ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານະການຫຼ້າສຸດ: ຣັດເຊຍ ແນເປົ້າໝາຍ ໃສ່ ນະຄອນຫຼວງກີຢິບ ໃນການໂຈມຕີດ້ວຍໂດ​ຣນ


ຊິ້ນສ່ວນຈາກໂດຣນສະຫຼະຊີບ ທີ່ຖືກຍິງຕົກ ຊຶ່ງພວກເຈົ້າໜ້າທີ່ໃນທ້ອງຖິ່ນ ຖືວ່າ ເປັນຍານອະວະກາດທີ່ບໍ່ມີຄົນຂັບ Shahed-131/136 ທີ່ຜະລິດໂດຍອີຣ່ານ, ແມ່ນເຫັນໄດ້ຢູ່ໃນພາກພື້ນຂອງກີຢິບ, ຢູເຄຣນ, ວັນທີ 11 ກໍລະກົດ 2023.
ຊິ້ນສ່ວນຈາກໂດຣນສະຫຼະຊີບ ທີ່ຖືກຍິງຕົກ ຊຶ່ງພວກເຈົ້າໜ້າທີ່ໃນທ້ອງຖິ່ນ ຖືວ່າ ເປັນຍານອະວະກາດທີ່ບໍ່ມີຄົນຂັບ Shahed-131/136 ທີ່ຜະລິດໂດຍອີຣ່ານ, ແມ່ນເຫັນໄດ້ຢູ່ໃນພາກພື້ນຂອງກີຢິບ, ຢູເຄຣນ, ວັນທີ 11 ກໍລະກົດ 2023.

ບັນດາເຈົ້າໜ້າທີ່ຂອງຢູເຄຣນ ໄດ້ລາຍງານວ່າ ການໂຈມຕີທາງອາກາດຫຼາຍຄັ້ງຂອງຣັດເຊຍ ໃນວັນພຸດມື້ນີ້ ລວມມີເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ຊາເຮດ (Shahed) ທີ່ຜະລິດໂດຍອີຣ່ານ ແນເປົ້າໝາຍໃສ່ນະຄອນຫຼວງກີຢິບ ເປັນເວລາສອງຄືນຕິດຕໍ່ກັນ.

ທ່ານເຊີຮີ ປັອບໂກ (Serhiy Popko) ຫົວໜ້າຝ່າຍບໍລິຫານດ້ານການທະຫານຂອງນະຄອນກີຢິບ ໄດ້ກ່າວໃນສື່ສັງຄົມ ເທເລແກຣມວ່າ ມີສຽງສັນຍານເຕືອນ ໄພທາງອາກາດ ໃນ​ເຂດນະຄອນຫຼວງກີຢິບ ທີ່ດົນເຖິງສອງຊົ່ວໂມງ ແລະວ່າ ລະບົບປ້ອງກັນໄພທາງອາກາດຂອງຢູເຄຣນ ໄດ້ທຳລາຍ “ເປົ້າໝາຍຕ່າງໆທັງໝົດຂອງສັດຕູ” ໃນພື້ນທີ່ຂອງກີຢິບ.

ບໍ່ມີລາຍງານໃນທັນທີຂອງຄວາມເສຍຫາຍ ຫຼື ການເສຍຊີວິດແລະບາດເຈັບ ໃດໆ.

ການໂຈມຕີໃນວັນອັງຄານວານນີ້ ກໍຍັງມີໂດຣນຊາເຮດ ຫຼາຍລຳທີ່ແນເປົ້າໝາຍໃສ່ ກີຢິບ ແລະເມືອງທ່າເຮືອ ໂອເດຊາ ທາງພາກໃຕ້ຂອງປະເທດ.

ກອງທັບຂອງຢູເຄຣນ ໄດ້ກ່າວວ່າ ຕົນໄດ້ຍິງໂດຣນຕົກ ລວມທັງໝົດ 26 ລຳ ທີ່ໄດ້ສົ່ງມາໂດຍຣັດເຊຍ.

ບັນດາເຈົ້າໜ້າທີ່ໃນພາກພື້ນຂອງກີຢິບ ໄດ້ກ່າວວ່າ ຊິ້ນສ່ວນຕ່າງໆຂອງພວກໂດຣນທັງຫຼາຍ ທີ່ໄດ້ຕົກລົງມາຈາກການສະກັດກັ້ນ ໄດ້ສ້າງຄວາມເສຍຫາຍຕໍ່ຕຶກບ້ານພັກຫຼາຍຫຼັງ.

Ukrainian officials reported Russian aerial attacks Wednesday, including Iranian-made Shahed drones targeting the capital, Kyiv, for a second consecutive night.

Serhiy Popko, head of Kyiv's military administration, said on Telegram there was an air alert for Kyiv that lasted for two hours, and that Ukraine’s air defenses destroyed “all enemy targets” in the Kyiv area.

There were no immediate reports of damage or casualties.

Tuesday’s attacks also featured Shahed drones targeting Kyiv and the southern port of Odesa.

Ukraine’s military said it shot down a total of 26 drones launched by Russia.

Officials in the Kyiv region said debris that fell from intercepted drones damaged multiple residential buildings.

ຄູ່ຮັກນັ່ງພັກຜ່ອນຢູ່ ທ່າມກາງການໂຈມຂອງຣັດເຊຍ ຕໍ່ຢູເຄຣນ ໃນໃຈກາງນະຄອນຫຼວງກີຢິບຂອງຢູເຄຣນ, ວັນທີ 11 ກໍລະກົດ 2023.
ຄູ່ຮັກນັ່ງພັກຜ່ອນຢູ່ ທ່າມກາງການໂຈມຂອງຣັດເຊຍ ຕໍ່ຢູເຄຣນ ໃນໃຈກາງນະຄອນຫຼວງກີຢິບຂອງຢູເຄຣນ, ວັນທີ 11 ກໍລະກົດ 2023.
XS
SM
MD
LG