ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານະການຫຼ້າສຸດໃນຢູເຄຣນ ຣັດເຊຍ ກ່າວວ່າ ຢູເຄຣນ ໂຈມຕີມົສກູ ດ້ວຍເຮືອບິນບໍ່​ມີ​ຄົນ​ຂັບຫຼາຍລຳ


ຮູບນີ້ສະແດງໃຫ້ເຫັນ ຕຶກບ້ານພັກຫ້າຊັ້ນ ສ່ວນນຶ່ງໄດ້ຖືກທຳລາຍ ຫຼັງຈາກການໂຈມຕີດ້ວຍໂດຣນ ໄດ້ສັງຫານສອງຄົນ ແລະ ອີກ 19 ຄົນໄດ້ຮັບບາດເຈັບ ຢູ່ໃນເມືອງຊູມີ ທາງພາກຕາເວັນອອກຂອງຢູເຄຣນ ເມື່ອວັນທີ 3 ກໍລະກົດ 2023, ດັ່ງທີ່ຄະນະບໍລິຫານຂອງທ້ອງຖິ່ນໄດ້ກ່າວ.
ຮູບນີ້ສະແດງໃຫ້ເຫັນ ຕຶກບ້ານພັກຫ້າຊັ້ນ ສ່ວນນຶ່ງໄດ້ຖືກທຳລາຍ ຫຼັງຈາກການໂຈມຕີດ້ວຍໂດຣນ ໄດ້ສັງຫານສອງຄົນ ແລະ ອີກ 19 ຄົນໄດ້ຮັບບາດເຈັບ ຢູ່ໃນເມືອງຊູມີ ທາງພາກຕາເວັນອອກຂອງຢູເຄຣນ ເມື່ອວັນທີ 3 ກໍລະກົດ 2023, ດັ່ງທີ່ຄະນະບໍລິຫານຂອງທ້ອງຖິ່ນໄດ້ກ່າວ.

ຣັດເຊຍ ໄດ້ກ່າວໃນວັນອັງຄານມື້ນີ້ ວ່າ ຕົນໄດ້ຍິງເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ຂອງຢູເຄຣນ ຫ້າລຳຕົກ ທີ່ໄດ້ໂຈມຕີມົສກູ ແລະ​ເຂດອ້ອມແອ້ມ.

ກະຊວງປ້ອງກັນປະເທດຂອງຣັດເຊຍ ໄດ້ກ່າວວ່າ ລະບົບປ້ອງກັນໄພທາງອາກາດ ໄດ້ຍິງໂດຣນສີ່ລຳຕົກ ໃນຂະນະທີ່ລຳທີຫ້າ ໄດ້ຖືກສະກັດກັ້ນໂດຍລະບົບອີເລັກໂທຣນິກ ແລ້ວບິນຕົກລົງ.

ພວກໂດຣນທັງຫຼາຍ ໄດ້ປະຕິບັດການລົບກວນຊົ່ວຄາວ ຢູ່ສະໜາມບິນສາກົນ ວນູໂຄໂວ (Vnukovo) ທາງກ້ຳຕາເວັນຕົກສຽງໃຕ້ຂອງມົສກູ ເຮັດໃຫ້ພວກເຈົ້າໜ້າທີ່ຈຶ່ງຫັນປ່ຽນເສັ້ນທາງຂອງເຮືອນບິນຫຼາຍລຳໄປຍັງສະໜາມບິນແຫ່ງອື່ນໆ.

ໂຄສົກກະຊວງການຕ່າງປະເທດຂອງຣັດເຊຍ ທ່ານນາງ ມາເຣຍ ຊາຄາໂຣວາ ໄດ້ກ່າວວ່າ ການໂຈມຕີດ້ວຍໂດຣນນັ້ນ ເປັນ “ການກະທຳຂອງການກໍ່ການຮ້າຍ” ໂດຍຢູເຄຣນ.

ບໍ່ມີຄຳເຫັນໃດໆໃນທັນທີຈາກບັນດາເຈົ້າໜາທີ່ຂອງຢູເຄຣນ.

ຢູເຄຣນ ໂດຍປົກກະຕິແລ້ວ ຈະບໍ່ອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີໃດໆ ຢູ່ໃນເຂດແດນຂອງຣັດເຊຍ.

ກະຊວງປ້ອງກັນປະເທດຂອງອັງກິດ ໄດ້ກ່າວໃນວັນອັງຄານມື້ນີ້ ວ່າ ກອງກຳລັງຂອງຣັດເຊຍ ໄດ້ຕອບໂຕ້ຕໍ່ການເລີ້ມບຸກໂຈມຕີຄືນຂອງຣັດເຊຍ ເມື່ອເດືອນແລ້ວນີ້ ດ້ວຍການປັບປ່ຽນຍຸດທະວິທີຕ່າງໆ ລວມທັງການນຳໃຊ້ລະເບີດຝັງດິນຕໍ່ຕ້ານລົດຖັງຢ່າງຫຼວງຫຼາຍ.

“ໂດຍຄວາມຄືບໜ້າຂອງຢູເຄຣນ ເຄື່ອນໄປຢ່າງຊ້າໆ ຕໍ່ມາຣັດເຊຍໄດ້ພະຍາ ຍາມໂຈມຕີພວກລົດຫຸ້ມເກາະຂອງຢູເຄຣນ ດ້ວຍຍານພາຫະນະທາງອາກາດໂຈມຕີພຽງຄັ້ງດຽວທີ່ບໍ່ມີຄົນຂັບ, ເຮລິຄັອບເຕີໂຈມຕີ ແລະປືນໃຫຍ່” ກະຊວງປ້ອງກັນປະເທດຂອງອັງກິດ ໄດ້ກ່າວໃນການປະເມີນຜົນແຕ່ລະວັນ.

ຢູເຄຣນໄດ້ອ້າງອີງເຖິງຄວາມກ້າວໜ້າບາງສ່ວນ ທ່າມກາງການສູ້ລົບຢ່າງໜັກ ໜ່ວງ ຂະນະທີ່ຕົນພະຍາຍາມຢຶດເອົາດິນແດນຂອງຕົນຄືນມາ ທີ່ໄດ້ຖືກຄອບຄອງໂດຍຣັດເຊຍ ນັບຕັ້ງແຕ່ກອງກຳລັງຂອງຣັດເຊຍ ໄດ້ເລີ້ມການບຸກລຸກ ໃນເດືອນກຸມພາ 2022 ນັ້ນ.

Russia said Tuesday it downed five Ukrainian drones that attacked Moscow and the surrounding region.

The Russian defense ministry said air defenses shot down four of the drones, while the fifth was electronically jammed and crashed.

The drones temporarily disrupted operations at Vnukovo International Airport on the southwest side of Moscow, causing officials to reroute planes to other airports.

Russian foreign ministry spokeswoman Maria Zakharova said the drone attack was an "act of terrorism" by Ukraine.

There was no immediate comment from Ukrainian officials.

Ukraine typically does not claim responsibility for attacks on Russian territory.

Counteroffensive

Britain’s defense ministry said Tuesday that Russian forces have responded to the Ukrainian counteroffensive launched last month by adjusting tactics, including the heavy use of anti-tank mines.

“Having slowed the Ukrainian advance, Russia has then attempted to strike Ukrainian armored vehicles with one-way attack uncrewed aerial vehicles, attack helicopters and artillery,” the British defense ministry said in a daily assessment.

Ukraine has cited some progress amid heavy fighting as it tries to reclaim land seized by Russia since Russian forces invaded in February 2022.

XS
SM
MD
LG