ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຖານະການຫຼ້າສຸດໃນຢູເຄຣນ ມີການໂຈມຕີຂອງຣັດເຊຍ 'ແບບພິເສດ' ທີ່ແນເປົ້າໝາຍໃສ່ ກີຢິບ


ລູກສອນໄຟລະເບີດຂຶ້ນ ແມ່ນເຫັນໄດ້ຢູ່ໃນທ້ອງຟ້າ ເທິງເມືອງແຫ່ງນຶ່ງ ໃນລະຫວ່າງການໂຈມຕີທາງອາກາດຂອງຣັດເຊຍ ຕໍ່ຢູເຄຣນ, ໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 16 ພຶດສະພາ 2023.
ລູກສອນໄຟລະເບີດຂຶ້ນ ແມ່ນເຫັນໄດ້ຢູ່ໃນທ້ອງຟ້າ ເທິງເມືອງແຫ່ງນຶ່ງ ໃນລະຫວ່າງການໂຈມຕີທາງອາກາດຂອງຣັດເຊຍ ຕໍ່ຢູເຄຣນ, ໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 16 ພຶດສະພາ 2023.

ເຈົ້າໜ້າທີ່ຂອງຢູເຄຣນທ່ານນຶ່ງ ໄດ້ກ່າວໃນວັນອັງຄານມື້ນີ້ ວ່າ ຣັດເຊຍ ໄດ້ດຳເນີນການໂຈມຕີທາງອາກາດຕໍ່ກີຢິບ ທີ່ພົວພັນດ້ວຍເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ແລະລູກສອນໄຟ ໂດຍເອີ້ນການຍິງຖະ​ຫລົ່ມນັ້ນວ່າ “ເປັນແບບພິເສດໃນຄວາມໜາແໜ້ນຂອງມັນ.”

ທ່ານເຊີຮີ ປອບໂກ ຫົວໜ້າກອງກຳລັງຝ່າຍບໍລິຫານຂອງນະຄອນຫຼວງກີຢິບ ໄດ້ຂຽນລົງໃນສື່ສັງຄົມ ເທເລີແກຣມ ວ່າ ຈຸດເດັ່ນຂອງການໂຈມຕີແມ່ນ “ຈຳນວນທີ່ສູງສຸດຂອງການໂຈມຕີດ້ວຍລູກສອນໄຟ ໃນໄລຍະເວລາສັ້ນທີ່ສຸດ.”

ທ່ານປອບໂກ ໄດ້ກ່າວວ່າ ອີງຕາມຂໍ້ມູນໃນເບື້ອງຕົ້ນ ກອງກຳລັງຂອງຢູເຄຣນ ສາມາດກວດພົບ ແລະທຳລາຍ “ເປົ້າໝາຍຕ່າງໆຂອງສັດຕູໂດຍສ່ວນໃຫຍ່ ຢູ່ໃນນ່ານຟ້າຂອງກີຢິບ.”

ທ່ານໄດ້ກ່າວວ່າ ການໂຈມຕີທາງອາກາດ ເປັນການແນເປົ້າໝາຍໃສ່ກີຢິບ ຄັ້ງທີແປດ ນັບຕັ້ງແຕ່ຕົ້ນເດືອນນີ້.”

ຜູ້ປົກຄອງນະຄອນຫຼວງກີຢິບ ທ່ານວິຕາລີ ກລິຕຈ໌ໂກ ໄດ້ລາຍງານວ່າ ມີຊິ້ນສ່ວນຕ່າງໆຕົກລົງມາ ສ້າງຄວາມເສຍຫາຍຈຳນວນນຶ່ງ ໃນເຂດເມືອງຕ່າງໆຂອງນະຄອນຫຼວງ ລວມທັງໃນເຂດເມືອງ ໂຊໂລມີຢານສກີ ບ່ອນທີ່ມີສາມຄົນໄດ້ຮັບບາດເຈັບ.

ອັງກິດ ໄດ້ກ່າວໃນວັນຈັນວານນີ້ ວ່າ ຕົນກຳລັງສົ່ງຈະລູກສອນໄຟແລະໂດຣນໂຈມຕີ ຫຼາຍຮ້ອຍຢ່າງຕື່ມອີກ ໄປໃຫ້ຢູເຄຣນ ໃນຄວາມຄາດຫວັງຂອງການ

ເສີມຂະຫຍາຍກຳລັງໃນການຕໍ່ສູ້ຕ້ານການບຸກລຸກຂອງຣັດເຊຍ.

ແສງລະເບີດຂອງລູກສອນໄຟ ແມ່ນເຫັນໄດ້ຢູ່ໃນທ້ອງຟ້າ ເທິງເມືອງແຫ່ງນຶ່ງ ໃນລະຫວ່າງການໂຈມຕີທາງອາກາດດ້ວຍລູກສອນໄຟຂອງຣັດເຊຍ ຕໍ່ຢູເຄຣນ, ໃນນະຄອນຫຼວງ ກີຢິບ ຂອງຢູເຄຣນ, ວັນທີ 16 ພຶດສະພາ 2023.
ແສງລະເບີດຂອງລູກສອນໄຟ ແມ່ນເຫັນໄດ້ຢູ່ໃນທ້ອງຟ້າ ເທິງເມືອງແຫ່ງນຶ່ງ ໃນລະຫວ່າງການໂຈມຕີທາງອາກາດດ້ວຍລູກສອນໄຟຂອງຣັດເຊຍ ຕໍ່ຢູເຄຣນ, ໃນນະຄອນຫຼວງ ກີຢິບ ຂອງຢູເຄຣນ, ວັນທີ 16 ພຶດສະພາ 2023.

A Ukrainian official said Tuesday that Russia carried out an aerial attack on Kyiv involving drones and missiles, calling the barrage "exceptional in its density."

Serhiy Popko, head of Kyiv's city military administration, posted on Telegram that the attack featured "the maximum number of attack missiles in the shortest period of time."

Ukraine’s air force said it shot down an unspecified number of drones and all 18 missiles Russia launched at Kyiv, including 6 hypersonic Kinzhal missiles.

Popko said that according to preliminary information, Ukrainian forces were able to detect and destroy "the vast majority of enemy targets in the airspace of Kyiv."

He said the aerial attack was the eighth targeting Kyiv since the beginning of the month.

Kyiv Mayor Vitali Klitschko reported falling debris caused damage in several of the capital city's districts, including in Solomyanskyi district where three people were injured.

Britain said Monday it is sending Ukraine hundreds more missiles and attack drones in hopes of boosting Kyiv's fight against Russia's invasion.

XS
SM
MD
LG