ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍັງບໍ່ທັນມີຂໍ້ມູນໃດໆ ກ່ຽວກັບສາເຫດ ຂອງ ການສັງຫານໝູ່ ໂດຍມືປືນ ທີ່ Las Vegas


ເຈົ້າໜ້າທີ່ອົງການສືບລັບ FBI ຍ່າງສຳຫຼວດໃນສະຖານທີ່
ສະແດງດົນຕີ ບ່ອນທີ່ໄດ້ມີການຍິງສັງຫານໝູ່ເກີດຂຶ້ນນັ້ນ ໃນນະຄອນ Las Vegas, ວັນອັງຄານ ທີ 3 ຕຸລາ 2017.
ເຈົ້າໜ້າທີ່ອົງການສືບລັບ FBI ຍ່າງສຳຫຼວດໃນສະຖານທີ່ ສະແດງດົນຕີ ບ່ອນທີ່ໄດ້ມີການຍິງສັງຫານໝູ່ເກີດຂຶ້ນນັ້ນ ໃນນະຄອນ Las Vegas, ວັນອັງຄານ ທີ 3 ຕຸລາ 2017.

ຕຳຫຼວດ​ໃນ​ສະຫະລັດ ບໍ່​ສາມາດ​ທີ່ຈະບົ່ງຊີ້ໄດ້ ເຖິງ​ສາ​ເຫດ​ທີ່ພາໃຫ້ ມື​ປືນຜູ້​ຕ້ອງ​ສົງ​ໄສ
ທ້າວ Stephen Paddock ເກີດມີແຮງຈູງໃຈ ໃຫ້ຍິງ​ກາດ​ໃສ່​ຝູງ​ຊົນໃນນະຄອນ Las
Vegas ທີ່ຍັງ​ຜົນ​ໃຫ້ມີ 59 ຄົນ ​ເສຍ​ຊີວິດ ​ແລະ ອີກ​ເກືອບ 600 ຄົນ ໄດ້ຮັບ​ບາດ​ເຈັບ.
ນ້ອງຊາຍ​ຂອງຜູ້​ຕ້ອງ​ສົງ​ໄສ ກ່າວ​ວ່າ ຄອບຄົວ​ຂອງ​ລາວພາກັນ “ຕື່ນຕົກໃຈ ພໍໆ​ກັນ​ກັບ
​ພວກ​ຜູ້​ຄົນ​ທົ່ວໄປ.” ປະທານາທິບໍດີສະຫະລັດ ທ່ານດໍ​ໂນລ ທຣຳ​ ໄດ້​ເອີ້ນ​ການ​ຍິງຄົນ
​ໃນແລງວັນອາທິດ ຜ່ານ​ມາ​ນັ້ນວ່າ ​ເປັນການກະທຳ​ຂອງ​ຜີ​ມານແທ້ໆ. ທ່ານ ທຣຳ ​
ມີແຜນ​ການວ່າ​ ​ຈະເດີນທາງ​ໄປ ນະຄອນ Las Vegas ​ໃນ​ວັນ​ພຸດ​ມື້​ນີ້ ຊຶ່ງ​ວັນນະ​ສ​ອນ
ຈະ​ນຳ​ລາຍ​ລະອຽດຈາກ​ນັກ​ຂ່າວ ຂອງ VOA Zlatica Hoke ມາສະ​ເໜີ​ທ່ານ.

ມື​ປືນຄົນດັ່ງກ່າວ ​ໄດ້​ເຈາະ​ຮູ​ຢູ່​ປ່ອງຢ້ຽມຫ້ອງ​ພັກ​ໃນ​ໂຮງ​ແຮມ​ທີ່​ລາວ​ພັກ​ຢູ່​ ​ແລ້ວ​ຍິງ​ກາດ
​ເຂົ້າ​ໃສ່​ຝູງ​ຊົນ ທີ່​ໄປຊົມ​ການສະ​ແດງ​ດົນຕີນັ້ນ.​ ພວກ​ທີ່​ເຫັນ​ເຫດການ​ໄດ້ກ່າວ​ເຖິງ​
ຕອນ​ທີ່ພວກ​ເຂົາ​ໄດ້​ຍິນ​ສຽງ​ປືນ​ຕອນ​ທຳ​ອິດ​ນັ້ນ, ພວກ​ເຂົາ​ເຈົ້າ​ຄິດ​ວ່າ ມັນ​ແມ່ນ​ສຽງ​
ໝາກກະ​ໂພ​ກພໍ​ຕອນ​ທີ່​ພວກ​ເຂົາ​ເຈົ້າ​ຮູ້​ວ່າ​ ມັນ​ແມ່ນ​ສຽງ​ປືນ ພວກ​ຜູ້​ຄົນ​ກໍພາກັນ​
ແຕກຕື່ນຕົກ​ໃຈ.

ຜູ້ທີ່​ເຫັນ​ເຫດການ​ ທີ່​ມີນາ​ງ Christine, Vanessa, Corinne ພາກັນສະ​ແດງ​ຄວາມ
ເຫັນ​ຊຶ່ງ ທັງ​ສາມ​ກ່າວຕາມ​ລຳດັບ​ລາຍ​ຊື່:
ນາງ Christine ກ່າວ​ວ່າ: “ບາງພວກ​ກໍລົ້ມ ບາງ​ພວກ​ກໍຮ້ອງ​ອອກ​ມາ ທັງ​ແລ່ນ ທັງ​ຮ້ອງ.”
ນາງ Vanessa ເວົ້າ​ວ່າ: “ພວກ​ເຮົາ ​ແລ່ນ​ແລ້ວກໍ​ແລ່ນອີກ, ​ແລະ​ຂ້ອຍ​ຍັງບໍ່​ແນ່​ໃຈ​ຊໍ້າ
ວ່າ​ແມ່ນ​ສຽງ​ປືນ​ແທ້ ຫຼືບໍ່.”

ສ່ວນ​ນາງ Corinne ກໍ​ກ່າວ​ວ່າ: “ບາງ​ຄົນ ​ກໍລົ້ມ​ລົງ​ຕໍ່ໜ້າ​ຕໍ່​ຕາ​ພວກ​ເຮົາ ອ້ອມ​ຂ້າງ​
ອ້ອມແອວ.”

ການ​ຍິງ​ກາດ​ໃສ່​ຝູງ​ຊົນ​ໃນ​ Las Vegas ຄັ້ງ​ນີ້ ​ແມ່ນ​ເປັນ​ເຫດການ​ຮ້າຍ​ແຮງ​ສຸດ​ ​
ໂດຍ​ມື​ປືນ​ດ່ຽວ​ໃນປະຫວັດ​ສາດ​ສະຫະລັດ ​ຫວ່າງ​ມໍ່ໆ​ມາ​ນີ້.

ປະທານາທິບໍດີ​ ດໍ​ໂນ​ລ ທຣຳ ​ແລະ​ຮອງ​ປະທາ​ນາ​ທິບໍດີ Mike Pence ທີ່ສົມທົບ​
ກັບພັນ​ລະ​ຍາ​ຂອງ​ພວກ​ເພິ່ນ ​ໄດ້​ກົ້ມ​ຫົວ​ຄຳນັບ ຢ່າງ​ສະ​ງົບ​ສະຕິອາລົມ ​ໄວ້ອາ​ໄລ ​
ໃນຕອນ​ບ່າຍ​ວັນ​ຈັນ ທີ່​ທຳນຽບຂາວ ​ໃນ​ສະໜາມຫຽ້າ South Lawn ​ເພື່ອ​ໃຫ້​ກຽດ ​
ແລະສະດຸ​ດີ​ໃຫ້​ແກ່ພວກ​ເຄາະ​ຮ້າຍ​ໃນ​ເຫດ​ຄັ້ງ​ນີ້​. ທ່ານປະທານາທິບໍດີ​ ​ໄດ້​ສັ່ງ​ໃຫ້
​ຊັກ​ທຸງລົງ​ເຄິ່ງ​ເສົາ ​ເພື່ອ​ເປັນ​ການ ໄວ້ອາ​ໄລ.

​ໃນ​ຈຳນວນ​ພວກ​ທີ່​ເສັຍ​ຊີວິດ​ ກໍ​ແມ່ນ​ຮວມມີ ຕຳຫຼວດ​ນອກ​ເວລາ​ປະຕິບັດ​ໜ້າ​ທີ່
ຊຶ່ງ​ໄດ້​ຊ່ອຍ​ຜູ້​ຄົນ​ລົບ​ໜີ ​ຫາ ທີ່​ກຳ​ບັງ.

​ຫຼັງ​ຈາກ​ເຫດການ​ຮ້າຍ​ແຮງ​ທີ່​ວ່າ​ນີ້ ​ເກີດ​ຂຶ້ນ​ແລ້ວ ພວກ​ຜູ້​ຄົນ ​ໄດ້​ພາກັນ ຢືນ​ເຂົ້າ​
ແຖວ ​ເພື່ອ​ບໍລິຈາກ​ເລືອດ ​ເພື່ອ​ຊ່ອຍ​ເຫຼືອພວກ​ບາດ​ເຈັບ. ​ໂຄສົກ​ປະຈຳ​ທຳນຽບຂາວ
​ໄດ້​ກ່າວ​ສັນລະ​ເສີນ ຊາວ​ອາ​ເມ​ຮິ​ກັນ ທີ່​ຕອບສະໜອງ​ການ​ໂຈມ​ຕີ​ທີ່ນະຄອນ
Las Vegas ຄັ້ງນີ້.

ທ່ານ​ນາງ Sarah Huckabee Sanders ກ່າວ​ວ່າ “ຄວາມ​ຊົງ​ຈຳ​ຂອງ​ພວກ​ທີ່​
ສະ​ແດງ​ອອກ ​ຊຶ່ງ​ຄວາມ​ຮັກ ທ່າມກາງ​ເຫດ​ຮ້າຍ​ທີ່​ບໍ່​ສາມາດ​ຈິນຕະນາການໄດ້​
ຈາກຄວາມ​ກຽດ​ຊັງ​ ຄັ້ງນີ້ ​ແມ່ນ​ຈະ​ບໍ່​ເລື່ອນ​ລາງ​ຫາຍ​ໄປຈັກເທື່ອ. ​ແບບຢ່າງ​ທີ່​
ສະ​ແດງ​ອອກ​ທີ່​ວ່າ​ນີ້ ​ແມ່ນຈະ​ຢ້ຳເຕືອນຢູ່ໃນ​ໃຈ​ຂອງ​ພວກ​ເຮົາ ທີ່​ວ່າ ຈິດ​ໃຈ
​ຂອງ​ຊາວ​ອາ​ເມຣິກັນ ຈະບໍ່​ສາມາດ ແລະ​ ຈະ​ບໍ່​ຂາດ​ສະ​ບັ້ນ​ລົງໄດ້.”

ກຸ່ມ​ລັດ​ອິສລາມ ​ໄດ້​ອອກ​ມາ​ອ້າງ​ເອົາ​ຜົນງານ ສຳລັບ​ການ​ໂຈມ​ຕີ​ທີ່​ວ່າ​ນີ້ຜ່ານ
ອົງການຂ່າວຂອງຕົນ ​ໂດຍ​ກ່າວ​ວ່າ ມື​ປືນ​ຜູ້ນີ້ ​ຫາກໍປ່ຽນມາ​ນັບຖືສາສະໜາ​
ອິສລາມໃໝ່ໆ​. ​ແຕ່​ວ່າ ພວກ​ສືບສວນ ຍັງບໍ່ສາມາດ​ພົບ​ເຫັນ​ການ​ພົວພັນແລະ
ກ່ຽວຂ້ອງ​ກັບ​ກຸ່ມ​ກໍ່​ການ​ຮ້າຍ​ໃດໆ​ເທື່ອ.

​ຜູ້​ບັນຊາ​ການ​ຕຳຫຼວດທ່ານ Joseph Lombardo ກ່າວ​ວ່າ “ມື​ປືນ​ຄົນ​ນີ້ ​ແມ່ນ​
ໂຈມ​ຕີພຽງ​ລຳພັງ​ຄົນ​ດຽວ ​ແລະ​ກໍ​ບໍ່​ຊາບ​ວ່າ ​ເຫດການ​ທີ່​ວ່າ​ນີ້ ຈະ​ຖືກ​ກີດ​ກັນ​
ປ້ອງ​ກັນ ​ໄດ້​ຢ່າງ​ໃດ ​ແລະ​ເຈົ້າ​ໜ້າ​ທີ່​ຂອງ ອົງການສັນຕິ​ບານ​ກາງ​ສະຫະລັດ
ທີ່​ບໍ່​ໄດ້​ລະບຸ​ຊື່ ກ່າວ​ວ່າ ບໍ່ມີ​ສ່ວນ​ພົວພັນ​ແລະກ່ຽວຂ້ອງ​ກັບ​ກຸ່ມ​ກໍ່​ການ​ຮ້າຍ​
ນາໆ​ຊາດ ​ແຕ່​ຢ່າງ​ໃດ.”

ຄອບຄົວ​ຂອງ​ລາວ ກ່າວ​ອະທິບາຍ​ກ່ຽວກັບ​ມືປືນ​ຄົນ​ນີ້​ວ່າ ເປັນ​ຜູ້​ທີ່​ມີ​ຖານະ​ດີ ​
ແລະມັກຫຼິ້ນ​ການ​ພະນັນ ​ແລະ​ກໍ​ຈະ​ມັກ​ສົ່ງ​ກ່ອງຂະໜົມທີ່ຫຼູຫຼາ ​ໄປ​ໃຫ້​ແມ່​ຂອງ​
ລາວ ຢູ່ລັດ Florida ຢູ່​ສະ​ເໝີ. ລາວ​ບໍ່ເຄີຍມີ​ປະຫວັດ​ກ່ຽວ​ກັບ​ຄະດີ​ອາ​ຊະ​ຍາ​
ກຳ​ໃດໆ.

​ທ້າວ Eric Paddock ​ ຜູ້​ເປັນນ້ອງ​ຊາຍ​ຂອງ​ມື​ປືນຜູ້ນີ້ ​ກ່າວວ່າ: ຂ້ອຍ​ໝາຍ
ຄວາ​ມວ່າ ອ້າຍ​ຂອງ​ຂ້ອຍເຮັດ​ສິ່ງ​ນີ້. ນີ້​ຖື​ວ່າມັນໝົດ​ແລ້ວ - ​ເຈົ້າກໍ​ຮູ້ດີ​ ນີ້ກໍຄືກັນ
ກັບລາວ​ຍິງ​ພວກ​ເຮົາ​ນຳ. ​ຂ້ອຍ​ໝາຍ​ຄວາມ​ວ່າ ຖ້າ​ຫາກ​ວ່າ​ລາວ​ສັງຫານ​ລູກ​
ຂອງຂ້ອຍ, ຂ້ອຍ​ກໍຈະ​ບໍ່ແປກ​ໃຈ​.

​ເຫດການ​ຍິງ​ກັນ​ໃນ​ສະຫະລັດ ​ແມ່ນເຮັດ​ໃຫ້​ມີ​ຄຳ​ຖາມ​ໃໝ່ ​ໃນ​ອັນ​ທີ່​ວ່າ ພວກ​ເຮົາ
​ຈະ​ເຮັດແນວ​ໃດ ​ເພື່ອ​ປ້ອງ​ກັນ​ການ​ຍິງ​ສັງຫານ​ຄົນເປັນ​ໝູ່ຢ່າງ​ມາກມາຍ ນີ້​ໄດ້ ​
ໂດຍ​ປາດ​ສະ​ຈາກ​ການ​ຕ້ອງ​ຕິ​ທາງ​ການ​ເມືອງ​. ນັກ​ຊ່ຽວຊານ ກ່າວ​ວ່າ ການກວດ
​ເບິ່ງກະ​ເປົາ ​ໃນ​ການສະ​ແດງ​ດົນຕີ ​ແມ່ນ​ສາມາດຄ້ຳປະກັນ ວ່າຈະບໍ່​ໄດ້​ມີ​ຜູ້​ໃດ​
ຖື​ປືນ​ເຂົ້າ​ໄປ​ຂ້າງ​ໃນ, ​ແຕ່​ວ່າ​ ນີ້​ແມ່ນມື​ປືນ​ຜູ້ຕ້ອງ​ສົງ​ໄສ​ທີ່​ໄດ້​ຍິງ​ມາ​ຈາກ​ໂຮງ​ແຮມ
ທີ່​ມ​ອງ​ເຫັນຝູງ​ຊົນ​ໄດ້ຢ່າງ​ຊັດ​ເຈນ​ດີ.

ທ່ານ David Katz ​ປະທານຜູ້ບໍລິຫານກຸ່ມ​ບໍລິສັດຮັກສາ​ຄວາມ​ປອດ​ໄພ Global
Security ກ່າວ​ວ່າ “ນີ້​ແມ່ນ​ວິທີ​ການ​ໃໝ່. ມັນ​ບໍ່​ມີ​ຫຍັງ​ທີ່​ຈະ​ສາມາດ​ກີດກັນບໍ່ໃຫ້​
ຜູ້​ໃດ​ຜູ້​ນຶ່ງຈອງ​ຫ້ອງ​ທີ່​ມີ​ວີ​ວສວຍ​ງາມ ​ແບບ​ນີ້ ​ໄດ້​ດອກ. ນີ້​ແມ່ນ​ເຫດການ​ທີ່​ຮ້າຍ​
ແຮງ​ສຸດ​ທີ່​ເກີດ​ຂຶ້ນ.”

ມື​ປືນ​ດັ່ງກ່າວ​ນີ້ ​ແມ່ນ​ທ້າວ Stephen Craig Paddock ໄວ 64 ປີ ກະສຽນຈາກ​
ເມືອງ Mesquite ລັດ Nevada ​ໄດ້​ມີ​ປືນ​ທັງ​ໝົດ​ເກືອບ 20 ກະບອກ ຮວມທັງ
ປືນ​ຍາວນຳ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

U.S. police could not identify any clues on what motivated suspected shooter Stephen Paddock to go on a shooting spree in Las Vegas, which left at least 59 people dead and nearly 600 wounded. The suspect's brother says the family is as shocked as everyone else. U.S. President Donald Trump has called Sunday night's shooting an act of pure evil. He plans to visit Las Vegas on Wednesday. VOA's Zlatica Hoke has more.

The shooter made a hole in the window of his hotel room and opened fire on the crowded concert venue. Witnesses say when they first heard the shots, they thought they came from firecrackers. When they realized it was gunfire, people panicked.

((CHRISTINE)) "Some were falling, some were screaming and yelling and running." ((VANESSA)) "We ran and we ran. And I still wasn't even sure it was actually bullets." ((CORINNE )) "People just started dropping around us."

The shooting in Las Vegas is the worst mass shooting by a single gunman in recent U.S. history.

President Trump and Vice-President Mike Pence, accompanied by their wives, held a moment of silence Monday afternoon on the White House South Lawn in honor of the victims. The president ordered U.S. flags to half-staff.

Among those killed was an off-duty police officer who was helping people escape or find cover.

In the aftermath, people lined up to donate blood to the wounded. The White House press secretary praised the response of American people to the Las Vegas attack.

(( SARAH HUCKABEE SANDERS, WHITE HOUSE PRESS SECRETARY ))
"The memory of those who displayed the ultimate expression of love in the midst of an unimaginable act of hate will never fade. Their examples will serve as an eternal reminder that the American spirit cannot and will not ever be broken."

Islamic State claimed the attack through its news agancy, saying the shooter had recently converted to Islam. But investigators could not find any links between the suspect and any kind of group.

((SHERIFF JOSEPH LOMBARDO)) "This individual is a lone wolf I don't know how this could have been prevented. ((UNNAMED FBI FIELD OFFICER)) No connection to international terrorism."

His family described him as a wealthy man who loved to gamble and send lavish boxes of cookies to his mother in Florida. He had no criminal record.

((ERIC PADDOCK, SHOOTER'S BROTHER))
"I mean, my brother did this. This is like it was done - you know - like he shot us. I mean, if he'd have killed my kids, I couldn't be more dumbfounded."

((NARRATOR))
The latest U.S. shooting incident is raising new discussions on what can be done to prevent massacres without politicizing them. Experts say that checking bags at concert venues can ensure no one bring a gun inside, but the Las Vegas suspect was shooting from a hotel with a good view of the crowd.

(( DAVID KATZ, CEO GLOBAL SECURITY GROUP))
"This is a different dynamic. There's nothing the venue could have done to stop someone from getting a hotel room with an overlook like that. This is the worst possible scenario."

The gunman, identified as Stephen Craig Paddock, a 64-year-old retiree from Mesquite, Nevada, had close to 20 firearms him, including rifles.
XS
SM
MD
LG