ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຍົາວະຊົນລາວ ຍັງຄົງພາກັນຢຸດຈາກການຮຽນເພື່ອໄປລັກລອບເຮັດວຽກໃນໄທ ເພີ້ມຂຶ້ນນັບມື້ ຍ້ອນບັນຫາເສດຖະກິດຕົກຕ່ຳຢ່າງຮຸນແຮງ


ນັກຮຽນຄົນນຶ່ງກຳລັງອ່ານປື້ມໃນຫ້ອງຮຽນ.
ນັກຮຽນຄົນນຶ່ງກຳລັງອ່ານປື້ມໃນຫ້ອງຮຽນ.

ເຍົາວະຊົນລາວ ຍັງຄົງພາກັນຢຸດຈາກການຮຽນເພື່ອໄປລັກລອບເຮັດວຽກໃນໄທ ເພີ້ມຂຶ້ນນັບມື້ ຍ້ອນບັນຫາເສດຖະກິດຕົກຕ່ຳຢ່າງຮຸນແຮງນັ້ນ ເຮັດໃຫ້ຜູ້ປົກຄອງບໍ່ມີທຶນສະໜັບສະໜຸນການສຶກສາ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ນັກທຸລະກິດລາວ ເປີດເຜຍວ່າ ການຢຸດເຊົາຈາກການຮຽນຂອງເຍົາວະຊົນລາວ ຍັງມີທ່າອ່ຽງເພີ້ມຂຶ້ນນັບມື້ ໂດຍມີສາເຫດມາຈາກບັນຫາວິກິດການທາງເສດຖະກິດ ຊຶ່ງເຮັດໃຫ້ຄ່າເງິນກີບຕົກຕ່ຳລົງຢ່າງໜັກ ແລະອັດຕາເງິນເຟີ້ທີ່ເພີ້ມຂຶ້ນສູງສຸດໃນອາຊຽນ ສ່ວນດັດຊະນີລາຄາການຊົມໃຊ້ ກໍຍັງຄົງປັບຕົວສູງຂຶ້ນເກີນກວ່າ 200 ເປີເຊັນ ນັບຈາກເດືອນກໍລະກົດ 2023 ເປັນຕົ້ນມານັ້ນ ກໍໄດ້ເຮັດໃຫ້ບັນດາຜູ້ປົກຄອງຂອງນັກຮຽນບໍ່ມີທຶນເພື່ອສະໜັບສະໜຸນການສຶກສາໃນລະດັບສູງຂຶ້ນສຳລັບລູກຫຼານຂອງພວກເຂົາເຈົ້າ ໂດຍສະພາບບັນຫາດັ່ງກ່າວນີ້ ໄດ້ເກີດຂຶ້ນໃນທຸກລະດັບການສຶກສາໃນລາ ແລະຍັງຖືເປັນປັດໄຈສຳຄັນທີ່ຈະສ້າງບັນຫາຂາດແຄນຊັບພະຍາກອນມະນຸດທີ່ມີຄຸນນະພາບໃຫ້ແກ່ລາວເພີ້ມຂຶ້ນໃນໄລຍະຍາວອີກດ້ວຍ ເພາະການຢຸດການຮຽນໃນຂະແໜງການທີ່ມີຄວາມສຳຄັນຕໍ່ການພັດທະນາທາງເສດຖະກິດໃນໄລຍະໃໝ່ນັ້ນ ຈະເຮັດໃຫ້ຊັບພະຍາກອນມະນຸດຂອງລາວ ບໍ່ສາມາດຕອບສະໜອງຕໍ່ຄວາມຕ້ອງການດ້ານແຮງງານຂອງບັນດາບໍລິສັດຕ່າງປະເທດ ເປັນດ້ານຫຼັກ ໃນຂະນະທີ່ແຮງງານລາວ ຍັງພາກັນເດີນທາງໄປຫາວຽກເຮັດໃນປະເທດເພື່ອນບ້ານ ໂດຍສະເພາະແມ່ນການເດີນທາງໄປລັກລອບຫຼືເຮັດວຽກໂດຍຜິດກົດໝາຍໃນໄທເພີ້ມຂຶ້ນນັບມື້ ດັ່ງທີ່ນັກທຸລະກິດລາວ ໄດ້ໃຫ້ການຢືນຢັນວ່າ:

“ສ່ວນຫຼາຍແຮງງານເຮົານີ້ ແມ່ນຈົບມາໃໝ່່ຈົບມັດທະຍົມ ຊຶ່ງບໍ່ມີປະສົບການຫຍັງເລີຍ ອັນນີ້ບົ່ງບອກວ່າ ເຂົາຈະບໍ່ເຫັນຄຸນຄ່າການສຶກສາແລ້ວເຂົາຈະເຫັນວ່າ ການຢູ່ລອດເທົ່ານັ້ນ ລັດຖະບານກະຫາວິທີແກ້ໄຂ ກະຄືຍົກຄ່າແຮງງານຈາກລ້ານສາມເປັນລ້ານຫົກຫັ້ນ ມັນກະເປັນວິທີອອກຢູ່ບໍ່ ເພາະວ່າ ຄ່າຄອງຊີບຄົນຄົນນຶ່ງ ທີ່ເປັນຄົນໂສດ ມື້ນຶ່ງນີ້ຄ່າໃຊ້ຈ່າຍນີ້ ແມ່ນ 100,000 ກີບ 30 ມື້ນີ້ ກະ 3 ລ້ານແລ້ວເດ້ ບັດລະຫລັ່ງໄຫລໄປພຸ້ນໝົດ ມີໝົດທຸກຂົງເຂດແມ່ນຄົນລາວ ເກືອບວ່າ ເກືອບໝົດ ຕົວເລກກະລາຍງານຢູ່ດອກວ່າ 300,000 ກວ່າຄົນ ແຕ່ຕົວຈິງມັນສິຈັກແສນ ພວກເຮົາຍັງບໍ່ຮູ້ ເພາະວ່າສ່ວນຫຼາຍກະຫລົບລີ້ໄປ.”

ສ່ວນເຈົ້າໜ້າທີ່ໃນກະຊວງສຶກສາທິການແລະກິລາ ຍອມຮັບວ່າ ການຢຸດເຊົາການຮຽນຂອງເຍົາວະຊົນລາວ ຍັງມີທ່າອ່ຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນລະດັບມັດທະຍົມສຶກສານັ້ນ ໄດ້ມີການຢຸດເຊົາການຮຽນຫຼາຍທີ່ສຸດ ເພາະຜູ້ປົກຄອງບໍ່ມີທຶນສະໜັບສະໜຸນການສຶກສາໃນລະດັບທີ່ສູງຂຶ້ນ ສຳລັບລູກຫຼານຂອງພວກເຂົາເຈົ້າ ສ່ວນໂອກາດທີ່ຈະໄດ້ຮັບທຶນການສຶກສາຕໍ່ຈາກຕ່າງປະເທດນັ້ນ ກໍມີຢ່າງຈຳກັດ ເພາະວ່າ ຫຼາຍປະເທດໄດ້ພາກັນຫລຸດຈຳນວນທຶນການສຶກສາທີ່ໃຫ້ແກ່ລາວ ນັບແຕ່ຖືກກະທົວຈາກການລະບາດໄວຮັສໂຄວິດ-19 ເປັນຕົ້ນມາ.

ນອກຈາກນັ້ນ ສະພາບການຄຸ້ມຄອງດ້ານສະຫວັດດີການແຮງງານໃນລາວ ທີ່ບໍ່ໄດ້ມາດຕະຖານສາກົນ ກໍນັບເປັນອີສາເຫດທີ່ເຮັດໃຫ້ແຮງງານລາວ ສ່ວນໃຫຍ່ຕ້ອງເດີນທາງໄປເຮັດວຽກໃນໄທເພີ້ມຂຶ້ນ ໂດຍການການສຳຫຼວດ ພົບວ່າ ໃນປັດຈຸບັນມີແຮງງານລາວ ທີ່ຢູ່ໃນລະບົບປະກັນສັງຄົມບໍ່ເຖິງ 3 ເປີເຊັນຂອງກຳລັງແຮງງານໃນຫົວໜ່ວຍທຸລະກິດທັງໝົດໃນທົ່ວປະເທດ ດັ່ງທີ່ ທ່ານນາງ ໃບຄຳ ຂັດຕິຍະ ລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມ ໄດ້ຖະແຫລງຢືນຢັນວ່າ:

“ໂດຍອີງຕາມຜົນຂອງການສຳຫຼວດຫົວໜ່ວຍເສດຖະກິດທົ່ວປະເທດ ມີຫົວໜ່ວຍທຸລະກິດທັງໝົດຈຳນວນ 133,997 ຫົວໜ່ວຍ ມີຜູ້ອອກແຮງງານ 490,373 ຄົນ ປັດຈຸບັນມີຫົວໜ່ວຍທຸລະກິດເຂົ້າເປັນສະມາຊິກປະກັນສັງຄົມ 3,178 ຫົວໜ່ວຍເທົ່າກັບ 2.37 ເປີເຊັນ ຂອງຫົວໜ່ວຍທຸລະກິດທັງໝົດ.”

ທາງດ້ານນັກທຸລະກິດຈີນໃນລາວ ໄດ້ໃຫ້ການຢືນຢັນວ່າ ສາເຫດສຳຄັນທີ່ເຮັດໃຫ້ບໍລິສັດຕ່າງຊາດທີ່ລົງທຶນໃນລາວ ຍັງຕ້ອງນຳເຂົ້າແຮງງານຈາກຕ່າງປະເທດເປັນດ້ານຫຼັກ ກໍເພາະວ່າ ແຮງງານລາວບໍ່ສາມາດີຕອບສະໜອງຕາມຄວາມຕ້ອງການຂອງບໍລິສັດຕ່າງຊາດໄດ້ຢ່າງພຽງພໍ ເນື່ອງຈາກວ່າ ແຮງງານລາວ ສ່ວນໃຫຍ່ເປັນແຮງງານທີ່ບໍ່ມີຄວາມຮູ້ ຄວາມສາມາດໃນດ້ານເທັກນິກສະໄໝໃໝ່ໃນອຸດສາຫະກຳການຜະລິດສິນຄ້າຕ່າງໆ ລວມເຖິງນັກຮຽນ-ນັກສຶກສາສ່ວນຫຼາຍໃນລາວ ລ້ວນແຕ່ມີເປົ້າໝາຍທີ່ຈະໄດ້ເຂົ້າເຮັດວຽກເປັນພະນັກງານຂອງລັດດ້ວຍນັ້ນ ຈຶ່ງຖືເປັນການພັດທະນາບຸກຄະລາກອນທີ່ບໍ່ສອດຄ່ອງກັບຄວາມຕ້ອງການຕົວຈິງໃນການພັດທະນາເສດຖະກິິດ ແລະສັງຄົມລາວ ແຕ່ຢາງໃດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG