ລາວທີ່ມີໂຄງການຜະລິດໄຟຟ້າຈາກແສງຕາເວັນທີ່ລອຍຢູ່ເທິງໜ້ານ້ຳຢູ່ອ່າງເກັບນໍ້າເຂື່ອນໄຟຟ້ານໍ້າງື່ມ 1 ຈະຂະຫຍາຍການຜະລິດໃຫ້ໄດ້ຫລາຍເຖິງ 1,200 ເມກາວັດ (MW) ໃນປີ 2026 ຊຶ່ງຈະເຮັດໃຫ້ລາວກາຍເປັນປະເທດ ທີ່ມີໂຄງການຜະລິດໄຟຟ້າຈາກແສງຕາເວັປະເພດທີ່ລອຍຢູ່ເທິງໜ້າອ່າງເກັບນໍ້າ ທີ່ໃຫຍ່ທີ່ສຸດໃນໂລກ. ບົວສະຫວັນ ມີລາຍລະອຽດເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ໂຄງການພະລັງງານແສງຕາເວັນ ລອຍຢູ່ເທິງໜ້ານ້ຳຢູ່ໃນອ່າງເກັບນໍ້າເຂື່ອນ ໄຟຟ້ານໍ້າງື່ມ 1 ມີແຜນທີ່ຈະຂະຫຍາຍກຳລັງຕິດຕັ້ງຂຶ້ນຈາກ 300 ເມກາວັດ ເປັນ 1,200 ເມກາວັດພາຍໃນປີ 2026 ນີ້ ເມື່ອສໍາເລັດແລ້ວ ໂຄງການນີ້ຈະກາຍເປັນໂຄງການພະລັງງານແສງຕາເວັນ ປະເພດທີ່ລອຍຢູ່ເທິງໜ້າອ່າງເກັບນໍ້າທີ່ໃຫຍ່ ທີ່ສຸດຂອງໂລກ, ອີງຕາມແຫລ່ງຂ່າວທ້ອງຖິ່ນ.
ລັດຖະບານລາວທີ່ຖືຫຸ້ນ 20 ເປີເຊັນ ແລະ ພາກເອກະຊົນ ຊຶ່ງກໍຄືບໍລິສັດ Hangzhou Safefound Technology Co., Ltd ຈາກຈີນ ແລະບໍລິສັດລາວ-ພີພີເອທີ່ປຶກສາ ແລະ ກວດສອບບັນຊີຈຳກັດ ທີ່ຖືຫຸ້ນ 80 ເປີເຊັນໄດ້ເຊັນສັນຍາ ພັດທະນາໂຄງການ ຫລື PDA ໃນປີ 2020.
ໂດຍມີການສໍາປະທານເປັນເວລາ 25 ປີ ໂຄງການດັ່ງກ່າວແບ່ງອອອກເປັນ 2 ໄລຍະ ຄືໄລຍະທີ 1 ນັບແຕ່ທ້າຍປີ 2020 ຫາ 2023 ໂດຍທີ່ຜະລິດໄຟຟ້າ ທີ່ມີກຳລັງຕິດຕັ້ງ 300 ເມກາວັດ ແລະໄລຍະທີ 2 ແມ່ນແຕ່ປີ 2023 ຫາ 2026 ທີ່ ມີກໍາລັງຕິດຕັ້ງອີກ 900 ເມກາວັດ.
ໂຄງການທີ່ວ່ານີ້ ຕັ້ງຢູ່ເຂດບ້ານໂພນສະຫວາດ ເມືອງລ້ອງຊານ ແຂວງໄຊສົມ ບູນ, ກວມເອົາເນື້ອທີ່ກ້ວາງກວ່າ 1,500 ເຮັກຕາ ແລະໄດ້ເລີ້ມການຜະລິດມາ ຕັ້ງແຕ່ທ້າຍປີ 2021, ອີງຕາມການບອກເລົ່າຂອງຊາວບ້ານຜູ້ນຶ່ງຢູ່ໃນທ້ອງຖິ່ນທີ່ເວົ້າວ່າ:
“ຢູ່ເຂື່ອນນໍ້າງື່ມໜີ້ເດເຂົາເຮັດມາຕັ້ງແຕ່ຕອນໂຄວິດ ປີ 2021 ພຸ້ນຢູ່ບ່ອນເມືອງນ້ອງຢູ່ໜີ້ ເມືອງລ້ອງຊານ ເຮົາໄປໜິກະຊິເຫັນ ເປັນແຝງບັກຫລາຍໆຢູ່ຫັ້ນ ນ້ອງໄປລະໄປເຫັນຢູ່ຫັ້ນ ກະເລີຍຖາມເຂົາວ່າ ແຝງໂຊລາເຊລບໍໜີ້ ແມ່ນເຮັດໄປໃຫ້ທາງໃດວ່າຊັ້ນ ເອີ້ເຂົາວ່າເຮັດຂາຍໃຫ້ພວກໄຟຟ້າຊັ້ນໜະ”.
ນອກຈາກໂຄງການທີ່ວ່ານີ້ແລ້ວ, ລາວຍັງມີໂຄງການພະລັງງານແສງຕາເວັນ ລອຍຢູ່ເທິງໜ້ານໍ້າທີ່ມີກໍາລັງຕິດຕັ້ງ 240 ເມກາວັດທີ່ເລີ້ມສ້າງຢູ່ອ່າງເກັບນ້ຳນ້ຳເທີນ 2 ທີ່ເປັນອ່າງເກັບນໍ້າໃຫຍ່ອັນດັບສອງຂອງລາວ, ຮອງລົງມາຈາກອ່າງນໍ້າ ງື່ມ ແລະໄດ້ເລີ້ມກໍ່ສ້າງໃນປີ 2023, ຊຶ່ງຕາມແຜນການແລ້ວ ຈະເລີ້ມຜະລິດໄຟ ຟ້າພາຍໃນປີ 2024 ນີ້. ໂຄງການນີ້ເປັນໂຄງການພະລັງງານແສງຕາເວັນແບບປະສົມ ເພາະມັນຜະລິດໄຟຟ້າທີ່ປະສົມປະສານໃສ່ກັບພະລັງງານນໍ້າຢູ່ອ່າງເກັບນໍ້າຂອງໂຄງການເຂື່ອນໄຟຟ້ານ້ຳເທີນ 2 ຢູ່ແຂວງຄຳມ່ວນ ແລະເປັນໂຄງການພະລັງງານແສງຕາເວັນແບບປະສົມທີ່ໃຫຍ່ທີ່ສຸດໃນໂລກ, ອີງຕາມ ບົດລາຍງານ ໃນທ້າຍປີ 2023 ຂອງທ່ານນາງອາລານາ ບາລັຟ (Alana Ballagh) ຢູ່ທີ່ສູນກາງສຕິມຊັນ.
ພວກນັກຄົ້ນຄວ້າຈາກຫ້ອງທົດລອງພະລັງງານທົດແທນແຫ່ງຊາດ ຫລື NRELໃນສະຫະລັດທີ່ວິເຄາະທ່າແຮງພະລັງງານແສງຕາເວັນລອຍຢູ່ເທິງໜ້ານໍ້າ ຫລື FPV ໃນ 10 ປະເທດອາຊຽນເມື່ອມໍ່ໆມານີ້ ພົບວ່າ ລາວມີທ່າແຮງດ້ານການ ຜະລິດພະລັງງານຈາກ FPV ຢູ່ເທິງອ່າງເກັບນໍ້າສາມແຫ່ງທີ່ລວມຢູ່ໃນຊຸດຂໍ້ມູນຂອງການຄົ້ນຄວ້າຂອງຕົນ ຢູ່ປະມານ 5-10 ກີກາວັດ (GW). ນອກຈາກນັ້ນ ກໍຍັງມີທ່າແຮງ ໃນການຜະລິດພະລັງງານແສງຕາເວັນ ລອຍຢູ່ເທິງໜ້າແມ່ນໍ້າ ທໍາມະຊາດ ອີກປະມານ 2-5 ກີກາວັດ (GW). ເມື່ອເອົາທ່າແຮງຂອງການຜະລິດ ພະລັງງານຈາກແສງຕາເວັນຢູ່ເທິງໜ້ານໍ້າທັງສອງປະເພດນີ້ ປະສົມເຂົ້າກັນ ລາວ ກໍຈະມີທ່າແຮງລວມຢູ່ປະມານ 9 ຫາ 15 ກີກາວັດ (GW) ຊຶ່ງເປັນທ່າແຮງທີ່ສູງ ຫຼາຍ.
ໂຄງການພະລັງງານແສງຕາເວັນທີ່ລອຍຢູ່ເທິງໜ້ານໍ້າໃນອ່າງເກັບນໍ້າຂອງເຂື່ອນ ມີຜົນດີຫຼາຍຢ່າງ, ອີງຕາມທ່ານນາງຄອດນີ ແວເທີບີ (Courtney Weatherby), ຮອງຫົວໜ້າໂຄງການເອເຊຍຕາເວັນອອກສຽງໃຕ້ ທີ່ຕິດຕາມການພັດທະນາດ້ານພະລັງງານຢູ່ໃນຂົງເຂດແມ່ນໍ້າຂອງທີ່ສູນກາງສຕິມຊັນ ທີ່ກ່າວວ່າ:
Courtney/ACT2-Benefits of Solar
"ໂຄງການເຫຼົ່ານີ້ ໂດຍພື້ນຖານແລ້ວຈະເປັນໂຄງການທີ່ສ້າງຂຶ້ນ ແລະລອຍຢູ່ເທິງ ໜ້ານໍ້າໃນອ່າງເກັບນ້ຳຂອງເຂື່ອນແຫ່ງນຶ່ງ ທີ່ຜະລິດກະແສໄຟຟ້າ ແລະຂາຍໄປຕ່າງປະເທດແລ້ວ. ໂຄງການເຫຼົ່ານີ້ ຈໍານວນນຶ່ງແມ່ນໄດ້ຮັບຄວາມສົນໃຈຫຼາຍ ໃນຊຸມປີມໍ່ໆມານີ້ ຍ້ອນເຫດຜົນສອງຢ່າງ. ອັນທີນຶ່ງ, ຕົວຈິງແລ້ວມັນສາມາດຊ່ວຍປັບປຸງປະສິດທິພາບການດຳເນີນງານຂອງເຂື່ອນໄດ້, ໂດຍສະເພາະໃນຊຸມປີທີ່ມີໄພແຫ້ງແລ້ງ ຖ້າທ່ານມີການຕິດຕັ້ງແຜງຜະລິດໄຟຟ້າຈາກແສງຕາເວັນລອຍຢູ່ເທິງອ່າງເກັບນ້ຳ ມັນຈະສາມາດຫຼຸດຜ່ອນການລະເຫີຍຂອງນໍ້າໄດ້. ສະນັ້ນ ມັນ ສາມາດຊ່ວຍການຜະລິດຂອງໄຟຟ້ານໍ້າຕົກໄດ້. ສ່ວນອົງປະກອບອື່ນໆ ກໍແມ່ນວ່າ ໂຄງການເຫຼົ່ານັ້ນ ອາດຈະສາມາດເຊື່ອມຕໍ່ໃສ່ກັບສາຍສົ່ງ ແລະລະບົບສາຍສົ່ງທີ່ມີຢູ່ແລ້ວ. ດັ່ງນັ້ນ, ບໍ່ຈໍາເປັນຕ້ອງສ້າງສາຍສົ່ງໄຟຟ້າໃຫມ່ເອົາເອງຫມົດເລີຍ. ທ່ານສາມາດເຊື່ອມໂຍງມັນເຂົ້າໃສ່ກັບລະບົບທີ່ມີຢູ່ແລ້ວ.”
ແຕ່ຢ່າງໃດກໍຕາມ ທ່ານນາງແວເທີບີເວົ້າວ່າ ໂຄງການຜະລິດໄຟຟ້າແສງຕາເວັນປະເພດອື່ນໆ ທີ່ບໍ່ແມ່ນປະເພດທີ່ລອຍຢູ່ເທິງໜ້າອ່າງເກັບນໍ້າຂອງເຂື່ອນໄຟຟ້າ ສ່ວນໃຫຍ່ມີການພັດທະນາຊັກຊ້າຫຼາຍ ເມື່ອທຽບໃສ່ປະເທດອື່ນໃນຂົງເຂດໂດຍ ສະເພາະແມ່ນຫວຽດນາມ. ທັງນີ້ ກໍເພາະວ່າລັດຖະບານໃຫ້ບູລິມະສິດແກ່ການ ຜະລິດພະລັງງານທີ່ມາຈາກເຂື່ອນໄຟຟ້ານໍ້າຕົກສູງກວ່າ.
ມາຮອດຕົ້ນປີ 2023, ລາວໄດ້ຜະລິດກະແສໄຟຟ້າ ຈາກ 76 ເຂື່ອນ ຊຶ່ງສະ
ໜອງກໍາລັງການຜະລິດພະລັງງານ 9,608 ເມກາວັດ, ສູງກວ່າພະລັງງານມາຈາກຖ່ານຫີນທີ່ມີ 1,878 ເມກາວັດ ແລະພະລັງງານທີ່ມາຈາກໂຮງງານ ຜະ ລິດໄຟຟ້າຈາກແສງຕາເວັນ 10 ແຫ່ງຂອງປະເທດທີ່ມີພຽງແຕ່ 56 ເມກາວັດ ເທົ່ານັ້ນ, ອີງຕາມ ທ່ານນາງບາລັຟ.
ທ່ານນາງອະທິບາຍວ່ານັກລົງທຶນໃນໂຄງການພະລັງງານທີ່ມາຈາກແສງຕາເວັນ ແລະພະລັງລົມສ່ວນໃຫຍ່ປະສົບຄວາມຫຍຸ້ງຍາກໃນການໄດ້ຮັບອະນຸຍາດເຊັນບົດບັນທຶກຄວາມເຂົ້າໃຈ ຫລື MOU ເພາະວ່າລັດຖະບານຍັງບໍ່ມີຂັ້ນຕອນໃນ ການອະນຸມັດໂຄງການທີ່ເປັນມາດຕະຖານຈະແຈ້ງ ແລະການລະບາດຂອງພະ ຍາດໂຄວິດ-19 ກໍເປັນປັດໄຈນຶ່ງເຮັດໃຫ້ຂະບວນການນີ້ຊ້າລົງຕື່ມ ເພາະຕ້ອງເລື່ອນເວລາເຂົ້າເບິ່ງສະຖານທີ່. ເພື່ອຈະໃຫ້ໄດ້ເຊັນ MOU ຢູ່ລາວ ສ່ວນຫຼາຍ ໃຊ້ເວລາເຖິງ 12 ເດືອນ ແລະມັນເຮັດໃຫ້ 80 ເປີເຊັນຂອງໂຄງການແບບນີ້ປະສົບກັບຄວາມຫລ້າຊ້າໃນການຈັດຕັ້ງປະຕິບັດ. ຕົວຢ່າງ ໂຄງການຂະແໜງ ພະລັງງານໃນລາວຂອງອົງການພັດທະນາສາກົນຂອງສະຫະລັດ ຫລື USAID ໄດ້ລໍຖ້າຕັ້ງ 2 ປີປາຍ ຈຶ່ງໄດ້ຮັບການອະນຸມັດ.
ຟໍຣັມສະແດງຄວາມຄິດເຫັນ