ​ທີ່​ກ່ຽວຂ້ອງ​ຄວນ​ຢູ່​ໃນຄວາມ​ສະຫງົບ ​ແລະ ຢັບ​ຢັ້ງໃຈ​ໃນ​ການ​ຮັບ​ມື​ກັບ​ບັນຫາ​ນິວ​ເຄຼຍ ​ແລະ ​ຄິດເບິ່ງອະນາຄົດ​ຢ່າງທ່ອງແທ້​ ​ແລະ ຊະ​ຕາ​ກຳ​ຂອງ​ຕົນ ​ແລະ ມວນມະນຸດ​ທັງ​ໝົດ ​ແລະ ເຮັດ​ວຽກຮ່ວມ​ກັນ​ເພື່ອຄວບ​ຄຸມ​ວິ​ກິດ​ການ."

ຈີນ​ໄດ້​ພະຍາຍາມ​ທີ່​ຈະ​ປາກົດ​ຕົວ​ເປັນ​ກາງ​ໃນ​ເລື້ອງ​ການບຸກລຸກ​ຂອງຣັດ​ເຊຍ ​ໃນ​ເດືອນ​ກຸມພາ​ຜ່ານ​ມາ ​ຊຶ່ງໄດ້​ສະ​ເໜີ​ໃຫ້​ມີ​ການ​ຢຸດ​ຍິງ ​ແລະ​ການ​ເຈລະຈາ​ສັນຕິພາບ. ​ແຕ່​ປັກ​ກິ່ງ ກໍ​ຍັງ​ປະຕິ​ເສດ ​ທີ່​ຈະ​ກ່າວ​ປະນາມ​ການ​ບຸກ​ລຸກ​ຂອງຣັດ​ເຊຍ ຫຼື​ຮຽກຮ້ອງ​ໃຫ້​ມົສກູ​ຖອນ​ທະຫານ​ອອກ​ຈາກ​ຢູ​ເຄຣນ, ​ລວມທັງແຫລມ​ໄຄ​ຣ​ເມຍ ທີ່ຣັດ​ເຊຍ​ໄດ້​ຜະ​ໜວກ​ເອົາ​ຢ່າງ​ຜິດ​ກົດໝາຍ​ໃນ​ປີ 2014 ນັ້ນ.

China Offers to Act as Mediator in Russian War With Ukraine
please wait

No media source currently available

0:00 0:03:00 0:00

ທ່ານ ເຊ​ເລນ​ສ໌​ກີ ​ໄດ້​ກ່າວ​ຊ້ຳ​ແລ້ວ​ຊ້ຳ​ອີກວ່າ ລັດ​ຖະ​ບານ​ຂອງ​ທ່ານ​ຈະ​ບໍ່​ດຳ​ເນີນ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ຈົນກວ່າ​ວ່າ ມົ​ສ​ກູຈະ​ຖອນ​ທະ​ຫານ​ອອກ​ຈາກ​ຢູ​ເຄ​ຣນ. ທ່ານເຊ​ເລນ​ສ໌​ກີ ກ່າວ​ຫລັງ​ຈາກ​ໂທລະສັບ​ກັບ​ທ່ານສີແລ້ວວ່າ "ມັນ​ບໍ່​ສາມາດ​ມີ​ສັນ​ຕິ​ພາບ​ໄດ້ ໂດຍການ​ຍິນຍອມ​ເສຍ​ດິນ​ແດນໄປ".

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG