ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານະການຫຼ້າສຸດໃນຢູເຄຣນ ການໂຈມຕີທາງອາກາດຂອງຣັດເຊຍ ທີ່ຮ້າຍແຮງ ໃນເມືອງຄຣາມາທອຣສ໌


ໃນຮູບນີ້ ທີ່ໄດ້ສະໜອງໂດຍ ກົມຕຳຫຼວດແຫ່ງຊາດ ຂອງຢູເຄຣນ ສະແດງໃຫ້ເຫັນ ເຈົ້າໜ້າທີ່ຕຳຫຼວດ ແລະພະນັກງານກູ້ໄພ ພາກັນຍ່າງຢູ່ດ້ານໜ້າຂອງຮ້ານອາຫານແຫ່ງນຶ່ງທີ່ໄດ້ຖືກທຳລາຍ ໃນການໂຈມຕີຂອງຣັດເຊຍ ທີ່ເມືອງ ຄຣາມາທອຣສ໌ ຂອງຢູເຄຣນ, ວັນທີ 27 ມິຖຸນາ 2023. (National Police of Ukraine via AP)
ໃນຮູບນີ້ ທີ່ໄດ້ສະໜອງໂດຍ ກົມຕຳຫຼວດແຫ່ງຊາດ ຂອງຢູເຄຣນ ສະແດງໃຫ້ເຫັນ ເຈົ້າໜ້າທີ່ຕຳຫຼວດ ແລະພະນັກງານກູ້ໄພ ພາກັນຍ່າງຢູ່ດ້ານໜ້າຂອງຮ້ານອາຫານແຫ່ງນຶ່ງທີ່ໄດ້ຖືກທຳລາຍ ໃນການໂຈມຕີຂອງຣັດເຊຍ ທີ່ເມືອງ ຄຣາມາທອຣສ໌ ຂອງຢູເຄຣນ, ວັນທີ 27 ມິຖຸນາ 2023. (National Police of Ukraine via AP)

ບັນດາເຈົ້າໜ້າທີ່ຢູເຄຣນ ກ່າວໃນວັນພຸດມື້ນີ້ ວ່າ ການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ຕໍ່ເມືອງຄຣາມາທອຣສ (Kramatorsk) ໄດ້ສັງຫານປະຊາຊົນຢ່າງໜ້ອຍແປດຄົນ ແລະອີກຫຼາຍກວ່າ 50 ຄົນບາດເຈັບ.

ໜ່ວຍງານສຸກເສີນ ໄດ້ນຳເອົາຮູບພາບຕ່າງໆຂອງທີມນັກກູ້ໄພ ກຳລັງຊອກຫາຄົນທີ່ລອດຊີວິດຢູ່ທີ່ຈຸດເກີດເຫດໃນຊາກຫັກພັງ ທີ່ລວມມີຮ້ານອາຫານແຫ່ງນຶ່ງນຳດ້ວຍ ລົງໃນເວັບໄຊ.

ເມືອງຄຣາມາທອຣສ໌ ຕັ້ງຢູ່ກ້ຳຕາເວັນຕົກຂອງເຂດແນວໜ້າ ບ່ອນທີ່ການສູ້ລົບກັນກຳລັງເກີດຂຶ້ນຢູ່ເຂດແຂວງໂດເນັສ ທາງພາກຕາເວັນອອກຂອງຢູເຄຣນ.

ການໂຈມຕີທາງອາກາດຂອງຣັດເຊຍ ຕໍ່ສະຖານີລົດໄຟຂອງເມືອງດັ່ງກ່າວນັ້ນ ເມື່ອເດືອນເມສາ 2022 ໄດ້ສັງຫານ 63 ຄົນ.

ຢູເຄຣນ ຍັງໄດ້ລາຍງານວ່າ ການໂຈມຕີທາງອາກາດດ້ວຍລູກສອນໄຟຂອງຣັດເຊຍ ໃນວັນອັງຄານວານນີ້ ຢູ່ໃນເມືອງ ເຄຣເມນສຸກຄ໌ (Kremenchuk) ຊຶ່ງມີຂຶ້ນຄົບນຶ່ງປີ ຫຼັງຈາກການໂຈມຕີຂອງຣັດເຊຍ ຢູ່ແຫ່ງນັ້ນ ໄດ້ສັງຫານຢ່າງໜ້ອຍ 20 ຄົນຢູ່ທີ່ຮ້ານຊັບພະສິນຄ້າ.

“ໃນແຕ່ລະປາກົດການຂອງການກໍ່ການຮ້າຍນັ້ນ ພິສູດໃຫ້ເຫັນຊໍ້າແລ້ວຊໍ້າອີກຕໍ່ພວກເຮົາ ແລະຕໍ່ໂລກທັງໝົດວ່າ ຣັດເຊຍ ສົມຄວນໄດ້ຮັບພຽງສິ່ງດຽວຕໍ່ຜົນທັງໝົດທີ່ຕົນໄດ້ເຮັດລົງໄປ-ຄວາມຜ່າຍແພ້ ແລະສານອາຍາສາກົນ ທີ່ເປັນທຳ ແລະການດຳເນີນຄະດີຕາມກົດໝາຍ ຕໍ່ພວກຄາດຕະກອນ ແລະພວກກໍ່ການຮ້າຍຊາວຣັດເຊຍໝົດທຸກຄົນ” ນັນແມ່ນຄຳເວົ້າຂອງທ່ານໂວໂລດີເມຍ ເຊເລັນສກີ ປະທານາທິບໍດີຂອງຢູເຄຣນ ທີ່ໄດ້ກ່າວໃນລະຫວ່າງການກ່າວຄຳປາໄສປະຈຳແລງວັນອັງຄານວານນີ້.

Ukrainian officials said Wednesday a Russian missile attack on the city of Kramatorsk killed at least nine people and injured more than 50 others.

Emergency services posted photos of rescue teams searching through the rubble at the site that included a restaurant.

Kramatorsk is located west of the front lines where fighting is taking place in Donetsk province in eastern Ukraine.

A Russian strike on the city's railway station in April 2022 killed 63 people.

Ukraine also reported a Russian missile strike Tuesday in Kremenchuk, which came exactly a year after a Russian attack there killed at least 20 people at a shopping mall.

"Each such manifestation of terror proves over and over again to us and to the whole world that Russia deserves only one thing as a result of everything it has done — defeat and a tribunal, fair and legal trials against all Russian murderers and terrorists," Ukrainian President Volodymyr Zelenskyy said in his nightly address Tuesday.

XS
SM
MD
LG