ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມື້ລາງ ຜູ້ນຳຂອງສິງກະໂປ ຖືກຍົກຍ້ອງວ່າ ເປັນບຸກຄົນ ທີ່ມີວິໄສທັດ ອັນກວ້າງໄກ


ພິທີແຫ່ສົບ ມື້ລາງນາຍົກລັດຖະມົນຕີ ຄົນທຳອິດຂອງສິງກະໂປ ທ່ານ Lee Kuan Yew ໄປຫາຕຶກລັດຖະສະພາ (25 ມີນາ 2015)
ພິທີແຫ່ສົບ ມື້ລາງນາຍົກລັດຖະມົນຕີ ຄົນທຳອິດຂອງສິງກະໂປ ທ່ານ Lee Kuan Yew ໄປຫາຕຶກລັດຖະສະພາ (25 ມີນາ 2015)

ການເຖິງແກ່ອະສັນຍະກຳຂອງທ່ານ Lee Kuan Yew ບິດາຜູ້
ກໍ່ຕັ້ງປະເທດສິງກະໂປ ໄດ້ພາໃຫ້ມີການສົ່ງຄຳສະດຸດີຫລັ່ງໄຫລ
ໄປຍັງບຸກຄົນທີ່​ໄດ້​ຊີ້​ນຳຢ່າງໃກ້ຊິດ ກັບປະເທດນີ້ໃນຍຸກສະໄໝ
ໃໝ່ ທີ່ທ່ານໄດ້ສ້າງຕັ້ງຂຶ້ນມານັ້ນ. ​ໃນ​ລາຍ​ງານ​ທີ່​ສົ່ງ​ມາ​ຈາກປະ
ເທດອິນໂດເນເຊຍ ຊຶ່ງເປັນເພື່ອນບ້ານຂອງ​ສິງກະ​ໂປ​ນັ້ນ Kate
Lamb ຈະພາທ່ານສຳຫຼວດເບິ່ງວ່າ ລັດຖະບຸລຸດຂອງສິງກະໂປ
ທ່ານນີ້ ໄດ້ຮັບການຈົດຈຳໄວ້ແບບໃດຈາກພວກຜູ້ນຳຂອງໂລກ
ດັ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບ
ຕໍ່ໄປ.

ຍ້ອນສຸຂະພາບທີ່ເຈັບປ່ວຍແລະອາຍຸ 91 ປີແລ້ວນັ້ນ ທ່ານ Lee
Kuan Yew ໄດ້ເຖິງແກ່ອະສັນຍະກຳໃນຕອນເຊົ້າຂອງມື້ວັນຈັນຜ່ານມານີ້ ທີ່ໂຮງໝໍໃຫຍ່ ຂອງສິງກະໂປ.

ບິດາຜູ້ກໍ່ຕັ້ງສິງກະໂປທ່ານນີ້ ແມ່ນໄດ້ຮັບການຍົກຍ້ອງ ໃນການຫັນປ່ຽນໃຫ້ອະດີດອາ ນານິຄົມເຂດຮ້ອນດັ່ງກ່າວ ກາຍເປັນສູນກາງການເງິນແລະການຄ້າທີ່ທັນສະໄໝທີ່ສຸດ ໃນໂລກ.

ທ່ານ Lee ໄດ້ຮັບການເຄົາລົບ ຍ້ອນຄວາມສຳເລັດຂອງທ່ານ ທີ່ໃຫ້ບູລິມະສິດແກ່ການ ປົກຄອງທີ່ສະອາດ ແລະມີປະສິດທິຜົນ ສະໜັບສະໜຸນນະໂຍບາຍ ທີ່ນິຍົມເສດຖະກິດ ແລະຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ ຊຶ່ງໃນບາງຄັ້ງ ແມ່ນໄດ້ສ້າງຄວາມເສຍ ຫາຍໃຫ້ແກ່ສິດເສລີພາບປະຊາທິປະໄຕ.

ໃນວັນຈັນຜ່ານມານີ້ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວເຖິງທ່ານ
Lee ວ່າ ເປັນບຸກຄົນທີ່ຍິ່ງໃຫຍ່ຢ່າງແທ້ຈິງ ຂອງປະຫວັດສາດ ໃນຂະນະທີ່ທຳນຽບຂາວ ເວົ້າວ່າ ທ່ານມີ “ວິໄສທັດ” ແລະ “ເປັນນັກຍຸດທະສາດທີ່ຍິ່ງໃຫຍ່ທີ່ສຸດຄົນນຶ່ງກ່ຽວກັບກິດ ຈະການເອເຊຍ.”

ນາຍົກລັດຖະມົນຕີສິງກະໂປ ຄົນປັດຈຸບັນ ທ່ານ Lee Hsien Loong ຊຶ່ງເປັນລູກຊາຍ ກົກຂອງທ່ານ Lee Kuan Yew ພັນລະນາເຖິງມື້ລາງ ບິດາຂອງທ່ານວ່າ ເປັນບຸກຄົນທີ່ ທ້ອນໂຮມປະເທດແລະ​ເປັນ​ແຮງດົນໃຈໃຫ້ປະຊາຊົນຮັກຊາດ.

Lee Hsien Loong ກ່າວວ່າ “ທ່ານໄດ້ດົນໃຈພວກເຮົາ ໃຫ້ພວກເຮົາ ມີຄວາມກ້າ
ຫານ ໃຫ້ພວກເຮົາປຸ້ມລຸມສາມັກຄີກັນແລະນຳພາພວກເຮົາມາຮອດ​ຈຸດນີ້. ທ່ານ ໄດ້ຕໍ່ສູ້ເພື່ອຄວາມເປັນເອກກະລາດຂອງພວກເຮົາສ້າງສາປະເທດຊາດທີ່ບໍ່ເຄີຍ ມີມາແຕ່ກ່ອນ ແລະເຮັດໃຫ້ພວກເຮົາມີຄວາມພາກພູມໃຈ ທີ່ໄດ້ເປັນຊາວສິງກະ
ໂປ. ພວກເຮົາບໍ່ເຫັນວ່າ ຈະມີຜູ້ໃດອີກ ຄືກັນກັບທ່ານ. ສຳຫລັບຊາວສິງກະໂປ ຫຼາຍໆຄົນແລ້ວ ແລະທີ່ຈິງສຳຫຼັບບຸກຄົນອື່ນໆນຳດ້ວຍ ທ່ານ Lee Kuan Yew ແມ່ນສິງກະໂປເອງ.”

ໃນທົ່ວຂົງເຂດເອເຊຍ ພວກຜູ້ນຳທັງຫລາຍ ຕ່າງກໍໄດ້ພະຍາຍາມຮຽນແບບທ່ານ Lee
Kuan Yew. ທີ່ນະຄອນຫຼວງປັກກິ່ງ ທ່ານ Hong Lei ໂຄສົກກະຊວງຕ່າງປະເທດຈີນ ໄດ້ກ່າວຊົມເຊີຍບິດາຜູ້ກໍ່ຕັ້ງສິງກະໂປວ່າ ເປັນຜູ້ນຳເອເຊຍທີ່ມີລັກສະນະພິເສດ.

ທ່ານ Hong Lei ໄດ້ກ່າວເຖິງທ່ານ Lee ວ່າ ເປັນລັດຖະບຸລຸດ ທີ່ມີອິດທິພົນຄົນນຶ່ງ ແລະນັກຍຸດທະສາດ ທີ່ປະສົມປະສານຄ່ານິຍົມຂອງຕາເວັນອອກເຂົ້າກັບວິໄສ ທັດຂອງນາໆຊາດ.

ຢູ່ທີ່ອິນໂດເນເຊຍ ຊຶ່ງເປັນປະເທດເພື່ອນບ້ານນັ້ນ ຮອງປະທານາທິບໍດີ Jusuf Kalla
ກ່າວວ່າ ທ່ານ Lee ເປັນຜູ້ນຳອາຊ່ຽນທີ່ມີອິດທິພົນຫຼາຍ ແລະເປັນບຸກຄົນທີ່ໄດ້ດົນໃຈ ກ່ຽວກັບການພັດທະນາໃນເອເຊຍ.

Singapore Lee
please wait
Embed

No media source currently available

0:00 0:00:59 0:00

ປະທານາທິບໍດີ Najib Razak ແຫ່ງມາເລເຊຍ ຊຶ່ງເປັນປະເທດທີ່ສິງກະໂປໄດ້ແຍກຕົວ ອອກຈາກໃນປີ 1965 ນັ້ນ ໄດ້ກ່າວຍົກຍ້ອງທ່ານ Lee ໃນການຕັດສິນໃຈພັດທະນາສິງ ກະໂປ ຈາກປະເທດໃໝ່ປະເທດນຶ່ງ ໃຫ້ກາຍເປັນປະເທດທັນສະໄໝ ແລະມີຄວາມກ້າວ
ໜ້າ ທີ່ພວກເຮົາໄດ້ເຫັນໃນທຸກມື້ນີ້.

ນາຍົກລັດຖະມົນຕີ Shinzo Abe ກ່າວວ່າ ທ່ານ Lee ເປັນຜູ້ນຳທີ່ຍິ່ງໃຫຍ່ ຂອງເອເຊຍ ຄົນນຶ່ງ ໃນຂະນະທີ່ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ເວົ້າວ່າ ບ່ອນ ຂອງທ່ານ Lee ໃນປະຫວັດສາດນັ້ນ ແມ່ນຄ້ຳປະກັນແລ້ວ ໃນຖານະຜູ້ນຳແລະລັດຖະບຸ ລຸດຍຸກໃໝ່ທີ່ມີຊື່ສຽງສຸດຄົນນຶ່ງຂອງໂລກ.

ນາຍົກລັດຖະມົນຕີ Lee Hsien Loong ກ່າວວ່າ ມື້​ລາງ​ບິດາ​ຂອງ​ທ່ານ ຊຶ່ງເປັນນາຍົກ ລັດຖະມົນຕີ ແຕ່ປີ 1965 ຫາ 1990 ນັ້ນ ຍັງສືບຕໍ່ຫລິ້ນບົດບາດ ທີ່ມີອິດທິພົນ ໃນການ ເມືອງຂອງປະເທດ ເຖິງແມ່ນທ່ານໄດ້ລາອອກແລ້ວກໍຕາມ.

Lee Hsien Loong ເວົ້າວ່າ “​ແມ່ນ​ແຕ່​ໃນ​ຕອນ​ທີ່​ອາຍຸ​ແກ່​ແລ້ວທ່ານກໍຍັງສືບຕໍ່ຈັບ ຕາເບິ່ງສິງກະໂປ ດ້ວຍຄວາມລະມັດລະວັງ. ສິງກະໂປ ແມ່ນຄວາມຫລົງໄຫຼຕະ ຫຼອດການຂອງທ່ານ. ທ່ານໄດ້ອຸທິດຕົນຢ່າງເຕັມທີ່ ໃຫ້ແກ່ສິງກະໂປ. ດັ່ງ​ທີ່​ທ່ານ​
ໄດ້​ເວົ້າ​ເອງ ​ໃນ​ໄລະຍະ​ສຸດ​ທ້າຍ​ຂອງ​ຊີວິດ​ຂອງ​ທ່ານ ແລະຂ້າພະເຈົ້າຂໍອ້າງຄຳ
ເວົ້ານັ້ນ ຄືທ່ານກ່າວວ່າ ຂ້ອຍໄດ້ໃຊ້ຊີວິດຂອງຂ້ອຍ ເປັນເວລາສ່ວນໃຫຍ່ ສ້າງ ສາພັດທະນາປະເທດນີ້. ບໍ່ມີຫຍັງອີກແລ້ວທີ່ຂ້ອຍຈຳເປັນຕ້ອງໄດ້ເຮັດອີກຕໍ່ໄປ ໃນບັ້ນສຸດທ້າຍແລ້ວຂ້ອຍໄດ້ຮັບຫຍັງແດ່? ​ໄດ້​ຮັບສິງກະໂປທີ່ປະສົບກັບຄວາມ ສຳເລັດ ແມ່ນຫຍັງທີ່ຂ້ອຍໄດ້ເສຍສະຫລະ? ຊີວິດຂອງຂ້ອຍ​ເອງ.”

ສິງກະໂປໄດ້ປະກາດໃຫ້ໄວ້ທຸກຢ່າງເປັນທາງການເປັນເວລານຶ່ງອາທິດໃຫ້ແກ່ທ່ານ Lee Kuan Yew ແລະພິທີສົ່ງສະການຢ່າງເປັນທາງການ ຈະຈັດຂຶ້ນໃນວັນທີ 29 ມີນານີ້.

Lee Kuan Yew, Founder of Modern Singapore, Dies at 91
please wait

No media source currently available

0:00 0:00:14 0:00

The death of Singapore’s founding father, Lee Kuan Yew, has sparked a flood of tributes for a man who has become synonymous with the modern state he created.

In ailing health and at age 91, Lee passed away early Monday at Singapore General Hospital.

Lee is credited with the transformation of a former tropical colonial outpost into an ultra-modern, global finance-and-trade hub.

Prioritizing clean and efficient governance, pro-business policies and social order, sometimes at the expense of democratic freedoms, Lee is revered for his results.

'True giant of history'

On Monday, U.S. President Barack Obama described Lee as a “true giant of history” while the White House said he was a “visionary” and “one of the great strategists of Asian affairs.”

Current Singapore Prime Minister Lee Hsien Loong, Lee Kuan Yew’s eldest son, depicted his late father as a man who unified and inspired a nation.

“He inspired us, gave us courage, kept us together, and brought us here. He fought for our independence, built a nation where there was none, and made us proud to be Singaporeans. We will not see another man like him. To many Singaporeans, and indeed others, too, Lee Kuan Yew was Singapore," Lee Hsien Loong said.

Across Asia, leaders have sought to emulate the Lee Kuan Yew model.

In Beijing, Chinese President Xi Jinping said Lee was "widely respected by the international community as a strategist and a statesman."

Chinese Foreign Ministry spokesperson Hong Lei hailed Singapore’s founding father as a uniquely Asian leader. Hong described Lee as an influential statesman and strategist who combined oriental values and international vision.

In neighboring Indonesia, Vice President Jusuf Kalla said Lee was a “very influential ASEAN [Association of Southeast Asian Nations] leader, and a man who inspired the development of Asia.

President Najib Razak of Malaysia, the country from which Singapore separated in 1965, lauded Lee for his “determination in developing Singapore from a new nation to the modern and dynamic city we see today."

Japanese Prime Minister Shinzo Abe said Lee was one of “Asia’s great leaders," while British Prime Minster David Cameron said Lee's “place in history is assured, as a leader and as one of the modern world's foremost statesmen.”

Influential role

Prime minister from 1959 until 1990, Lee Yuan Yew continued to play an influential role in the country’s politics even after he stepped down, said Prime Minister Lee Hsien Loong.

“In old age, he continued to keep a watchful eye on Singapore. Singapore was his abiding passion," his son said. "He gave of himself, in full measure, to Singapore. As he himself put it towards the end of his life and I quote: 'I have spent my life, so much of it, building up this country. There's nothing more that I need to do. At the end of the day, what have I got? A successful Singapore. What have I given up? My life.’ ”

A week of official mourning has been declared in Singapore and a state funeral will be held March 29.

XS
SM
MD
LG