ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານະການຫຼ້າສຸດໃນຢູເຄຣນ ຣັດເຊຍແນເປົ້າໝາຍໃສ່ ກີຢິບ ແລະ ລີວີບ ໃນການໂຈມຕີດ້ວຍໂດຣນ


ທະຫານມາຣີນ ຂອງຢູເຄຣນ ໃນກອງພົນທີ 35 ກຳລັງຍິງປືນສົ່ງລະເບີດ AGS-17 ໄປໃນທິດທາງທີ່ໝັ້ນຂອງຣັດເຊຍ ຢູ່ນອກເມືອງ ອາວ໌ດີລກາ (Avdiivka) ຂອງຢູເຄຣນ, ວັນທີ 19 ມິຖຸນາ 2023.
ທະຫານມາຣີນ ຂອງຢູເຄຣນ ໃນກອງພົນທີ 35 ກຳລັງຍິງປືນສົ່ງລະເບີດ AGS-17 ໄປໃນທິດທາງທີ່ໝັ້ນຂອງຣັດເຊຍ ຢູ່ນອກເມືອງ ອາວ໌ດີລກາ (Avdiivka) ຂອງຢູເຄຣນ, ວັນທີ 19 ມິຖຸນາ 2023.

ກະຊວງປ້ອງກັນປະເທດຂອງຢູເຄຣນ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ກອງກຳລັງຂອງຕົນ ໄດ້ຍິງ ເຮືອບິນບໍ່ມີຄົນຂັບ ຫຼື ໂດຣນທີ່ຜະລິດໂດຍອີຣ່ານ 32 ລຳ ໃນຈຳ​ນວນທັງໝົດ 35 ລຳຕົກ ທີ່ຣັດເຊຍນຳໃຊ້ ໃນການໂຈມຕີທາງອາກາດ ໂດຍແນເປົ້າໝາຍໃສ່ນະຄອນຫຼວງ ກີຢິບ ແລະ ຫົວເມືອງອື່ນໆຂອງຢູເຄຣນ.

ກອງທັບອາກາດຂອງຢູເຄຣນ ໄດ້ກ່າວວ່າ ຂົງເຂດນະຄອນຫຼວງກີຢິບ ໄດ້ເປັນຈຸດສຸມທີ່ໃຫຍ່ທີ່ສຸດ.

ທ່ານເຊີຮີ ປັອບໂກ ຫົວໜ້າກົມບໍລິຫານດ້ານການທະຫານຂອງກີຢິບ ໄດ້ກ່າວຢູ່ໃນເທເລີແກຣມ ທີ່ເປັນແອັບສົ່ງຂໍ້ຄວາມ ວ່າ ພວກໂດຣນທັງຫຼາຍ ໄດ້ບິນມາເປັນຝູງຫຼາຍຮອບ ແລະວ່າ ສັນຍານເຕືອນໄພທາງອາກາດ ໃນນະຄອນຫຼວງ ດັງຂຶ້ນເປັນເວລາ 3 ຊົ່ວໂມງ.

ບໍ່ມີລາຍງານຂອງການສູນເສຍຊີວິດຫຼືບາດເຈັບ ໃນທັນທີ.

ຢູ່ໃນພື້ນທີ່ຂອງເມືອງລີວີບ ທາງພາກຕາເວັນຕົກຂອງຢູເຄຣນ ຊຶ່ງຜູ້ປົກຄອງຂົງເຂດແຫ່ງນີ້ ທ່ານມາກຊິມ ໂກຊີສກີ (Maksym Kozytskiy) ໄດ້ກ່າວວ່າ ຣັດເຊຍ ໄດ້ນຳໃຊ້ພວກໂດຣນ ໂຈມຕີສະຖານທີ່ພື້ນຖານໂຄງລ່າງທີ່ສຳຄັນໆ.

ບັນດາເຈົ້າໜ້າທີ່ໃນຂົງເຂດຊາໂປຣິສເຊຍ ຍັງໄດ້ລາຍງານວ່າ ລູກສອນໄຟຂອງຣັດເຊຍ ຖະຫຼົ່ມບໍລິເວນຕ່າງໆຂອງພື້ນຖານໂຄງລ່າງດ້ານການສື່ສານ ແລະກະສິກຳ.

ຢູເຄຣນ ຕ້ອງການທຶນ 40 ຕື້ໂດລາ ສຳລັບໄລຍະທຳອິດຂອງ “ແຜນການໄອຍະການເສີກສີຂຽວ” ເພື່ອປົວແປງເສດຖະກິດຂອງຕົນ. ໃນລະຫວ່າງກອງປະ ຊຸມໄລຍະສອງວັນ ໃນນະຄອນຫຼວງ ລອນດອນ ທີ່ເລີ້ມຕົ້ນຂຶ້ນໃນວັນພຸດມື້ນີ້ ບັນດານັກການເມືອງ ແລະນັກລົງທຶນທັງຫຼາຍ ຈະປຶກສາຫາລືການຟື້ນຟູເສດ ຖະກິດຂອງຢູເຄຣນ ທັງໄລຍະສັ້ນ ແລະຍາວ ຊຶ່ງລວມມີການພັດທະນາອຸດສາ ຫະກຳດ້ານທາດເຫຼັກ ແລະເຫຼັກກ້າ ທີ່ປອດຖ່ານຫີນ.

ອີງຕາມທະນາຄານໂລກ ການຟື້ນຟູຂອງຢູເຄຣນຈະຕ້ອງໃຊ້ຈ່າຍສູງເຖິງ 400 ຕື້ໂດລາ ຊຶ່ງສູງເຖິງສາມເທົ່າ ຂອງຍອດຜະລິດຕະພັນລວມພາຍໃນ ຂອງປະ ເທດ. ນັບຕັ້ງແຕ່ການບຸກລຸກຂອງຣັດເຊຍ ໃນເດືອນກຸມພາ ປີ 2022 ຝ່າຍສະໜັບສະໜຸນພາຍນອກ ໄດ້ທຸ້ມເທເງິນ 59 ຕື້ໂດລາ ເຂົ້າໃນການສະໜັບສະໜຸນຢູເຄຣນ ໃນລະຫວ່າງເກີດສົງຄາມ.

ນຶ່ງໃນບັນຫາຕ່າງໆ ຄາດໝາຍກັນວ່າ ຈະຖືກນຳຂຶ້ນມາປືກສາຫາລືກັນ ໃນລະຫວ່າງກອງປະຊຸມຟື້ນຟູຢູເຄຣນ ໄລຍະສອງວັນດັ່ງກ່າວ ກໍແມ່ນວ່າ ເງິນສຳຮອງຈຳນວນປະມານ 300 ຕື້ໂດລາຂອງຣັດເຊຍ ທີ່ໄດ້ຖືກກັກໄວ້ໃນທະນະຄານກາງນັ້ນ ຈະເອົາໃຫ້ຢູເຄຣນ ຫຼືບໍ່.

ອັງກິດ ໃນວັນຈັນຜ່ານມານີ້ ໄດ້ນຳສະເໜີຮ່າງກົດໝາຍສະບັບນຶ່ງ ທີ່ວ່າ ຈະອະນຸຍາດໃຫ້ຕົນ ຮັກສາມາດຕະການລົງໂທດຕໍ່ຣັດເຊຍໄວ້ ຈົນກວ່າ ມົສກູ ຈ່າຍເງິນຊົດເຊີຍສຳລຳຄວາມເສຍຫາຍຂອງການບຸກລຸກຢູເຄຣນ ໂດຍຣັດເຊຍ.”

Ukraine's defense ministry said Tuesday its forces shot down 32 of 35 Iranian-made Shahed drones that Russia used in an aerial attack that targeted Kyiv and other Ukrainian cities.

Ukraine's air force said the biggest focus was the Kyiv region.

Serhiy Popko, head of the Kyiv military administration, said on Telegram that the drones came in several waves, and that air alerts in Kyiv lasted for three hours.

There were no immediate reports of casualties.

In the Lviv area in western Ukraine, regional governor Maksym Kozytskiy said Russia used drones to strike a critical infrastructure facility

Officials in the Zaporizhzhia also reported Russian missile strikes on telecommunications infrastructure and agricultural areas.

Ukraine reconstruction

Ukraine is seeking $40 billion in funding for the first phase of a “Green Marshall Plan” to repair its economy. During a two-day meeting in London starting Wednesday, politicians and investors will discuss Ukraine's short-term and long-term economic reconstruction which includes developing a coal-free iron and steel industry.

According to the World Bank, Ukraine's reconstruction will cost upward of $400 billion, three times the country's gross domestic product. Since Russia's invasion in February 2022, external backers have poured $59 billion into Ukraine to support it during the war.

One of the issues expected to be discussed during the two-day Ukraine Recovery Conference is whether the estimated $300 billion of frozen Russian central bank reserves will go to Ukraine.

Britain on Monday introduced legislation that will allow it to keep sanctions against Russia in place until Moscow pays compensation for the cost of its invasion on Ukraine.

XS
SM
MD
LG