ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວຈະສົ່ງອອກກະແສໄຟຟ້າເພີ້ມຂຶ້ນ ຂະນະທີ່ພວກນັກອານຸລັກສິ່ງແວດລ້ອມ ໄທຄັດຄ້ານການຊື້ກະແສໄຟຟ້າຈາກລາວ


ປ້າຍປຸກລະດົມຂອງສະພາຂອງເຄືອຂ່າຍອົງການອະນຸລັກສິ່ງແວດລ້ອມໃນແມ່ນໍ້າຂອງຄັດຄ້ານການສ້າງເຂື່ອນໃນແມ່ນໍ້າຂອງ
ປ້າຍປຸກລະດົມຂອງສະພາຂອງເຄືອຂ່າຍອົງການອະນຸລັກສິ່ງແວດລ້ອມໃນແມ່ນໍ້າຂອງຄັດຄ້ານການສ້າງເຂື່ອນໃນແມ່ນໍ້າຂອງ

ລັດຖະບານລາວຈະສົ່ງອອກກະແສໄຟຟ້າເພີ້ມຂຶ້ນອີກຢ່າງຕໍ່ເນື່ອງ ໃນຂະນະທີ່ເຄືອຂ່າຍຂອງປະຊາຊົນໄທຍັງສືບຕໍ່ເດີນໜ້າຄັດຄ້ານການຊື້ກະແສໄຟຟ້າຈາກລາວ ແລະຄັດຄ້ານການກໍ່ສ້າງເຂື່ອນຢູ່ໃນແມ່ນໍ້າຂອງອີກດ້ວຍ. ຊົງລິດ ໂພນເງິນມີລາຍງານເລື້ອງນີ້ມາສະເໜີທ່າຈາກບາງກອກ.

ທ່ານຄໍາມະນີ ອິດທິລາດ, ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ຖະແຫລງວ່າ ປັດຈຸບັນລາວມີແຫລ່ງຜະລິດໄຟຟ້າທັງໝົດ 78 ແຫ່ງ, ມີກຳລັງຕິດຕັ້ງທັງ ໝົດ 9,972 ເມກາວັດ, ເຊິ່ງໃນນີ້ ໄດ້ສົ່ງອອກໄປຂາຍໃຫ້ໄທ 5,620 ເມກາວັດ ແລະຄາດວ່າ ຈະເພີ່ມຂຶ້ນເປັນ 7,000 ເມກາວັດ ໃນປີ 2022. ສ່ວນໃນທ້າຍປີ 2020 ນີ້ ກໍຈະມີໂຄງການເຂື່ອນໄຟຟ້າ ອີກ 12 ແຫ່ງ ທີ່ຈະສ້າງສຳເລັດ, ເຊິ່ງຈະເຮັດໃຫ້ ລາວມີແຫລ່ງຜະລິດໄຟ້ຟ້າ ເພີ້ມຂຶ້ນເປັນ 90 ແຫ່ງ ໂດຍມີກຳລັງຕິດຕັ້ງທັງ ໝົດເກືອບຮອດ 11,000 ເມກາວັດ, ຊຶ່ງນອກຈາກການຈະ ເຮັດໃຫ້ລາວມີພະລັງງານໄຟຟ້າເພື່ອຊົມໃຊ້ພາຍໃນປະເທດຢ່າງພຽງພໍແລ້ວ ມັນຍັງຊ່ວຍໃຫ້ລາວມີພະລັງງານໄຟຟ້າສົ່ງອອກໄປຕ່າງປະເທດເພີ້ມຂຶ້ນນັບມື້ອີກດ້ວຍ, ໂດຍສະເພາະການສົ່ງອອກພະລັງງານໄຟຟ້າທີ່ເຊື່ອມຕໍ່ລະຫວ່າງປະເທດສະມາຊິກອາຊຽນດ້ວຍກັນ ຫລື ASEAN Power Grid ນັ້ນ ດັ່ງທີ່ທ່ານ ຄໍາມະນີໃຫ້ການຢືນຢັນວ່າ:
"ຄຽງຄູ່ກັບການສະໜອງໄຟຟ້າຮັບໃຊ້ພາຍໃນໃຫ້ທົ່ວເຖິງແລ້ວ, ພວກເຮົາຍັງໄດ້ເຮັດໜ້າທີ່ວ່າເຮັດຈັ່ງໃດ ພວກເຮົາ ສິມີປະສິດທິຜົນຕື່ມອີກ ແມ່ນຂະຫຍາຍໄຟຟ້າ ອອກໄປສູ່ບັນດາປະເທດອ້ອມຂ້າງ ຂາຍໄປໄທ, ກຳ ປູເຈຍ, ຫວຽດນາມ, ກັບມຽນມາ, ມາເລເຊຍ ພວກເຮົາກະສົ່ງແລ້ວ ໂດຍຜ່ານໄທ ຕໍ່ໄປນີ້ ກະສິໄດ້ເຈລະເຈກັບສິງກະໂປ ອັນນີ້ແມ່ນໜ້າທີ່ທາງການເມືອງ ທີ່ພວກເຮົາໄດ້ເຮັດໃນຖະນະ ທີ່ເປັນກຸ່ມປະເທດອາຊຽນ ແລ້ວ ກະມີລະບົບສາຍສົ່ງອາຊຽນ ASEAN Grid, ເຊິ່ງວ່າ ລາວເປັນປະເທດທໍາອິດ ທີ່ສົ່ງໄຟຟ້າເຂົ້າຢູ່ໃນລະບົບຂອງ ASEAN Grid ”.

ແຜນທີ່ຈຸດທີ່ຕັ້ງຂອງການສ້າງເຂື່ອນໃນແມ່ນໍ້າຂອງ
ແຜນທີ່ຈຸດທີ່ຕັ້ງຂອງການສ້າງເຂື່ອນໃນແມ່ນໍ້າຂອງ


ທ່ານ ຄຳມະນີ ຢືນຢັນດ້ວຍວ່າ ລາວ ຈະມີແຫຼ່ງຜະລິດໄຟຟ້າເພີ່ມຂຶ້ນເປັນ 100 ແຫ່ງ ທີ່ມີກຳລັງຕິດຕັ້ງລວມເກີນກວ່າ 13,000 ເມກະວັດ ຊຶ່ງສາມາດຜະລິດໄຟຟ້າໄດ້ເຖິງ 67,000 ລ້ານ kwh ໃນປີ 2021 ສ່ວນການຊົມໃຊ້ໄຟຟ້າໃນ ລາວ ນັ້ນກໍມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນຫຼັງການເປີດເດີນລົດໄຟ ລາວ-ຈີນ ໃນທ້າຍປີ 2021 ກໍຄາດວ່າການໃຊ້ໄຟຟ້າໃນ ລາວ ຈະເພີ່ມ ຂຶ້ນ 2​ ເທົ່າກໍຄືຈາກ 1,800 ເມກະວັດໃນປີ 2020 ເປັນ 3,600 ເມກະວັດໃນປີ 2022 ຊຶ່ງຈະເຮັດໃຫ້ ລາວ ມີພະລັງງານໄຟຟ້າເກີນຄວາມຕ້ອງການໃນປະເທດເກືອບ 10,000 ເມກະວັດ ຊຶ່ງຈະຕ້ອງສົ່ງອອກໄປຕ່າງປະເທດທີ່ບໍ່ແມ່ນປະເທດ ໄທ ເພາະວ່າ ໄທ ມີພະລັງງານໄຟຟ້າສຳຮອງເກີນຄວາມຕ້ອງການໃນປະເທດ ຄິດເປັນປະລິມານລວມເຖິງ 19,000 ເມກະວັດໃນປັດຈຸບັນ ຈຶ່ງບໍ່ມີຄວາມຈຳເປັນທີ່ຈະຕ້ອງຊື້ໄຟຟ້າຈາກ ລາວ ເພີ່ມຂຶ້ນໃນໄລຍະ 6-7 ປີຕໍ່ໄປນີ້.

ຍິ່ງໄປກວ່ານັ້ນ ເຄືອຂ່າຍຄົນໄທ ກໍຍັງສືບຕໍ່ການເຄື່ອນໄຫວເພື່ອຄັດຄ້ານການຊື້ພະລັງງານໄຟຟ້າຈາກລາວ ທັງຍັງສືບຕໍ່ຄັດຄ້ານການກໍ່ສ້າງເຂື່ອນໄຟຟ້າໃນແມ່ນໍ້າຂອງໃນລາວອີກດ້ວຍ ເພາະມອງວ່າເຂື່ອນໄດ້ກໍ່ໃຫ້ເກີດຜົນກະທົບຕໍ່ສະພາບແວດລ້ອມທຳມະຊາດ ຢ່າງກວ້າງຂວາງ ໃນເຂດລຸ່ມແມ່ນໍ້າຂອງໃນເວລານີ້, ດັ່ງທີ່ທ່ານນິວັດ ຮ້ອຍແກ້ວ, ແກນນໍາເຄືອຂ່າຍປະຊາຊົນໄທ ຢືນຢັນວ່າ:
ບັນຫາແມ່ນໍ້າຂອງຄືການປ່ຽນແປງຢ່າງກະທັນຫັນ ກໍຄືເຂື່ອນໆ ໃນແມ່ນໍ້າຂອງຄືຕົວສ້າງບັນຫາ ຕົວເລັ່ງ ວິກິດຕ່າງໆໃຫ້ແກ່ແມ່ນໍ້າຂອງ ເພາະສະນັ້ນ ຫາກຍັງມີເຂື່ອນຕໍ່ໄປນັ້ນຄື ເຖິງການອະວະສານຂອງແມ່ ນໍາຂອງແນ່ນອນ ໃນມຸມມອງຂອງຜົມ ເພາະວ່າມັນຈະສອດຄ່ອງກັບການວິໄຈ ທີ່ບອກວ່າ ຖ້າທ່ານຍັງສືບຕໍ່ສ້າງເຂື່ອນໃນແມ່ນໍ້າຂອງຕໍ່ໄປເຖິງປີ 2040, ຕະກອນຈະຫາຍໄປຈາກປາກແມ່ນໍ້າຂອງ 97 ເປີເຊັນ.

ແຕ່ຢ່າງໃດກໍຕາມ ລັດວິສາຫະກິດໄຟຟ້າລາວກັບລັດວິສາຫະກິດຕາຂາຍໄຟຟ້າພາກໃຕ້ຂອງຈີນ ກໍໄດ້ທຸ້ມເທສ້າງຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ໃນເດືອນທັນວາ ປີ 2020. ພາຍໃຕ້ເປົ້າໝາຍ ເພື່ອການພັດທະນາລະບົບສາຍສົ່ງໄຟຟ້າແຮງສູງໃນລາວໃຫ້ທັນສະໄໝ ເພື່ອເຊື່ອມຕໍ່ ແລະຕອບ ສະໜອງໄຟຟ້າໃຫ້ບັນດາປະເທດໃນອາຊຽນໃຫ້ໄດ້ຢ່າງທົ່ວເຖິງດ້ວຍການສະໜັບສະໜຸນໃນດ້ານເງິນທຶນ ແລະເທັກໂນໂລຈີຈາກຈີນເປັນສໍາຄັນ ໂດຍບໍລິສັດຈະລົງທຶນ 2,000 ລ້ານ ໂດລາ ເພື່ອກໍ່ ສ້າງຕາໜ່າງສາຍສົ່ງໄຟຟ້າແຮງສູງ 500 KV ໃນ ລາວ ເຊື່ອມຕໍ່ກັບຕາໜ່າງສາຍໄຟຟ້າແຮງສູງໃນແຂວງ ຢຸ່ນໜານຂອງ ຈີນ ແລະຕອບສະໜອງໄຟຟ້າໃຫ້ກັບກຳປູເຈຍ 1,700 ເມກາວັດ ພາຍໃນປີ 2022 ເປັນຢ່າງຊ້າ.

XS
SM
MD
LG