ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ລັດ​ຖະ​ມົນ​ຕີ G-7 ຮຽກ​ຮ້ອງ​ໃຫ້ ຣັດ​ເຊຍ ຖອນ​ຕົວ​ອອກ​ຈາກ ຢ​ູ​ເຄ​ຣນ


ວຽນ​ຂວາ​ຈາກ​ທາງ​ເທິງ, ທ່ານ ໂຢ​ຊິ​ມາ​ຊະ ຮາ​ຢາ​ຊິ, ທ່ານ​ນາງ ເມ​ລາ​ນີ ໂຈ​ລີ, ທ່ານ ແຄ​ເທີ​ຣີນ ໂຄ​ລອນ​ນາ, ທ່ານ ແອນ​ໂຕ​ນີ​ໂອ ທາ​ຈາ​ນີ, ທ່ານ ເອັນ​ຣິ​ເກ ໂມ​ຣາ, ທ່ານ ເຈມ​ສ໌ ເຄ​ຼ​ເວີ​ລີ, ທ່ານ​ນາງ ອາ​ນາ​ເລ​ນາ ແບ​ບັອກ ແລະ ທ່ານ ແອນໂທ​ນີ ບ​ລິງ​ເຄັນ ຢູ່ກຝອງ​ປະ​ຊຸມ​ G7, 17 ເມ​ສາ 2023.
ວຽນ​ຂວາ​ຈາກ​ທາງ​ເທິງ, ທ່ານ ໂຢ​ຊິ​ມາ​ຊະ ຮາ​ຢາ​ຊິ, ທ່ານ​ນາງ ເມ​ລາ​ນີ ໂຈ​ລີ, ທ່ານ ແຄ​ເທີ​ຣີນ ໂຄ​ລອນ​ນາ, ທ່ານ ແອນ​ໂຕ​ນີ​ໂອ ທາ​ຈາ​ນີ, ທ່ານ ເອັນ​ຣິ​ເກ ໂມ​ຣາ, ທ່ານ ເຈມ​ສ໌ ເຄ​ຼ​ເວີ​ລີ, ທ່ານ​ນາງ ອາ​ນາ​ເລ​ນາ ແບ​ບັອກ ແລະ ທ່ານ ແອນໂທ​ນີ ບ​ລິງ​ເຄັນ ຢູ່ກຝອງ​ປະ​ຊຸມ​ G7, 17 ເມ​ສາ 2023.

ບັ​ນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈາກ​ກຸ່ມເຈັດ​ປະ​ເທດ​ ໃນ​ວັນ​ຈັນ​ມື້ນີ້​ໄດ້​ເສີມ​ຂະ​ຫຍາຍ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຂົາ​ເຈົ້າ​ເພື່ອ​ສະ​ໜັບ​ສະ​ໜູນ ຢູ​ເຄ​ຣນ ຢ່າງ​ແຂງ​ແກ່ນ, ໃນ​ຂະ​ນະ​ດຽວ​ກັນກໍ​ໄດ້ “ປະ​ສານ​ງານ​ກັນ ແລະ ບັງ​ຄັບ​ໃຊ້​ມາ​ດ​ຕະ​ການ​ລົງ​ໂທດ​ທີ່ຮຸນ​ແຮງ​ຂຶ້ນຕໍ່ ຣັດ​ເຊຍ.”

ຢູ່ກອງ​ປະ​ຊຸມ​ໃນ​ປະ​ເທດ ຍີ່​ປຸ່ນ, ບັນ​ດາ​ລັດ​ຖະ​ມົນ​ຕີ​ຂອງ​ກຸ່ມ 7 ປະ​ເທດ ຫຼື G-7 “ໄດ້​ກ່າວ​ຢ້ຳ​ວ່າ ຣັດ​ເຊຍ ຕ້ອງ​ຖອນ​ກອງ​ກຳ​ລັງ​ ແລະ ອຸ​ປະ​ກອບ​ຂອງ​ພວກ​ເຂົ​າ​ທັງ​ໝົດ​ອອກ​ຈາກ ຢູ​ເຄ​ຣນ ໃນ​ທັນ​ທີ ແລະ ຢ່າງບໍ່​ມີ​ເງື່ອນ​ໄຂ,” ອີງ​ຕາມ​ຖະ​ແຫຼງ​ການ​ທີ່​ຖືກ​ປະ​ກາດ​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດຂອງ ຍີ່​ປຸ່ນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ ທ່ານ ຮາ​ຢາ​ຊິ ໂຢ​ຊິ​ມາ​ຊະ ໄດ້​ກ່າວ​ຢູ່ກອງ​ປະ​ຊຸມ​ທີ່​ເພັ່ງ​ເລັງ​ໃສ່​ສົງ​ຄາມ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ ວ່າ​ມັນ​ສຳ​ຄັນຫຼາຍ​ທີ່​ຈະ​ຮັກ​ສາ​ຄວາມ​ສາ​ມັກ​ຄີ​ໃນ​ການ​ບັງ​ຄັບ​ໃຊ້​ມາດ​ຕະ​ການ​ລົງ​ໂທດ​ຕໍ່ ຣັດ​ເຊຍ.

ລຸນຫຼັງ​ການ​ປະ​ກາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດີ​ເມຍ ປູ​ຕິນ ເມື່ອ​ເດືອນ​ທີ່​ຜ່ານ​ມາ​ວ່າ ຣັດ​ເຊຍ ຈະ​ສົ່ງ​ອາ​ວຸດ​ນິວ​ເຄ​ລຍ​ຍຸດ​ທະ​ວິ​ທີ​ໄປປະ​ເທດ ເບ​ລາ​ຣຸ​ສ ນັ້ນ, ບັນ​ດາ​ລັດ​ຖະ​ມົນ​ຕີ G-7 ໃນ​ວັນ​ຈັນ​ວານນີ້​ໄດ້​ກ່າວ​ປະ​ນາມ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ, ໂດຍ​ໄດ້​ຢືນ​ຢັນ​ອີກ​ຄັ້ງ​ນຶ່ງວ່າ “ຄຳ​ເວົ້າ​ ກ່ຽວ​ກັບ ອາ​ວຸດ​ນິວ​ເຄ​ລຍ​ທີ່ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ ຣັດ​ເຊຍ ແມ່ນ​ຮັບ​ເອົາ​ບໍ່​ໄດ້,” ອີງ​ຕາມ​ການ​ກ່າວ​ຂອງຖະ​ແຫຼງ​ການ.

ຣັດ​ເຊຍ ຄັ້ງ​ນຶ່ງ​ເຄີຍ​ເປັນ​ສ່ວນ​ນຶ່ງ​ຂອງ​ກຸ່ມ​ທີ່​ເຄີຍ​ເປັ​ນ G-8, ແຕ່​ຖືກ​ຂັບ​ໄລ່​ອອກ​ໄປ ຫຼັງ​ຈາກ​ພວກ​ເຂົາໄດ້ເຂົ້າ​ພະ​ໜວກ​ແຫຼມ ໄຄ​ຣ​ເມຍ ຂອງ ຢູ​ເຄ​ຣນ ໃນ​ປີ 2014.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ ອັງ​ກິດ ໃນ​ວັນ​ຈັນ​ມື້ນີ້ ໄດ້​ກ່າວ​ຢ້ຳ​ເຖິງ​ການ​ເສຍ​ຊີ​ວິດ​ທີ່​ເພີ່ມ​ຂຶ້ນ​ຈາກ​ລະ​ເບີດ​ຝັງ​ດິນ​ໃນ ຢູ​ເຄ​ຣນ.

ກະ​ຊວງ​ຂອງ​ອັງ​ກິດ​ໄດ້​ກ່າວ​ວ່າ ບັນ​ຫາ​ແມ່ນ​ຮ້າຍ​ແຮງ​ທີ່​ສຸດ​ໃນຫຼາຍ​ເຂດ​ທີ່​ກອງ​ທະ​ຫານ ຣັດ​ເຊຍ ໄດ້​ຄວບ​ຄຸມ​ກ່ອນ​ໜ້ານີ້, ລວມ​ທັງ​ພາກ​ພື້ນ ເຄີ​ສັນ ແລະ ຄາ​ກີບ, ແລະ ຄວາມ​ສ່ຽງ​ແມ່ນ​ໄດ້​ເພີ່ມ​ຂຶ້ນ​ດ້ວຍ​ການ​ເຮັດ​ວຽກ​ກະ​ສິ​ກຳ​ໃນ​ລະ​ດູ​ບານ​ໃໝ່​ໄດ້​ມາ​ຮອດ.

ກະ​ຊວງ​ໄດ້​ກ່າວ​ໃນ​ການ​ປະ​ເມີນ​ຜົນ​ປະ​ຈຳ​ວັນ​ຄັ້ງຫຼ້າ​ສຸດ​ຂອງ​ເຂົາ​ເຈົ້າ​ວ່າ “ການ​ເສຍ​ຊີ​ວິດ ແລະ ບາ​ດ​ເຈັບ​ທີ່​ກ່ຽວ​ຂ້ອງ​ກັບ​ລະ​ເບີດ​ຝັງ​ດິນຫຼາຍກວ່າ 750 ຄັ້ງ​ໃນ​ບັນ​ດາ​ປະ​ຊາ​ຊົນ​ແມ່ນ​ໄດ້​ຖືກ​ລາຍ​ງານ​ນັບ​ຕັ້ງ​ຕອນ​ເລີ່ມ​ຕົ້ນ​ຂອງ​ການ​ບຸກ​ລຸກ, ນຶ່ງ​ໃນ​ແປດ​ຄັ້ງ​ປະ​ກອບ​ມີ​ເດັກ​ນ້ອຍ​ຄົນ​ນຶ່ງ. ມັນ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ໃຊ້​ເວ​ລາ​ຢ່າງ​ໜ້ອຍ​ນຶ່ງ​ທົດ​ສະ​ວັດ​ເພື່ອ​ເກັບ​ກູ້​ລະ​ເບີດ​ຝັງ​ດິນ​ໃນ ຢູ​ເຄ​ຣນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG