ບັນດາເອກອັກຄະລັດຖະທູດຂອງສະຫະພາບຢູໂຣບ ຢູ່ໃນນະຄອນຫຼວງ ບຣັສເຊີລສ໌ ໄດ້ປຶກສາຫາລືກັນເມື່ອວັນຈັນວານນີ້ ກ່ຽວກັບ ການຕັດສິນໃຈໂດຍ ບັນດາປະເທດສະມາຊິກບາງສ່ວນ ເພື່ອຫ້າມການນຳເຂົ້າອາຫານປະເພດເມັດ ແລະ ສິ່ງຂອງອື່ນຈາກຢູເຄຣນ ໄວ້ຊົ່ວຄາວ.
ສ່ວນປະເທດ ສະໂລວາເກຍ ໃນວັນຈັນວານນີ້ ໄດ້ຮ່ວມກັນກັບ ໂປແລນ ແລະ ຮັງກາຣີ ໃນການປະກາດຫ້າມນຳເຂົ້າອາຫານບາງຢ່າງຈາກຢູເຄຣນ ໂດຍມີປະ ເທດອື່ນໆໃນພາກກາງ ແລະ ຕາເວັນອອກຂອງ ຢູໂຣບ ກ່າວວ່າພວກເຂົາ ເຈົ້າອາດຈະດຳເນີນການເຊັ່ນດຽວກັນ.
ສາມປະເທດດັ່ງກ່າວໄດ້ໂຕ້ແຍ້ງວ່າ ການນຳເຂົ້າສິນຄ້າກະສິກຳທີ່ມີລາຄາຕ່ຳ ຢ່າງເຫຼືອລົ້ນ ເປັນການເຮັດໃຫ້ພວກຊາວກະສິກອນໃນທ້ອງຖິ່ນຂອງເຂົາເຈົ້າ ໄດ້ຮັບຄວາມເສຍຫາຍ. ໂປແລນ ແລະ ຮັງກາຣີ ໃນວັນເສົາຜ່ານມານີ້ໄດ້ ກ່າວວ່າການຫ້າມຂອງພວກເຂົາເຈົ້ານັ້ນ ຍັງຄົງມີຜົນບັງຄັບໃຊ້ຈົນຮອດວັນທີ 30 ມິຖຸນາ.
ໂຄສົກຂອງຄະນະກຳມາທິການສະຫະພາບຢູໂຣບ ໄດ້ກ່າວໃນວັນຈັນວານນີ້ ວ່າ ຕ້ອງຫາວິທີແກ້ໄຂບັນຫາທີ່ເຄົາລົບນັບຖືຕໍ່ໂຄງຮ່າງດ້ານກົດໝາຍຂອງອີຢູ, ອີງຕາມລາຍງານຂອງອົງການຂ່າວເອພີ.
ໂຄສົກຂອງຫົວໜ້າຄະນະກຳມາທິການ ອີຢູ ທ່ານ ແອຣິກ ມາແມຣ ໄດ້ອ້າງ ເຖິງຄຳເວົ້າທີ່ກ່າວວ່າ ໂປແລນ ແລະປະເທດອື່ນໆ “ໄດ້ເຮັດຈົນສຸດຄວາມສາ ມາດຂອງເຂົາເຈົ້າ” ທີ່ຈະຊ່ອຍ ຢູເຄຣນ. ທ່ານກ່າວຕື່ມວ່າ “ສະນັ້ນນີ້ແມ່ນ ບໍ່ໄດ້ກ່ຽວກັບມາດຕະການລົງໂທດ. ນີ້ແມ່ນກ່ຽວກັບການຊອກຫາວິທີແກ້ໄຂ ອີງຕາມກົດໝາຍຂອງອີຢູ ເພື່ອຜົນປະໂຫຍດພ້ອມກັນກັບ ຢູເຄຣນ ແລະ ສະຫະພາບຢູໂຣບ ດ້ວຍ.”
ຢູເຄຮນ ແລະ ໂປແລນ ໄດ້ເລີ້ມການເຈລະຈາໃນວັນຈັນວານນີ້ ຢູ່ໃນນະຄອນ ຫຼວງ ວໍຊໍ ເພື່ອແນໃສ່ການບັນລຸຂໍ້ຕົກລົງກ່ຽວກັບບັນຫາເລື້ອງອາຫານປະເພດເມັດ.
“ຢູເຄຣນ ຕ້ອງການຄວາມຊ່ອຍເຫຼືອ ແຕ່ຄ່າຂອງການຊ່ອຍເຫຼືອນີ້ ຄວນກະ ຈາຍໄປທົ່ວບັນດາປະເທດຂອງຢູໂຣບ ບໍ່ພຽງແຕ່ບັນດາປະເທດຢູ່ໃນແຖວໜ້າ ເທົ່ານັ້ນ, ໂດຍສະເພາະ ໂປແລນ” ນັ້ນແມ່ນຄຳເວົ້າຂອງລັດຖະມົນຕີກະຊວງ ກະສິກຳຂອງ ໂປແລນ ທ່ານ ໂຣເບີດ ເທລູສ ທີ່ໄດ້ກ່າວຫຼັງຈາກການເຈລະ ຈາ.